ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ບັນດາ​ບໍລິສັດ​ ເອກະ​ຊົນ​ຈີນ ​ເປັນ​ກຸ່ມ​ລົງທຶນ ​ລາຍ​ໃຫຍ່​ທີ່​ສຸດ​ ໃນ​ລາວ


ບັນດາບໍລິສັດເອກະຊົນຕາ່ງຊາດໄດ້ພາກັນລົງທຶນ ຫຼາຍທີ່ສຸດ ກໍແມ່ນ ພາກພະລັງງານໄຟຟ້າ. ໂຄງການກໍ່ສ້າງ ເຂື່ອນໄຟຟ້າ ນ້ຳທາ 1 ແມ່ນໜຶ່ງໂຄງການຂອງບໍລິສັດຈີນ.
ບັນດາບໍລິສັດເອກະຊົນຕາ່ງຊາດໄດ້ພາກັນລົງທຶນ ຫຼາຍທີ່ສຸດ ກໍແມ່ນ ພາກພະລັງງານໄຟຟ້າ. ໂຄງການກໍ່ສ້າງ ເຂື່ອນໄຟຟ້າ ນ້ຳທາ 1 ແມ່ນໜຶ່ງໂຄງການຂອງບໍລິສັດຈີນ.

ບັນດາ​ບໍລິສັດ​ເອກະ​ຊົນ​ຈີນ ​ເປັນ​ກຸ່ມ​ລົງທຶນ​ລາຍ​ໃຫຍ່​ທີ່​ສຸດ​ໃນ
​ລາວຕິດຕາມ​ດ້ວຍ​ຫວຽດນາມ​ແລະ ​ໄທ ສ່ວນ​ບັນດາ​ບໍລິສັດ
​ເອກະ​ຊົນ​ຍີ່ປຸ່ນ​ກໍ​ວາງ​ເປົ້າໝາຍ​ທີ່​ຈະ​ເປັນອັນ​ດັບທີ 4 ​ໃຫ້​ໄດ້​
ພາຍ​ໃນ​ປີ 2015.

ກະຊວງແຜນການແລະການລົງທຶນ ລາຍງານວ່າການລົງທຶນ
ຂອງຕ່າງປະເທດໃນລາວນັບຕັ້ງແຕ່ປີ 1986 ເປັນຕົ້ນມາຈົນເຖິງ
ປັດຈຸບັນນີ້ ມີມູນຄ່າລວມຫຼາຍກວ່າ 24,000 ລ້ານດອນລາແລ້ວ
ໂດຍພາກສ່ວນ ທີ່ມີການລົງທຶນຫຼາຍທີ່ສຸດ ກໍແມ່ນບັນດາບໍລິສັດເອກະຊົນຈີນ ທີ່ມີມູນຄ່າ
ການລົງທຶນລວມຫຼາຍກວ່າ 5,200 ລ້ານດອນລາ ຕິດຕາມດ້ວຍຫວຽດນາມ ກັບໄທ ທີ່ມີ
ມູນຄ່າການລົງທຶນໃນລາວເກີນກວ່າ 4,700 ລ້ານດອນລາ ແລະ 4,600 ລ້ານດອນລາ
ຕາມລຳດັບ.

ທາງການລາວ ກໍຍັງໄດ້ພະຍາຍາມ ຈັດກອງປະຊຸມຕ່າງໆ ເພື່ອດຶງດູດ ນັກທຸລະກິດ ຍີ່ປຸ່ນ ໃຫ້ພາກັນເຂົ້າມາລົງທຶນໃນລາວ ໃຫ້ຫຼາຍຂຶ້ນ ເປັນກໍລະນີພິເສດ.
ທາງການລາວ ກໍຍັງໄດ້ພະຍາຍາມ ຈັດກອງປະຊຸມຕ່າງໆ ເພື່ອດຶງດູດ ນັກທຸລະກິດ ຍີ່ປຸ່ນ ໃຫ້ພາກັນເຂົ້າມາລົງທຶນໃນລາວ ໃຫ້ຫຼາຍຂຶ້ນ ເປັນກໍລະນີພິເສດ.

ສຳຫລັບພາກທຸລະກິດ ທີ່ບັນດາບໍລິສັດເອກະຊົນຕ່າງຊາດ
ໄດ້ພາກັນລົງທຶນຫຼາຍທີ່ສຸດ ກໍແມ່ນພາກພະລັງງານໄຟຟ້າ ການສຳຫລວດແລະຂຸດຄົ້ນແຮ່ທາດ ພາກກະສິກຳ ໂຮງແຮມ
ແລະບໍລິການ ອຸດສາຫະກຳແລະຫັດຖະກຳ ຊຶ່ງໄດ້ປະກອບສ່ວນ
ຢ່າງສຳຄັນເຮັດໃຫ້ເສດຖະກິດລາວຂະຫຍາຍຕົວເພີ້ມຂຶ້ນໃນ
ອັດຕາສະເລ່ຍເຖິງ 7.5 ເປີເຊັນ ຕໍ່ປີໃນຕະຫລອດລະຍະກວ່າ
10 ປີມານີ້.

ນອກຈາກບັນດາບໍລິສັດຈີນ ຫວຽດນາມ ແລະໄທດັ່ງກ່າວແລ້ວ
ບັນດາບໍລິສັດຍີ່ປຸ່ນກໍເປັນອີກພາກສ່ວນໜຶ່ງທີ່ມີການເພີ້ມມູນ
ຄ່າລົງທຶນໃນລາວຫຼາຍຂຶ້ນຢ່າງຕໍ່ເນື່ອງໂດຍຜູ້ຊ່ຽວຊານທາງ
ເສດຖະກິດຊາວຍີ່ປຸ່ນ ປະເມີນວ່າການລົງທຶນຂອງບັນດາບໍລິສັດ
ຍີ່ປຸ່ນໃນລາວ ຈະເພີ້ມຂຶ້ນຢ່າງວ່ອງໄວໃນລະຍະ 2 ປີຕໍ່ໄປນີ້ ຊຶ່ງຈະເຮັດໃຫ້ບັນດາບໍລິສັດ
ຍີ່ປຸ່ນກາຍເປັນຜູ້ລົງທຶນລາຍໃຫຍ່ອັນດັບທີ 4 ຮອງຈາກຈີນ ຫວຽດນາມ ແລະໄທພາຍໃນ
ປີ 2015 ອັນເປັນປີທີ 10 ປະເທດສະມາຊິກ ໃນກຸ່ມອາຊຽນ ຈະກາຍເປັນປະຊາຄົມໜຶ່ງ
ດຽວກັນ.

ຍິ່ງໄປກວ່ານັ້ນ ຜູ້ຊ່ຽວຊານທາງເສດຖະກິດຊາວຍີ່ປຸ່ນ ກໍຍັງໄດ້ໃຫ້ການຢືນຢັນດ້ວຍ
ວ່າ ການລົງທຶນຂອງບັນດາບໍລິສັດຍີ່ປຸ່ນ ໃນລາວ ຈະເນັ້ນໜັກໃນພາກອຸດສາຫະກຳ
ແປຮູບສິນຄ້າກະສິກຳ ແລະ ໃນພາກບໍລິການ ທີ່ສາມາດຈະສ້າງວຽກເຮັດງານທຳ
ໃຫ້ແກ່ຄົນລາວໄດ້ຫຼາຍກວ່າການລົງທຶນໃນດ້ານອື່ນໆ ໃນລາວທີ່ເນັ້ນໜັກໃນດ້ານ
ການພັດທະນາທີ່ດິນ ເຊັ່ນສະໜາມກ໊ອບຟ໌ ທີ່ສ້າງວຽກເຮັດງານທຳ ໃຫ້ແກ່ຄົນລາວ
ໄດ້ຢ່າງຈຳກັດ ຊຶ່ງກໍນັບເປັນສາເຫດສຳຄັນປະການໜຶ່ງ ທີ່ເຮັດໃຫ້ຄົນລາວ ຕ້ອງພາກັນ
ເດີນທາງໄປລັກລອບທຳງານຢູ່ໃນໄທ ຫຼາຍຂຶ້ນນັບມື້.

ກ່ອນໜ້ານີ້ ອົງການການຄ້າຕ່າງປະເທດແຫ່ງຍີ່ປຸ່ນ (JETRO) ລາຍງານວ່າ ບໍລິສັດ
ເອກະຊົນຍີ່ປຸ່ນ ຈະພາກັນຍ້າຍຖານ ການລົງທຶນຈາກຈີນ ແລະໄທ ເຂົ້າມາໃນລາວ
ຫຼາຍຂຶ້ນຢ່າງຕໍ່ເນື່ອງ ໂດຍມີສາເຫດມາຈາກ ຄ່າຈ້າງແຮງງານ ທີ່ປັບຕົວສູງຂຶ້ນຢ່າງ
ຕໍ່ເນື່ອງ ຢູ່ໃນປະເທດຈີນ ສ່ວນຢູ່ໃນປະເທດໄທນັ້ນ ກໍເປັນຍ້ອນ ບັນຫາໄພນ້ຳຖ້ວມ
ແລະຄວາມຂັດແຍ້ງທາງການເມືອງ.

ໂດຍເພື່ອເປັນການຮອງຮັບ ການເຂົ້າມາລົງທຶນໃນລາວ ຂອງບັນດາບໍລິສັດຍີ່ປຸ່ນດັ່ງ
ກ່າວນີ້ ອົງການ JETRO ກໍໄດ້ເປີດສຳນັກງານ ຢູ່ນະຄອນຫລວງວຽງຈັນ ໃນທ້າຍ
ເດືອນເມສາປີນີ້ ອັນຖືເປັນສ່ວນໜຶ່ງຂອງການຕົກລົງຮ່ວມມືໃນຫຼາຍໆດ້ານ ທີ່ໄດ້ມີຂຶ້ນ
ໃນໂອກາດທີ່ທ່ານ Shinzo Abe ນາຍົກລັດຖະມົນຕີຍີ່ປຸ່ນ ໄດ້ເດີນທາງມາຢ້ຽມຢາມ
ສປປ.ລາວ ຢ່າງເປັນທາງການ ໃນເດືອນພະຈິກປີກາຍ.

ນອກຈາກນີ້ ທາງການລາວ ກໍຍັງໄດ້ພະຍາຍາມ ຈັດກອງປະຊຸມຕ່າງໆ ເພື່ອດຶງດູດ
ນັກທຸລະກິດ ຍີ່ປຸ່ນ ໃຫ້ພາກັນເຂົ້າມາລົງທຶນໃນລາວ ໃຫ້ຫຼາຍຂຶ້ນເປັນກໍລະນີພິເສດ
ອີກດ້ວຍ ດັ່ງທີ່ທ່ານສົມດີ ດວງດີ ລັດຖະມົນຕີວ່າການກະຊວງແຜນການແລະການ
ລົງທຶນໄດ້ໃຫ້ການຢືນຢັນວ່າ:

“ພວກເຮົາກໍໄດ້ໄປເຜີຍແຜ່ ແນະນຳນະໂຍບາຍຕ່າງໆ ຂອງລັດຖະບານ
ໃຫ້ນັກລົງທຶນຍີ່ປຸ່ນເຂົ້າໃຈແຈ້ງຂຶ້ນກວ່າເກົ່າ ກວ້າງຂວາງຂຶ້ນກວ່າເກົ່າ
ໂດຍການໄປເຮັດສຳມະນາ ສົ່ງເສີມການລົງທຶນຢູ່ຍີ່ປຸ່ນ ກໍຄືເຊີນ ເພິ່ນມາ
ຮ່ວມສຳມະນາຢູ່ພີ້ ຈຶ່ງເຮັດໃຫ້ໃນຊຸມປີຫຼັງນີ້ ການລົງທຶນຂອງຍີ່ປຸ່ນນີ້
ເພີ້ມຂຶ້ນຫຼາຍເທື່ອ.”

ໂດຍຂະແໜງການທີ່ບັນດາບໍລິສັດເອກະຊົນຍີ່ປຸ່ນ ໄດ້ໃຫ້ຄວາມສົນໃຈ ທີ່ຈະເຂົ້າມາ
ລົງທຶນໃນລາວຫຼາຍທີ່ສຸດນັ້ນ ກໍຄືພາກການກະເສດແລະອຸດສາຫະກຳແປຮູບສິນຄ້າ
ກະເສດ ຕິດຕາມດ້ວຍພາກພະລັງງານ ການສຶກສາ ສາທາລະນະສຸກ ການຂຸດຄົ້ນ
ແຮ່ທາດ ແລະ ພາກບໍລິການຕາມລຳດັບ ສ່ວນທາງການລາວ ກໍໄດ້ເລັ່ງພັດທະນາ
ເຂດເສດຖະກິດພິເສດ ເພື່ອຮອງຮັບການລົງທຶນຂອງຍີ່ປຸ່ນ ໃຫ້ຫຼາຍຂຶ້ນ ໂດຍໃນ
ປັດຈຸບັນ ຍີ່ປຸ່ນ ໄດ້ລົງທຶນໃນລາວເປັນມູນຄ່າລວມ 548 ລ້ານດອນລາ ໃນ 104
ໂຄງການແລະເປັນອັນດັບທີ 7.

XS
SM
MD
LG