ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ປະທານປະເທດຈີນ ຈະປາກົດຕົວ ຢູ່ທີ່ກອງປະຊຸມສຸດຍອດ ດ້ານດິນຟ້າອາກາດຂອງໂລກ ນຳພາໂດຍ ສະຫະລັດ


ປະທານປະເທດຈີນ ທ່ານສີ ຈິ້ນຜິງ ຕົບມືໃນລະຫວ່າງປິດກອງປະຊຸມຂອງຄະນະທີ່ປຶກສາດ້ານການເມືອງຂອງພັກປະຊາຊົນຈີນ (Chinese People's Political Consultative Conference)
ປະທານປະເທດຈີນ ທ່ານສີ ຈິ້ນຜິງ ຕົບມືໃນລະຫວ່າງປິດກອງປະຊຸມຂອງຄະນະທີ່ປຶກສາດ້ານການເມືອງຂອງພັກປະຊາຊົນຈີນ (Chinese People's Political Consultative Conference)

ປະທານປະເທດຈີນ ທ່ານສີ ຈິ້ນຜິງ ຈະກ່າວຄຳປາໄສ ໃນວັນພະຫັດມື້ອື່ນນີ້ ຢູ່ທີ່ກອງປະຊຸມສຸດຍອດຂອງໂລກ ກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ ທີ່ໄດ້ຈັດແຈງ ໂດຍປະທານາທິບໍດີສະຫະລັດ ທ່ານໂຈ ໄບເດັນ.

ທ່ານນາງຫົວ ຈຸນຢິງ ໂຄສົກກະຊວງການຕ່າງປະເທດຂອງຈີນ ໄດ້ກ່າວໃນຖະແຫລງການທີ່ຂຽນໃນວັນພຸດມື້ນີ້ວ່າ ປະທານປະເທດ ສີ ຈະກ່າວ “ຄຳປາໄສທີ່ສໍາຄັນ” ໃນລະຫວ່າງກອງປະຊຸມທາງອອນໄລນ໌.

ທ່ານສີ ແມ່ນຮວມຢູ່ໃນບັນດາຜູ້ນໍາຈາກ 40 ປະເທດ ຂອງໂລກ ທີ່ໄດ້ຖືກເຊື້ອເຊີນມາຮ່ວມໃນກອງປະຊຸມສຸດຍອດທາງອອນໄລນ໌ ໄລຍະສອງວັນ ໂດຍລວມມີ ນາຍົກລັດຖະມົນຕີອິນເດຍ ທ່ານນາເຣັນດຣາ ໂມດີ ແລະປະທານາທິບໍດີ ຣັດເຊຍ ທ່ານວລາດີເມຍ ປູຕິນ. ການຮັບເອົາຄຳເຊື້ອເຊີນຂອງທ່ານສີ ມີຂຶ້ນໃນບໍ່ເທົ່າໃດວັນນີ້ ຫຼັງຈາກທີ່ທ່ານຈອນ ແຄຣີ ທູດພິເສດຂອງທ່ານໄບເດັນຮັບຜິດຊອບເລື້ອງການປຽນແປງຂອງດິນຟ້າອາກາດ ໄດ້ເຈລະຈາກັບຄູ່ຕຳແໜ່ງຂອງທ່ານຈາກຈີນ ກໍຄືທ່ານ ສີ ເຊິນຫົວ ຢູ່ໃນນະຄອນຊຽງໄຮ.

ການມີໜ້າຂອງທ່ານສີ ຮ່ວມກັບທ່ານໄບເດັນ ແມ່ນເປັນຄັ້ງທຳອິດຂອງທ່ານ ນັບຕັ້ງແຕ່ທ່ານໄບເດັນໄດ້ເຂົ້າດຳລົງຕຳແໜ່ງໃນເດືອນມັງກອນ ແລະເກີດຂຶ້ນທ່າມກາງຄວາມເຄັ່ງຕຶງທີ່ເພີ້ມຂຶ້ນລະຫວ່າງສອງປະເທດມະຫາອຳນາດດ້ານເສດຖະກິດຍ້ອນບັນຫາຫຼາຍຢ່າງ ທີ່ລວມທັງ ການຄວບຄຸມຢ່າງເຂັ້ມງວດຂອງປັກກິ່ງຕໍ່ຮົງກົງ ທີ່ເປັນເຂດເຄິ່ງປົກຄອງຕົນເອງ ແລະການປະຕິບັດທີ່ໂຫດຮ້າຍທາລຸນຕໍ່ພວກຊົນເຜົ່າວີເກີມຸສລິມຢູ່ໃນແຂວງຊິນຈຽງທາງພາກຕາເວັນຕົກສຽງ ເໜືອຂອງຈີນ.

ແຕ່ທັງສອງປະເທດດັ່ງກ່າວ ປາກົດວ່າ ໄດ້ພົບພື້ນຖານຂອງການຮ່ວມມື ໃນເລື້ອງຫລຸດຜ່ອນການປ່ຽນແປງຂອງດິນຟ້າອາກາດ ໃນຂະນະທີ່ພວກເຂົາເປັນສອງປະເທດທີ່ປ່ອຍແກັສເຮືອນແກ້ວຫຼາຍທີ່ສຸດຂອງໂລກ ຊຶ່ງເປັນການເຊື່ອມໂຍງໂດຍກົງຕໍ່ການປ່ຽນແປງຂອງດິນຟ້າອາກາດ.

ກອງປະຊຸມສຸດຍອດກ່ຽວກັບດິນຟ້າອາກາດຂອງໂລກ ເປັນພາກສ່ວນນຶ່ງຂອງຄວາມພະຍາຍາມຂອງທ່ານໄບເດັນ ທີ່ຈະຟື້ນຟູສະຖານະໃນການນຳພາຂອງສະຫະລັດ ຫຼັງຈາກທີ່ ທ່ານດໍໂນລ ທຣຳ ຜູ້ດຳລົງຕຳແໜ່ງກ່ອນໜ້າທ່ານນັ້ນ ມີທັດສະນະຄະຕິທີ່ບໍ່ຫົວຊາຕໍ່ບັນຫາດັ່ງກ່າວ ລວມທັງການຖອນສະຫະລັດອອກຈາກຂໍ້ຕົກລົງປາຣີ ປີ 2015 ທີ່ໄດ້ກຳນົດຂີດຈຳກັດຕໍ່ການປ່ອຍແກັສຄາບອນຂອງໂລກ. ທ່ານໄບເດັນ ໄດ້ເຂົ້າຮ່ວມຄືນຂໍ້ຕົກລົງດັ່ງກ່າວໃນທັນທີຫຼັງຈາກທີ່ໄດ້ເຂົ້າດຳລົງຕຳແໜ່ງ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG