ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ນັກສິນລະປີນ ແລະນັກຄັດຄ້ານ ລັດຖະບານຈີນ ເສຍໄຊ ໃນການອຸທອນ


ນັກສິນລະປິນ ແລະນັກຄັດຄ້ານລັດຖະບານຈີນ ທ່ານ Ai Weiweiຜິດຫວັງໃນການອຸທອນຈາກສານໃ
ນັກສິນລະປິນ ແລະນັກຄັດຄ້ານລັດຖະບານຈີນ ທ່ານ Ai Weiweiຜິດຫວັງໃນການອຸທອນຈາກສານໃ

ທະນາຍ​ຄວາມ​ຂອງທ່ານ Ai Weiwei ນັກ​ສິນລະປິນພ້ອມ​ທັງ​ເປັນ​ນັກ​ຄັດຄ້ານ
ລັດຖະບານຈີນ ​ກ່າວ​ວ່າ ລູກ​ຄວາມ​ຂອງ​ທ່ານ ​ໄດ້​ເສຍ​ໄຊ​ໃນການຂໍອຸທອນ ​ໃນ​ວັນ
​ສຸກມື້ນີ້ ກ່ຽວ​ຂໍ້ຫາ​ບໍ່​ຈ່າຍ​ຄ່າ​ປັບໃໝ​ໃນ​ການຫລີກ​ລ້ຽງ​ພາສີຫລາຍ​ລ້ານ​ໂດ​ລາ ​ຕໍ່​ບໍ
ລິ​ສັດ​ທີ່​ລາວໄດ້​ຕັ້ງ​ຂື້ນ​ມາ.

ທ່ານ Pu Zhiqiang ກ່າວ​ວ່າ ສານຢູ່ໃນ​ເຂ​ດ Chaoyang ຂອງ​ກຸງ​ປັກ​ກິ່ງໄດ້​ປະຕິ
​ເສດ​ຕໍ່ການ​ອຸທ​ອນ ບໍ່​ຢາກ​ຈ່າຍ​ຄ່າ​ປັບ​ໃໝ​ຂອງບໍລິສັດ Fake Cultural
Development Limited ຊຶ່ງ​ເປັນ​ບໍລິສັດ​ຈຳໜ່າຍ​ງານ​ສິນ​ລະ​ປະ​ຂອງທ່ານ Ai ນັ້ນ.

ທ່ານ Ai ​ໄດ້​ໃຫ້ການ​ຕໍ່​ບັນດາ​ນັກ​ຂ່າວ​ ທີ່​ຫ້ອງການ​ຂອງ​ທ່ານ ​ໃນ​ກຸງ​ປັກ​ກິ່ງ ວ່າ
ທ່ານມີ​ຄວາມ​ຜິດ​ຫວັງ​ທີ່​ສຸດ ​ຕໍ່​ການ​ຕັດສິນຂອງ​ສານ.

ບັນດາ​ຜູ້​ສະໜັບສະໜຸນທ່ານ ກ່າວ​ວ່າ ຄະດີ​ດັ່ງກ່າວ​ແມ່ນ​ພາກສ່ວນນຶ່ງ ​ໃນ​ການ​ດຳ​
ເນີນ​ຄວາມ​ພະຍາຍາມຂອງ​ລັດຖະບານ​ເພື່ອ​ປິດ​ປາກປິດ​ສຽງ ຜູ້​ຕຳ​ໜິ ຕິຕຽນ​ລັດຖະ
ບານ​ທີ່​ມີ​ຊື່​ສຽງ​ຄົນ​ນຶ່ງຂອງຈີນ. ທ່ານ Ai ບໍ່​ໄດ້​ຮັບ​ອະນຸຍາດ​ໃຫ້​ເຂົ້າ​ຮ່ວມຟັງ​ຂໍການ​
ອຸທອນ ​ແບບ​ມີການ​ປິດ​ລັບ ທີ່​ມີຂື້ນ​ໃນ​ເດືອນ​ມິຖຸນາຜ່ານ ມານີ້.

XS
SM
MD
LG