ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການ​ລົງ​ທຶນ​ຂອງ​ຈີນ ​ເຮັດ​ໃຫ້​​ປ່ຽນ​ແປງທີ່​ດີ​ ໃນທາງ​ເສດ​ຖະ​ກິດ ແຕ່​ບາງ​ຄົນ​​ຄິດເປັນ​ຫ່ວງນຳ ​ການ​ສົ່ງ​ອິດ​ທິ​ພົນ ​ທາງວັດ​ທະ​ນະ​ທຳ​​ຂອງ​ຈີນ


ພະນັກ​ງານ ກາ​ສິ​ໂນ ຄິງ ໂຣ​ມັນ ຖີບ​ລົດ​ກາຍ​ປະ​ຕູ​ໂຂງ ທາງ​ເຂົ້າ​ເມືອງ​ຈີນ ໃນເຂດ​ເສດ​ຖະ​ກິດ​ພິ​ເສດ ຢູ່​ເມືອງ​ຕົ້ນ​ເຜິ້ງແຂວງບໍ່​ແກ້ວ, ຢູ່​ເຂດ​ຊາຍ​ແດນ​ຕິດ​ກັບ ໄທ ແລະ ມຽນ​ມາ. .
ພະນັກ​ງານ ກາ​ສິ​ໂນ ຄິງ ໂຣ​ມັນ ຖີບ​ລົດ​ກາຍ​ປະ​ຕູ​ໂຂງ ທາງ​ເຂົ້າ​ເມືອງ​ຈີນ ໃນເຂດ​ເສດ​ຖະ​ກິດ​ພິ​ເສດ ຢູ່​ເມືອງ​ຕົ້ນ​ເຜິ້ງແຂວງບໍ່​ແກ້ວ, ຢູ່​ເຂດ​ຊາຍ​ແດນ​ຕິດ​ກັບ ໄທ ແລະ ມຽນ​ມາ. .

ຫລາຍ​ທ່ານ​ອາດ​ເຫັນ​ໄດ້​ການ​ປ່ຽນ​ແປງ​ຫລາຍ​ຢ່າງ​ໃນ​ລາວ ​ໃນ​ຊຸມ​ປີ​ໄລ​ຍະ 10 ປີ​ຜ່ານມາ ຫລັງ​ຈາກ​ມີ​ການ​ພັດ​ທະ​ນາພື້ນ​ຖານ​ໂຄງ​ລ່າງ​ຂະ​ໜາດ​ໃຫຍ່​ເຊັ່ນ​ທາງ​ລົດ​ໄຟ​ລາວ​ຈີນທີ່​ເລີ້ມ​ຕົນ​ສ້າງ​ໃນ​ປີ 2016 ແລະ​ສຳ​ເລັດ​ໃນ​ປີ 2021 ແລະ​ທາງ​ດ່ວນ​ວຽງ​ຈັນ-ວັງ​ວຽງ​ ທີ່​ລົງ​ທຶນ​ໂດຍ​ຈີນນັ້ນ. ​ທັງ​ໝົດ​ນີ້​ສະ​ແດງ​ໃຫ້​ເຫັນ​ວ່າ ປະ​ເທດ​ລາວ​ກຳ​ລັງ​ຖືກ​ພັດ​ທະ​ນາຊຶ່ງ​ຫລາຍ​ຄົນ​ເຫັນ​ວ່າ​ມີ​ການ​ປ່ຽນ​ແປງ​ໄປ​ໃນ​ທາງ​ດີແຕ່​ບາງ​ຄົນ​ກໍ​ສະ​ແດງ​ຄວາມ​ເປັນ​ຫ່​ວງວ່າ​ວັດ​ທະ​ນະ​ທຳຂອງຈີນກຳ​ລັງ​ມີ​ອິດ​ທິ​ພົນ​ຫລາຍ​ຂຶ້ນ​ໃນ​ລາວ ເມື່ອມີ​ຄົນ​ຈີນ​ຫລັ່ງ​ໄຫລ​ເຂົ້າ​ມາ ເພາະເຂົາ​ເຈົ້າ​ໄດ້​ນຳ​ເອົາ​ວັດ​ທະ​ນະ​ທຳ​ຈີນ​ເຂົ້າ​ມາພ້ອມ ​ແທນ​ທີ່​ຈະ​ພະ​ຍາ​ຍາມ​ຊຶມ​ຊັບ​ເອົາ​ວັດ​ທະ​ນະ​ທຳ​ລາວ​ດັ່ງ​ທີ່​ນາງວັນ​ເພັງ (ນາມ​ແຝງ), ຄົນ​ລາວ​ອາ​ເມ​ຣິ​ກັນ​ທີ່​ເປັນອາ​ສາ​ສະ​ໝັກ ດ້ານການ​ກຸ​ສົນ​ຜູ້​ນຶ່ງ ໄປ​ເຮັດ​ວຽກ​ຢູ່​ລາວ​ໄດ້ 10 ປີກວ່າ ​ກ່ອນ​ການ​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19. ຫລັງ​ຈາກ​ກັບ​ມາ​ຈາກ​ການ​ຢ້ຽມ​ຢາມ​ລາວ​ເມື່ອມໍ່ໆ​ມານີ້ ​ຜູ້​ກ່ຽວ​ໃຫ້​ຄວາມ​ເຫັນ​ວ່າ:

“ທາງລົດໄຟທັງຫມົດສາມາດສະແດງໃຫ້ເຫັນເຖິງການພັດທະນາ ແລະ ມັນກໍງ່າຍສໍາລັບ ປະຊາຊົນ ທີ່ຈະໄປ-ມາທາງ​ໃດ. ຂ້ອຍຄິດວ່າ ການຂະຫຍາຍ ຕົວແລະການປ່ຽນແປງ ທັງຫມົດແມ່ນເປັນ​ໄປໃນທາງບວກ. ສິ່ງດຽວທີ່ຂ້ອຍ ກັງວົນກໍແນ່ນອນແມ່ນມີຄົນຈີນເຂົ້າ
ມາຫຼາຍ ແລະວັດທະນະທໍາລາວຂ້ອນ​ຂ້າງ​ຢາກຫາຍໄປຫນ້ອຍນຶ່ງ ໂດຍມີການຂຽນພາສາ
ຈີນ ຢູ່ທົ່ວທຸກແຫ່ງແທນທີ່ຈະຊຶມ​ຊັບ​ເອົາ​ວັດ​ທະ​ນະ​ທຳ​ລາວ ພວກເຂົາເຈົ້າ​ຂ້ອນ​ຂ້າງສ້າງ ຜົນກະທົບ​ຢູ່​ໃນປະ​ເທດ.”

​ຄຳ​ເຫັນ​ນີ້ແມ່ນຄ້າຍໆ​ກັບ​ສິ່ງ​ທີ່ບົດລາຍ​ງານອັນ​ນຶ່ງ ​ຂອງ​ໜັງ​ສື​ພິມນິກ​ເກ​ເອ​ເຊຍ Nikkei Asia ຂອງຍີ່​ປຸ່ນສະ​ບັບຂ​ຽນ​ໃນ​ທ້າຍ​ເດືອນ​ພະ​ຈິກ​ປີ 2022 ເວົ້າວ່າໃນ​ເຂດ​ພິ​ເສດທີ່​ລົງ​ທຶນ​ໂດຍ​ຈີນ ​ເຊັ່ນ​ເຂດເສດ​ຖະ​ກິດ​ພິ​ເສດບໍ່​ເຕັນທີ່​ຢູ່ຕິດ​ຊາຍ​ແດນ​ລາວ-ຈີນ ແລະ​ໃກ້​ກັບ​ທາງ​ລົດ​ໄຟ​ລາວ-ຈີນທີ່​ເປັນ​ສ່ວນ​ນຶ່ງ​ຂອງໂຄງ​ການ​ລິ​ເລີ້ມ​ນຶ່ງ​ແລວ​ທາງນຶ່ງ​ເສັ້ນ​ທາງນັ້ນ​ ມີ​ການ​ປ່ຽນ​ແປງ​ຢ່າງ​ຫລວງ​ຫລາຍ​. ນອກ​ຈາກ​ມີ​ຕຶກ​ສູງ​ຫລາຍ​ຊັ້ນ​ແລ້ວ ກໍ​ຍັງ​ໃຊ້ເງິນຢວນ​ເປັນ​ສະ​ກຸນ​ເງິນ​ຫລັກ ແມ່ນ​ແຕ່​ຄ່າ​ໄຟ​ຟ້າ ​ນ້ຳ​ປະ​ປາ ແລະ​ອາ​ຫານ​ການ​ກິນແມ່ນຈ່າຍ​ເປັນ​ເງິນຢວນທັງ​ນັ້ນ ຊຶ່ງ​ເຮັດ​ໃຫ້​ເງິນ​ກີບ​ອ່ອນ​ຄ່າ​ລົງ​ໃນ​ເຂດນັ້ນ.

ນອກ​ຈາກນັ້ນ ໜັງ​ສື​ພິມ​ດັ່ງ​ກ່າວ​ລາຍ​ງານ​ອີກວ່າ ມີ​ຄົນ​ຈີນ​ຂ້າມ​ຊາຍ​ແດນ ​ມາ ລາວ​ຫລາຍເພື່ອສະ​ແຫວງຫາ​ຜົນ​ປະ​ໂຫຍດ​ຈາກ​ໂຄງການ​ພັດ​ທະ​ນາ​ຕ່າງໆ ຊຶ່ງ​ເຮັດ​ໃຫ້​ມີ​ຄົນ​ໃນ​ເມືອງບໍ່​ເຕັນ​ນັ້ນ​ ຫລາຍ​ເພີ້ມ​ຂຶ້ນ​ ຊຶ່ງ 8 ປີ​ກ່ອນ​ໜ້ານີ້​ເຂດ​ຊາຍ​ແດນຢູ່​ທີ່ນັ້ນ ​ຖື​ວ່າ​ເປັນ​ເຂດ​ເປົ່າ​ແປນ. https://asia.nikkei.com/Spotlight/Belt-and-Road/Thriving-on-China-s-Belt-and-Road-Laos-border-town-ditches-kip-for-yuan

XS
SM
MD
LG