ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ຈີນ​ ລົງທຶນຢູ່ຕ່າງປະເທດຕໍ່າສຸດ ໃນຮອບ 13 ປີ ຂະ​ນະ​ທີ່​ ສ​ຫ​ລ ​ໃຫ້ ​ຄຳ​ໝັ້ນ​ສັນ​ຍາ​ວ່າ ຈະ​ລົງ​ທຶນ ​ຢູ່ໃນທະ​ວີບ​ອາ​ຟ​ຣິ​ກາ

(ພາບ​ໃນ​ແຟ​ມ) ຊາຍ​ຄົນ​ນຶ່ງ​ຍ່າງກາຍກະ​ດານ​ຂ່າວ​ຂອງ​ລັດ​ຖະ​ບານ​ທີ່​ໂຄ​ສະ​ນາໂຄງ​ການ​ລິ​ເລີ້ມ​ນຶ່ງ​ແລວ​ທາງ ນຶ່ງ​ເສັ້ນ​ທາງ (Belt and Road Initiative) ຂອງ​ປະ​ທານ​ປະ​ເທດ​ຈີນ, ທ່ານ ສີ ຈິ້ນ​ຜິງ ຢູ່ນອກ​ສະ​ຖາ​ນີ​ລົດ​ໄຟ​ໃຕ້​ດ​ິນ, ນະ​ຄອນ​ຫລວງ​ປັກ​ກິ່ງ, ວັນ​ທີ 28 ສິງ​ຫາ, 2018

ການຢ້ຽມຢາມອາຟຣິກາເມື່ອມໍ່ໆ​ມານີ້ ໂດຍທ່ານນາງ ລິນ​ດາ ໂທ​ມັ​ສ-ກ​ຣີນ​ຟຽ​ລ (Linda Thomas-Greenfield), ເອກອັກຄະລັດຖະທູດສະຫະລັດ ປະຈຳສະ​ຫະ​ປະ​ຊາ​ຊາດ ແລະ ລັດຖະມົນຕີ ກະຊວງການເງິນສະຫະລັດ, ທ່ານນາງ ແຈນ​ເນັດ ເຢ​ເລນ (Janet Yellen) ໄດ້ມີຂຶ້ນ ໃນຂະນະທີ່ ການສຶກສາໃໝ່ພົບວ່າ ການລົງທຶນຢູ່ ຕ່າງປະເທດຂອງຈີນ ໃນຍຸກໂຄວິດ-19 ແມ່ນຕໍ່າສຸດ ໃນຮອບ 13 ປີ. ຈີນ​ໄດ້​ລົງທຶນ​ຢ່າງ​ຫຼວງ​ຫຼາຍ ​ຢູ່ໃນ​ອາ​ຟຣິກາ ​ໂດຍ​ຜ່ານ​ໂຄງ​ການລິ​ເລີ້​ມ ນຶ່ງ​ແລວ​ທາງ​ນຶ່ງ​ເສັ້ນທາງ ແລະເມື່ອ​ບໍ່​ດົນ​ມາ​ນີ້, ສະ​ຫະ​ລັດ ​ຍັງ​ໄດ້​ໃຫ້​ຄຳ​ໝັ້ນ​ສັນຍາ ໃນ​ການ​ລົງທຶນ, ​ຊຶ່ງ​ນັກວິ​ເຄາະ​ກ່າວ​ວ່າ ວໍ​ຊິງ​ຕັນ​ພະຍາຍາມທີ່​ຈະ​ແຂ່ງຂັນ​ກັບ​ຈີນ ​ເພື່ອໃຫ້​ມີ​ອິດ​ທິພົນ​ ຢູ່ໃນ​ທະ ວີບນັ້ນ.

ບົດ​ລາຍ​ງານ​ຂອງ​ສູນກາງ​ນະ​ໂຍບາຍ​ການ​ພັດທະນາ​ໂລກ​ ຂອງ​ມະຫາວິທະຍາ​ໄລ ບອ​ສ​ຕັນ​ໄດ້​ພົບ​ເຫັນ​ສັນຍາ​ກູ້​ຢືມ​ເງິນ​ຈາກ​ທະນາຄານ ​ທີ່​ຮັບ​ໃຊ້ນະ​ໂຍບາຍ​ສອງ​ແຫ່ງ​ຂອງ​ຈີນ (ຄື ທະນາຄານ​ພັດທະນາ​ຂອງຈີນ​ ແລະ​ທະນາຄານ​ຂາ​ອອກ​ຂາເຂົ້າ​) ທີ່ມີ​ມູນ​ຄ່າ 3.7 ຕື້​ໂດ​ລາ​ ໃນ​ປີ 2021. ແຕ່​ກົງ​ກັນ​ຂ້າມ ໃນ​ຊ່ວງ​ປີ 2008 ຫາ 2021 ຈໍ​າ​ນວນ​ເງິນກູ້​ຢື​ມ​ແມ່ນ 496 ຕື້​ໂດ​ລາ ຊຶ່ງສະເລ່ຍແລ້ວ​ແມ່ນຕົກເປັນ 35.6 ຕື້ໂດລາຕໍ່ປີ.

ທ່ານ​ນາງ Linda Thomas-Greenfield, ເອກ​ອັກ​ຄະ​ລັດ​ຖະ​ທູດ​ສະ​ຫະ​ລັດ​ປະ​ຈຳ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ ຖືກ​ຕ້ອນ​ຮັບ​ໂດຍເອກ​ອັກ​ຄະ​ລັດ​ຖະ​ທູດ ສ​ຫລ ປະ​ຈຳ​ໂຊ​ມາ​ເລຍ, ທ່ານ Larry Andre (ກາງ​ຊ້າຍ) ຂະ​ນະ​ທີ່​ທ່ານ​ນາງ​ໄປ​ເຖິງ​ນະ​ຄອນ​ຫລວງໂມ​ກາ​ດິ​ສ​ຊູ, ປະ​ເທດ​ໂຊ​ມາ​ເລຍ, ວັນ​ທີ 29 ມັງ​ກອນ, 2023.

ຈີນ​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ​ທີ່​ຈະ​ຮຽກ​ເອົາ​ເງິນທີ່​ໃຫ້ກູ້ຢືມ​ຄືນ ​ຈາກ​ຫຼາຍ​ປະ​ເທດ​ໃນ​ອາ​ຟຣິກາ ​ແລະ​ ປັດຈຸບັນ ​ຕ້ອງໄດ້​ເຂົ້າ​ຮ່ວມ​ການ​ເຈລະຈາ​ປ່ຽນສ້າງ​ໂຄງ​ໜີ້​ສິນ​ຄືນທີ່​ສັບສົນ. ປັດຈຸບັນ, ການ​ເຈລະຈາ​ໜີ້​ສິນ​ ພວມ​ເກີດ​ຂຶ້ນ​ຢູ່​ໃນ​ປະ​ເທດ​ແຊມ​ເບຍ.

ເມື່ອຖືກຖາມວ່າ ປັກກິ່ງຖືກສັ່ງສອນໃຫ້​ຈື່​ ຍ້ອນປະສົບການເຫຼົ່ານີ້ ຊຶ່ງເຮັດໃຫ້ມີການຫຼຸດຄໍາຫມັ້ນສັນຍາ ໃຫ້ເງິນກູ້ຢືມລົງ ຫລືບໍ່ນັ້ນ, ນັກຄົ້ນຄວ້າອາວຸໂສ, ທ່ານ​ນາງ​ເຣບ​ບິກ​ກາ ເຣ (Rebecca Ray), ຜູ້ຂຽນບົດ​ຄົ້ນ​ຄວ້າຮ່ວມ ກ່າວວ່າ ເຖິງ​ແມ່ນ​ວ່າ ຈີນໄດ້ຢຸດເຊົາການໃຫ້ເງິນກູ້ຢືມ​ເງິນຊຸດໃຫມ່ ແກ່ບາງປະເທດ ທີ່ບໍ່ສາມາດຊໍາລະຫນີ້ສິນທີ່ມີຢູ່ແລ້ວ ເຊັ່ນເວ​ເນ​ຊູ​ເອ​ລານັ້ນ​ກໍ​ຕາມ ປະ​ເທດນີ້​ກໍຍັງ​ກຳ​ລັງ​ທຳການ​ເຈລະ​ຈາໃຫ້​ແລ້ວ ​ກ່ຽວ​ກັບ​ການໃຫ້​ເງິນກູ້​ຢືມໃນ​ອະ​ນາ​ຄົດກ້ອນໃຫຍ່ ​ກັບ​ປະ​ເທດ​ທີ່​ເປັນ​ໜີ້​ອີກ​ປະ​ເທດ​ນຶ່ງ ຄືປາ​ກິ​ສ​ຖານ.

ທ່ານນາງກ່າວອີກວ່າ "ໃນຂະນະທີ່ຈີນອາດຈະລັງເລທີ່ຈະ 'ສົ່ງເງິນທີ່ດີ ຫຼັງຈາກເຫດ​ການບໍ່ດີ,' ໃນບາງ ກໍລະນີຂອງຜູ້ກູ້ຢືມ ທີ່ບໍ່ສາມາດຊໍາລະໜີ້ຄືນໄດ້, ລະດັບຫນີ້ສິນທີ່ສູງຢູ່ ເບິ່ງຄືວ່າບໍ່ໄດ້ເປັນສິ່ງຂັດຂວາງ​ຢ່າງເຕັມທີ່ສໍາລັບພວກເຂົາເຈົ້າໃນ​ການ​ໃຫ້​ກູ້​ຢື​ມ ເງິນ."

​ທ່ານ Qin Gang, ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ (ທີ​ສອງ ຊ້າຍ) ແລະ​ທ່ານ Moussa Faki Mahamat (ກາງ) ປະ​ທານ​ສະ​ຫະ​ພາບ​ອາ​ຟ​ຣິ​ກາກ ເຂົ້າ​ຮ່ວມ​ພິ​ທີ​ເປີດ​ສູນ​ກາງ​ຄວບ​ຄຸມ ແລະ​ປ້ອງ​ກັນະ​ຍາດ​ຂອງ​ທະ​ວີບ​ອາ​ຟ​ຣິ​ກາທີ່​ນະ​ຄອນ​ຫລວງອາ​ດິ​ສ ອາ​ບາ​ບາ ຂອງ​ເອ​ທິ​ໂອ​ເປຍ, ວັນ​ທີ 11 ມັງ​ກອນ, 2023

ໃນອາຟຣິການັ້ນ, ທ່ານ​ນາງໂທ​ມັ​ສ-ກ​ຣີນ​ຟຽ​ລ ໄດ້ຖິ້ມໂທດໃສ່ຈີນສໍາລັບການ​ເປັນຫນີ້ ຫລາຍຂອງ ບັນດາປະເທດໃນອາຟຣິກາ. ທ່ານ​ນາງ​ຍັງ​ໄດ້​ກ່າວ​ວ່າ, ​ເຖິງ​ແມ່ນ​ວ່າ ທ່ານ​ຈິນ ​ກາງ (Qin Gang) ລັດຖະມົນຕີ​ການ​ຕ່າງປະ​ເທດ​ຄົນ​ໃໝ່​ຂອງ​ຈີນ ຍັງ​ຢູ່​ໃນ​ທະວີບ​ດັ່ງກ່າວຫວ່າງ​ມໍ່ໆ​ນີ້, “ສິ່ງ​ທີ່​ຂ້າພະ​ເຈົ້າ​ໄດ້​ຍິນຢ່າງ​ຈະ​ແຈ້ງຈາກ... ປະຊາຊົນ ​ແລະ ຜູ້​ນຳ​ໃນ​ເວລາ​ທີ່​ຂ້າພະ​ເຈົ້າ​ຢູ່​ທີ່​ນັ້ນ ​ແມ່ນ​ອາ​ເມ​ຣິ​ກາແມ່ນ​ຢູ່​ໃນ​ໃຈ​ຂອງ​ເຂົາ​ເຈົ້າ, ​ແລະ​ເຂົາ​ເຈົ້າ​ຮູ້ສຶກ​ຂອບໃຈ​ເປັນ​ພິ​ເສດ ຕໍ່ກອງປະຊຸມສຸດຍອດຜູ້ນໍາອາຟຣິກາທີ່ ພວກເຮົາຫາກໍ ເປັນເຈົ້າພາບຈັດ​ຂຶ້ນ ແລະຄວາມພະຍາຍາມທີ່ພວກເຮົາກໍາລັງເຮັດ ເພື່ອໃຫ້ມີສ່ວນຮ່ວມຢ່າງຫ້າວຫັນ ໃນທະວີບອາຟຣິກາ."

ວໍ​ຊິງ​ຕັນ​ໃຫ້​ຄຳ​ໝັ້ນ​ສັນ​ຍາວ່າ​ຈະ​ລົງ​ທຶນ 55 ຕື້​ໂດ​ລາ ​ໃນ​ອາ​ຟ​ຣິ​ກາຢູ່​ໃນ​ກອງ​ປະ​ຊຸມ​ສຸດຍອດສະ​ຫະ​ລັດ​-ອາ​ຟ​ຣິ​ກາ​ ໃນ​ເດືອນ​ທັນ​ວາຜ່ານ​ມາ.

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG