ໃນອາທິດແລ້ວນີ້, ບໍລິສັດຂະໜາດນ້ອຍຂອງຈີນ ໄດ້ສົ່ງຄື້ນຄວາມຕົກໃຈໄປທົ່ວໂລກ ໂດຍຂ່າວທີ່ວ່າ ພວກເຂົາໄດ້ສ້າງລະບົບປັນຍາປະດິດທີ່ມີປະສິດທິພາບສູງ ດ້ວຍການນໍາໃຊ້ພະລັງງານດ້ານຄອມພິວເຕີໜ້ອຍລົງ ແລະມີຄ່າໃຊ້ຈ່າຍຕ່ໍາກວ່າເທັກໂນໂລຈີທີ່ຜະລິດໂດຍບໍລິສັດຍັກໃຫຍ່ຂອງສະຫະລັດ.
ມາຮອດຈຸດນີ້, ບໍລິສັດເທັກໂນໂລຈີຍັກໃຫຍ່ທັງຫຼາຍຂອງສະຫະລັດ ໄດ້ນໍາໜ້າສໍາລັບການແຂ່ງຂັນຢູ່ໃນທົ່ວໂລກ ເພື່ອສ້າງລະບົບປັນຍາປະດິດທີ່ກ້າວໜ້າທີ່ສຸດ. ພວກເຂົາເຈົ້າອີງໃສ່ສູນຂໍ້ມູນຂະໜາດໃຫຍ່ ແລະໄມໂຄຣຊິບ ທີ່ທັນສະໄໝ. ແລະພວກເຂົາເຈົ້າກ່າວວ່າ ພວກເຂົາຕ້ອງການເງິນຈໍານວນຫຼາຍ ເພື່ອຈ່າຍຄ່າພະລັງງານ ແລະຊິບທີ່ມີປະສິດທິພາບຫຼາຍຂຶ້ນ.
ນະບັດນີ້, ເຖິງເວລາຂອງບໍລິສັດ DeepSeek ແລ້ວ.
ບໍລິວັດໃໝ່ຂອງຈີນ ໄດ້ສ້າງລະບົບ AI ທີ່ເຮັດວຽກເທົ່າທຽມກັບເຄື່ອງທີ່ຜະລິດຢູ່ໃນສະຫະລັດ.
ແຕ່ DeepSeek ກ່າວວ່າ ເມື່ອປຽບທຽບກັບຄູ່ແຂ່ງຂອງຕົນໃນ ສະຫະລັດ ແລ້ວ, ພວກເຂົາໃຊ້ເງິນໜ້ອຍກວ່າ ແລະໃຊ້ພະລັງງານດ້ານຄອມພິວເຕີ້ໜ້ອຍລົງ ໃນລະລົບການຜະລິດຂອງພວກເຂົາ.
ຂ່າວດັ່ງກ່າວອອກມາ ຄືດັ່ງລະເບີດທີ່ແຕກຂຶ້ນທົ່ວ Silicon Valley. ແອັບຂອງ DeepSeek ແລ່ນຂຶ້ນເປັນອັນດັບ 1 ໃນ App Store ຂອງ Apple. ລາຄາຫຸ້ນຂອງບໍລິສັດເທັກໂນໂລຈີຂອງ ສະຫະລັດ ຫຼຸດລົງຢ່າງໄວວາ. ແລະລັດຖະບານວໍຊິງຕັນ, ທີ່ເຫັນວ່າ ສະຫະລັດ ຢູ່ໃນການແຂ່ງຂັນດ້ານປັນຍາປະດິດທີ່ຮຸນແຮງກັບ ຈີນ ນັ້ນ, ກໍໄດ້ໃຫ້ຄວາມສໍາຄັນກ່ຽວກັບເລື້ອງນີ້, ອີງຕາມອົງການຂ່າວ AFP.
ທ່ານ ດໍໂນລ ທຣໍາ, ປະທານາທິບໍດີສະຫະລັດ ກ່າວວ່າ:
“ການເປີດເຜີຍດ້ານ AI ຂອງ DeepSeek ເຊິ່ງເປັນບໍລິສັດຈາກ ຈີນ ຄວນເປັນການເຕືອນອຸດສາຫະກໍາຂອງພວກເຮົາ ໃຫ້ຕື່ນຂຶ້ນ ເຊິ່ງພວກເຮົາຈໍາເປັນຕ້ອງໄດ້ເອົາໃຈໃສ່ຢ່າງຈິງຈັງໃນການແຂ່ງຂັນ ເພື່ອໃຫ້ໄດ້ຮັບໄຊຊະນະ.”
ສະຫະລັດ ໄດ້ໃຊ້ມາດຕະການຄວບຄຸມການສົ່ງອອກທີ່ເຂັ້ມງວດ ເພື່ອປ້ອງກັນບໍ່ໃຫ້ຊິບລະດັບສູງສຸດ ຖືກນຳເຂົ້າໄປຜະລິດໃນຈີນ. DeepSeek ອ້າງວ່າ ການເຮັດວຽກພາຍໃຕ້ຂໍ້ຈໍາກັດຕ່າງໆ ຊ່ວຍໃຫ້ພວກເຂົາຫາທາງແກ້ໄຂບັນຫາ ດ້ວຍລາຄາທີ່ຖືກກວ່າ.
ທ່ານ ໂອລາຟ ໂກຣທ໌ (Olaf Growth), ຈາກມະຫາວິທະຍາໄລ Berkeley Haas ລັດຄາລິຟໍເນຍ, ເຊິ່ງເປັນໂຮງຮຽນທຸລະກິດ, ລາວກ່າວກັບ VOA ຜ່ານ Zoom.
“ມັນເປັນນະວັດຕະກໍາທີ່ມີຕົ້ນທຶນຕໍ່າ, ລາຄາປະຫຍັດ ທີ່ສາມາດເຮັດວຽກໄດ້ໄວກວ່າຫຼາຍ ແລະມີລາຄາທີ່ຖືກຫຼາຍໃນການນຳໃຊ້ງານ, ທັງການສ້າງ ແລະນໍາໃຊ້. ສະນັ້ນ, ມັນຈະດຶງດູດຄວາມສົນໃຈຢ່າງກວ້າງຂວາງຫຼາຍ.”
ຄວາມກ້າວໜ້າຂອງ DeepSeek ໄດ້ສ້າງຄວາມສັ່ນສະເທືອນໄປທົ່ວ Silicon Valley, ໃນອີກດ້ານນຶ່ງ ນັ້ນກໍຄື ບໍລິສັດນີ້ກາງຕໍ່ເທັກໂນໂລຈີ open-source ທີ່ເປັນຮູບແບບເພື່ອການພັດທະນາ ຊັອຟແວລ ຫຼືໂປຣແກຣມ ທີ່ມີໃຫ້ໃຊ້ໂດຍບໍ່ເສຍຄ່າໃດໆສຳລັບທຸກຄົນໄປນຳໃຊ້, ດັດແປງ ແລະແຈກຍາຍ, ເຊິ່ງຖືກແບ່ງປັນ ແລະສ້າງຂຶ້ນມາໂດຍການຂຽນລະຫັດ ຈາກຫຼາຍບໍລິສັດ ແລະ ປະເທດຕ່າງໆ.
ນັ້ນແມ່ນວິທີການທີ່ແຕກຕ່າງດ້ານ AI ຈາກບໍລິສັດຍັກໃຫຍ່ເຊັ່ນ OpenAI, Microsoft ແລະ Google, ທີ່ຮັກສາການເຮັດວຽກຂອງພວກເຂົາເຈົ້າໄວ້ເປັນຄວາມລັບ.
ແຕ່ ສອງປີກ່ອນ, Meta ເຊິ່ງເປັນບໍລິສັດແມ່ຂອງ Facebook, ໄດ້ເປີດເຜີຍລະຫັດສໍາລັບ Llama, ເຊິ່ງເປັນເທັກໂນໂລຈີ AI ທີ່ລໍ້າໜ້າ, ເພື່ອໃຫ້ຄົນອື່ນໆສາມາດນໍາໃຊ້ມັນເພື່ອປະດິດສ້າງສິ່ງໃໝ່ໆໄດ້.
DeepSeek, ນໍາໃຊ້ Llama ເພື່ອສອນຕົ້ນແບບ AI ຂອງຕົນ ແລະຫຼັງຈາກນັ້ນ ກໍໄດ້ເຜີຍແຜ່ເທັກໂນໂລຈີຂອງຕົນຕໍ່ຊຸມຊົນໃນລັກສະນະແບບ open-source.
ທ່ານ ໂອລາຟ ໂກຣທ໌, ຈາກມະຫາວິທະຍາໄລທຸລະກິດ Berkeley, ລັດຄາລິຟໍເນຍ ກ່າວຜ່ານ Zoom ວ່າ:
“ຊຸມຊົນ open-source ມີຄວາມເຊື່ອໝັ້ນຢ່າງເຂັ້ມແຂງວ່າ open-source ເປັນວິທີທາງທີ່ຈຳເປັນແລະຄວນຈະເຮັດ ເນື່ອງຈາກວ່າ ມັນໄດ້ຊ່ວຍໃນການສ້າງ ແລະການນໍາໃຊ້ປັນຍາປະດິດ ທີ່ເປັນປະຊາທິປະໄຕຫຼາຍຂຶ້ນ ດ້ວຍຕົ້ນທຶນທີ່ຕ່ໍາກວ່າ.”
ນັກສັງເກດການຈໍານວນນຶ່ງກ່າວວ່າ ການປາກົດໂຕຂອງ DeepSeek ເຮັດໃຫ້ເກີດຄໍາຖາມກ່ຽວກັບປະສິດທິພາບຂອງນະໂຍບາຍ AI ຫຼ້າສຸດຂອງ ສະຫະລັດ. ປະທານາທິບໍດີ ດໍໂນລ ທຣໍາ ກ່າວວ່າ ທ່ານຈະເຮັດໃຫ້ AI ເປັນບູລິມະສິດອັນສໍາຄັນ.
ອ່ານບົດລາຍງານດ້ານລຸ່ມນີ້ເປັນພາສາອັງກິດ
A small Chinese company sent shockwaves around the tech world this week with news that it has created a high-performing artificial intelligence system with less computing power and at a lower cost than ones made by U.S. tech giants. Michelle Quinn reports.
Up to this point, U.S. technology giants have led the global race to build the most advanced artificial intelligence systems. They rely on giant data centers and cutting-edge microchips. And they say they need more money – to pay for more energy and more powerful chips.
Now comes DeepSeek.
The Chinese upstart has created an AI system that matches the performance of ones made in the United States.
But DeepSeek says compared to its American peers, it spent far less money and used less computing power to manufacture its system.
The news hit like a bomb across Silicon Valley. DeepSeek’s app shot to No. 1 in the Apple App Store. Stock prices of U.S. tech firms dropped. And Washington, which sees the U.S. in a fierce artificial intelligence race with China, took note. AFP
President Donald Trump.
“The release of DeepSeek AI from a Chinese company should be a wake-up call for our industries that we need to be laser-focused on competing to win."
The U.S. has instituted stiff export controls to stop the highest-level chips from making it into China. DeepSeek claims that working within constraints helped it come up with cheaper workarounds.
Olaf Groth, University of California, Berkeley, Zoom.
“It’s low-cost, frugal innovation that is much faster and much less expensive to use, to both create and use. As such, it will have appeal to a very broad swath.”
DeepSeek’s breakthrough sent a shudder in Silicon Valley in another respect – it relies on open-source technology, which is shared and built upon by coders across firms and countries.
That’s a different approach from most A.I. giants …….such as OpenAI…..Microsoft and ……Google, which keep their work under wraps.
But two years ago, Meta, the parent of Facebook, released the code for Llama, its cutting edge A.I. technology, so that others could use it to innovate.
DeepSeek used Llama to teach its A.I. models and then released its technology to the open-source community.
Olaf Groth, University of California, Berkeley, Zoom.
“The open-source community feels strongly that open source is a very necessary way to go because it democratizes, as it were, both the creation and use of artificial intelligence at lower costs.”
Some observers say the advent of DeepSeek calls into question the effectiveness of … …the United States’ recent A.I. policy. President Donald Trump has said he will make A.I. a priority.
ຟໍຣັມສະແດງຄວາມຄິດເຫັນ