ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ກອງທັບເຮືອທີ່ເຂັ້ມແຂງ ຂອງ ຈີນ ເຮັດໃຫ້ເຂົາເຈົ້າ ມີອິດທິພົນ ໃນການເຈລະຈາ ອ້ອມເອເຊຍ


ທະຫານຈາກກອງທັບເຮືອຂອງກອງທັບປົດປ່ອຍປະຊາດຊົນ ຈີນ ຕັ້ງແຖວ ໃນລະຫວ່າງການເດີນສວນສະໜາມ ເພື່ອສະເຫຼີມສະຫຼອງວັນຄົບຮອບ 70 ປີຂອງການກໍ່ຕັ້ງພັກຄອມມູນິສ ຈີນ, ນະຄອນຫຼວງ ປັກກິ່ງ. 1 ຕຸລາ, 2019.
ທະຫານຈາກກອງທັບເຮືອຂອງກອງທັບປົດປ່ອຍປະຊາດຊົນ ຈີນ ຕັ້ງແຖວ ໃນລະຫວ່າງການເດີນສວນສະໜາມ ເພື່ອສະເຫຼີມສະຫຼອງວັນຄົບຮອບ 70 ປີຂອງການກໍ່ຕັ້ງພັກຄອມມູນິສ ຈີນ, ນະຄອນຫຼວງ ປັກກິ່ງ. 1 ຕຸລາ, 2019.

ການຂະຫຍາຍອຳນາດກອງທັບເຮືອຂອງ ຈີນ, ເຊິ່ງປະເທດດັ່ງກ່າວໄດ້ແຊງກາຍ ສະຫະລັດ ເປັນກອງກຳລັງທາງນໍ້າທີ່ໃຫຍ່ທີ່ສຸດຂອງໂລກນັ້ນ,​ ແມ່ນກຳລັງເຮັດໃຫ້ ປັກກິ່ງ ມີອິດທິພົນທີ່ສຳຄັນໃນການເຈລະຈາກັບບັນດາລັດຖະບານໃນເອເຊຍ ທີ່ຂັດແຍ້ງໃນການອ້າງກຳມະສິດທາງທະເລຂອງເຂົາເຈົ້າ, ອີງຕາມການກ່າວຂອງພວກນັກຊ່ຽວຊານ.

ກະຊວງການຕ່າງປະເທດ ສະຫະລັດ, ໃນລາຍງານປະຈຳປີເມື່ອເດືອນກັນຍາປີກາຍນີ້ຂອງເຂົາ ເຈົ້າ ໄດ້ລາຍງານຕໍ່ລັດຖະສະພາ ກ່ຽວກັບ ການພັດທະນາທາງທະຫານ ແລະ ການຮັກສາຄວາມປອດໄພທີ່ປະກອບມີ ຈີນ ໄດ້ກ່າວວ່າກອງທັບເຮືອຂອງ ຈີນ ມີຕຳແໜ່ງທີ່ໃຫຍ່ທີ່ສຸດຂອງໂລກ ໃນແງ່ຂອງຕົວເລກ. ລາຍງານດັ່ງກ່າວໄດ້ເອີ້ນກອງທັບເຮືອຂອງກອງທັບປົດປ່ອຍປະຊາຊົນວ່າ “ກອງກຳລັງທີ່ທັນສະໄໝຂຶ້ນ ແລະ ປ່ຽນແປງໄດ້” ເຊິ່ງມີນັກລົບ “ລຸ້ນໃໝ່ທີ່ມີຫຼາຍບົດບາດ.”

ກອງທັບເຮືອຂອງ ຈີນ ໄດ້ຫຼີກລ່ຽງສົງຄາມ, ເຊິ່ງແມ່ນສະໜາມລົບທີ່ອາດມີຄວາມເສຍປຽບ, ແຕ່ຂະໜາດຂອງເຂົາເຈົ້າຈະໝາຍຄວາມວ່າ ບັນດາຜູ້ນຳ ຈີນ ສາມາດຫາທາງທີ່ຈະເຈລະຈາກັບປະເທດອື່ນໆໃນເອເຊຍ, ອີງຕາມການກ່າວຂອງບັນດານັກວິເຄາະໃນເຂດເອເຊຍປາຊີຟິກ.

ທ່ານ ມາລຄອມ ເດວິສ (Malcolm Davis), ນັກວິເຄາະອາວຸໂສ ກ່ຽວກັບ ແຜນຍຸທະສາດ ແລະ ຄວາມສາມາດໃນການປ້ອງກັນປະເທດ ຢູ່ສະຖາບັນນະໂຍບາຍແຜນຍຸດທະສາດ ອອສເຕຣເລຍ ໄດ້ກ່າວວ່າ “ແນ່ນອນມັນບໍ່ມີຄວາມເສຍຫາຍຫຍັງທີ່ຈະມີກອງທັບເຮືອທີ່ມີອຳນາດ ເວລາເຈົ້າໄປທຳການເຈລະຈາທາງການທູດ ແລະ ເວົ້າວ່າ “ເອົາສິ່ງທີ່ພວກເຮົາຕ້ອງການໃຫ້ເຮົາເຖາະ ແລ້ວພວກເຮົາຈະຄິດ ກ່ຽວກັບ ສິ່ງອື່ນໆທີ່ພວກເຮົາຢາກໄດ້.”

ຫ້າປະເທດອື່ນໆໃນເອເຊຍທີ່ຂັດແຍ້ງກັບການຄອບງຳຂອງ ປັກກິ່ງ ໃນທະເລ ຈີນໃຕ້ ທີ່ເຕັມໄປດ້ວຍແຫຼ່ງຊັບພະຍາກອນ ແລະ ຢາກໃຫ້ ປັກກິ່ງ ເຊັນກົດການປະພຶດທີ່ຈະຫຼຸດຜ່ອນຄວາມສ່ຽງ ຂອງອຸບັດຕິເຫດ. ປັກກິ່ງ ໄດ້ມີການຂັດ ແຍ້ງ ໃນເຂດອື່ນໆຂອງທະເລຈີນຕາເວັນອອກກັບ ຍີ່ປຸ່ນ ແລະ ໄຕ້ຫວັນ, ແລະໄດ້ອ້າງເອົາອະທິປະໄຕເໜືອດິນແດນ ໄຕ້ຫວັນ ເອງນຳດ້ວຍ.

ກອງທັບເຮືອຂອງ ຈີນ ໄດ້ຂະຫຍາຍຕົວ ຜ່ານສິ່ງທີ່ລາຍງານຂອງກະຊວງປ້ອງກັນປະເທດ ສະຫະ ລັດ ອະທິບາຍວ່າເປັນ “ການສ້າງກຳປັ່ນຢ່າງຫຼວງຫຼາຍ ແລະ ໂຄງການປັບປຸງໃຫ້ທັນສະໄໝ.” ກອງທັບເຮືອດັ່ງກ່າວໃນປັດຈຸຸບັນນີ້ມີເຮືອດຳນໍ້າ, ເຮືອພິຄາດ ແລະ ກຳປັ່ນບັນທຸກເຮືອບິນພ້ອມກັບຄວາມສາມາດທີ່ຈະໃຊ້ “ອາວຸດທັນສະໄໝ,” ອີງຕາມການກ່າວຂອງລາຍງານ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG