ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສຳປະທານຂຸດຄົ້ນແຮ່ທາດຫາຍາກຂອງບັນດາບໍລິສັດຈີນ ໄດ້ສົ່ງຜົນກະທົບຕໍ່ປະຊາຊົນໃນລາວເພີ້ມຂຶ້ນນັບມື້


ພວກລົດບັນທຸກກຳລັງຂົນແຮ່ຫາຍາກອອກຈາກໂຄງການຂຸດຄົ້ນແຮ່ຫາຍາກຂອງບໍລິສັດຈີນ ທີ່ໄດ້ຮັບສຳປະທານຈາກລັດຖະບານລາວ.
ພວກລົດບັນທຸກກຳລັງຂົນແຮ່ຫາຍາກອອກຈາກໂຄງການຂຸດຄົ້ນແຮ່ຫາຍາກຂອງບໍລິສັດຈີນ ທີ່ໄດ້ຮັບສຳປະທານຈາກລັດຖະບານລາວ.

ສຳປະທານຂຸດຄົ້ນແຮ່ທາດຫາຍາກຂອງບັນດາບໍລິສັດຈີນ ໄດ້ສົ່ງຜົນກະທົບຕໍ່ປະຊາຊົນໃນລາວເພີ້ມຂຶ້ນນັບມື້ ທັງບໍ່ມີການປ້ອງກັນຜົນກະທົບຕໍ່ສັງຄົມ ແລະ ສິ່ງແວດລ້ອມທຳມະຊາດເລີຍ.

ສະມາຊິກສະພາແຫ່ງຊາດລາວ ເປີດເຜີຍວ່າ ການຂຸດຄົ້ນແຮ່ທາດແບບທົດລອງເລັ່ງດ່ວນ ທີ່ໄດ້ດຳເນີນການຂຸດຄົ້ນນັບຈາກປີ 2021 ເປັນຕົ້ນມາ ໄດ້ສົ່ງຜົນກະທົບຕໍ່ຊີວິດການເປັນຢູ່ຂອງປະຊາຊົນລາວຢ່າງກວ້າງຂວາງ ແລະ ຮຸນແຮງຂຶ້ນນັບມື້ ເພາະວ່າເປັນການຂຸດຄົ້ນແຮ່ທາດທີ່ບໍ່ມີການສຶກສາ ແລະ ສຳຫຼວດເພື່ອປ້ອງກັນຜົນກະທົບຕໍ່ສັງຄົມ ແລະ ສິ່ງແວດລ້ອມທຳມະຊາດ ແຕ່ຢ່າງໃດ ທັງຍັງປະກົດມີການຂຸດຄົ້ນຢ່າງຊະຊາຍ ໂດຍທີ່ບັນດາພະນັກງານລັດທີ່ກ່ຽວຂ້ອງນັ້ນ ບໍ່ໄດ້ດຳເນີນການໃດໆເລີຍ ຕໍ່ບັນດາບໍລິສັດທີ່ໄດ້ຮັບສຳປະທານດັ່ງກ່າວ ໂດຍສະເພາະແມ່ນການຂຸດຄົ້ນແຮ່ທາດຫາຍາກ ທີ່ເປັນສຳປະທານຂອງບັນດາບໍລິສັດຈີນນັ້ນ ກໍຄືພາກສ່ວນທີ່ໄດ້ສົ່ງຜົນກະທົບຢ່າງກວ້າງຂວາງທີ່ສຸດ ໃນປັດຈຸບັນນີ້, ດັ່ງທີ່ສະມາຊິກສະພາແຫ່ງຊາດລາວ ໄດ້ໃຫ້ການຢືນຢັນວ່າ:

“ນິຕິກຳທີ່ເປັນບ່ອນອີງໃນການຂຸດຄົ້ນ ແລະສົ່ງອອກແຮ່ທາດຍັງມີເນື້ອໃນທີ່ບໍ່ຄົບຖ້ວນ-ຮັດກຸມ ແລະບໍ່ທັນໄດ້ກຳນົດອັດຕາຄ່າພັນທະໃຫ້ລັດ ເຊັ່ນ ແຮ່ຫາຍາກ ໃນການພິຈາລະນາ-ຕົກລົງ ໄດ້ຫຼຸດຂັ້ນຕອນຈາກ 9 ຂັ້ນຕອນ ເຫຼືອພຽງແຕ່ 2 ຂັ້ນຕອນ ແຕ່ຍັງບໍ່ທັນມີມາດຕະການອື່ນໆ ທີ່ຮັດກຸມໃນການຕິດຕາມຄຸ້ມຄອງດຳເນີນການຂຸດຄົ້ນຕົວຈິງ ຈຶ່ງບໍ່ສາມາດຮັບປະກັນຄວາມໂປ່ງໃສ ທັງກາຍເປັນຊ່ອງວ່າງເປີດທາງໃນການຕົກລົງຂຸດຄົ້ນແຮ່ທາດແບບຊະຊາຍ ຈົນຄວບຄຸມບໍ່ໄດ້.”

ໂດຍອີງຕາມແຜນຢຸດທະສາດແຫ່ງຊາດ ວ່າດ້ວຍການພັດທະນາອຸດສາຫະກຳການຂຸດຄົ້ນແຮ່ທາດ ເຖິງປີ 2030 ລັດຖະບານລາວ ໄດ້ວາງເປົ້າໝາຍຈະສ້າງລາຍຮັບໃຫ້ໄດ້ໃນມູນຄ່າລວມເຖິງ 2,800 ລ້ານໂດລາ ຊຶ່ງຈະເປັນລາຍຮັບຈາກການອະນຸຍາດໃຫ້ສຳປະທານຂຸດຄົ້ນ ແລະ ການແປຮູບແຮ່ທາດເພື່ອຈຳໜ່າຍທັງພາຍໃນປະເທດ ແລະສົ່ງອອກໄປຕ່າງປະເທດໃຫ້ໄດ້ໃນມູນຄ່າລວມ 23,400 ລ້ານໂດລາ ໃນຊ່ວງປີ 2021-2030 ໂດຍເພີ້ມຂຶ້ນເກີນກວ່າ 40 ເປີເຊັນ ທຽບກັບໃນຊ່ວງປີ 2011-2020 ແຕ່ວ່າ ການທີ່ຈະບັນລຸເປົ້າໝາຍດັ່ງກ່າວໄດ້ຢ່າງແທ້ຈິງນັ້ນ ກໍຈະຕ້ອງມີການສ້າງຕັ້ງໂຮງງານແປຮູບແຮ່ທາດໃຫ້ໄດ້ຕາມແຜນການທີ່ວາງໄວ້ໃນທຸກດ້ານ ຊຶ່ງໃນນີ້ກໍລວມເຖິງການສ້າງຕັ້ງໂຮງງານປຸງແຕ່ງແຮ່ຫາຍາກດ້ວຍ ດັ່ງທີ່ ທ່ານໂພໄຊ ໄຊຍະສອນ ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ຖະແຫຼງຢືນຢັນວ່າ:

“ສົ່ງເສີມ-ສ້າງຕັ້ງໂຮງງານຫຼອມເຫຼັກ ໃຫ້ໄດ້ຢ່າງນ້ອຍ 1 ແຫ່ງ ພາຍໃນປີ 2025 ເພື່ອສ້າງເປັນຜະລິດຕະພັນ ກ່່ອນສົ່ງອອກຈຳໜ່າຍຕ່າງປະເທດ, ຊຸກຍູ້-ສົ່ງເສີມ ໃຫ້ສ້າງຕັ້ງໂຮງງານຜະລິດ Alumina ຢ່າງນ້ອຍ 1 ແຫ່ງ ແລະມີການຜະລິດ Alumina ໃນປີ 2026, ຊຸກຍູ້-ສົ່ງເສີມໃຫ້ມີການສ້າງຕັ້ງໂຮງງານແຮ່ຫາຍາກເປັນທາດດຽວ ກ່ອນການສົ່ງອອກໃຫ້ໄດ້ຢ່າງນ້ອຍ 1 ແຫ່ງ ຢູ່ແຂວງຊຽງຂວາງ ກ່ອນປີ 2030 ແລະຮອດປີ 2027 ຕ້ອງໄດ້ຄັດຈ້ອນບັນດາໂຄງການລົງທຶນ ແຮ່ທາດຫາຍາກໃຫ້ບໍ່ເກີນ 15 ໂຄງການ.”

ແຕ່ຢ່າງໃດກໍຕາມ, ລັດຖະບານລາວກໍໄດ້ຮັບຜົນປະໂຫຍດຈາກການອະນຸຍາດໃຫ້ສຳປະທານຂຸດຄົ້ນແຮ່ທາດໃນອັດຕາທີ່ຕໍ່າຫຼາຍໃນໄລຍະຜ່ານມາ ໂດຍສະເພາະແມ່ນການໃຫ້ສຳປະທານຂຸດຄົ້ນແຮ່ທາດແບບເລັ່ງດ່ວນແກ່ບັນດາບໍລິສັດຈີນ 98 ລາຍ ຊຶ່ງມີຄ່າສຳປະທານລວມພຽງ 228 ລ້ານໂດລາ ໃນຊ່ວງປີ 2021-2023 ໂດຍນອກຈາກຈະເປັນຍ້ອນລັດຖະບານລາວ ບໍ່ມີບຸກຄະລາກອນທີມີຄວາມຮູ້ດ້ານເທັກໂນໂລຈີທີ່ທັນສະໄໝແລ້ວ ກໍຍັງປະກົດດ້ວຍວ່າ ມີການທຸດຈະຣິດໂດຍພະນັກງານລັດເກີດຂຶ້ນຢ່າງກວ້າງຂວາງ ແລະບໍ່ມີການກວດກາສຳປະທານຢ່າງແທ້ຈິງດ້ວຍນັ້ນ ຈຶ່ງເຮັດໃຫ້ການຈັດເກັບລາຍໄດ້ບໍ່ມີປະສິດທິພາບ ແລະຖືກເອົາລັດເອົາປຽບໄດ້ງ່າຍ ທັງຍັງສົ່ງຜົນກະທົບຕໍ່ປະຊາຊົນຢ່າງກວ້າງຂວາງອີກດ້ວຍ.

ໂດຍກໍລະນີຕົວຢ່າງຂອງການຈັດເກັບລາຍຮັບບໍ່ມີປະສິດທິພາບ ແລະມີລາຍຮັບຄ່າສຳປະທານຕໍ່າຫຼາຍໃນໄລຍະຜ່ານມາ ກໍຄື ສຳປະທານການຂຸດຄົ້ນແຮ່ທາດຫາຍາ (Rare Earth) ທີ່ລັດຖະບານລາວ ໄດ້ຮັບສະເລ່ຍພຽງ 30 ໂດລາເທົ່ານັ້ນ ຕໍ່ການຂຸດຄົ້ນແຮ່ຫາຍາກໃນປະລິມານ 1 ໂຕນ ທັງຍັງບໍ່ຮູ້ປະລິມານທີ່ຈະແຈ້ງດ້ວຍວ່າ ບັນດາບໍລິສັດຈີນໄດ້ຂົນສົ່ງແຮ່ຫາຍາກຈາກລາວໄປຈີນເທົ່າໃດແທ້ ໃນໄລຍະທີ່ຜ່ານມາ ເຖິງແມ່ນວ່າບໍລິສັດຈີນ ໄດ້ຂຸດຄົ້ນນັບແຕ່ປີ 2021 ເປັນຕົ້ນມາແລ້ວກໍຕາມ ແຕ່ວ່າກໍຍັງບໍ່ມີລາຍງານຜົນຄືບໜ້າແຕ່ຢ່າງໃດ ທັງໆທີ່ວ່າ ສຳປະທານດັ່ງກ່າວຈະສິ້ນສຸດລົງໃນຕົ້ນປີ 2025 ກໍຕາມ.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG