ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ບໍລິສັດຜູ້ລົງທຶນຈາກ ຈີນ ຢືນຢັນວ່າ ການກໍ່ສ້າງທາງດ່ວນ ວຽງຈັນ-ວັງວຽງ ຈະແລ້ວ ແລະ ເປີດໃຊ້ໃນທ້າຍປີ 2020


ກຳມະກອນກຳລັງກໍ່ສ້າງທາງດ່ວນ ວຽງຈັນ-ວັງວຽງ.
ກຳມະກອນກຳລັງກໍ່ສ້າງທາງດ່ວນ ວຽງຈັນ-ວັງວຽງ.

ບໍລິສັດຜູ້ລົງທຶນຈາກ ຈີນ ຢືນຢັນວ່າ ການກໍ່ສ້າງທາງດ່ວນ ວຽງຈັນ-ວັງວຽງ ຈະແລ້ວສຳເລັດ ແລະ ເປີດໃຊ້ໃນທ້າຍປີ 2020 ນີ້ ໂດຍຈະເກັບຄ່າທຳນຽມທາງໃນອັດຕາ 62,000 ກີບຕໍ່ຖ້ຽວ.


ທ່ານ ຂັດຕິຍະສັກ ໄຊຍະວົງ ຫົວໜ້າຄະນະກຳມະການຄຸ້ມຄອງໂຄງການກໍ່ສ້າງທາງດ່ວນທີ່ເຊື່ອມຕໍ່ຈາກນະຄອນຫຼວງວຽງຈັນໄປທີ່ເມືອງວັງວຽງ ແຂວງວຽງຈັນ ຖະແຫຼງວ່າບໍລິສັດ ຢຸ່ນໜານ ກໍ່ສ້າງ ແລະ ການລົງທຶງຈາກ ຈີນ ໃນຖານະທີ່ເປັນຜູ້ລົງທຶນ ແລະ ຜູ້ໄດ້ຮັບສຳປະທານໂຄງການຈາກລັດຖະບານ ລາວ ນັ້ນໄດ້ດຳເນີນການກໍ່ສ້າງທາງດ່ວນດັ່ງກ່າວຄືບໜ້າໄປແລ້ວເກີນກວ່າ 71​ ເປີ ເຊັນຂອງໂຄງການທີ່ມີໄລຍະທາງຍາວ 113.5 ກິລໂລແມັດ ດ້ວຍເຫດນີ້ຈຶ່ງເຊື່ອໝັ້ນວ່າ ການກໍ່ ສ້າງທາງດ່ວນດັ່ງກ່າວນີ້ຈະແລ້ວສຳເລັດ ແລະ ເປີດໃຊ້ໄດ້ກ່ອນວັນຊາດ ລາວ ທີ 2 ທັນວາ 2020 ຢ່າງແນ່ນອນ.

ທັງນີ້ບໍລິສັດຢຸ່ນໜານກໍ່ສ້າງ ແລະ ການລົງທຶນຈາກ ຈີນ ໄດ້ໃຊ້ເງິນທຶນເຖິງ 1,300 ລ້ານໂດລາ ສຳລັບການກໍ່ສ້າງທາງດ່ວນ ວຽງຈັນ-ວັງວຽງ ນັບຈາກທ້າຍປີ 2018 ເປີນຕົ້ນມາ ແຕ່ກໍໄດ້ຈັດສັນຫຸ້ນໃນສັດສ່ວນ 5 ເປີເຊັນຂອງມູນຄ່າລົງທຶນນັ້ນໝົດໃນໂຄງການໃຫ້ແກ່ລັດຖະບານ ລາວ ຊຶ່ງຖືເປັນການຕອບແທນຕໍ່ການທີ່ລັດຖະບານ ລາວ ໄດ້ຍົກເວັ້ນພາສີການນຳເຂົ້ານໍ້າມັນໃຫ້ແກ່ບໍລິສັດ ຈີນ ໃນຕະຫຼອດການກໍ່ສ້າງຫຼືຈົນກວ່າວ່າການກໍ່ສ້າງທາງດ່ວນດັ່ງກ່າວຈະແລ້ວສົມບູນນັ້ນເອງ.

ທັງນີ້ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີຢືນຢັນວ່າການນຳເຂົ້ານໍ້າມັນເຊື້ອໄຟຂອງບໍລິສັດ ຈີນ ເພື່ອຕອບສະໜອງໃຫ້ກັບໂຄງການກໍ່ສ້າງທາງດ່ວນວຽງຈັນໄປເມືອງວັງວຽງຊຶ່ເປັນໄລຍະທີ 1​ ໃນໂຄງການກໍ່ສ້າງທາງດ່ວນຈາກນະຄອນຫຼວງວຽງຈັນໄປເຖິງດ່ານບໍ່ເຕັນ ໃນແຂວງຫຼວງນໍ້າທານັ້ນຖືເປັນພາກສ່ວນນຶ່ງທີ່ໄດ້ຮັບການສົ່ງເສີມການລົງທຶນຈາກລັດຖະບານ ລາວ ເພາະເປັນໂຄງການທີ່ຈະສ້າງຜົນປະໂຫຍດທາງເສດຖະກິດໃຫ້ກັບ ລາວ ໄດ້ຢ່າງຫຼວງຫຼາຍ.

ແຕ່ຢ່າງໃດກໍຕາມ ບໍລິສັດ ຈີນ ຈະເປັນລາຍສຸດທ້າຍທີ່ໄດ້ຮັບການຍົກເວັ້ນພາສີການນໍາເຂົ້ານໍ້າມັນເຊື້ອໄຟດັ່ງກ່າວ ເພາະລັດຖະບານ ລາວ ໄດ້ປະກາດຢ່າງຄັກແນ່ແລ້ວວ່າຈະບໍ່ໃຫ້ການສົ່ງເສີມການລົງທຶນຈາກຕ່າງປະເທດ ດ້ວຍການຍົກເວັ້ນພາສີການນຳເຂົ້ານໍ້າມັນເຊື້ອໄຟໃຫ້ກັບບໍລິສັດຕ່າງຊາດທີ່ລົງທຶນໃນ ລາວ ອີກ ນັບຈາກປີ 2019 ເປັນຕົ້ນມາແລ້ວ ແຕ່ການຍົກເວັ້ນພາສີການນຳເຂົ້ານໍ້າມັນໃຫ້ບໍລິສັດ ຈີນ ໃນຄັ້ງນີ້ເພາະເຫັນວ່າເປັນໂຄງການທີ່ໃຊ້ເງິນທຶນຫຼາຍ ທັງຍັງເປັນການສ້າງໃໝ່ຕະຫຼອດເສັ້ນທາງ ໂດຍຜູ້ລົງທຶນຮັບຜິດຊອບຄ່າເວນຄືນທີ່ດິນ ແລະ ສິ່ງປູກສ້າງທັງໝົດອີກ ທັງຍັງໄດ້ຈັດສັນຫຸ້ນສ່ວນລົງທຶນ 5 ເປີເຊັນໃຫ້ກັບລັດຖະບານ ລາວ ດ້ວຍ ດັ່ງທີ່ທ່ານ ທອງລຸນ ຢືນຢັນວ່າ

“ພວກເຮົາວ່າໂຄງການນີ້ເຂົາເຈົ້າຕັດສິນໃຈເຮັດເສັ້ນໃໝ່ ບໍ່ໄດ້ເຕັງກັບເສັ້ນທາງທີ່ມີຢູ່ແລ້ວ ເຂົາ ເຈົ້າສິດເຮັດບໍ່ຄືກັບທີ່ເຮົາເຮັດທີ່ຜ່ານມາວ່າຊັ້ນຊະ ອັນນີ້ນິປະຊາຊົນມີທາງເລືອກໃນເສັ້ນທາງເກົ່າທີ່ປັບປຸງໃໝ່ ອັນທີສອງແມ່ນຄ່າຊົດເຊີຍທັງໝົດທີ່ໄປຜ່ານດິນຂອງປະຊາຊົນນີ້ ບໍລິສັດຮັບຜິດ ຊອບໝົດ ອັນນຶ່ງອີກເຈລະຈານຳເຂົາເຈົ້າ ເຂົາເຈົ້າວ່າຈະໃຫ້ຫຸ້ນໃຫ້ລາວຖະບານ ລາວ 5 ເປີເຊັນລ້າ ບໍ່ປະກອບທຶນຫຍັງກະໄດ້.”

ທັງນີ້ລັດຖະບານ ລາວ ໄດ້ຕົກລົງອະນຸມັດສຳປະທານໂຄງການກໍ່ສ້າງທາງດ່ວນນະຄອນຫຼວງ ວຽງ ຈັນ ໄປເມືອງວັງວຽງ ໃຫ້ບໍລິສັດຢຸ່ນໜານວິສະວະກຳ ແລະ ກໍ່ສ້າງຈາກ ຈີນ ເມື່ອປີ 2018 ອັນເປັນສ່ວນນຶ່ງໃນໂຄງການເຊື່ອມຕໍ່ທາງຫຼວງລະຫວ່າງ ລາວ-ຈີນ ພາຍໃຕ່ແຜນການນຶ່ງແລວ-ນຶ່ງເສັ້ນທາງ ທີ່ລິເລີ່ມໂດຍທ່ານ ສີ ຈິ່ນຜິງ ປະທານປະເທດ ຈີນ ໂດຍທາງດ່ວນ ວຽງຈັນ-ວັງວຽງ ມີໄລ ຍະ 113.5 ກິໂລແມັດ, ກວ້າງ 23 ແມັດ, ມີ 4 ຊ່ອງທາງຈະລາຈອນທີ່ຂະໜານກັບຖະໜົນເລກ 13 ເໜືອ ແຕ່ແຍກສີເກີດ ເມືອງນາຊາຍທອງໄມເມືອງໂພນໂຮງ-ຫີນເຫີບ-ບ້ານທ່າເຮືອ-ວັງວຽງ ເປັນການລົງທຶນແບບ BOT ກໍຄືກັບບໍລິສັດລົງທຶນກໍ່ສ້າງ ແລະ ເກັບເອົາຜົນປະໂຫຍດຈາກຄ່າທຳນຽມເປັນເວລາ 50 ປີ ແລ້ວຈຶ່ງໂອນໂຄງການໃຫ້ລັດຖະບານ ລາວ.

ລັດຖະບານ ລາວ ແລະ ບໍລິສັດ ຢຸ່ນໜານ ກໍ່ສ້າງ ແລະ ການລົງທຶນຈາກ ຈີນ ກໍໄດ້ຕົກລົງກຳນົດຄ່າທຳນຽມການໃຊ້ທາງດ່ວນ ວຽງຈັນ-ວັງວຽງໄວ້ໃນອັດຕາ 550 ກີບຕໍ່ກິໂລແມັດ ຊຶ່ງຈະເຮັດໃຫ້ຄ່າທຳນຽມລວມ 62,000 ກີບໃນຕະຫຼອດເສັ້ນທາງຍາວ 113.5 ກິໂລແມັດນັ້ນເອງ.

XS
SM
MD
LG