ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ບໍລິສັດ ເອກະຊົນຈີນ ເລີ່ມການກໍ່ສ້າງ ອຸໂມງ ເຊື່ອມຕໍ່ ຊາຍແດນລາວ ກັບຈີນ


ພິທີວາງສີລາລືກ ເລີ້ມຕົ້ນ ການກໍ່ສ້າງ ທາງລົດໄຟລາວ-ຈີນ ໂດຍມີວິສາຫະກິດຮ່ວມທຶນລາວ-ຈີນ ຮັບຜິດຊອບ ແລະ ເປັນຄະນະຊີ້ນຳ ໂຄງການ.
ພິທີວາງສີລາລືກ ເລີ້ມຕົ້ນ ການກໍ່ສ້າງ ທາງລົດໄຟລາວ-ຈີນ ໂດຍມີວິສາຫະກິດຮ່ວມທຶນລາວ-ຈີນ ຮັບຜິດຊອບ ແລະ ເປັນຄະນະຊີ້ນຳ ໂຄງການ.

ບໍລິສັດເອກະຊົນຈີນ ເລີ່ມການກໍ່ສ້າງອຸໂມງເຊື່ອມກັບ ຊາຍແດນລາວ ທີ່ດ່ານ ບໍ່ເຕັນໃນແຂວງຫລວງນ້ຳທາ ໂດຍເປັນສ່ວນໜຶ່ງ ໃນໂຄງການກໍ່ສ້າງທາງ ລົດໄຟເຊື່ອມຕໍ່ ຈາກຈີນມາລາວ.

ພາຍຫລັງການລົງນາມ ໃນຂໍ້ຕົກລົງ ວ່າດ້ວຍການຮ່ວມມື ໃນການກໍ່ສ້າງທາງ ລົດໄຟລາວ-ຈີນ ເມື່ອວັນທີ 13 ພະຈິກ 2015 ຢູ່ທີ່ກຸງປັກກິ່ງ ຕໍ່ເນື່ອງດ້ວຍ ການສ້າງວິສາຫະກິດຮ່ວມທຶນລາວ-ຈີນ ເພື່ອຮັບຜິດຊອບໂຄງການ ແລະ ຄະນະຊີ້ນຳໂຄງການ ກໍໄດ້ຄັດເລືອກບໍລິສັດກໍ່ສ້າງທາງລົດໄຟຈີນ ເລກ 2 ເປັນຜູ້ຮັບເໝົາກໍ່ສ້າງທາງລົດໄຟ ລະຍະທີ 6 ທີ່ເຊື່ອມຕໍ່ແຂວງວຽງຈັນ ມາຍັງ ນະຄອນຫຼວງວຽງຈັນ ທັງໄດ້ຄັດເລືອກບໍລິສັດ Great Wall Henan ເປັນ ທີ່ປຶກສາການກໍ່ສ້າງທາງລົດໄຟ ລະຍະດັ່ງກ່າວ ນັບແຕ່ເດືອນທັນວາ 2015 ເປັນຕົ້ນມາຈົນເຖິງປັດຈຸບັນນີ້ ການກໍ່ສ້າງອຸໂມງເຊື່ອມຕໍ່ຊາຍແດນ ຢູ່ທີ່ ດ່ານບໍ່ຫານ ໃນເຂດສິບສອງພັນນາຂອງຈີນ ກັບດ່ານບໍ່ເຕັນໃນແຂວງ ຫຼວງນ້ຳທາຂອງລາວ ກໍໄດ້ເລີ່ມລົງມືສ້າງ ໃນພາກຕົວຈິງແລ້ວໃນຂະນະນີ້.

ແຜນທີ່ ເສັ້ນທາງ ການກໍ່ສ້າງທາງລົດໄຟ ເຊື່ອມຕໍ່ ລາວກັບຈີນ
ແຜນທີ່ ເສັ້ນທາງ ການກໍ່ສ້າງທາງລົດໄຟ ເຊື່ອມຕໍ່ ລາວກັບຈີນ

ໂດຍອຸໂມງດັ່ງກ່າວນີ້ ຈະມີລວງຍາວ 9.68 ກິໂລແມັດ ຊຶ່ງແບ່ງເປັນ 7.17 ກິໂລແມັດຢູ່ເບື້ອງຈີນ ກັບ 2.51 ກິໂລແມັດຢູ່ເບື້ອງລາວ ແລະ ຈະໃຊ້ເວລາ ກໍ່ສ້າງເຖິງ 56 ເດືອນ ຈຶ່ງຈະແລ້ວເສັດ ໂດຍທາງການລາວກັບຈີນ ໄດ້ຕັ້ງຊື່ ວ່າ “ອຸໂມງມິດຕະພາບ” ເພື່ອສະແດງເຖິງມິດຕະພາບທີ່ເລີກເຊິ່ງ ລະຫວ່າງ 2 ຊາດ.

ທັງນີ້ ທາງການລາວກັບຈີນ ໄດ້ຕົກລົງຮ່ວມທຶນກັນ ໃນສັດສ່ວນ 30 ເປີເຊັນ ຕໍ່ 70 ເປີເຊັນ ຂອງການລົງທຶນ ທີ່ມີມູນຄ່າລວມ 38,700 ລ້ານຫຍວນ ຫຼື ຫຼາຍກວ່າ 6,000 ລ້ານໂດລາ ໂດຍກ່ອນໜ້ານີ້ ທະນາຄານເພື່ອການສົ່ງ ອອກ ແລະ ນຳເຂົ້າຂອງຈີນ ກໍໄດ້ຕົກລົງໃຫ້ເງິນກູ້ ແກ່ລັດຖະບານລາວ ໃນ ມູນຄ່າລວມ 480 ລ້ານໂດລາ ເພື່ອນຳໃຊ້ໃນການຮ່ວມລົງທຶນ ໝາຍຄວາມ ວ່າ ລັດຖະບານລາວ ຍັງຈະຕ້ອງຈັດຫາເງິນທຶນອີກ ໃນມູນຄ່າ 1,332 ລ້ານ ໂດລາ ຈຶ່ງພຽງພໍສຳລັບການຮ່ວມລົງທຶນ ໃນສັດສ່ວນ 30 ເປີເຊັນ ດັ່ງກ່າວ ຊຶ່ງຈະເປັນການກູ້ຢືມ ຈາກສະຖາບັນການເງິນ ໃນປະເທດຈີນເຊັ່ນດຽວກັນ.

ສຳລັບການກູ້ຢືມຈາກຈີນດັ່ງກ່າວນີ້ ຈະມີລະຍະເວລາຜ່ອນຊຳລະຄືນໃນ 5 ປີ ດ້ວຍອັດຕາດອກເບ້ຍ 2.3 ເປີເຊັນຕໍ່ປີ ແລະລັດຖະບານລາວ ຍັງຈະ ຕ້ອງຮັບປະກັນໜີ້ເງິນກູ້ພ້ອມດອກເບ້ຍ ດ້ວຍລາຍໄດ້ຈາກບໍ່ແຮ່ Potash ເຖິງ 5 ແຫ່ງ ທີ່ເປັນໂຄງການລົງທຶນ ຂອງກຸ່ມທຸລະກິດຈາກຈີນໃນລາວ.

ໂຄງການກໍ່ສ້າງທາງລົດໄຟເຊື່ອມຕໍ່ລາວກັບຈີນ ມີລະຍະທາງຍາວ 427.2 ກິໂລແມັດ ຈາກດ່ານຊາຍແດນບໍ່ເຕັນ-ບໍ່ຫານ ມາທີ່ນະຄອນຫຼວງວຽງຈັນ ດ້ວຍລາງລົດໄຟຂະໜາດກວ້າງ 1.435 ແມັດ ທີ່ແຍກກັນ ລະຫວ່າງຂະບວນ ໂດຍສານ ແລະຂະບວນຂົນສົ່ງສິນຄ້າ ທີ່ມີຄວາມໄວ 160 ແລະ 120 ກິໂລ ແມັດຕໍ່ຊົ່ວໂມງ ຕາມລຳດັບ ຫາກແຕ່ສຳຫລັບຂະບວນໂດຍສານ ທີ່ຢູ່ເຂດ ທົ່ງພຽງ ຄືຈາກວັງວຽງມານະຄອນຫຼວງວຽງຈັນນັ້ນ ຈະສາມາດແລ່ນດ້ວຍ ຄວາມໄວເຖິງ 200 ກິໂລແມັດຕໍ່ຊົ່ວໂມງ.

ທາງລົດໄຟຈາກດ່ານບໍ່ເຕັນມາເຖິງ ນະຄອນຫຼວງວຽງຈັນ ຈະມີສະຖານີ ທັງໝົດ 33 ແຫ່ງ ໂດຍໃນນີ້ ກໍຈະເປັນສະຖານີສັບຫລີກລົດໄຟ 21 ແຫ່ງ ສະຖານີໂດຍສານ 11 ແຫ່ງ ໃນນີ້ເປັນສະຖານີຂະໜາດໃຫຍ່ 5 ແຫ່ງ ທີ່ ບ້ານນາເຕີຍ ທີ່ເມືອງໄຊ ທີ່ຫຼວງພະບາງ ທີ່ວັງວຽງ ທີ່ນະຄອນຫຼວງວຽງຈັນ ແລະ ເປັນສະຖານີສິນຄ້າ ອີກ 1 ແຫ່ງ ໂດຍນຳໃຊ້ເທັກໂນໂລຈີ ລົດໄຟຈີນ ຂັບເຄື່ອນດ້ວຍໄຟຟ້າຮອງຮັບນ້ຳໜັກໄດ້ 3,000 ໂຕນ ຕໍ່ 1 ຂະບວນລົດໄຟ ຈຶ່ງເຮັດໃຫ້ທາງການລາວເຊື່ອໝັ້ນວ່າ ຈະສ້າງຜົນປະໂຫຍດທາງເສດຖະກິດ ຢ່າງຫຼວງຫຼາຍດັ່ງທີ່ ທ່ານລັດຕະນະມະນີ ຄູນນິວົງ ລັດຖະມົນຕີຊ່ວຍວ່າການ ກະຊວງໂຍທາທິການ ແລະຂົນສົ່ງ ໄດ້ໃຫ້ການຢືນຢັນວ່າ:

“ແຕ່ວ່າ ປະສິດທິຜົນທາງດ້ານເສດຖະກິດນັ້ນ ສູງ ແມ່ນປະສິດທິຜົນທີ່ວ່າ ຂະແໜງການອື່ນໆ ທີ່ບໍ່ໄດ້ເຮັດການຂົນສົ່ງທາງລົດໄຟໄດ້ຜົນປະໂຫຍດ ຍົກຕົວຢ່າງປັດຈຸບັນນີ້ ພວກເຮົາຂົນສິນຄ້າກະສິກຳໄປຂາຍໃຫ້ປະເທດຈີນ ຊຶ່ງເປັນຕະຫຼາດໃຫຍ່ ແຕ່ວ່າເຮົາເອົາລົດຂົນສົ່ງ ເຮົາຂົນໄປທຸກມື້ນີ້ຮອດ ຊາຍແດນຈີນ ໃຊ້ເວລາ 3 ມື້ເດ້ ຄັນເຮົາມີລົດໄຟນີ້ນ່ະ ພຽງ 2 ຊົ່ວໂມງເຄິ່ງ ອັນນີ້ ທັງລາຄາຖືກກວ່າ ແລະກະຮອດໄວກວ່າ ນອກຈາກນີ້ ກໍຍັງເປັນ ເງື່ອນໄຂໃຫ້ແກ່ການລົງທຶນຕ່າງໆ ອັນນີ້ວຽກເຮັດງານທຳກະສູງ ແລະ ໂຄງການທາງລົດໄຟນີ້ ມັນຈະຍາວນານທີ່ສຸດ.”

ແຕ່ເນື່ອງຈາກວ່າ ພູມິປະເທດ ສ່ວນຫຼາຍໃນລາວເປັນເຂດພູດອຍ ແລະ ແຫລ່ງນ້ຳທຳມະຊາດ ຈຶ່ງເຮັດໃຫ້ຈະຕ້ອງມີການເຈາະອຸໂມງເຖິງ 72 ແຫ່ງ ມີລວງຍາມລວມເຖິງ 183 ກິໂລແມັດ ທັງກໍຍັງຈະຕ້ອງສ້າງຂົວ 170 ແຫ່ງ ຍົກລະດັບລາງລົດໄຟ ໃນລະຍະທາງ 175 ກິໂລແມັດ ມີເຂດແລວທາງເບື້ອງ ລະ 50 ແມັດ ໂດຍຈະຕ້ອງນຳໃຊ້ທີ່ດິນ ສຳລັບຮອງຮັບສະຖານີລົດໄຟ ໃນ ເນື້ອທີ່ລວມ 3,058 ເຮັກຕາ.

XS
SM
MD
LG