ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ການລົງທຶນ ຂອງກຸ່ມທຸລະກິດຈີນ ໄດ້ສ້າງບັນຫາ ແລະຜົນກະທົບຕໍ່ສິ່ງແວດລ້ອມໃນລາວ


ຄົນງານກຳລັງເກັບກ້ວຍ ຢູ່ທີ່ສວນກ້ວຍແຫ່ງນຶ່ງທີ່ລົງທຶນໂດຍບໍລິສັດຂອງຈີນ ຢູ່ໃນລາວ ເພື່ອກຽມສົ່ງອອກຕະຫຼາດ.
ຄົນງານກຳລັງເກັບກ້ວຍ ຢູ່ທີ່ສວນກ້ວຍແຫ່ງນຶ່ງທີ່ລົງທຶນໂດຍບໍລິສັດຂອງຈີນ ຢູ່ໃນລາວ ເພື່ອກຽມສົ່ງອອກຕະຫຼາດ.

ການລົງທຶນຂອງກຸ່ມທຸລະກິດຈີນ ໄດ້ສ້າງບັນຫາແລະຜົນກະທົບຕໍ່ສິ່ງແວດລ້ອມໃນລາວ ເພີ້ມຂຶ້ນ ທັງຍັງກະທົບຕໍ່ຊີວິດການເປັນຢູ່ ຂອງປະຊາຊົນລາວ ທີ່ຖືກເວນຄືນທີ່ດິນ ໂດຍບໍ່ຍຸຕິທຳອີກດ້ວຍ ຊົງຣິດ ໂພນເງິນ ມີລາຍງານຈາກບາງກອກ.

ຜູ້ຊ່ຽວຊານດ້ານການລົງທຶນໃນເຂດລຸ່ມແມ່ນນ້ຳຂອງ ເປີດເຜີຍວ່າ ການທີ່ກຸ່ມທຸລະກິດຈີນ ເປັນຜູ້ລົງທຶນຫຼາຍທີ່ສຸດເປັນອັນດັບ 1 ໃນລາວນັ້ນ ໃນດ້ານນຶ່ງ ຍ່ອມຈະສົ່ງຜົນດີຕໍ່ການພັດທະນາເສດຖະກິດຂອງລາວ ໃຫ້ຂະຫຍາຍຕົວເພີ້ມຂຶ້ນນັບມື້ ແຕ່ໃນອີກດ້ານນຶ່ງ ກໍໄດ້ສ້າງບັນຫາແລະຜົນກະທົບຕໍ່ສິ່ງແວດລ້ອມທຳມະຊາດໃນລາວ ເພີ້ມຂຶ້ນດ້ວຍເຊັ່ນກັນ ໂດຍສະເພາະແມ່ນກຸ່ມທຸລະກິດຈີນ ທີ່ໄດ້ສຳປະທານທີ່ດິນເພື່ອການຜະລິດດ້ານກະສິກຳນັ້ນ ຖືເປັນພາກສ່ວນທີ່ສ້າງບັນຫາແລະຜົນກະທົບຕໍ່ສິ່ງແວດລ້ອມທຳມະຊາດຮຸນແຮງທີ່ສຸດ ເພາະມີການໃຊ້ສານເຄມີຢ່າງຫຼວງຫຼາຍ ດັ່ງທີ່ຜູ້ຊ່ຽວຊານ ຢືນຢັນວ່າ:

“ຜູ້ຄອງເຂດເສດຖະກິດໃນລາວ ກໍຈະເປັນຈີນເຂົ້າໄປບໍລິຫານຈັດການ ເຂົ້າໄປລົງທຶນຫັ້ນ ການບໍລິຫານຈັດການຈີນຫັ້ນ ຈະບໍ່ຄືໃຜ ກໍຄືວ່າ ບໍ່ຄຳນຶງປານໃດ ເຖິງດ້ານສິ່ງແວດລ້ອມ ຫຼືຊຸມຊົນພໍເທົ່າໃດ ເຊັ່ນໄປປູກກ້ວຍ ກໍຈະໃສ່ປຸຍຫຼາຍ ໃສ່ຢາຂ້າແມງໄມ້ຫຼາຍໆ ຊຶ່ງມີຜົນກະທົບຕໍ່ຊຸມຊົນໃນພື້ນທີ່ ແຕ່ຊ່ວງຫຼັງໆ ກໍເລີ້ມຜ່ອນໄປປະມານຈັກ ສາມ-ສີ່ປີ ຕອນນີ້ກໍເລີ້ມກັບມາໃໝ່ ແລ້ວລັດຖະບານລາວ ກໍເລີ້ມລະມັດລະວັງ ຫຼືໃຫ້ຄວາມສຳຄັນ ເລື້ອງສິ່ງແວດລ້ອມ ແລ້ວກໍໃຫ້ຄວາມສຳຄັນເລື້ອງສານພິດຫຼາຍຂຶ້ນ.”

ສ່ວນທ່ານພັນຄຳ ວິພາວັນ ນາຍົກລັດຖະມົນຕີ ຖະແຫລງຢືນຢັນວ່າ ການພັດທະນາທາງເສດຖະກິດຂອງລາວ ທີ່ອິງໃສ່ການຂຸດຄົ້ນຊັບພະຍາກອນທຳ ມະຊາດເປັນດ້ານຫລັກນັ້ນ ເຮັດໃຫ້ເກີດຜົນເສຍຫາຍຫຼາຍກວ່າການສ້າງຜົນປະໂຫຍດ ໂດຍສະເພາະແມ່ນການອະນຸຍາດສຳປະທານປ່າໄມ້ ທີ່ດິນ ແລະຂຸດຄົ້ນແຮ່ທາດນັ້ນ ໄດ້ສົ່ງຜົນກະທົບຕໍ່ສິ່ງແວດລ້ອມຢ່າງກວ້າງຂວາງ ໃນຂະ ນະທີ່ການພັດທະນາຊັບພະຍາກອນມະນຸດແລະການສ້າງສັນນະວັດຕະກຳໃໝ່ໆ ກັບດຳເນີນໄປຢ່າງຊັກຊ້າ ຈຶ່ງເປັນບັນຫານຶ່ງ ທີ່ເຮັດໃຫ້ລາວ ມີໜີ້ຕ່າງປະເທດເພີ້ມຂຶ້ນ ເພາະວ່າ ສິນຄ້າລາວ ບໍ່ສາມາດແຂ່ງຂັນໃນຕະຫຼາດຕ່າງປະເທດໄດ້ເລີຍ.

ທາງດ້ານຜູ້ປະສານງານ ອົງການທີ່ບໍ່ຂຶ້ນກັບລັດຖະບານໃນລາວ ເປີດເຜີຍວ່າ ບັນຫາທີ່ມີຄວາມຫຍຸ້ງຍາກແລະເກີດຂຶ້ນຢ່າງກວ້າງຂວາງຢູ່ໃນລາວ ຄືການຂັດແຍ້ງກ່ຽວກັບສຳປະທານຂຸດຄົ້ນແຮ່ທາດລະຫວ່າງປະຊາຊົນລາວ ກັບພາກລັດ ແລະຜູ້ລົງທຶນໃນໂຄງການ ໂດຍມີສາເຫດມາຈາກການທີ່ພາກເອກະຊົນລາວ ໄດ້ຂາຍຕໍ່ສຳປະທານ ໃຫ້ບໍລິສັດຕ່າງຊາດ ແຕ່ພະນັກງານລັດທີ່ກ່ຽວຂ້ອງມອງວ່າ ເປັນການປະຕິບັດບໍ່ຖືກຕ້ອງຕາມລະບຽບກົດໝາຍ ຈຶ່ງໄດ້ຟ້ອງຮ້ອງເປັນຄະດີຢູ່ໃນສານ ແລະໄດ້ສົ່ງຜົນກະທົບຕໍ່ເນື່ອງເຖິງປະຊາຊົນລາວ ທີ່ຢູ່ໃນເຂດສຳປະທານທີ່ຂັດແຍ້ງກັນດັ່ງກ່າວດ້ວຍນັ້ນເອງ.

ໂດຍໃນໄລຍະຜ່ານມາ ໄດ້ສຳຫຼວດພົບແຮ່ທາດໃນລາວຫຼາຍກວ່າ 570 ແຫລ່ງ ກວມເອົາເນື້ອທີ່ກວ້າງກວ່າ 162,104 ກິໂລແມັດມົນທົນ ຄິດເປັນ 68 ເປີເຊັນຂອງພື້ນທີ່ທັງໝົດຂອງລາວ ໃນນີ້ທາງການລາວ ໄດ້ອະນຸຍາດສຳປະທານໃຫ້ແກ່ເອກະຊົນລາວ ແລະຕ່າງຊາດໄປແລ້ວ 649 ລາຍ ໃນ 942 ກິດຈະການທົ່ວປະເທດ ສ່ວນແຫລ່ງຜະລິດໄຟຟ້າ 90 ແຫ່ງທີ່ມີກຳລັງຕິດຕັ້ງເກືອບ 11,000 ເມກາວັດ ແລະໄດ້ສົ່ງອອກໄປຂາຍໃຫ້ໄທ 5,620 ເມກາວັດນັ້ນ ກໍສ້າງລາຍຮັບໄດ້ເພີ້ມຂຶ້ນນັບມື້ ຫາກແຕ່ວ່າ ລາຍຮັບສ່ວນໃຫຍ່ທີ່ໄດ້ຈາກການສົ່ງອອກພະລັງງານໄຟຟ້າດັ່ງກ່າວ ກໍຄືສ່ວນທີ່ນຳໃຊ້ເພື່ອຊຳລະໜີ້ເງິນກູ້ຈາກຕ່າງປະເທດ ທັງນີ້ໂດຍພາກພະລັງງານແລະບໍ່ແຮ່ໃນລາວ ມີມູນຄ່າເກີນກວ່າ 31,468 ຕື້ກີບ ໃນປີ 2021 ທີ່ຜ່ານມາ.

ສ່ວນເຄືອຂ່າຍການພັດທະນາແບບເປີດ (Open Development Network) ລາຍງານວ່າ ໃນປັດຈຸບັນ ລັດຖະບານລາວ ໄດ້ອະນຸຍາດສຳປະທານທີ່ດິນໃຫ້ກັບນັກລົງທຶນລາວ ແລະນັກລົງທຶນຊາວຕ່າງຊາດ ຈຳນວນ 1,758 ໂຄງການມີພື້ນທີ່ສຳປະທານລວມ ເຖິງ 11,754,4167 ເຮັກຕາ ຫາກແຕ່ຈາກການສຳຫຼວດກໍພົບວ່າ ນັກລົງທຶນໄດ້ນຳໃຊ້ທີ່ດິນຕົວຈິງພຽງແຕ່ 549,248 ເຮັກຕາ ຊຶ່ງບໍ່ເຖິງ 5 ເປີເຊັນ ຂອງພື້ນທີ່ສຳປະທານທັງໝົດ ໃນນີ້ ເປັນການອະນຸຍາດສຳປະທານ ໂດຍອຳນາດການປົກຄອງລະດັບທ້ອງຖິ່ນ 1,331 ໂຄງການ ຊຶ່ງກໍເຮັດໃຫ້ລັດຖະບານທີ່ຂັ້ນສູນກາງ ບໍ່ສາມາດກວດກາໄດ້ຢ່າງທົ່ວເຖິງ ໂດຍເຫັນໄດ້ຈາກການຈັດຕັ້ງປະຕິບັດຂອງຄະນະສະເພາະກິດ ທີ່ລັດຖະບານລາວ ໄດ້ແຕ່ງຕັ້ງຂຶ້ນມາເພື່ອຮັບຜິດຊອບການກວດກາສຳປະທານທີ່ດິນໃນທົ່ວປະເທດໃນຊ່ວງປີ 2018-2021 ທີ່ຜ່ານມານັ້ນ ປາກົດວ່າ ສາມາດຍຶດເອົາທີ່ດິນຂອງລັດທີ່ຖືກຍັກຍອກໄປໂດຍຜິດກົດໝາຍ ກັບຄືນມາໄດ້ພຽງ 20,000 ກວ່າເຮັກຕາ ຫຼືບໍ່ເຖິງ 10 ເປີເຊັນ ຂອງທີ່ດິນລັດ ທີ່ຖືກຍັກຍອກໄປໂດຍຜິດກົດໝາຍດັ່ງກ່າວ ໃນທົ່ວປະເທດ.

XS
SM
MD
LG