ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຈີນ ໃຊ້ການຊ່ວຍເຫຼືອ ທາງເສດຖະກິດ ເພື່ອ ອອຍໃຈ ປະເທດ ເພື່ອນບ້ານ


ຜູ້ປະທ້ວງຖືປ້າຍໃນລະຫວ່າງການຊຸມນຸມຢູ່ນອກສະຖານກົງສຸນ ຈີນ ໃນນະຄອນຫຼວງ ມະນີລາ ເພື່ອປະທ້ວງ ການສ້າງເກາະທຽມຂອງ ຈີນ ໃນທະເລຈີນໃຕ້.
ຜູ້ປະທ້ວງຖືປ້າຍໃນລະຫວ່າງການຊຸມນຸມຢູ່ນອກສະຖານກົງສຸນ ຈີນ ໃນນະຄອນຫຼວງ ມະນີລາ ເພື່ອປະທ້ວງ ການສ້າງເກາະທຽມຂອງ ຈີນ ໃນທະເລຈີນໃຕ້.

ການໃຊ້ການຊ່ວຍເຫຼືອທາງເສດຖະກິດເພື່ອເອົາໃຈປະເທດທີ່ໂມໂຫທີ່ຢູ່ໃກ້ຄຽງຂອງ
ຈີນ ຍັງຄົງຖືກພິຈາລະນາວ່າ ມີປະສິດທິຜົນ ໃນການອະນຸຍາດໃຫ້ພວກເຂົາເຈົ້າ ປັບ
ປຸງການອ້າງກຳມະສິດ ທີ່ເປັນບັນຫາຂອງພວກເຂົາເຈົ້າໃນທະເລຈີນໃຕ້, ແຕ່ເຂົາເຈົ້າ
ກໍໄດ້ສະແດງໃຫ້ເຫັນ ສັນ ຍານເບື້ອງຕົ້ນ ກ່ຽວກັບ ການມີປະສິດທິພາບໜ້ອຍລົງ, ປີໜຶ່ງຫຼັງຈາກສານສາກົນ ໄດ້ປະຕິເສດພື້ນຖານທາງກົດໝາຍຂອງ ປັກກິ່ງ ໃນການອ້າງກຳ
ມະສິດທາງທະເລທີ່ໄດ້ເຮັດໃຫ້ພວກເຂົາເຈົ້າມີການຂັດແຍ້ງກັບ ປະເທດສ່ວນໃຫຍ່ໃນ
ເອເຊຍ ຕາເວັນອອສຽງໃຕ້.

ໃນການຮຽກຮ້ອງຂອງ ຟີລິບປິນ ນັ້ນ, ສານໂລກທີ່​ນະຄອນ Hague ໄດ້ຕັດສິນ ໃນ
ເດືອນກໍລະກົດ 2016 ວ່າ ປັກກິ່ງ ໄດ້ລ່ວງລະເມີດ ເຂດ​ເສດຖະກິດພິເສດ ຂອງປະ
ເທດອື່ນໆ ໃນທະເລຈີນໃຕ້.

ປັກກິ່ງ ໄດ້ປະຕິເສດຕໍ່ຂໍ້ກ່າວຫາດັ່ງກ່າວ, ແລະ ນັບຕັ້ງແຕ່ນັ້ນມາກໍໄດ້ເພີ່ມການຊ່ວຍ
ເຫຼືອ ແລະ ການລົງທຶນໃນ 4 ປະເທດເອເຊຍ ຕາເວັນອອກສຽງໃຕ້. ປະເທດດັ່ງກ່າວໄດ້
ຄຽດແຄ້ນ ຈີນ ຕໍ່ການກໍ່ສ້າງເກາະທຽມເພື່ອໃຊ້ໃນທາງທະຫານ ແລະ ໄດ້ສົ່ງເຮືອຍາມ
ຝັ່ງເຂົ້າໄປໃນເຂດທີ່ມີການຂັດແຍ້ງທາງທະເລດັ່ງກ່າວ ກ່ອນ ແລະກໍຫຼັງການຕັດສິນ
ຂອງສານ. ບັນດານັກວິເຄາະກ່າວວ່າ ຈີນ ຫວັງວ່າການຊ່ວຍເຫຼືອຈະຍັບຢັ້ງປະເທດ
ອື່ນໆຈາກການຟ້ອງຮ້ອງອື່ນໆທີ່ນະຄອນ Hague.

ທ່ານ Jay Batongbacal ຜູ້ອຳນວຍການສະຖາບັນການທະເລແລະ ກົດໝາຍກ່ຽວກັບ
ທະເລທີ່ມະຫາວິທະຍາໄລແຫ່ງ ຟີລິບປິນ ກ່າວວ່າ “ແມ່ນກະທັ້ງ ຈີນ ຍັງໄດ້ລະມັດລະ
ວັງເພື່ອຫຼີກລ່ຽງຈາກຟ້ອງຮ້ອງຄະດີທີສອງ. ພວກເຂົາເຈົ້າໄດ້ຖືກບັງຄັບໃຫ້ຂະຫຍາຍ
ສາຍພົວພັນທາງເສດ ຖະກິດໃຫ້ຫຼາຍຂຶ້ນແທ້ໆ.”

ຈີນ ກ່າວວ່າ ການນຳໃຊ້ໃນປະຫວັດສາດຢ້ອນຄືນໄປ 2000 ປີກ່ອນ ໄດ້ສະແດງໃຫ້ເຫັນ
ວ່າ ພວກເຂົາເຈົ້າ ເປັນເຈົ້າຂອງ ພື້ນທີ່ສ່ວນໃຫຍ່ຂອງທະເລເຂດຮ້ອນຂະໜາດ 3 ລ້ານ
5 ແສນຕາກິໂລແມັດ, ເຊິ່ງພວກເຂົາເຈົ້າໄດ້ກຳນົດເຂດແດນດ້ວຍ ເສັ້ນເກົ້າຂີດ ຂະ
ຫຍາຍອອກໄປເປັນຄືບ້ວງ ຈາກຊາຍຝັ່ງພາກໃຕ້ໄປຫາເກາະ Borneo. ການອ້າງກຳມະ
ສິດດັ່ງກ່າວໄດ້ໄປກວມເອົາເຂດເສດຖະກິດພິເສດ ທີ່ຖືກຕັ້ງຂຶ້ນໂດຍປະເທດ ບຣູໄນ,
ເມເລເຊຍ, ຫວຽດນາມ ແລະ ຟີລິບປິນ.

ພວກເຂົາເຈົ້າໄດ້ກ່າວວ່າ ໜຶ່ງປີຜ່ານມາ ສານໄກ່ເກ່ຍຖາວອນ ໄດ້ຕັດ ສິນວ່າ "ການອ້າງກຳມະສິດຕໍ່ແຫຼ່ງຊັບພະຍາຍາມທີ່ມີຊີວິດ ແລະ ບໍ່ມີຊີວິດຢູ່ພາຍໃນເສັ້ນເກົ້າຂີດ” ຂອງ
ຈີນ ນັ້ນ ແມ່ນຂັດແຍ້ງກັນ ກັບສົນທິສັນຍາ ອົງການສະຫະປະຊາຊາດ ກ່ຽວກັບ ກົດໝາຍທະເລ. ສົນທິສັນຍາດັ່ງກ່າວ “ບໍ່ໄດ້ກຳນົດທີ່ຫວ່າງສຳລັບການຢືນຢັນ ກ່ຽວກັບ ສິດທິໃນປະຫວັດສາດ.”

ໃນປີນັບຕັ້ງແຕ່ການຕັດສິນຂອງສານໄກ່ເກ່ຍນັ້ນ, ຈີນ ໄດ້ສັນຍາໃຫ້ ການຊ່ວຍ ແລະ
ການລົງທຶນ 24 ຕື້ໂດລາຕໍ່ປະເທດ ຟີລິບປິນ ທີ່ເປັນປະເທດຂ້ອນຂ້າງທຸກຍາກນັ້ນ, ເຊິ່ງ ປະທານາທິບໍດີ Rodrigo Duterte ໄດ້ຫັນໄປສະໜັບສະໜູນນະໂຍບາຍການຕ່າງປະ
ເທດ ຈີນ ຫຼັງຈາກເຂົ້າດຳລົງຕຳແໜ່ງ ໃນປີກາຍນີ້. ເຊິ່ງຜູ້ດຳລົງຕຳແໜ່ງກ່ອນໜ້າທ່ານ
ໄດ້ເປັນຜູ້ສົ່ງສຳນວນຟ້ອງ ໄປໃຫ້ສານໂລກ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG