ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ກອງທັບອາກາດຈີນ ຊ້ອມຮົບ ຢູ່ທະເລຈີນໃຕ້


ເຮືອບິນຮົບ ຈີນ J-31 ແລ່ນລົງຈອດ ທີ່ສະໜາມບິນ ໃນງານວາງສະແດງເຮືອບິນ ແລະ ອະວະກາດສາກົນ ຈີນ ໃນເມືອງ ຊູໄຮ, ແຂວງ ກວາງຕຸ້ງ, ປະເທດ ຈີນ. 11 ພະຈິກ, 2014.
ເຮືອບິນຮົບ ຈີນ J-31 ແລ່ນລົງຈອດ ທີ່ສະໜາມບິນ ໃນງານວາງສະແດງເຮືອບິນ ແລະ ອະວະກາດສາກົນ ຈີນ ໃນເມືອງ ຊູໄຮ, ແຂວງ ກວາງຕຸ້ງ, ປະເທດ ຈີນ. 11 ພະຈິກ, 2014.

ການຝຶກຊ້ອມຂອງກອງທັບອາກາດ ຈີນ ໃນທະເລຈີນໃຕ້ທີ່ມີບັນຫາໄດ້ສະທ້ອນໃຫ້
ການຄັດຄ້ານຕໍ່ການຊ້ອມຮົບທາງທະເລ ຂອງ ສະຫະລັດ ເມື່ອບໍ່ດົນມານີ້ ແລະການ
ເຝົ້າລະວັງທີ່ມີເພີ່ມຂຶ້ນຕໍ່ເກາະໄຕ້ຫວັນ, ເຊິ່ງແມ່ນເກາະທີ່ປົກຄອງຕົນເອງທີ່ ຈີນ ເອີ້ນ
ວ່າເປັນຂອງຕົນນັ້ນ ອີງຕາມ ຄຳເວົ້າຂອງບັນດານັກຄົ້ນຄວ້າໃນ ເອເຊຍ. ເຂົາເຈົ້າ
ໄດ້ເຕືອນວ່າ ຈີນ ຈະເພີ່ມການຝຶກຊ້ອມຫຼາຍຂຶ້ນຕື່ມອີກ.

ກອງທັບອາກາດ ຈີນ ໄດ້ກ່າວໃນເວັບໄຊຂອງເຂົາເຈົ້າໃນວັນອາທິດທີ່ຜ່ານມານີ້ວ່າ
ເຂົາເຈົ້າໄດ້ທຳການຝຶກຊ້ອມໃນທະເລຈີນໃຕ້ ແລະ ທະເລຈີນຕາເວັນອອກໃກ້ກັບ
ພວກເກາະຂອງ ຍີ່ປຸ່ນ. ເຂົາເຈົ້າໄດ້ສົ່ງເຮືອບິນຖິ້ມລະເບີດ ແລະ ເຮືອບິນຮົບຫຼາຍ
ລຳອອກໃນການປະຕິບັດພາລະກິດດັ່ງກ່າວ. ກຳປັ່ນບັນທຸກເຮືອບິນລຳນຶ່ງໄດ້ເດີນ
ທາງຜ່ານຊ່ອງແຄບໄຕ້ຫວັນ ໃນສັບປະດາແລ້ວນີ້ເຊິ່ງຕັ້ງຢູ່ທາງພາກຕາເວັນຕົກບໍ່
ໄກຈາກເກາະໄຕ້ຫວັນ ອີງຕາມຄຳເວົ້າຂອງກະຊວງປ້ອງກັນປະເທດ ໄຕ້ຫວັນ.

ຈີນ ໄດ້ໃຊ້ການຊ້ອມຮົບນີ້ ເພື່ອເປັນການເຕືອນ ວໍຊິງຕັນ, ເຊິ່ງໄດ້ຄັດ ຄ້ານຕໍ່ການ
ອ້າງເອົາອະທິປະໄຕທັງໝົດໃນທະເລຈີນໃຕ້ ແລະ ໄຕ້ຫວັນ ອີງຕາມຄຳເວົ້າຂອງທ່ານ
ຄອລລິນ ໂຄ “Collin Coh”, ນັກຄົ້ນຄວ້າດ້ານຄວາມປອດໄພທາງທະເລ ທີ່ມະຫາວິ
ທະຍາໄລເທັກໂນໂລຈີ ນານຢາງ ໃນປະເທດ ສິງກະໂປ.

ຈີນ ໄດ້ຢືນຢັດ ກ່ຽວກັບ ການທີ່ໃນທີ່ສຸດຈະລວມເປັນນຶ່ງດຽວກັນກັບ ໄຕ້ຫວັນ ເຖິງ
ແມ່ນວ່າຈະມີການຄັດຄ້ານຢ່າງຍິ່ງຕໍ່ເປົ້າໝາຍດັ່ງກ່າວ ໃນເກາະທີ່ປົກຄອງຕົນເອງ
ຢ່າງເປັນປະຊາທິປະໄຕນັ້ນ. ທ່ານແອນດຣູ ຢາງ “Andrew Yang” ເລຂາທິການ
ໃຫຍ່ຂອງສະພາການສຶກສານະໂຍບາຍທີ່ກ້າວໜ້າຂອງ ຈີນ, ເຊິ່ງແມ່ນສະຖາບັນ
ການວິໄຈທີ່ເພັ່ງເລັງໃສ່ບັນຫາກອງທັບ, ທີ່ມີຫ້ອງການຕັ້ງຢູ່ເກາະໄຕ້ຫວັນ ໄດ້ກ່າວ
ວ່າ “ການຊ້ອມຮົບກໍໄດ້ສົ່ງຄຳເຕືອນເຖິງ ໄຕ້ຫວັນ ເຊັ່ນກັນ.”

ທ່ານ ໂຄ ໄດ້ກ່າວວ່າ “ປະທານປະເທດ ຈີນ ທ່ານ ສີ ຈິ່ນຜິງ ຮູ້ສຶກ “ໝັ້ນໃຈຫຼາຍຂຶ້ນ”
ໃນຜົນງານຂອງກອງທັບຂອງທ່ານຢູ່ທະເລ ນອກເໜືອເຂດນໍ້າຂອງເຂົາເຈົ້າໃນປັດ
ຈຸບັນ.”

ທ່ານ ໂຄ ໄດ້ກ່າວວ່າ “ມັນແມ່ນການເຂົ້າມາຄົບກັນ ຂອງເຫດການຕ່າງໆໃນທົ່ວພາກ
ພື້ນ. ພວກເຮົາບໍ່ສາມາດປະຕິເສດ ເລື່ອງທີ່ກິດຈະກຳພວກນີ້ອາດຖືກນຳໃຊ້ຢ່າງງ່າຍ
ດາຍເພື່ອເປັນເຫດຜົນໂດຍທ່ານ ສີ ແລະ ພັກຂອງທ່ານ ເພື່ອອະທິບາຍເຖິງຄວາມ
ຕ້ອງການສຳລັບກິດຈະກຳຂອງກອງທັບປົດປ່ອຍປະຊາຊົນ ຈີນ ເພີ່ມຂຶ້ນ.

ບັນດາເຈົ້າໜ້າທີ່ ຈີນ ໄດ້ເອີ້ນການຝຶກຊ້ອມໃຊ້ລູກປືນຈິງນີ້ວ່າ ເປັນ “ພາກສ່ວນກິດ
ຈະວັດປະຈຳວັນ” ໃນການຝຶກຊ້ອມປະຈຳປີຂອງກອງ ທັບເຮືອ, ອີງຕາມລາຍງານ
ອອນລາຍຂອງໜັງສືພິມ China Dailyຂອງລັດຖະບານ ຈີນ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG