ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລັດຖະບານຈີນຕົກລົງຈະແບ່ງລາຍງານຂໍ້ມູນປະລິມານນໍ້າ ໃນເຂື່ອນ ແກ່ບັນດາປະເທດໃນເຂດຕອນລ່າງແມ່ນໍ້າຂອງ


ການວັດແທກ ປະລິມານແມ່ນໍ່້າຂອງ
ການວັດແທກ ປະລິມານແມ່ນໍ່້າຂອງ

ລັດຖະບານຈີນຕົກລົງຈະແບ່ງລາຍການຂໍ້ມູນປະລິມານນໍ້າ ໃນເຂື່ອນຊຽງຮຸ່ງ ເຖິງແລວ
ແມ່ນໍ້າຂອງໃນຈີນ ເພື່ອໃຫ້ປະເທດໃນເຂດຕອນລ່າງແມ່ນໍ້າຂອງ ໄດ້ ຮັບຮູ້ເຖິງປະລິ
ມານນໍ້າໃນຈີນຕອນ 8 ໂມງເຊົ້າຂອງທຸກວັນ ຊຶ່ງຊົງລິດ ໂພນເງິນ ມີລາຍງານ
ຈາກບາງກອກ.

ທ່ານທົດສະພົນ ວົງວານ ຜູ້ຊ່ວຍເລຂາທິການສຳນັກງານຊັບພະຍາກອນນໍ້າ ແຫ່ງຊາດ
ໄທໃຫ້ການຢືນຢັນວ່າ ລັດຖະບານຈີນໄດ້ຕົກລົງກັບຄະນະກຳມາທິການແມ່ນໍ້າຂອງ
(MRC) ກ່ຽວກັບການລາຍງານໃຫ້ຂໍ້ມູນ ປະລິມານນໍ້າ ແລະລະດັບນໍ້າໃນແມ່ນໍ້າຂອງ
ຕອນເທິງຢູ່ໃນເຂດແຂວຢູນານຂອງຈີນນັ້ນ ໂດຍຈະເລີ້ມການ ລາຍງານດັ່ງກ່າວ ນັບ
ແຕ່ເດືອນມັງກອນ 2021 ເປັນຕົ້ນໄປຊຶ່ງຈະເປັນການລາຍງານ ຂໍ້ມູນເປັນປະຈຳ ໃນ
ຕອນເວລາ 8 ໂມງເຊົ້າ ຂອງທຸກວັນ ໂດຍສະເພາະແມ່ນການລາຍງານຂໍ້ມູນລະດັບນໍ້
າ ໃນເຂື່ອນຊຽງ ຮຸ່ງທີ່ເປັນ 1 ໃນ 11 ເຂື່ອນໄຟຟ້າ ທີ່ກໍ່ສ້າງເທິງແລວແມ່ນໍ້າຂອງໃນຈີນ
ແລະ ເປັນເຂື່ອນທີ່ປ່ອຍນໍ້າ ລົງມາໃນເຂດຕອນຫລ່າງນັ້ນ ຈຶ່ງຖືເປັນຂໍ້ມູນທີ່ສຳຄັນຢ່າງ
ຍິ່ງສຳລັບປະເທດທີ່ຢູ່ເຂດຕອນຫລ່າງ ຂອງແມ່ນໍ້າຂອງ ເພາະວ່າຈະໄດ້ໃຊ້ຂໍ້ມູນປະລິ
ມານນໍ້າຈາກຈີນດັ່ງກ່າວ ເພື່ອຕຽມພ້ອມໃນການປ້ອງກັນຜົນກະທົບ ທີ່ອາດຈະເກີດຂຶ້ນ
ໄດ້ຢ່າງເທົ່າທັນກັບສະຖານະການ ທັງໄພນໍ້າຖ້ວມ ແລະໄພແຫ້ງແລ້ງພ້ອມກັນນີ້ລັດ
ຖະບານມຽນມາ ກໍຈະຮ່ວມມືໃນວຽກງານດັ່ງກ່າວນີ້ອີກດ້ວຍ ດັ່ງທີ່ທ່ານ ທົດສະພົນ
ຢືນຢັນວ່າ:

“ໃນເລື້ອງຂອງຄວາມຮ່ວມມືທີ່ຂະຫຍາຍໄປເຖິງ 2 ປະເທດຕອນບົນ ເຮົາພະຍາຍາມ
ຊວນມາຕັ້ງນານແລ້ວນະ ເຮົາຊວນມາຮ່ວມກໍເພື່ອໃຫ້ເກີດການບໍລິຫານ-ຈັດການໃນ
ພາບລວມຂອງລຸ່ມນໍ້າຂອງ ທັງລຸ່ມນໍ້າຊຶ່ງກໍຫາເຂົ້າມາຕອນຫຼັງໆນີ້ເອງ ມີການໃຫ້ຂໍ້ມູນ
ແຕ່ຂໍ້ມູນກໍເປັນຂໍ້ມູນທ້າຍນໍ້າ ກ່ອນອອກຈາກປະເທດ ເທົ່ານັ້ນ ຕອນແລກ ກໍໃຫ້ມາ
ສະເພາະຊ່ວງລະດູຝົນ ຫຼັງຈາກທີ່ເວທີການເມືອງລະຫວ່າງປະເທດ ຮ້ອນແຮງຂຶ້ນ ກໍ
ຍິນຍອມຫ້ຂໍ້ມູນຫຼາຍຂຶ້ນ ແລະເປັນຂໍ້ມູນຕະຫຼອດປີ ແຕ່ກໍໄດ້ວັນລະ 1 ຄັ້ງຕອນ
8 ໂມງເຊົ້າ.”

ການຕົກລົງດັ່ງກ່າວນີ້ຍັງເປັນຜົນທີ່ຕໍ່ເນື່ອງຈາກ ກອງປະຊູມລັດຖະມົນຕີຕ່າງ ປະເທດ
ໃນເຂດລຸມແມ່ນໍ້າຂອງ ແມ່ນໍ້າລ້ານຊ້າງຄັ້ງທີ 5 ທີ່ລັດຖະບານລາວ ເປັນເຈົ້າພາບຈັດ
ຂຶ້ນໃນເດືອນກຸມພາ ປີ 2020 ທີ່ນະຄອນວຽງຈັນດ້ວຍ ໂດຍ ເຂົ້າຮ່ວມກອງປະຊຸມຄັ້ງ
ນັ້ນກໍຄືລັດຖະມົນຕີວ່າການຕ່າງປະເທດຈີນ, ມຽນມາ, ກໍປູເຈຍ, ລາວ, ໄທ ແລະຫວຽດ
ນາມນັ້ນ ໄດ້ມີມະຕິຕົກລົງຮ່ວມກັນໃນຫລັກການກ່ຽວ ກັບການເຊື່ອມໂຍງໂຄງການພັດ
ທະນາຕ່າງໆ ໃນເຂດລຸ່ມແມ່ນໍ້າ ຂອງເຂົ້າກັບແຜນການນຶ່ງແລວ-ນຶ່ງເສັ້ນທາງ (Belt
and Road Initiative) ທີ່ລິເລີ້ມໂດຍທ່ານສີ ຈິ້ນຜິງ ປະທານປະເທດຈີນນັ້ນໃຫ້ເປັນ
ເຂດຮ່ວມພັດທະນາ ລະຫວ່າງຈີນ ກັບອາຊຽນຢ່າງເປັນຮູບປະທຳ ໂດຍ ສະເພາະແມ່ນ
ການເຊື່ອມໂຍງການຄົມມະນາຄົມຂົນສົ່ງ ທັງທາງບົກ ແລະທາງທະເລ ທີ່ຢູ່ພາຍໃຕ້ແຜ
ນ ແມ່ບົດການເຊື່ອມອາຊຽນ 2025 ນັ້ນ ດັ່ງທີ່ທ່ານສະເຫລີມໄຊ ກົມມະສິດ ລັດຖະມົນ
ຕີວ່າການຕ່າງປະເທດ ໄດ້ໃຫ້ການຢືນຢັນວ່າ:

“ບັນດາລັດຖຸມົນຕີແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ພວກເຮົາກໍຍັງໄດ້ຢືນຢັນ ຄືການຮ່ວມ
ມືເພື່ອສືບຕໍ່ຂະຫຍາຍການເຊື່ອມໂຍງ ການເຊື່ອມຈອດ ພ້ອມທັງຍັງສະເໜີໃຫ້ມີການ
ຄົ້ນຄວ້າຄວາມເປັນໄປໄດ້ ໃນການເຊື່ອມສານແຜນປະຕິບັດງານ ເຊື່ອມຈອດແມ່ນໍ້າ
ຂອງ-ແມ່ນໍ້າລ້ານຊ້າງເຂົ້າກັບແຜນລິເລີ້ມນຶ່ງແລວທາງ ນຶ່ງເສັ້ນທາງ ແຜນແມ່ບົດການ
ເຊື່ອມຈອດອາຊຽນ 2025 ແລະແລວທາງຂົນ ສົ່ງ ທາງບົກ ແລະທາງທະເລສາຍໄໝ
ພາກຕາເວັນຕົກພາຍໃຕ້ຂອບອາຊຽນ-ຈີນ.”

ທາງດ້ານທ່ານສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າ ການກະ
ຊວງແຜນການ ແລະການລົງທຶນ ຢືນຢັນວ່າ ລັດຖະບານລາວທຸ້ມເທ ຢ່າງສຸດຂີດ ເພື່ອ
ປະກອບສ່ວນໃນແຜນຍຸດທະສາດນຶ່ງແລວ ນຶ່ງເສັ້ທາງ ເພື່ອ ການພັດທະນາລາວໃຫ້
ເປັນເຂດເຊື່ອມຕໍ່ຂອງແຜນຍຸດທະສາດດັ່ງກ່າວ ຢູ່ໃນ ເຂດລຸ່ມແມ່ນໍ້າຂອງໃຫ້ໄດ້ຢ່າງ
ເປັນຮູບປະທຳ ແລະກໍລະນີທີ່ກຳລັງຈະປະກົດ ເປັນຈິງໃນທ້າຍປີ 2021 ກໍຄືໂຄງການ
ກໍ່ສ້າງທາງລົດໄຟເຊື່ອມຕໍ່ລາວກັບຈີນ ນັ້ນເອງ.

ໂດຍນັບແຕ່ປີ 1990 ເປັນຕົ້ນມາ ລັດຖະບານຈີນໄດ້ໃຫ້ການຊ່ວຍເຫຼືອແກ່ ລັດຖະບານ
ລາວ ຄິດເປັນມູນຄ່າລວມເກີນກວ່າ 22,540 ລ້ານຢວນ ໃນນີ້ແບ່ງ ເປັນການຊ່ວຍເຫຼຶືອ
ລ້າ 5,900 ລ້ານຢວນ ເງິນກູ້ບໍ່ມີດອກເບ້ຍ 5,300 ລ່້ານ ຢວນ ແລະເງິນກູ້ດອກເບ້ຍຕໍ່າ
11,000 ລ້ານຢວນ ໂດຍເມື່ອປະກອບກັບຈີນ ຍັງເປັນຜູ້ລົງທຶນອັນດັບ 1 ໃນລາວເຊັ່່ນ
ການກໍ່ສ້າງທາງລົດໄຟ ທາງດ່ວນ ແລະໂຄງຂ່າຍສາຍສົ່ງໄຟຟ້າແຮງສູງ ທີ່ລັດຖະບານ
ລາວຕ້ອງກູ້ຢືມເງິນທຶນຈາກ ຈີນ ເປັນດ້ານຫລັກນັ້ນ ກໍເຮັດໃຫ້ຄາດໝາຍໄດ້ວ່າ ລາວ
ຈະເປັນໜີ້ຈີນເຖິງ 30,000 ກວ່າລ້ານຢວນ

XS
SM
MD
LG