ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຈີນ ສົ່ງດາວທຽມ ຂຶ້ນສູ່ອະວະກາດ ເພື່ອ ຄົ້ນຄວ້າ ຟາກເບື້ອງມືດ ຂອງດວງຈັນ


ພວກຄົນທັງຫຼາຍ ແນມເບິ່ງ ການຍິງຈະຫຼວດ Long March-5 Y2 ຈາກສູນກາງ ສົ່ງດາວທຽມ ຂຶ້ນສູ່ອະວະກາດ Wenchang ໃນເມືອງເວັນຈາງ ແຂວງໄຮນານ ຂອງຈີນ, ວັນທີ 2 ກໍລະກົດ 2017.
ພວກຄົນທັງຫຼາຍ ແນມເບິ່ງ ການຍິງຈະຫຼວດ Long March-5 Y2 ຈາກສູນກາງ ສົ່ງດາວທຽມ ຂຶ້ນສູ່ອະວະກາດ Wenchang ໃນເມືອງເວັນຈາງ ແຂວງໄຮນານ ຂອງຈີນ, ວັນທີ 2 ກໍລະກົດ 2017.

ຈີນ ໄດ້ເລີ້ມຕົ້ນ ແຜນການທີ່ໄຝ່ຝັນສູງຂັ້ນຕົ້ນ ເພື່ອຈະສົ່ງຍານສຳຫຼວດລົງຈອດຢູ່ຟາກ
ໄກສຸດຂອງດວງເດືອນ.

ຈະຫຼວດ ທີ່ມີຊື່ວ່າ Long March-4C ໄດ້ທະຍານຂຶ້ນ ຈາກຖານສົ່ງຍານອະວະກາດ
Xichang ຢູ່ທາງພາກຕາເວັນຕົກສຽງໃຕ້ຂອງຈີນ ເມື່ອຕອນເຊົ້າວັນຈັນມື້ນີ້ ເຊິ່ງໄດ້
ບັນທຸກ ດາວທຽມຊື່ວ່າ Queqiao ຫຼື ສະພານນົກ ນັ້ນ ຂຶ້ນສູ່ອະວະກາດ.

ອົງການອະວະກາດແຫ່ງຊາດຂອງຈີນ ກ່າວວ່າ ດາວທຽມ Queqiao ຈະຖືກສົ່ງໄປ
ປະຈຳການຢູ່ໃນວົງໂຄຈອນ ປະມານ 455,000 ກິໂລແມັດ ຈາກໂລກ ບ່ອນທີ່ມັນຈະ
ສົ່ງສັນຍານການສື່ສານ ລະຫວ່າງ ພວກຄວບຄຸມຢູ່ພື້ນດິນ ກັບ ຍານສຳຫຼວດດວງຈັນ
Chang’e-4 ທີ່ຈະຖືກສົ່ງຂຶ້ນໄປ ໃນທ້າຍປີນີ້.

ຖ້າປະສົບຜົນສຳເລັດ ຍານສຳຫຼວດດວງຈັນ Chang’e-4 ຈະເປັນຍານສຳຫຼວດ
ທີສອງຂອງຈີນ ທີ່ຈະຄ່ອຍໆລົງຈອດ ຢູ່ດວງຈັນ ຫຼັງຈາກທີ່ ພາລະກິດຂອງປີ 2013
ທີ່ໄດ້ນຳເອົາ ຍານແລ່ນເທິງດວງຈັນ ຫຼື ໂຣເວີ ຊື່ວ່າ Jade Rabbit ລົງຈອດ.

ຈີນວາງແຜນວ່າ ຈະສົ່ງຍານໂຣເວີ ອີກເຄື່ອງນຶ່ງ ຂຶ້ນໄປດວງຈັນ ໃນປີໜ້າ ທີ່ມີຊື່ວ່າ
Chang’e-5 ຊຶ່ງ ຄາດວ່າ ຈະເກັບກຳເອົາຕົວຢ່າງ ຈາກພື້ນຜິວຂອງດວງຈັນ ແລະ
ນຳກັບຄືນມາຍັງໂລກ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG