ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ສື່ມວນຊົນຈີນ ເພັ່ງເລັງໃສ່ຄວາມຮຸນແຮງ ໃນການປະທ້ວງຢູ່ສະຫະລັດ ຊຶ່ງເປັນສ່ວນທີ່ຫາຍໄປຈາກເລື້ອງລາວ


ແມ່ຍິງຄົນນຶ່ງ ຊູກຳປັ້ນຂຶ້ນ ຢູ່ຕໍ່ໜ້າພາບແຕ້ມໃສ່ຝາຂອງທ້າວຈອຣຈ໌ ຟຣອຍດ໌ ໃນນະຄອນຮີວສ໌ຕັນ ລັດເທັກຊັສ, ເມື່ອວັນທີ 8 ມິຖຸນາ 2020.
ແມ່ຍິງຄົນນຶ່ງ ຊູກຳປັ້ນຂຶ້ນ ຢູ່ຕໍ່ໜ້າພາບແຕ້ມໃສ່ຝາຂອງທ້າວຈອຣຈ໌ ຟຣອຍດ໌ ໃນນະຄອນຮີວສ໌ຕັນ ລັດເທັກຊັສ, ເມື່ອວັນທີ 8 ມິຖຸນາ 2020.

ໃນຂະນະທີ່ການປະທ້ວງຂອງສະຫະລັດຍັງດຳເນີນຕໍ່ໄປ ຍ້ອນການຕາຍຂອງທ້າວຈອຣຈ໌ ຟຣອຍດ໌ ຢູ່ນັ້ນ ເຄືອຂ່າຍສື່ມວນຊົນຂອງຈີນ ໄດ້ເພັ່ງເລັງການລາຍງານຂອງພວກເຂົາເຈົ້າໃສ່ເລື້ອງຄວາມບໍ່ສະຫງົບ ແລະການກໍ່ຈະລາຈົນ ແຕ່ກິດຈະກຳທັງຫຼາຍເຫຼົ່ານັ້ນ ເປັນພຽງພາກສ່ວນນຶ່ງຂອງເລື້ອງລາວ ອີງຕາມການກ່າວຂອງບັນດານັກຊ່ຽວຊານ.

ນັບຕັ້ງແຕ່ທ້າວຟອຣຍດ໌ ຊາຍຜິວດຳ ອາຍຸ 46 ປີ ໄດ້ເສຍຊີວິດໃນການຄວບຄຸມໂຕໂດຍຕຳຫຼວດ ໃນນະຄອນມິນເນອາໂປລິສ ເມື່ອວັນທີ 25 ພຶດສະພາ ການປະທ້ວງຕ່າງໆຮຽກຮ້ອງໃຫ້ມີຄວາມຍຸຕິທຳດ້ານເຊື້ອຊາດແລະໃຫ້ມີຄວາມ ຍຸຕິຕໍ່ການທາລຸນໂດຍຕຳຫຼວດນັ້ນ ກໍໄດ້ແຜ່ກະຈາຍອອກໄປ ຫຼາຍກວ່າ 430 ຫົວເມືອງ ໃນທັງໝົດ 50 ລັດ ແລະເຂດນະຄອນຫຼວງ ວໍຊິງຕັນ ດີຊີ ຂອງສະຫະລັດ.

ສື່ມວນຊົນຂອງຈີນທີ່ຄວບຄຸມໂດຍທາງການຢ່າງເຂັ້ມງວດ ໂດຍສ່ວນຫຼາຍໄດ້ເພັ່ງເລັງໃສ່ຫົວຂໍ້ທີ່ໄດ້ຮັບການສະໜັບສະໜຸນໂດຍບັນດາຜູ້ນຳພັກຄອມມິວນິສຂອງປະເທດ ເປັນຕົ້ນກໍຄື ການປະທ້ວງທັງຫຼາຍເທົ່າກັບຄວາມວຸ້ນວາຍ.

ທ່ານສີຈິນ ຫູ ເປັນນັກຂ່າວຂອງຈີນ ແລະເປັນບັນນາທິການ ຂອງ Global Times ທີ່ເປັນໜັງສືພິມຂອງລັດຖະບານ. ເມື່ອມໍ່ໆມານີ້ ທ່ານໄດ້ຂຽນລົງໃນ Weibo ຊຶ່ງຄືກັນກັບທວີດເຕີ້ ຂອງຈີນ ວ່າ “ໃນສາຍຕາຂອງພົນລະເມືອງຊາວອິນເຕີເນັດຂອງຈີນ ໂດຍສ່ວນໃຫຍ່ແລ້ວເຫັນວ່າ ຄວາມວຸ້ນວາຍໃນປັດຈຸບັນ ຢູ່ສະຫະລັດ ເປັນ ‘ລາງວັນ’ ຂອງພວກນັກການເມືອງຜູ້ທີ່ສະໜັບສະໜຸນຄວາມບໍ່ສະຫງົບຢູ່ໃນຮົງກົງ…ຜູ້ທີ່ພວກເຂົາເຈົ້າເອງ ດຽວນີ້ແມ່ນມີບັນຫາແບບດຽວກັນ ແລະພົນລະເມືອງຊາວອິນເຕີເນັດຂອງຈີນ ຮູ້ສຶກໂລ່ງໃຈ ແລະຄຶດວ່າພວກເຂົາ ເຈົ້າ ‘ສົມຄວນໄດ້ຮັບມັນ’.”

ແຕ່ສື່ມວນຊົນຂອງຈີນ ເພັ່ງເລັງໃສ່ການຈະລາຈົນ ແລະຄວາມຮຸນແຮງ ເປັນມິຕິດຽວ ອີງຕາມບັນດາຜູ້ສັງເກດການ ທີ່ໄດ້ກ່າວໄປ.

ທ່ານໂຣເບີດ ແດລີ ຜູ້ອຳນວຍການ ສູນກາງວີລສັນ ຂອງສະຖາບັນ ຄິດຊິງເກີ ກ່ຽວກັບຈີນ ແລະສະຫະລັດ ໄດ້ກ່າວວ່າ ຍ້ອນເຫດຜົນອັນນັ້ນ ລາຍງານຂອງ ອົງການຂ່າວຈີນ ຈຶ່ງໄດ້ເພັ່ງເລັງໃສ່ຄວາມບໍ່ສະຫງົບ ໃນລະຫວ່າງການປະທ້ວງຕ່າງໆທີ່ເປັນຢູ່ ໃນສ່ວນນຶ່ງ ກໍຍ້ອນຄວາມໝາຍຂອງຄຳວ່າ “ຄວາມວຸ້ນວາຍ” ນັ້ນ ແມ່ນແຕກຕ່າງກັນ ໃນວັດທະນະທຳຂອງຈີນ ຫຼາຍກວ່າແບບວັດທະນະທຳໃນສະຫະລັດ.

ໃນສະຫະລັດ ຄວາມໝາຍຂອງຄຳວ່າ ຄວາມວຸ້ນວາຍ ຢູ່ໃນວັດຈະນານຸກົມ Merriam-Webster ນັ້ນແປວ່າ “ພາວະຂອງຄວາມສັບສົນຢ່າງສິ້ນເຊີງ”. ສ່ວນໃນຈີນ ໃນຂະນະທີ່ຄວາມໝາຍໃນວັດຈະນານຸກົມ ອາດຈະຄືກັນຫຼາຍ ຄວາມເຂົ້າໃຈດ້ານວັດທະນະທຳ ຂອງຄວາມວຸ້ນວາຍນັ້ນ ແມ່ນແຕກຕ່າງກັນ.

ລັດຖະບານຖືວ່າ ຄວາມຄິດເຫັນ ຫຼື ການກະທຳໃດໆ ທີ່ຕ້ານຢັນກັບຕົນນັ້ນ ເປັນຄວາມວຸ້ນວາຍ ແລະຊຸກຍູ້ພວກພົນລະເມືອງໃຫ້ມີສະຖຽນລະພາບທາງດ້ານສັງຄົມ ແລະເສດຖະກິດນັ້ນ ແມ່ນສຳຄັນຫຼາຍກວ່າ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG