ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ຈີນເຫັນດີຊ່ວຍເຫຼືອສ້າງສະຖາບັນ ເທັກໂນໂລຈີ ຂໍ້ມູນ-ຂ່າວສານ ເພື່ອ ສະໜັບສະໜູນ ການພັດທະນາເສດຖະກິດ ດີຈິຕອລ ແລະຄວບຄຸມສື່ສັງຄົມ ອອນໄລນ໌ ໃນລາວ


​ສະ​ຖາ​ນີຈານ​ດາວ​ທຽມ​ທີ່​ລັດ​ຖະ​ບານ​ຈີນຊ່ວຍ​ລາວ
​ສະ​ຖາ​ນີຈານ​ດາວ​ທຽມ​ທີ່​ລັດ​ຖະ​ບານ​ຈີນຊ່ວຍ​ລາວ

ລັດ​ຖະ​ບານ​ຈີນ​ໄດ້​ເຫັນ​ດີ​ຊ່ວຍ​ເຫຼືອ​ສ້າງ​ສະ​ຖາ​ບັນ​ເທັກ​ໂນ​ໂລ​ຈີ​ຂໍ້​ມູນ-​ຂ່າວ​ສານ ເພື່ອສະໜັບສະໜູນ ການພັດທະນາເສດຖະກິດດິຈີຕອລ ແລະຄວບຄຸມສື່ສັງຄົມອອນໄລ​ນ໌ໃນລາວ. ຊົງ​ລິດ​ ໂພ​ນ​ເງິນ​ມີລາຍ​ງານເລື້ອງນີ້​ມາ​ສະ​ເໜີ​ທ່ານ​ຈາກ​ບາງກອກ.

ທ່ານຈຽງ ຈ້ານ​ຕົງ, ເອກ​ອັກຄະ​ລັດຖະທູດ​ຈີນປະ​ຈຳ​ນະ​ຄອນ​ຫລວງວຽງຈັນ ແລະທ່ານບໍ່ວຽງຄຳ ວົງ​ດາ​ລາ, ລັດຖະມົນຕີ​ກະຊວງ​ເທັກ​ໂນ​ໂລ​ຈີ ​ແລະການສື່ສານ ຮ່ວມ​ກັນ​ເປັນ​ປະທານ​ໃນ​ພິທີ​ວາງ​ສີລາ​ເລີກ​ໂຄງການ​ກໍ່ສ້າງ​ສະ​ຖາ​ບັນ​ເທັກ​ໂນ​ໂລ​ຈີ​ການ​ສື່ສານ ​ແລະ​ຂໍ້​ມູນ​ຂ່າວສານ​ແຫ່ງ​ຊາດ​ລາວ ເມື່ອບໍ່ດົນມານີ້ ຊຶ່ງລັດຖະບານຈີນໃຫ້ການຊ່ວຍເຫລືອແກ່ລັດຖະບານລາວ ໃນ​ຖາ​ນະເປັນຄູ່ຮ່ວມມືຍຸດທະສາດ ການ ພັດທະນາຮອບດ້ານ ພາຍ​ໃຕ້​ໂຄງການ​ນຶ່ງ​ແລວ-ນຶ່ງເສັ້ນ​ທາງ ຫລື BRI ທີ່​ໄດ້​ລິ​ເລີ່ມ​ໂດຍປະ​ທານ​ປະ​ເທດ​ຈີນ, ທ່ານສີ ​ຈິ້ນ​ຜິງ.

ອາຄານຫຼັງດັ່ງ​ກ່າວຈະເປັນຕຶກ 5 ຊັ້ນ ທີ່ກໍ່ສ້າງຂຶ້ນໃນເນື້ອທີ່ຫຼາຍກວ່າ 5,000 ຕາແມັດ ປະກອບດ້ວຍ ຫ້ອງຮຽນ, ຫ້ອງທົດລອງ, ຫ້ອງການ, ຫ້ອງສະໝຸດ, ຫ້ອງປະຊຸມຂະ​ໜາດໃຫຍ່, ຫ້ອງອາຫານ, ຫ້ອງພັກ ຜ່ອນສຳລັບບຸກ​ຄະ​ລາ​ກອນ ແລະນັກສຶກສາ, ລວມທັງຫ້ອງສຳ​ລັບຈັດງານກິດ​ຈະ​ກຳຕ່າງໆ ຢ່າງຄົບຊຸດ ຊຶ່ງການກໍ່ສ້າງຈະໃຊ້ເວລາບໍ່​ເກີນ 20 ເດືອນ ແລະພາຍຫຼັງທີ່ກໍ່ສ້າງສຳເລັດສົມ​ບູນ​ແລ້ວ​ນັ້ນ ຈະມີການ ສອບເສັງເພື່ອຄັດເລືອກບຸກຄະລາກອນທັງຄູ-ອາຈານ ແລະພະນັກງານປະ​ຈຳສະຖາບັນທັງໝົດ 312 ຄົນ ຊຶ່ງ​ທຸກ​ຄົນຈະໄດ້ຮັບ ແລະຜ່ານ​ການຝຶກອົບຮົມຕາມຫຼັກສູດທີ່ໄດ້ມາດຕະຖານດຽວກັນກັບ​ຢູ່ໃນຈີນ ອັນ​ຈະ​ເຮັດ​ໃຫ້ເທັກ​ໂນ​ໂລ​ຈີ​ການ​ສື່​ສານ​ໃນ​ລາວ ​ໄດ້​ຮັບ​ການ​ພັດ​ທະ​ນາ​ໃຫ້​ສາ​ມາດ​ຄວບ​ຄຸມ​ສື່​ສັງ​ຄົມ​ອອນໄລ​ນ໌ໄດ້​ຢ່າງ​ມີ​ປະ​ສິດ​ທະ​ພາບດັ່ງ​ທີ່​ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ​ໃນ​ກະ​ຊວງ​ເທັກ​ໂນ​ໂລ​ຈີ​ໄດ້​ຢືນ​ຢັນ​ວ່າ:

“ລະບົບເທັກນິກທີ່ນຳໃຊ້ໃນ ສປປ ລາວ ແມ່ນມີຂີດ​ຄວາມ​ສາ​ມາດ​ຈຳ​ກັດໃນການ​ຄຸ້ມ​ຄອງ​ຂໍ້​ມູນ​ຂ່າວ​ສານ ທີ່​ມີ​ຢູ່​ໃນສື່ສັງຄົມອອນໄລ​ນ໌ ໃນປັດຈຸບັນ ຈຶ່ງຈຳ​ເປັນຕ້ອງໄດ້ປັບປຸງຍົກ​ລະ​ດັບພື້ນຖານທາງດ້ານເທັກ​ນິກ​ໃຫ້​ທັນ​ສະ​ໄຫມຂຶ້ນ​ເທື່ອ​ລະ​ກ້າວ ເປັນ​ຕົ້ນ​ແມ່ນການລວມສູນການສື່ສານ ຜ່ານສູນອິນເຕີແນັດແຫ່ງຊາດ ທີ່ມີລະບົບຕິດຕາມກວດ​ກາ, ກັ່ນ​ຕອງ​ຂໍ້​ມູນ​ຕ່າງໆ​ ພ້ອມໆ​ກັນນັ້ນ ກໍ​ຕ້ອງ​ປະ​ຕິ​ບັດທຸກ​ມາດ​ຕະ​ການ​ທາງ​ດ້ານ​ກົດ​ຫມາຍ ແລະ​ລະ​ບຽບ​ການອັນເຂັ້ມງວດ ແລະເໝາະສົມເພື່ອຕ້ານ ແລະສະກັດກັ້ນການເກີດປະ​ກົດ​ການຫຍໍ້ທໍ້​ໃນການຄຸ້ມ​ຄອງສື່ສັງ​ຄົມອອນໄລນ໌ໃຫ້​ຫລຸດຫນ້ອຍລົງ."

ທ່ານວັນ​ສີ ກົວ​ມົວ, ຮອງ​ລັດຖະມົນຕີ​ກະຊວງ​ຖະ​ແຫຼງຂ່າວ-ວັດທະນະທຳ ​ແລະທ່ອງ​ທ່ຽວ ຢືນຢັນວ່າ ສື່ສັງຄົມອອນໄລ​ນ໌ ທີ່ຕ້ອງ​ການດຳເນີນກິດ​ຈະ​ການໂຄສະນາເຜີຍແຜ່ຂໍ້ມູນ-ຂ່າວສານຕໍ່​ສາ​ທາ​ລະ​ນະ​ຊົນ ໃນລາວຈະຕ້ອງໄດ້ລົງທະບຽນຕາມກົດໝາຍສື່ມວນຊົນທັງຍັງຈະຕ້ອງໄດ້ຮັບອະນຸຍາດຈາກກົມ​ຂ່າວ ຢ່າງເປັນທາງການແລ້ວເທົ່ານັ້ນ ຈຶ່ງຈະສາມາດດໍາເນີນກິດຈະ​ການດັ່ງກ່າວໄດ້ ຖ້າຫາ​ບໍ່ສະ​ນັ້ນແລ້ວ ກໍ​ຖື​ວ່າ ເປັນ​ສື່​ສັງ​ຄົມ​ອອນ​ໄລ​ນ໌ ​ຜິດ​ກົດໝາຍທີ່​ຈະຕ້ອງ​ຖືກ​ລົງໂທດ​ຕາມ​ກົດໝາຍ.

ໃນປັດຈຸບັນລາວ ມີສື່ສັງຄົມອອນ 60 ກວ່າລາຍ ທີ່ໄດ້ລົງທະບຽນຢ່າງຖືກຕ້ອງຕາມກົດໝາຍໃນລາວ. ຫາກແຕ່ກໍຍັງປາກົດວ່າ ມີສື່ສັງຄົມອອນ​ໄລ​ນ໌ ຫລາຍສິບລາຍທີ່ດໍາເນີນການໂຄສະນາເຜີຍ​ແຜ່​ຂໍ້​ມູນ- ຂ່າວສານກ່ຽວກັບລາວໃນຕ່າງປະເທດທີ່ທາງການລາວ ບໍ່ສາ​ມາດ​ທີ່​ຈະຄວບຄຸມໄດ້​ເລີຍ ຈຶ່ງເຮັດ​ໃຫ້ ຈະຕ້ອງດຳ​ເນີນ​ການ​ພັດ​ທະ​ນາລະ​ບົບ ແລະ ເຄືອຂ່າຍສື່ມວນ​ຊົນຂອງລາວໃຫ້ທັນສະໄໝ ດ້ວຍ ການຊ່ວຍເຫຼືອທາງດ້ານວິ​ຊາ​ການ ແລະເທັກໂນໂລຈີ​ຂັ້ນ​ສູງຈາກທາງ​ການຈີນດັ່ງ​ກ່າວ.

ໂດຍແຜນການພັດທະນາເສດຖະກິດ-ສັງຄົມແຫ່ງຊາດຄັ້ງທີ 9 ທີ່ຈັດຕັ້ງປະຕິບັດໃນຊ່ວງປີ 2021-2025 ໄດ້ ວາງເປົ້າໝາຍໄວ້ວ່າ ຈະພັດທະນາເສດຖະກິດລາວໄປສູ່ລະບົບດິຈິຕອລໃຫ້ໄດ້ໃນປີ 2025, ຫາກ ແຕ່ວ່າ ການທີ່ຈະສາມາດຈັດຕັ້ງປະຕິບັດໄດ້ແທ້ຈິງນັ້ນ ກໍບໍ່ແມ່ນເລື້ອງງ່າຍ ເພາະວ່າລັດ ຖະບານລາວ ຍັງຂາດແຄນທັງໃນດ້ານເງິນທຶນ, ບຸກຄະລາກອນ ແລະເທັກໂນໂລຈີທີ່ທັນສະໄໝ ຈຶ່ງເຮັດໃຫ້ ການຈັດຕັ້ງປະຕິບັດ ໂຕຈິງດໍາເນີນໄປຢ່າງຊັກຊ້າ ຊຶ່ງເຫັນໄດ້ຈາກການນໍາໃຊ້ອິນເຕີແນັດຄວາມໄວສູງ 4G-5G ທີ່ສາມາດໃຊ້ບໍລິການໄດ້ສະເພາະຢູ່ໃນເຂດຕົວເມືອງເທົ່ານັ້ນ.

ສ່ວນເຄືອຂ່າຍຂອງໂທລະສັບມືຖື ເຖິງ​ແມ່ນ​ຈະ​ກວມເຖິງ 90 ເປີເຊັນຂອງຈໍານວນບ້ານທັງໝົດ ແລະ ປະຊາຊົນລາວ 95 ເປີເຊັນ ໄດ້ນໍາໃຊ້ໂທລະສັບມືຖືກໍ​ຕາມ ຫາກ​ແຕ່​ວ່າ ສ່ວນການນໍາໃຊ້ອິນເຕີ ເນັດນັ້ນ ເຖິງແມ່ນວ່າຈະຄິດເປັນ 57 ເປີເຊັນຂອງປະຊາກອນລາວກໍຕາມ ແຕ່ວ່າປະຊາຊົນ ມີ​ພຽງ​ແຕ່ 57 ເປີ​ເຊັນ​ເທົ່າ​ນັ້ນ ທີ່​ມີ​ໂອ​ກາດ​ໄດ້​ໃຊ້​ອິນ​ເຕີ​ແນັດ ຊຶ່ງຖືເປັນເປັນ​ອັດ​ຕາ​ການ​ຊົມ​ໃຊ້​ທີ່​ຕາ​ທີ່​ສຸດ​ໃນ​ອາ​ຊຽນ ທັງ​ກາຍ​ເປັນ​ອຸ​ປະ​ສັກສໍາຄັນທີ່​ສົ່ງ​ຜົນ​ກະ​ທົບ​ຕໍ່​ແຜ​ນ​ການ​ພັດ​ທະ​ນາ​ເສດຖະກິດລາວໄປສູ່ ລະບົບດິຈິຕອລໃຫ້ໄດ້ຕາມເປົ້າໝາຍທີ່ວາງໄວ້ໃນປີ 2025 ດັ່ງກ່າວອີກ​ດ້ວຍ.

XS
SM
MD
LG