ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ກຳປັ່ນຂອງຈີນ ພວມສອດແນມ ການຊ້ອມລົບ ທາງທະເລ ຂອງ ນານາຊາດ


ກຳປັ່ນພິຄາດຕິດ ລູກສອນໄຟນຳວິຖີ USS Dewey ແລ່ນຜ່ານ ມະຫາສະໝຸດ ປາຊີຟິກ ໃນຂະນະທີ່ ກຳລັງເຂົ້າຮ່ວມ ໃນການຊ້ອມລົບ ທາງທະເລ ທີ່ເອີ້ນວ່າ Rim of the Pacific Exercise ຫຼື (RIMPAC), ວັນທີ 10 ກໍລະກົດ 2018.
ກຳປັ່ນພິຄາດຕິດ ລູກສອນໄຟນຳວິຖີ USS Dewey ແລ່ນຜ່ານ ມະຫາສະໝຸດ ປາຊີຟິກ ໃນຂະນະທີ່ ກຳລັງເຂົ້າຮ່ວມ ໃນການຊ້ອມລົບ ທາງທະເລ ທີ່ເອີ້ນວ່າ Rim of the Pacific Exercise ຫຼື (RIMPAC), ວັນທີ 10 ກໍລະກົດ 2018.

ກອງທັບເຮືອ ສະຫະລັດ ກ່າວວ່າ ຕົນກຳລັງຕິດຕາມ ຢ່າງໃກ້ຊິດ ເບິ່ງກຳປັ່ນສອດແນມ
ຂອງຈີນ ຢູ່ໃນນ່ານນ້ຳສາກົນ ໃກ້ໆກັບ ລັດຮາວາຍ ຂອງສະຫະລັດ ໃນຂະນະທີ່ 25
ປະເທດ ເຂົ້າຮ່ວມການຊ້ອມລົບ ໃນການຕໍ່ສູ້ທາງທະເລ ລະຫວ່າງປະເທດ ທີ່ໃຫຍ່ທີ່ສຸດ
ຂອງໂລກ ຢູ່ໃກ້ໆນັ້ນ.

“ພວກເຂົາເຈົ້າ ໝາຍເຖິງຈີນ ກຳລັງສອດແນມ ການຊອມລົບຂອງນານາຊາດ”
ເຈົ້າໜ້າທີ່ ກະຊວງປ້ອງກັນປະເທດ ສະຫະລັດ ທ່ານນຶ່ງ ໄດ້ກ່າວຕໍ່ວີໂອເອ ໃນ ວັນສຸກ
ວານນີ້.

ໂຄສົກ ກອງທັບເຮືອ ສະຫະລັດ ໃນພາກພື້ນປາຊີຟິກ ກ່າວຕື່ມວ່າ ກອງທັບເຮືອ “ຄາດ
ໝາຍວ່າ ກຳປັ່ນລຳນີ້ ຈະຍັງຄົງຢູ່ນອກເຂດແດນທາງທະເລ ຂອງສະຫະລັດ ແລະ
ຈະບໍ່ປະຕິບັດການ ໃນລັກສະນະທີ່ເປັນການລົບກວນ ການຊ້ອມລົບທາງທະເລ ໃນ
ຂົງເຂດມະຫາສະໝຸດປາຊີຟິກ.”

ເຈົ້າໜ້າທີ່ກອງທັບເຮືອ ໄດ້ກ່າວວ່າ ກຳປັ່ນສອດແນມຂອງຈີນ ໄດ້ໄປເຖິງນ່ານນ້ຳ ນອກ
ຝັ່ງຂອງລັດຮາວາຍ ເມື່ອວັນພຸດຜ່ານມານີ້ ແລະ ກຳລັງປະຕິບັດການ ຢູ່ພາຍໃນເຂດ
ເສດຖະກິດສະເພາະ ຂອງສະຫະລັດ. ເຈົ້າໜ້າທີ່ທ່ານນີ້ ກ່າວຕື່ມວ່າ ກອງທັບເຮືອ ໄດ້
ເອົາ “ມາດຕະການລະມັດລະວັງທີ່ຈຳເປັນທຸກຢ່າງ ເພື່ອປົກປ້ອງຂໍ້ມູນທີ່ສຳຄັນສູງ.”

ຈີນ ບໍ່ໄດ້ຖືກຖອນ ການເຊື້ອເຊີນ ເພື່ອໃຫ້ເຂົ້າຮ່ວມໃນການຊ້ອມລົບ ທີ່ເອີ້ນວ່າ
RIMPAC ທີ່ຫຍໍ້ມາຈາກຄຳວ່າ Rim of the Pacific Exercise ໃນເດືອນພຶດສະພາ
ຜ່ານມານັ້ນ.

ໂຄສົກທຳນຽບຫ້າແຈ ພັນໂທທະຫານນາວິກະໂຍທິນ ຄຣິສໂຕເຟີ້ ໂລແກນ ໄດ້ກ່າວວ່າ
ການເຄື່ອນໄຫວທາງທະຫານ ຢູ່ໃນທະເລຈີນໃຕ້ ຂອງກອງທັບຈີນ ເມື່ອບໍ່ດົນມານີ້ ທີ່
“ສ້າງຄວາມບໍ່ທຸ່ນທ່ຽງ” ຢູ່ໃນຂົງເຂດ ແລະ ຂັດກັບມາດຕະ ຖານສາກົນ ສຳລັບ
ເສລີພາບ ໃນການເດີນເຮືອ ຢູ່ໃນນ່ານນ້ຳສາກົນ.

ພັນໂທ ໂລແກນ ໄດ້ເວົ້າວ່າ “ພຶດຕິກຳຂອງຈີນ ແມ່ນບໍ່ສອດຄ່ອງກັບ ຫລັກ ການ ແລະ
ຈຸດປະສົງ ຂອງ ການຊ້ອມລົບ ທີ່ເອີ້ນວ່າ RIMPAC ນັ້ນ.”

ຜູ້ບັນຊາການ ກອງກຳລັງຮ່ວມທາງທະເລ ພົນຈັດຕະວາ ກອງທັບເຮືອ ຊີເລ ພາໂບລ
ນີມານ ໄດ້ຮູ້ສຶກເສຍໃຈ ກັບການມີໜ້າ ຂອງກຳປັ່ນສອດແນມຂອງຈີນ.

ບັນດາເຈົ້າໜ້າທີ່ ກ່າວວ່າ ຈີນ ເຄີຍສອດແນມ ການຊ້ອມລົບ RIMPAC ມາແລ້ວ ກ່ອນ
ໜ້ານີ້.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG