ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ບໍລິສັດ McDonald ອອກ ພັນທະບັດເປັນເງິນຢວນ


ຜູ້ຊາຍຈີນຖືປ້າຍໂຄສະນາຮ່ານMCDonald ທ່ີແຂວງ Hubei ຂອງຈີນ ເດືອນກໍລະກົດ ປີ2010
ຜູ້ຊາຍຈີນຖືປ້າຍໂຄສະນາຮ່ານMCDonald ທ່ີແຂວງ Hubei ຂອງຈີນ ເດືອນກໍລະກົດ ປີ2010

ບໍລິສັດຂາຍອາຫານ​ໄວ​ທັນ​ໃຈ MCDonald’s ຂອງ​ສະຫະລັດ ​ໄດ້ກາຍ​​ເປັນ​ບໍລິສັດ​ຕ່າງປະ​ເທດ​ແຫ່ງ​ທໍາ​ອິດ​ ທີ່​ອອກ​ພັນທະບັດ​​ເປັນ ເງິນຕາ​ຂອງ​ປະ​ເທດຈີນ ​ໃນ​ຂະນະ​ທີ່​ລັດຖະບານ​ກຸງ​ປັກ​ກິ​ງເອົາບາດ ກ້າວ​ໃໝ່ ເພື່ອ​ເພີ່ມທະວີ​ການ​ໃຊ້​ເງິນ​ຢວນ​ໃນ​ການຊຶ້ຂາຍລະຫວ່າງ​ປະ​ເທດ. ນາງ Heda Bayron ນັກ​ຂ່າວ​ວີ​ໂອ​ເອ ມີ​ລາຍ​ງານ​ເລື້ອງ​ນີ້ມາ​ຈາກຮ່ອງ​ກົງ

ໃນ​ເດືອນ​ນີ້ ບໍລິສັດ​ຂາຍ​ອາຫານ​ໄວ​ທັນ​ໃຈ​ຍັກ​ໃຫຍ່​ຂອງ​ສະຫະລັດ ຄື​ບໍລິສັດ McDonald's ​ໄດ້​ກູ້​ຢືມ​ຈາກພວກ​ນັກ​ລົງທຶນ​ໃນ​ຮອງ​ກົງ ​ເປັນເງິນ 200 ລ້ານ​ຢວນ ຊຶ່ງ​ເທົ່າ​ກັນ​ກັບ 29 ລ້ານ​ດອນລາ​ສະຫະລັດ​ ໂດຍ​ການ​ອອກ​ພັນທະ ບັດ​ໃຫ້​. ບໍລິສັດ​ McDonald’s ​ໄດ້ສວຍໃຊ້​ການ​ຜ່ອນ ຄາຍກົດ​ລະບຽບລົງຫວ່າງ​ໄວໆ​ຜ່ານ​ມາ​ນີ້ຂອງ​ລັດຖະບານຈີນ ກ່ຽວກັບການ​ໃຊ້​ເງິນຕາ​ຂອງ​ຈີນ​ ຫລື​ທີ່ເອີ້ນ​ກັນ​ວ່າ​ເງິນ renminbi ​ນັ້ນ ດ້ວຍ​ຄວາມ​ຊ່ອຍ​ເຫລືອ​ຈາກ​ທະນາ ຄານ Standard Chartered Bank.

ທ່ານ Sundeep Bhandari ຫົວໜ້າ​ພະ​ແນ​ກ​ຕະຫລາດ​ໂລກໃນ​ເຂດ​ເອ​ເຊັຍ​ຕ​າ​ເວັນ​ອອກສຽງ​ເໜືອ​ຂອງ​ທະນາຄານ Standard Chartered ປະ​ຈໍາ​ຂົງ​ເຂດ ກ່າວ​ວ່າ ພັນທະ ບັດ​ຂອງ​ບໍລິສັດ McDonald ຈະ​ເປັນ​ຊຸດທໍາ​ອິດ​ຈາກ​ພວກ​ບໍລິສັດ​ຕ່າງປະ​ເທດ ຊຶ່ງ​ທ່ານ Bhandari ອະທິບາຍ​ວ່າ:

"ພວກເຮົາກຳລັງໂອ້ລົມກັບພວກລູກຄ້າອື່ນໆ ຜູ້ທີ່ສົນໃຈອອກພັນທະບັດ ຢູ່ໃນຮ່ອງກົງ. ຈິງໆແລ້ວ ພວກລູກຄ້າທີ່ກະຕືລືລົ້ນສົນ​ໃຈຢາກຈະສຶກ ສາເບິ່ງເລຶ່ອງນີ້ ຫລາຍ​ທີ່​ສຸດ ກໍແມ່ນພວກທີ່ມີໜ້​າຢູ່ໃນຈີນ​ແລ້ວ ເພື່ອທີ່ ພວກເຂົາເຈົ້າຈະຫາທຶນຮອນໄດ້ຢູ່ໃນຮ່ອງກົງ ແລ້ວສົ່ງກັບຄືນໄປຈີນ."

ໃນ​ເດືອນ​ກຸມພາ​ຜ່ານ​ມາ ທະນາຄານ​ກາງ​ຂອງຈີນ​ໄດ້​ອະນຸມັດ​ໃຫ້​ພວກບໍລິສັດ​ຕ່າງປະ​ເທດ​ອອກ​ພັນທະບັດ​ເປັນ​ເງິນ​ຢວນ​ໄດ້​ທີ່​ຮອງ​ກົງ ​ເພື່ອ​ສົ່ງ​ເສີມ​ການ​ໃຊ້​ເງິນຕາ​ຂອງ​ຕົນ​ ຢູ່ໃນ ຕະຫລາດ​ເງິນທຶນລະຫວ່າງ​ຊາດ​.

ພັນທະບັດຂອງ​ບໍລິສັດ McDonald ​ແລະ​ພັນທະບັດອື່ນໆ​ອີກ​ຈໍານວນ​ນຶ່ງຈາກພວກ​ບໍລິສັດ​ຕ່າງໃນ​ຮອງ​ກົງ​ ອໍານວຍ​ໃຫ້​ພວກ​ບໍລິສັດ​ທີ່ຖື​ເງິນ​ຢວນ​ໄວ້​ຢ່າງ​ຫລວງຫລາຍ​ນັ້ນ​ ມີ​ຊ່ອງ​ທາງ​ໃໝ່ໃນ​ການ​ເອົາເງິນ​ຂອງ​ເຂົາ​ເຈົ້າໄປລົງທຶນ. ໃນ​ເວລາດຽວ​ກັນ ບໍລິສັດ McDonald ກໍ​ມີ ເງິນ​ທຶນເພິ່ມຂຶ້ນ ​ເພື່ອ​ຂະຫຍາ​ຍທຸລະ​ກິດ​ຂອງ​ຕົນ​ໃນ​ຈີນ ບ່ອນ​ທີ່​ທາງ​ບໍລິສັດ​ມີ​ແຜນການ ຈະ​ໄຂ​ຮ້ານ​ອາຫານໄວ​ທັນ​ໃຈ​ຂອງ​ຕົນຂຶ້ນ​ໃໝ່ 175 ຮ້ານ​ໃນ​ປີ​ນີ້.

ໃນ​ອະດີດ​ຜ່ານ​ມາ​ນັ້ນ ຈີນ​ໄດ້​ຈໍາກັດຮັດ​ແຄບການໃຊ້​ເງິນຕາ​ຂອງ​ຕົນ ເຄ່ງ​ຄັດຫລາຍ​ກວ່າ​ໃນ​ປັດຈຸບັນ​ນີ້ ​ຄື: ພວກ​ບໍລິສັດ​ຕ່າງ​ຊາດ​ໃນ​ຈີນ ​ຕ້ອງ​ໄດ້ແລກປ່ຽນ​ເງິນ​ຢວນ​ເປັນ​ເງິນ​ດອນ​ລາ​ສະຫະລັດ​ເສຍ​ກ່ອນ ຈຶ່ງຈະ​ສາມາດ​ໂອນ​ເງິນ​ຄືນໄປ​ຍັງ​ປະ​ເທດ​ຂອງ​ເຂົາ​ເຈົ້າ​ໄດ້.

ແຕ່​ວ່າເສດຖະກິດ​ຂອງ​ຈີນ​ແມ່ນ​ອາ​ໄສ​ກາງ​ຕໍ່​ນໍາ​ການ​ຂາຍ​ສິນຄ້າສົ່ງອອກ​ຕ່າງປະ​ເທດ ​ຊຶ່ງ​ພາ​ໃຫ້​ມີ​ຄວາມ​ຮຽກຮ້ອງ​ຕ້ອງການ​ເງິນ​ຢວນ​ໃນ​ຕ່າງປະ​ເທດ​ເພີ່ມ​ຂຶ້ນ. ​ໃນ​ເດືອນ​ມິຖຸນາ​ຜ່ານ​ມາ ທາງ​ລັດຖະບານ​ຈີນກໍ​ໄດ້​ອະນຸມັດ​ໃຫ້​ພວກ​ທະນາຄານ​ໃນ​ຮອງ​ກົງ​ ອໍານວຍ​ຄວາມ​ສະດວກ​ໃນ​ການ​ຈ່າຍ​ເງິນ​ໃນ​ການ​ຊື້​ຂາຍ​ກັນ​ເປັນ​ເງິນ​ຢວນ ລະຫວ່າງ​ພວກ​ບໍລິສັດ​ ຕ່າງໆ​ໃນ​ຕ່າງປະ​ເທດ​ນັ້ນ. ນອກ​ນັ້ນ​ ທາງ​ລັດຖະບານ​ຍັງ​ຜ່ອນຄາຍ​ຂໍ້​ຈໍາກັດ​ຮັດ​ແຄບ​ຂອງ​ຕົນ​ລົງ​ເຊ່ນ​ກັນ​ ກ່ຽວກັບ​ການ​ໂອນ​ເງິນ​ຢວນ ລະຫວ່າງ​ພວກ​ທະນາຄານ​ແລະ​ພວກ​ບໍລິສັດຕ່າງໆ​ໃນ​ຮອງ​ກົງ ​ແລ​ະ ອະນຸຍາດໃຫ້​ພວກ​ທີ່​ມີເງິນ​ຢວນ​ຝາກ​ໄວ້ໃນທະນາຄານ​ໃນ​ຮອງ​ກົງນັ້ນ ເອົາ​ເງິນຂອງ​ເຂົາ​ເຈົ້າ​ໄປ​ລົງທຶນ​ໄດ້.

ທ່ານ Amar Gill ຫົວໜ້າ​ຫ້ອງການ​ຄົ້ນຄວ້າ​ຫົວ​ຂໍ້​ສໍາຄັນ​ທີ່​ທະນາຄານ​ລົງທຶນ CLSA Asia Pacific Markets ກ່າວ​ວ່າ ປັດຈຸບັນ​ນີ້ ພວກທະນາຄາ​ນທັງຫລາຍ​ໃນຮອງ​ກົງ​ ມີ​ເງິນ​ຢວນລວມກັນ​ຢູ່​ທັງ​ໝົດປະ ມານ 80 ຕື້​ຢວນ ຫລື 80 ພັນລ້ານ​ຢວນ ຊຶ່ງ​ທ່ານ Gill ສະ​ແດງ ຄວາມ​ເຫັນ​ຕໍ່​ໄປວ່າ:

"ຂ້າພະເຈົ້າຄາດໝາຍວ່າ ໃນອີກສອງປີຂ້າງໜ້ານີ້ ​ເງິນ​ທຶນ​ຂອງ​ພວກ​ທະນາຄານ​ ໃນ​ຮ່ອງ​ກົງ ກໍ​ຄົງຈະ​ເພິ່ມຂຶ້ນ ຢ່າງໜ້ອຍເປັນສອງເທົ່າຕົວ ຈາກຈໍານວນໃນປັດຈຸ ບັນນີ້ ແລະນັ້ນມັນກໍຈະຊ່ວຍພັດທະນາຕະຫລາດ ພັນທະບັດ ຢູ່ໃນຮ່ອງກົງ ທີ່ເປັນເງິນຈີນນັ້ນ."

ໃນ​ຕົ້ນ​ເດືອນ​ນີ້ ກຸງ​ປັກ​ກິ​ງ​ໄດ້​ອະນຸມັດ​ໃຫ້​ພວກທະ​ນາ​ກາງ​ຫລື​ທະນາ​ຄານ​ແຫ່ງ​ຊາດ​ ແລະ​ພວກ​ທະນາຄານ​ພານິດ​ຂອງ​ຕ່າງປະ​ເທດ ​ຊື້​ພັນທະບັດ​ຂອງ​ລັດຖະບານ​ໄດ້​ໃນ​ຈີນ. ເຖິງ​ຢ່າງໃດ​ກໍ​ດີ ​ເງິນ​ຢວນຍັງ​ບໍ່​ສາມາດ​ແລກປ່ຽນ​ກັບ​ເງິນຕາ​ສະກຸນ​ອື່ນໆ​ໄດ້​ໃນ​ທົ່ວ​ໂລກ​ນັ້ນ ​ແລະ​ອັດຕາ​ແລກປ່ຽນກໍ​ຂຶ້ນ​ລົງ​ບໍ່ໄດ້​ຢ່າງ​ເສລີຄື​ກັນ​ກັບ​ເງິນຕາ​ຂອງ​ພວກ​ປະ​ເທດ​ທີ່ມີ​ການ​ເສດຖະກິດ​ໃຫຍ່ໆ ​ເຊ່ນ​ຍີ່ປຸ່ນ ສະຫະລັດ​ແລະ​ເຢຍຣະມັນ​ ດັ່ງ​ນີ້​ເປັນ​ຕົ້ນ. ທ່ານ Bhandari ກ່າວວ່າ ຢ່າງ​ໃດ​ກໍ​ຕາ​ມ ຈີນ​ກໍາລັງ​ຄືບ​ໜ້າ​ໄປ​ເທື່ອ​ລະ​ຂັ້ນໆ ​ໄປ​ສູ່​ການ​ມີ​ເງິນຕາ​ທີ່​ແລກປ່ຽນ​ໄດ້​ໂດຍ​ເຕັມ ແລະ​ວ່າ ພວກ​ເຮົາ​ຈະ​ໄດ້​ເຫັນ​ການ​ຜ່ອຍ​ຄາຍ​ກົດ​ລະບຽບ​ລົງ​ຕື່ມ​ອີກ​ໃນ​ອະນາຄົດ​ ໃນ​ຈັງ​ວະ​ທີ່​ເໝາະ​ສົມ​ນັ້ນ.

ເຖິງ​ແມ່ນໄດ້ມີ​ການ​ເຄື່ອນ​ໄຫວເພື່ອເຮັດ​ເງິນ​ຢວນ​ເປັນ​ເງິນຕາ​ທີ່​ໃຊ້​ໄດ້​ທົ່ວ​ໄປໃນລະຫວ່າງ​ຊາດ​ນັ້ນ​ກໍ​ຕາມ ​ແຕ່​ນະ​ໂຍບາຍ​ແລກປ່ຽນ​ເງິນຕາ​ ຂອງ​ຈີນ ກໍຍັງ​ຈະ​ສືບ​ຕໍ່​ມີ​ບັນຫາ​ຂັດ​ແຍ່ງ​ກັນ​ຢູ່​ຕໍ່​ໄປ​ກັບ​ພວກ​ພາຄີການ ​ຄ້າ​ຂອງ​ຈີນ ​ເຊ່ນ​ສະຫະລັດ ​ເປັນ​ຕົ້ນ. ນອກ​ນີ້ ທະນາຄານ​ແຫ່ງ​ຊາດ​ຂອງ​ຈີນຍັງຈໍາກັດ​ການ​ໂອນ​ຍ້າຍ​ເງິນ​ຢວນ ​ໃນ​ການເ​ແລກປ່ຽນ​ກັບ​ດອນ​ລາສະຫະລັດ​ ​ໃນ​ແຕ່​ລະ​ວັນນັ້ນ.

ລັດຖະບານສະຫະລັດ​ແລະພວກ​ລັດຖະບານ​ປະ​ເທດ​ອື່ນໆ​ໂຕ້​ແຍ້​ງວ່າ ​ສິ່ງ​ນີ້​ຮັກສາ​ຄ່າ​ຂອງ ເງິນ​ຢວນ ​ໃຫ້​ຢູ່​ໃນ​ລະດັບ​ຕໍ່າ​ຢ່າງ​ບໍ່​ຍຸຕິ​ທໍາ ​ແລະເຮັດໃຫ້​ສິນຄ້າ​ສົ່ງ​ອອກ​ຂອງ​ຈີນ​ໄດ້​ປຽບ​ຢ່າງ​ບໍ່​ຍຸຕິ​ທໍາ ຊຶ່ງ​ສົ່ງ​ຜົນໃຫ້​ມີ​ດູ​ນການ​ຄ້າ​ທີ່ບໍ່ກໍ້າ​ເກິ່ງ​ກັນ​ ​ໂດຍທີ່​ຈີນ​ເປັນ​ຝ່າຍ​ໄດ້​ປຽບ.

XS
SM
MD
LG