ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໐໔ ພຶດສະພາ ໒໐໒໔

ບັນດາບໍລິສັດຂອງຈີນ ທີ່ເຊື່ອມໂຍງກັບ ການຄ້າທາງອອກໄລນ໌ ກຳລັງສ້າງຄວາມສັ່ນສະເທືອນ ໃນລະຫຼາດຂອງສະຫະລັດ


ວີດີໂອ ກ່ຽວກັບລາຍງານນີ້
please wait

No media source currently available

0:00 0:03:05 0:00

ວີດີໂອ ກ່ຽວກັບລາຍງານນີ້

ປະຕິບັດການຕະຫຼາດທາງອອນໄລນ໌ຂອງຈີນ ເຊັ່ນ ບໍລິສັດ ທີມູ ແລະ ເຊອິນ ກຳລັງມາແຮງ ຢູ່ໃນຕະຫຼາດທາງອອນໄລນ໌ ດ້ວຍສິນຄ້າລາຄາຖືກສຸດໆ ຂອງພວກເຂົາເຈົ້າ ແຕ່ວ່າ ບໍລີສັດເຫຼົ່ານີ້ ກຳລັງປະເຊີນກັບຄວາມກັງວົນຈາກພວກລູກຄ້າ ແລະ ລັດຖະສະພາຂອງສະຫະລັດ.

ນາງ ຈີນເນວລ໌ ອາເຣຍສ໌, ຜູ້ຊື້ເຄື່ອງທາງອອນໄລນ໌ ເວົ້າວ່າ:

“ຂ້ອຍໄດ້ຊື້ແປງທາໜ້າອັນນຶ່ງລາຄາຕ່ຳກວ່າ 2 ໂດລາສະຫະລັດ.”

ນາງ ຈີນເນວລ໌ ອາເຣຍສ໌ ໄດ້ພົບເຫັນສະຖານທີ່ແຫ່ງນຶ່ງທີ່ຂາຍເຄື່ອງເສີມຄວາມງາມຕ່າງໆ ໃນລາຄາຖືກສຳລັບລາວ.

ນາງ ອາເຣຍສ໌, ກ່າວວ່າ: ລາວເວົ້າວ່າ: “ຂ້ອຍເຄີຍໃຊ້ ທີມູ ແລະ ຂ້ອຍກໍຍັງຄົງນຳໃຊ້ ທີມູ ຢູ່.”

ໂດຍມີຫ້ອງການໃນນະຄອນບອສຕັນ ຊາວຈີນ ຜູ້ກໍ່ຕັ້ງບໍລິສັດ ທີມູ ເປັນນຶ່ງໃນຄວາມນິຍົມຊົມຊອບຫຼ້າສຸດ ຂອງການຄ້າທາງອອນໄລນ໌.

ນາງ ຈີນເນວລ໌ ອາເຣຍສ໌, ຜູ້ຊື້ເຄື່ອງອອນໄລ ກ່າວວ່າ: ລາວເວົ້າວ່າ: “ແປງທາໜ້າ ທີ່ເຈົ້າຄວນຊື້ ສຳລັບທາແປ້ງຮອງພື້ນໜ້າ ອາດຈະມີລາຄາແພງ ເກືອບ 50 ໂດລາສະຫະລັດ ໃນຮ້ານ ເຊໂພຣາ (Sephora) ຫຼື ຮ້ານຂາຍເຄື່ອງແຕ່ງໜ້າອື່ນໆ. ແຕ່ວ່າ ຂ້ອຍຫາກໍຊື້ອັນນຶ່ງ ໃນລາຄາ 5 ໂດລາ ເທົ່ານັ້ນ ແລະ ມັນໃຊ້ໄດ້ດີກວ່າແປງອັນທີ່ຂ້ອຍມີຢູ່ໃນປັດຈຸບັນນີ້.”

ນາງ ອາເຣຍສ໌ ກ່າວວ່າ ບໍລິສັດທີມູ ມີວິທີທາງເຮັດໃຫ້ຄົນກັບມາຊື້ອີກ.

ນາງ ອາເຣຍສ໌ ກ່າວວ່າ: “ມັນເປັນປະເພດແບບທີ່ເຮັດໃຫ້ຕິດ ໃນທາງທີ່ວ່າ ມັນມີແອັປທີ່ເປັນເກມ ບ່ອນທີ່ເຈົ້າໄດ້ຮັບເຄື່ອງທີ່ຫລຸຸດລາຄາ ຖ້າເຈົ້າຊື້ອັນໃດອັນນຶ່ງ ແລ້ວບໍ່ພໍເທົ່າໃດນາທີຕໍ່ມາ ເຈົ້າກໍໄດ້ຮັບໂບນັດສ໌ ຫຼືບາງສິ່ງບາງຢ່າງເປັນຂອງແຖມຕື່ມ.”

ອີກບ່ອນນຶ່ງ ທີ່ເຈົ້າສາມາດພົບເຫັນສີນຄ້າຈີນລາຄາຖືກໃນການຄ້າທາງອອນໄລນ໌ ກໍແມ່ນບໍລິສັດ ຊີອິນ (Shein) ປັດຈຸບັນມີສຳນັກງານໃຫຍ່ຢູ່ປະເທດສິງກະໂປ.

ປັດໄຈຫຼັກແມ່ນການວາງລາຄາ ຊຶ່ງເປັນແບບແຜນທຸລະກິດທີ່ເປັນເອກະລັກຂອງບໍລິສັດນີ້ ກ່າວໂດຍ ສາສະດາຈານ ດ້ານທຸລະກິດ ທ່ານ ຄຣິສຕອບເຟີ້ ແທັງ ຢູ່ທີ່ມະຫາວິທະຍາໄລ ຄາລີຟໍເນຍ -ລອສແອນເຈີເລສ.

ທ່ານ ສາສະດາຈານ ແທ້ງ ກ່າວວ່າ: “ນອກເໜືອຈາກການຂາຍທາງອອນໄລແລ້ວ ພວກເຂົາຍັງບໍ່ໄດ້ໂຄສະນາຫຍັງຫລາຍ, ພວກເຂົານຳໃຊ້ ພວກຄົນຜູ້ທີ່ສາມາດໂນ້ມນ້າວຈິດໃຈຜູ້ຊື້ໄດ້ ຫຼືທີ່ເອີ້ນວ່າ influencers, ພວກເຂົານຳໃຊ້ວິທີທີ່ເອີ້ນວ່າ ການຄ້າທາງສັງຄົມ ຫຼື Social commerce, ພວກເຂົານຳໃຊ້ອິນສ໌ຕາແກຣມ, ຕິກຕ໊ອກ, ເຟສບູກ ໃນການໂຄສະນາສິນຄ້າ.”

ທ່ານ ແທັງ ກ່າວເຖິງ ບໍລິສັດ ຊີອິນ ວ່າ, ຍົກຕົວຢ່າງ, ສະເໜີໃຫ້ ສິນຄ້າ ແຟສ ແຟຊັນ (Fast Fashion) ແລະ ເຮັດວຽກຢ່າງໃກ້ຊິດກັບໂຮງງານໃນປະເທດຈີນ.

ບໍລິສັດນີ້ ຜະລິດສິນຄ້າຈຳນວນໜ້ອຍຊຸດ ແຕ່ເກັບສະສົມວັດຖຸດິບໄວ້. ແລ້ວນຳໃຊ້ປັນຍາປະດິດ ເພື່ອຕິດຕາມເບິ່ງພຶດຕິກຳຂອງພວກຜູ້ບໍລິໂພກ ຊຶ່ງບໍລິສັດ ຊີອິນ ສາມາດເຄື່ອນຕົວໄດ້ໄວ ໃນການຕອບສະໜອງຕໍ່ຄວາມຕ້ອງການຂອງລູກຄ້າທັງຫຼາຍ.

ທ່ານ ແທັງ ອະທິບາຍອີກວ່າ: “ສິນຄ້າຊະນິດໃດທີ່ພວກເຂົາກຳລັງເບີ່ງ? ສິນຄ້າແນວໃດທີ່ພວກເຂົາຊື້? ຕໍ່ຈາກນັ້ນ ພວກເຮົາພະຍາຍາມຕິດຕາມເບິ່ງຄວາມນິຍົມຕ່າງໆ. ຖ້າເປັນຄວາມນິຍົມຂອງລະດູການ ແມ່ນເປັນສິນຄ້າທີ່ຈະຂາຍດີແທ້ໆ ດັ່ງນັ້ນ ພວກເຂົາກໍບອກໃຫ້ໂຮງງານຜະລິດສິນຄ້າເຫຼົ່ານັ້ນ ຈຳນວນຫຼວງຫຼາຍ.”

ອີກເຫດຜົນນຶ່ງຄືລາຄາຕ່ຳ: ອັນເປັນສ່ອງວ່າງທາງດ້ານກົດໝາຍອາກອນຂອງສະຫະລັດ ທີ່ໄດ້ະນຸຍາດໃຫ້ບັນດາບໍລິສັດ ນຳສົ່ງສິນຄ້າຕ່າງໆທີ່ມີມູນຄ່າຕໍ່າກວ່າ 800 ໂດລາສະຫະລັດ ເຂົ້າມາພາຍໃນປະເທດ ໂດຍບໍ່ໄດ້ເສຍພາສີນຳເຂົ້າ.

ບັນດາສະມາຊິກສະພາຈຳນວນນຶ່ງ ມີຄວາມກັງວົນວ່າ ສິນຄ້າທັງຫຼາຍທີ່ຂາຍຢູ່ໃນເວັບໄຊເຫຼົ່ານີ້ ອາດເຊື່ອມໂຍງກັບການບັງຄັບໃຊ້ແຮງງານຊາວວີເກີ.

ໂຄສົກປະຈຳບໍລິສັດຊີອິນ ກ່າວວ່າ ບໍລິສັດ ມີນະໂຍບາຍສູນກໍລະນີ ໃນການບັງຄັບໃຫ້ອອກແຮງງານ ແລະ ໝັ້ນໝາຍທີ່ຈະເຄົາລົບສິດທິຂອງພວກແຮງງານ ທົ່ວທຸກລະບົບຕ່ອງໂສ້ຂອງການສະໜອງສິນຄ້າຂອງຕົນ.

ສ່ວນບໍລິສັດທີມູ ຍັງບໍ່ໄດ້ຕອບ ຕໍ່ກັບຄຳຮຽກຮ້ອງໃຫ້ມີຄວາມຄິດເຫັນ ຂອງ ວີໂອເອ.

ແຕ່ວ່າ ນັກສຶກສາ ວິທະຍາໄລ ຜູ້ນຶ່ງ ທ້າວ ຊາຮານ ຣິຢາສ ກ່າວວ່າ: ລາວຈະບໍ່ຊື້ສິນຄ້າ ຈາກພວກບໍລິສັດປະເພດ ທາງອອນໄລນ໌ ແບບທັງຫຼາຍເຫຼົ່ານັ້ນ.

ທ້າວ ຊາຮານ ຣິຢາສ ນັກສືກສາ ວິທະຍາໄລ ກ່າວວ່າ: “ແຟສ ແຟຊັນ ສ້າງບັນຫາຫຼາຍຢ່າງ ເປັນຕົ້ນແມ່ນ ດ້ານສິດທິຂອງພວກແຮງງານ ໂດຍສະເພາະ ຢູ່ບັນດາຕ່າງປະເທດ ແລະ ມັນຍັງສ້າງຂີ້ເຫຍື່ອຫຼວງຫຼາຍ.”

ນາງ ອາເຣຍສ໌ ກ່າວວ່າ ລາຄາທີ່ຖືກຫຼາຍນັ້ນ ຍ່ອມຈະມີຜົນເສຍໃດນຶ່ງ.

ນາງ ຈີນເນວລ໌ ອາເຣຍສ໌, ຜູ້ຊື້ເຄື່ອງທາງອອນໄລນ໌ ກ່າວວ່າ: “ແທ້ຈິງແລ້ວ ຂ້ອຍເຄີຍສັ່ງຊື້ເຄື່ອງ ທີ່ມັນໄດ້ສູນຫາຍ. ເຈົ້າກໍຕ້ອງຍອມຮັບໃນໂອກາດທີ່ຈະເປັນແນວນັ້ນ ເພາະລາຄາທີ່ເຈົ້າຈ່າຍໄປນັ້ນ ມັນຖືກຫຼາຍແທ້ໆ.”

ແຕ່ຄຳຮ້ອງທຸກຂອງພວກຜູ້ບໍລິໂພກ ທີ່ສົ່ງໄປທາງເວບໄຊຂອງຫ້ອງການທຸລະກິດທີ່ດີ ປະກອບດ້ວຍການຈົ່ມເຖິງ ຄຸນະພາບສິນຄ້າ, ການຈັດສົ່ງ ຫຼື ການບໍລິການລູກຄ້າຂອງທັງສອງບໍລິສັດດັ່ງກ່າວ.

ແຕ່ບໍລິສັດ ເຊັ່ນວ່າ ທີມູ ແລະ ຊີອິນ ຈະສືບຕໍ່ປະສົບຜົນສຳເລັດ, ທ່ານແທັງ ກ່າວ.

ສາສະດາຈານດ້ານທຸລະກິດ ທ່ານ ຄຣິສຕອບເຟີ້ ແທັງ ກ່າວວ່າ: “ພວກຜູ້ບໍລິໂພກຊາວອາເມຣະກັນ ມັກເຄື່ອງທີ່ຫລຸດລາຄາ ດັ່ງນັ້ນ, ການສະເໜີປະເພດເຄື່ອງລາຄາດີໆນີ້ ຄ້ອນຂ້າງຍາກທີ່ຈະມີຄູແຂ່ງໃຫ້ລາຄາຖືກກວ່າ.”

ນາງ ອາເຣຍສ໌ ກ່າວວ່າ ລາວເປັນຄົນເລືອກຫຼາຍ ໃນສິ່ງທີ່ລາວຈະຊື້, ລາວຈະຢູ່ຫ່າງໄກຈາກພວກ ແຟສ ແຟຊັນ ເນື່ອງຈາກເປັນຂີ້ເຫຍື່ອ. ແຕ່ວ່າ, ລາວຈະສືບຕໍ່ຊອກຊື້ສິນຄ້າ ທີ່ຫລຸດລາຄາ ຢູ່ ທີມູນີ້ ທີ່ລາວສາມາດໃຊ້ໄດ້ ຢ່າງຍາວນານ.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG