ຈີນແລະຟິລິບປີນ ໄດ້ກາຍມາເປັນມິດສະຫາຍກັນ ໃນປີ 2016 ຫຼັງຈາກ 4 ປີ ໃນການ
ດິ້ນຮົນຕໍ່ສູ້ ທີ່ທັງສອງຝ່າຍ ຕ່າງກໍຢາກເຂົ້າ ຄອບຄອງ ເກາະດອນ ທີ່ທັງສອງຝ່າຍທຳ
ການປະມົງນັ້ນ. ສາຍພົວພັນແມ່ນໄດ້ດຳເນີນມາດ້ວຍດີ, ແຕ່ວ່າ ໃນເດືອນທັນວາແລະ
ເດືອນມັງກອນຜ່ານມານີ້ ຈີນ ໄດ້ເຄື່ອນຍ້າຍກຳປັ່ນ ຫຼາຍເຖິງ 90 ລຳ ເຂົ້າໄປປິດລ້ອມ
ເກາະດອນນ້ອຍ ອີກແຫ່ງນຶ່ງ ທີ່ມີການຂັດແຍ້ງກັນ ເພື່ອຕິດຕາມເບິ່ງ ການກໍ່ສ້າງທາງ
ແລ່ນຂອງເຣືອບິນ ໂດຍຝ່າຍຟີລິບປີນ.
ເຮືອຂອງກອງທັບເຮືອ ໜ່ວຍຍາມຝັ່ງ ແລະເຮືອປະມົງ ແມ່ນໄດ້ຕິດຕາມສິ້ງຊອມເບິ່ງ,
ແຕ່ເຈົ້າໜ້າທີ່ຟິລິບປີນ ຮູ້ດີວ່າ ຈີນ ແມ່ນມີກຳລັງທະຫານ ທີ່ເຂັ້ມແຂງກວ່າ. ເຖິງຢ່າງ
ນັ້ນ ກໍຕາມ ຟິລິບປີນ ແມ່ນຄາດວ່າ ຈະສືບຕໍ່ການກໍ່ສ້າງດັ່ງກ່າວ ທີ່ເກາະ Thitu ໂດຍ
ທີ່ບໍ່ໄດ້ສ້າງຄວາມເສຍຫາຍ ໃຫ້ແກ່ສາຍພົວພັນກັບຈີນ.
“ມັນຈະດຳເນີນຕໍ່ໄປ, ແຕ່ວ່າ ມັນເບິ່ງຄືວ່າ ບໍ່ມີຄວາມພະຍາຍາມໃດໆ ໃນພາກສ່ວນ
ຂອງລັດຖະບານຟິລິບປີນ ທີ່ຢ່າງນ້ອຍ ກໍກ່າວອັນໃດອັນນຶ່ງ ຫຼືບໍ່ ກໍທຳການການປະ
ທ້ວງທາງການທູດ ກ່ຽວກັບການມີໜ້າຂອງກຳປັ່ນ ຈຳນວນຫຼວງຫຼາຍນີ້ທີ່ຕອບໂຕ້ ຕໍ່
ການເຄື່ອນໄຫວດັ່ງກ່າວນີ້,” ນັ້ນຄືຄຳເວົ້າຂອງທ່ານນາງ Maria Ela Atienza ອາຈານ
ສອນລັດຖະສາດການເມືອງຂອງມະຫາວິທະຍາໄລຟິລິບປີນ ທີ່ໄດ້ກ່າວໄວ້.
ຈີນ ໃຫ້ຄວາມສຳຄັນ ຕໍ່ການມິດຕະພາບທີ່ດີ ກັບຟິລິບປີນ ເພື່ອຮັກສາບໍ່ໃຫ້ ພັນທະມິດ
ຂອງມະນີລາ, ຄືວໍຊີງຕັນ, ເຂົ້າມາຫຍຸ້ງກ່ຽວ ກັບການຖົກຖຽງກັນເລື້ອງເຂດນ່ານນ້ຳແດນ
ດິນ ທີ່ພວກນັກວິເຄາະເຊື່ອວ່າ ການເຄື່ອນຍ້ານກຳປັ່ນ ເຂົ້າໄປໃກ້ກັບເກາະ Thitu ແບບ
ນີ້ ແມ່ນໄດ້ສົ່ງສັນຍານເຕືອນ ໂດຍປາດສະຈາກ່ທີ່ຈະຍຸດຕິການກໍ່ສ້າງ ຢູ່ໃນເກາະດອນ
ດັ່ງກ່າວຫຼືບໍ່ ກໍອາດສ້າງຄວາມຊັກຊ້າ ທາງດ້ານສິ່ງຂອງຢ່າງອື່ນ ອັນໃດອັນນຶ່ງ.
ອ່ານຂ່າວນີ້ເພີ້ມຕື່ມເປັນພາສາອັງກິດ