ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຄົນ​​ຈີນ​ 2 ​ຄົນຖືກກ່າວ​ຫາ​ວ່າ ທຳ​ການ​ຟອກ​ເງິນແບບ​ດີ​ຈິ​ຕອ​ລ ໃນ​ມູນ​ຄ່າ 100 ລ້ານ​ໂດ​ລາ ທີ່​ຖືກລັກ​ມາ


ພາບ​ລວມ​ຂອງ​ຕຶກ​ກະ​ຊວງ​ຍຸ​ຕິ​ທຳ​ຂອງ​ສະ​ຫະ​ລັດ ​ໃນ​ນະ​ຄອນ​ຫລວງວໍ​ຊິງ​ຕັນ
ພາບ​ລວມ​ຂອງ​ຕຶກ​ກະ​ຊວງ​ຍຸ​ຕິ​ທຳ​ຂອງ​ສະ​ຫະ​ລັດ ​ໃນ​ນະ​ຄອນ​ຫລວງວໍ​ຊິງ​ຕັນ

ຄົນ​ສັນ​ຊາດ​ຈີນ​ສອງ​ຄົນຖືກ​ໄອ​ຍະ​ການ​ສະ​ຫະ​ລັດ​ກ່າວ​ຫາ​ວ່າ ທຳ​ການ​ຟອກ​ເງິນຕາ​ທາງ​ດິ​ຈີ​ຕອ​ລ ໃນ​ມູນ​ຄ່າ​ຫລາຍກວ່າ 100 ລ້ານ​ໂດ​ລາ ທີ່​ຖືກ​ພວກນັກລັກເຈາະ​ຂໍ້​ມູນຊາວ​ເກົາ​ຫລີ​ເໜືອ ​ລັກ​ໄປ​ໃນ​ປີ 2018 ນັ້ນ.

​ທ້າວ ທຽນ ຢິນຢິນ (Tian Yinyin) ແລະ ທ້າວລີ ເຈຍດອງ (Li Jiadong) ຖືກ​ກ່າວ​ຫາ​ວ່າ​ຮ່ວມ​ຫົວ​ກັນທຳ​ການ​ຟອກ​ເງິນ ແລະ​ດຳ​ເນີນ​ທຸ​ລະ​ກິດ​ໂອນ​ເງິນ ແບບບໍ່​ມີ​ໃບ​ອະ​ນຸ​ຍາດ, ອີງ​ຕາມ​ການ​ຟ້ອງ​ຮ້ອງ​ທີ່​ເປີດ​ເຜີຍ​ອອກ​ມາ​ໃນ​ວັນ​ຈັນ​ວານນີ້.

ພວກ​ເຈົ້າ​ໜ້າ​ທີ່​ສະ​ຫະ​ລັດ​ກ່າວ​ວ່າ ພວກນັກລັກເຈາະ​ຂໍ້​ມູນຊາວ​ເກົາ​ຫລີ​ເໜືອ ໄດ້​ລັກ​ເອົາ​ເງິນ​ເກືອບ​ຮອດ 250 ລ້ານ​ໂດ​ລາ ຢູ່​ໃນ​ການ​ແລກ​ປ່ຽນ​ເງິນ​ທາງ​ອິ​ເຕີ​ແນັດ​ໄປໃນ​ປີ 2018 ກ່ອນ​ຈະ​ທຳ​ການ​ຟອກ​ເງິນ​ໂດຍ​ຜ່ານ​ການ​ເຮັດ​ທຸ​ລະ​ກຳ ຫລາຍ​ຮ້ອຍ​ຄັ້ງ ​ເພື່ອ​ເຮັດ​ໃຫ້ເປັນ​ການ​ຍາກ​ທີ່​ຈະນຳ​ຮ່ອງ​ຮອຍ​ຂອງການ​ລັກ​ຂະ​ໂມຍໄດ້. ພວກນັກລັກເຈາະ​ຂໍ້​ມູນນັ້ນ ຖືກ​ກ່າວ​ຫາ​ວ່າ ຢູ່​ເບື້ອງ​ຫລັງ​ຂອງ​ການ​ລັກ​ຂະ​ໂມຍ​ເງິນປະ​ມານ 50 ລ້ານ​ໂດ​ລາ ​ຈາກການ​ແລກ​ປ່ຽນ​ເງິນ​ທາງ​ອິ​ເຕີ​ແນັດ​ໃນ​ປີ 2019.

ນອກ​ຈາກ​ການ​ຕັ້ງ​ຂໍ້​ຫາ​ທາງ​ອາ​ຍາ​ຕໍ່​ທ້າວຢິນ​ຢິນ ແລະ​ເຈຍດອງ​ແລ້ວ, ພວກ​ໄອ​ຍະ​ການ​ຍັງ​ໄດ້​ຍື່ນ​ຄຳ​ຟ້ອງ​ຮ້ອງ​ຢູ່​ໃນ​ສານ​ລັດ​ຖະ​ບານ​ກາງ​ໃນ​ນະ​ຄອນ​ວໍ​ຊິງ​ຕັນ​ອີກ ເພື່ອ​ຢຶດ​ເອົາ​ການ​ຄວບ​ຄຸມ​ບັນ​ຊີ​ເງິນຕາ​ທາງ​ດິ​ຈີ​ຕອ​ລ 113 ບັນ​ຊີ ແລະ​ເອົາ​ທີ່​ຢູ່ ​ທີ່​ໃຊ້ໂດຍ​ສອງ​ຄົນ​ນັ້ນ ແລະ​ຜູ້​ສົມ​ຮູ້​ຮ່ວມ​ຄິດ​ຄົນ​ອື່ນໆ​ອີກ.

ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ຍຸ​ຕິ​ທຳ, ທ່ານ ໄບ​ຣ​ແອນ ເອ. ເບ​ນ​ສ໌​ຄ​ອ​ຟ​ສ​ກີ (Brian A. Benczkowski) ກ່າວ​ໃນ​ຖະ​ແຫລງ​ການ​ສະ​ບັບ​ນຶ່ງວ່າ "ການ​ກະ​ທຳ​ໃນ​ມື້ນີ້ ໄດ້​ເນັ້ນ​ໃຫ້​ເຫັນ​ວ່າ ກະ​ຊວງ​ຈະເຈາະ​ຜ້າ​ຄຸມ​ໜ້າ​ຂອງ​ຜູ້ລຶກ​ລັບທີ່ໄດ້​ມາຈາກ​ເງິນ​ຕາ​ທາງ​ດິ​ຈີ​ຕອ​ລ ​ເພື່ອ​ເຮັດ​ໃຫ້​ຜູ້ກໍ່​ອາດ​ຊະ​ຍາ​ກຳຕ້ອງ​ຮັບ​ເອົາ​ຄວາມ​ຮັບ​ຜິດ​ຊອບ​ຂອງເຂົາ, ບໍ່​ວ່າ​ພວກ​ເຂົາ​ຈະ​ຢູ່​ໃສ​ກໍ​ຕາມ".

ທ້າວ ຢິນ ຢິນ (Yinyin) ແລະ ເຈຍດອງ (Jiadong) ໄດ້​ດຳ​ເນີນ​ການບໍ​ລິ​ການ​ໃນ​ການ​ໂອນ​ເງິນ​ທາງ​ອິນ​ເຕີ​ແນັດ ແຕ່​ວ່າ ໄດ້​ເຮັດ​ທຸ​ລະ​ກິດ​ຢູ່​ໃນ​ສະ​ຫະ​ລັດ ໂດຍບໍ່​ມີ​ໃບ​ອະ​ນຸ​ຍາດ​ຈາກ​ເຄືອ​ຂ່າຍ​ການ​ປະ​ຕິ​ບັດ​ກົດ​ໝາຍ​ດ້ານ​ອາດ​ຊະ​ຍາ​ກຳ​ທາງ​ການ​ເງິນ.

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG