ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໐໑ ພຶດສະພາ ໒໐໒໔

ການມີໜ້າດ້ານຄວາມໝັ້ນຄົງຂອງຈີນ ໃນມະຫາສະໝຸດ ປາຊີຟິກ ໄດ້ຮັບຄວາມສົນໃຈ ກ່ອນເຫດການທາງການເມືອງ ທີ່ສຳຄັນ  


ແຟ້ມພາບ - ນາຍົກລັດຖະມົນຕີຜູ້ມາຢ້ຽມຢາມຂອງໝູ່ເກາະໂຊໂລມອນ ທ່ານ ທ່ານ ມານາສເຊ ໂຊກາແວ (Manasseh Sogavare), ຂວາ, ແລະ ຄູ່ຮ່ວມງານຂອງທ່ານ ທ່ານ ລີ ຈຽງ (Li Qiang) ກວດກອງກຽດຕິຍົດ ໃນລະຫວ່າງພິທີຕ້ອນຮັບ ຢູ່ຫໍສາລາປະຊາຊົນ ໃນນະຄອນຫຼວງປັກກິ່ງ, ວັນທີ 10 ກໍລະກົດ 2023.
ແຟ້ມພາບ - ນາຍົກລັດຖະມົນຕີຜູ້ມາຢ້ຽມຢາມຂອງໝູ່ເກາະໂຊໂລມອນ ທ່ານ ທ່ານ ມານາສເຊ ໂຊກາແວ (Manasseh Sogavare), ຂວາ, ແລະ ຄູ່ຮ່ວມງານຂອງທ່ານ ທ່ານ ລີ ຈຽງ (Li Qiang) ກວດກອງກຽດຕິຍົດ ໃນລະຫວ່າງພິທີຕ້ອນຮັບ ຢູ່ຫໍສາລາປະຊາຊົນ ໃນນະຄອນຫຼວງປັກກິ່ງ, ວັນທີ 10 ກໍລະກົດ 2023.

ການ​ມີໜ້າທາງດ້ານ​ຄວາມ​ປອດ​ໄພ​ທີ່​ເພີ່ມ​ຂຶ້ນ​ຂອງ​ຈີນ ​ໃນເຂດມະຫາສະໝຸດ​ປາ​ຊີ​ຟິກ ຈະ​ຖືກກວດສອບ​ໃນ​ອາ​ທິດ​ນີ້ ໃນ​ຂະ​ນະ​ທີ່​ໝູ່​ເກາະໂຊໂລມອນ (Solomon) ຈະຈັດ​ການ​ເລືອກ​ຕັ້ງລະດັບ​ຊາດ​ໃນ​ວັນ​ພຸດ​ມື້ນີ້. ​ໃນ​ຂະນະ​ທີ່​ປະ​ເທດ​ໝູ່ເກາະ​ປາຊີ​ຟິກແຫ່ງນີ້ ພົບກັບບັນຫາ​ພາຍ​ໃນ​ປະ​ເທດຫຼາຍບັນຫາ ​ເຊັ່ນ​ການ​ຫວ່າງ​ງານ​ຂອງ​ຊາວ​ໜຸ່ມ ​ແລະ​ລະບົບ​ດ້ານສຸຂະພາບ ​ແລະ​ການ​ສຶກສາ​ທີ່​ອ່ອນ​ແອ​ລົງ, ນັກ​ວິ​ເຄາະ​ບາງ​ຄົນ​ກ່າວ​ວ່າ ການ​ເລືອກ​ຕັ້ງຄັ້ງນີ້ ​ແມ່ນ ‘​ການ​ລົງ​ປະຊາ​ມະຕິ​ໂດຍແທ້ຈິງ’ ກ່ຽວ​ກັບ​ຄວາມສຳພັນ​ກັບ​ຈີນ.

ທ່ານ ປາກເກີ ໂນວັກ (Parker Novak) ເຈົ້າໜ້າທີ່ທີ່​ບໍ່​ໄດ້ປະຈຳການຢູ່​ສູນກາງ Global China Hub ຂອງ​ສະພາ​ແ​ອັດ​ແລນ​ຕິກ ຜູ້ທີ່ມີສ່ວນກ່ຽວຂ້ອງກັບສູນກາງນີ້ ກ່າວ​ຕໍ່ວີ​ໂອ​ເອ ເປັນ​ລາຍລັກອັກສອນວ່າ ຜົນໄດ້ຮັບດັ່ງກ່າວ ຈະເປັນສິ່ງຕັດສິນວ່າ ໝູ່ເກາະໂຊໂລມອນ ຍັງຈະສືບຕໍ່ເສີມຂະຫຍາຍຄວາມສຳພັນຂອງຕົນກັບຈີນ ຫຼື ປ່ຽນໄປໃຊ້ແນວທາງອື່ນ.

ນາຍົກລັດຖະມົນຕີຂອງໝູ່ເກາະໂຊໂລມອນ ທ່ານ ມານາສເຊ ໂຊກາແວ (Manasseh Sogavare), ຜູ້ທີ່ສະແຫວງຫາການດຳລົງຕຳແໜ່ງເປັນສະໄໝທີ 2 ຕິດຕໍ່ກັນ ທີ່ບໍ່ເຄີຍມີມາກ່ອນ, ໄດ້ສຸມໃສ່ການຮັດແໜ້ນສາຍພົວພັນຂອງປະເທດ ກັບຈີນ ໃຫ້ໃກ້ຊິດຍິ່ງຂຶ້ນ ນັບຕັ້ງແຕ່ທ່ານກັບຄືນສູ່ອຳນາດໃນປີ 2019.

ຫຼັງ​ຈາກ​ໄດ້ປ່ຽນ​ການ​ຮັບ​ຮູ້​ທາງ​ການ​ທູດ​ຂອງ​ໝູ່​ເກາະ ໂຊໂລມອນ ຈາກ​ໄຕ້​ຫວັນ​ ມາເປັນ​ຈີນ​ ໃນ​ປີ 2019, ທ່ານ ໂຊກາແວ ໄດ້​ລົງ​ນາມ​ໃນ​ຂໍ້​ຕົກ​ລົງທີ່​ກ່ຽວ​ຂ້ອງກັບ​ຄວາມໝັ້ນຄົງຫຼາຍສະບັບ​ກັບ​ຈີນ, ເຊິ່ງລວມ​ທັງສົນທິ​ສັນ​ຍາ​ຄວາມ​ໝັ້ນ​ຄົງ​ໃນ​ປີ 2022 ແລະ ຂໍ້​ຕົກ​ລົງການ​ຮ່ວມ​ມື​ດ້ານ​ຕຳຫຼວດ​ໃນ​ປີ 2023.

ການ​ພັດ​ທະ​ນາ​ດັ່ງ​ກ່າວ ​ໄດ້​ກະ​ຕຸ້ນ​ໃຫ້ສະຫະລັດ, ອອສເຕຣເລຍ ​ແລະ​ປະ​ເທດ​ໝູ່ເກາະ​ປາ​ຊີ​ຟິກ​ອື່ນໆ​ ສະ​ແດງ​ຄວາມ​ກັງ​ວົນ ​ກ່ຽວ​ກັບ​ຜົນ​ກະ​ທົບ​ດ້ານ​ຄວາມໝັ້ນຄົງ​ຂອງ​ຂໍ້​ຕົກ​ລົງ​ເຫຼົ່າ​ນີ້. ມາ​ຮອດ​ປະຈຸ​ບັນ, ໝູ່​ເກາະ ໂຊໂລມອນ ຍັງ​ບໍ່​ທັນ​ໄດ້​ເປີດ​ເຜີຍ​ລາຍ​ລະອຽດ​ກ່ຽວ​ກັບສົນທິ​ສັນຍາ​ຄວາມ​ໝັ້ນຄົງກັບຈີນນັ້ນ ​ທີ່ກາຍ​ເປັນເລື້ອງນອງນັນ​. ​ເຖິງ​ຢ່າງ​ໃດ​ກໍ​ຕາມ, ຮ່າງ​ຂໍ້​ຕົກລົງ​ທີ່​ຮົ່ວ​ໄຫຼອອກມາ ​ໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ ຈີນອາດໝູນ​ໃຊ້​ຜົນປະໂຫຍດດ້ານຄວາມ​ໝັ້ນຄົງ ​ແລະດ້ານທະເລຂອງ​ປະ​ເທດນີ້.

ອ່ານຂ່າວນີ້ເປັນພາສາອັງກິດ

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG