ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ໜ່ວຍຍາມຝັ່ງ ຍີ່ປຸ່ນ ຊ່ວຍຜູ້​ຊາຍຈີນ ທີ່ບານລູນຕົກ ໃກ້ ໝູ່ເກາະ ທີ່ຂັດແຍ້ງ


ບານລູນຂອງຊາວຈີນຄົນນຶ່ງ ກໍາລັງລອງລອຍ ຢູ່ທະເລ ຊຶ່ງ
ເປັນ​ຈຸດ​ໃຈ ກາງຂອງ​ການ​ໂຕ້​ຖຽງ​ ກ່ຽວ​ກັບເຂດນໍ້າ​ແດນ​ດິນ ລະຫວ່າງ​ຈີນ​ແລະ​ຍີ່​ປຸ່ນ.
ບານລູນຂອງຊາວຈີນຄົນນຶ່ງ ກໍາລັງລອງລອຍ ຢູ່ທະເລ ຊຶ່ງ ເປັນ​ຈຸດ​ໃຈ ກາງຂອງ​ການ​ໂຕ້​ຖຽງ​ ກ່ຽວ​ກັບເຂດນໍ້າ​ແດນ​ດິນ ລະຫວ່າງ​ຈີນ​ແລະ​ຍີ່​ປຸ່ນ.
ໜ່ວຍຍາມ​ຝັ່ງຍີ່ປຸ່ນ ​ໄດ້​ຊ່ວຍ​ກູ້​ໄພຜູ້​ຊາຍຊາວ​ຈີນຄົນ​ນຶ່ງ ​ທີ່ບານ
​ລູນຂອງ​ລາວປະສົບ​ອຸບັດ​ເຫດ​ຕົກ ຂະນະ​ທີ່​ລາວ​ພະຍາຍາ​ມນໍາ
​ເອົາບາ​ນລູນດັ່ງກ່າວລົງ​ຈອດ ​ຢູ່ທີ່ໝູ່ເກາະ ຊຶ່ງ​ເປັນ​ຈຸດ​ໃຈກາງ
ຂອງ​ການ​ໂຕ້​ຖຽງ​ ກ່ຽວ​ກັບເຂດນໍ້າ​ແດນ​ດິນ ລະ ຫວ່າງ​ຈີນ​ແລະ​
ຍີ່​ປຸ່ນ.

ໜ່ວຍ​ຍາມ​ຝັ່ງຍີ່​ປຸ່ນ ກ່າວ​ວ່າ ​ໃນ​ວັນ​ພະຫັດມື້​ນີ້ວ່າ ​ເຂົາ​ເຈົ້າ​ໄດ້
​ພົບ​ເຫັນ ທ້າວ Xu Shuaijun ປະມານ 20 ກິ​ໂລ​ແມັດ ຢູ່​ທາງ
​ທິດ​ໃຕ້​ຂອງໝູ່​ເກາະ ​ໃນ​ເຂດທະ​ເລ​ຈີນຕາ​ເວັນ​ອອກ. ລາຍງານ
ກ່າວ​ວ່າ ລາວ​ບໍ່​ໄດ້​ຮັບ​ບາດ​ເຈັບແລະ​ໄດ້ຖືກ​ນໍາໄປ​ມອບໃຫ້​ແກ່​
ເຮືອ​ລາດຕະ​ເວນ​ຈີນ.

ຜູ້​ຊາຍຊາວ​ຈີນ​ອາຍຸ 35 ປີຄົນ​ນີ້ ​ໄດ້​ອອກ​ຈາກແຂວງ Fujian ​ປະ​ເທດ​ຈີນ ​ໃນ​ວັນ​ພຸດວານ​
ນີ້ ​ແຕ່​ບັນດາ​ເຈົ້າ​ໜ້າ​ທີ່​ກ່າວ​ວ່່າ ລາວ​ໄດ້​ສົ່ງ​ສັນຍານ​ ຂໍ​ຄວາມຊ່ວຍ​ເຫຼືອຈາກ​ພວກກູ້​ໄພ
ບໍ່ພໍ​ເທົ່າໃດ​ຊົ່ວ​ໂມງ​ຕໍ່​ມາ ​ຫລັງ​ຈາກ​ໄດ້​ປະສົບ ​ກັບສະພາບ​ອາກາດ​ປັ່ນ​ປ່ວນ.

ກະຊວງ​ການ​ຕ່າງປະ​ເທດ​ຈີນ ​ໃຫ້​ການ​ຢືນຢັນໃນ​ເວລາ​ຕໍ່ມາ ​ກ່ຽວ​ກັບອຸບັດ​ເຫດ ດັ່ງກ່າວ ​
ແຕ່​ໂຄສົກ​ຂອງ​ກະຊວງ​ຕ່າງປະ​ເທດ​ຈີນ ທ່ານ Qin Gang ​ໄດ້​ເນັ້ນ​ໜັກ​ວ່າ ຜູ້​ຊາຍ​ຄົນ​ນີ້
ເປັນ​ພຽງ​ແຕ່ “ນັກ​ຂີ່​ບານ​ລູນທີ່​ກະຕືລືລົ້ນ” ​ເທົ່າ​ນັ້ນ ​ແລະ​ບໍ່​ພົວພັນ​ກັບລັດຖະບານຈີນ​ແຕ່​
ຢ່າງ​ໃດ.

ທ່ານ Matthew Linley ອາຈານ​ສອນ​ລັດຖະສາດ​ການ​ເມຶ​ອງທີ່​ມະຫາວິທະຍາ​ໄລ
Temple University ​ໃນຍີ່ປຸ່ນ ກ່າວ​ວ່າ ນັບ​ຕັ້ງ​ແຕ່​ຕົ້ນ​ຊຸມປີ 1990 ​ເປັນ ຕົ້ນມາ ບັນດາ
​ພວກ​ນັກ​ຫົວຊາ​ດນິຍົມ​ຕ່າງໆ ​ໄດ້ພາກັນ​ພະຍາຍາມ​ເຂົ້າ​ໄປ​ຍັງ​ໝູ່​ເກາະດັ່ງກ່າວ ​ເພື່ອ
ສະ​ແດ​ງອອກ​ໃຫ້​ເຫັນທ່າ​ທີທາງດ້ານ​ການ​ເມືອງນັ້ນ.​

ໝູ່​ເກາະ​ທີ່​ບໍ່​ມີ​ຄົນ​ອາ​ໄສ​ຢູ່ ຊຶ່ງ​ຮູ້​ກັນ​ໃນ​ຍີ່ປຸ່ນ​ວ່າ Senkaku ​ແລະ Diaoyu ​ໃນ​ພາສາ​ຈີນ​
ນັ້ນ ​ໄດ້​ສ້າງ​ບັນຫາ​ໃຫ້​ແກ່​ຄວາມ​ສຳພັນ​ລະຫວ່າງ​ຈີນ​ກັບ​ຍີ່ປຸ່ນ ມາ​ໄດ້ ຫລາຍ​ທົດ​ສະ​ວັດ​
ແລ້ວ ​ແຕ່​ບັນຫາ​ຂັດ​ແຍ້ງດັ່ງກ່າວ​ ​ໄດ້​ທະວີ​ຄວາມ​ຮ້າຍ​ແຮງ​ຂຶ້ນ ​ໃນ​ໄລຍະ​ສອງ​ສາມ​ປີ
ຜ່ານມານີ້.
XS
SM
MD
LG