ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເສດຖະກິດ​ຈີນ ​​ເຕີບ​ໂຕ​ ທີ່ຊັກ​ຊ້າ​ທີ່​ສຸດ ນັບຕັ້ງແຕ່ປີ 1990


ທຸງຊາດຂອງຈີນປີວສະບັດຢູ່ເທິງເສົາ ທາງໜ້າທະນາຄານກາງ ປະຊາຊົນຈີນ, ປັກກິ່ງ, ຈີນ, 19 ມັງກອນ, 2016.
ທຸງຊາດຂອງຈີນປີວສະບັດຢູ່ເທິງເສົາ ທາງໜ້າທະນາຄານກາງ ປະຊາຊົນຈີນ, ປັກກິ່ງ, ຈີນ, 19 ມັງກອນ, 2016.

ເສດຖະກິດ​ຂອງ​ຈີນ ​ໄດ້​ຂະຫຍາຍຕົວ 6.9 ​ເປີ​ເຊັນ ​ໃນ​ປີ 2015
ຊຶ່ງ​ເປັນ​ການເຕີບ​ໂຕ​ທີ່ຊັກ​ຊ້າ​ທີ່​ສຸດ ​ພາຍ​ໃນ​ຕະຫລອດ​ນຶ່ງ​ປີ
ສຳ​ຫຼັບປະ​ເທດ​ອຳນາດ​ເສດຖະກິດຂອງ​ເອ​ເຊຍ ​ໃນ​ຮອບ 25 ປີ.

​ຕົວ​ເລກ​ທີ່​ໄດ້​ນຳ​ອອກ​ເຜີຍ​ແຜ່​ໃນ​ວັນ​ອັງຄານ​ມື້​ນີ້ ​ໂດຍ​ຫ້ອງກາ​ນສະຖິຕິ​ແຫ່ງ​ຊາດຂອງ​ລັດ ຖະບານ ​ແມ່ນ​ຂີ້ຮ້າຍ​ທີ່​ສຸດ​ນັບ​ຕັ້ງ​ແຕ່ລາຍ​ງານ​ການ​ເຕີບ​ໂຕ 3.8 ​ເປີ​ເຊັນໃນປີ 1990 ນັ້ນ ​
ໃນ​ຂະນະ​ທີ່​ຈີນ ຮັບ​ມື​ກັບ​ການ​ລົງ​ໂທດ​ຂອງປະຊາ​ຄົມນາໆຊາດ ຫຼັງ​ຈາກ​ທີ່​ໄດ້ທຳ​ການ​ປາບ​ປາມ​ພວກ​ປະ​ທ້ວງ​ເພື່ອ​ປະຊາທິປະ​ໄຕ​ ທີ່​ຈະຕຸ​ລັດ Tiananmen ນຶ່ງປີກ່ອນ​ໜ້າ​ນັ້ນ.

ຫ້ອງການ​ດັ່ງກ່າວ​ຍັງ​ໄດ້​ກ່າວ​ວ່າ ການຂະຫຍາຍຕົວຂອງເສດຖະກິດ​ຈີນ ​ໄດ້​ຊັກ​ຊ້າ​ລົງສູ່​ລະ ດັບ 6.8 ເປີ​ເຊັນ ​ໃນ​ໄຕ​ມາດ​ສຸດ​ທ້າຍ​ຂອງ​ປີ 2015 ຫຼຸດ​ລົງ​ຈາກ 6.9 ​ເປີ​ເຊັນ ຕາມ​ທີ່​ມີ​ລາຍ​ໃນລະຫວ່າງ​ເດືອນ​ກໍລະກົດຫາ​ເດືອນກັນຍາ ​ແລະ​ຢູ່​ໃນ​ລະດັບ​ທີ່​ອ່ອນ​ແອສຸດ ນັບ​ຕັ້ງແຕ່
ໄຕ​ມາດທຳອິດ​ຂອງປີ 2009 ​ເປັນຕົ້ນມາ. ນັກວິ​ໄຈ ຄາດ​ວ່າການຂະຫຍາຍຕົວຂອງເສດ
ຖະກິດ​ຈີນ​ໃນ​ປີ 2016 ນີ້ ຍັງ​ຈະ​ສືບ​ຕໍ່​ຊັກ​ຊ້າ​ລົງ.

ຕົວ​ເລກ​ຂອງ​ການ​ຂະຫຍາຍຕົວທ້າຍ​ປີ​ ​ແມ່ນ​ໄດ້ພາດເປົ້າ​ໝາຍ​ຂອງພວກ​ກຳນົດ​ນະ​ໂຍບາຍ ທີ່​ໄດ້​ຕັ້ງ​ໄວ້ປະມານ 7 ​ເປີ​ເຊັນ ຂອງ​ການຂະຫຍາຍຕົວທັງ​ໝົດ​ສຳລັບ​ປີ 2015 ຊຶ່ງ​ຄວາມຈິງ
ນັ້ນອາດ​ຜ່ອນຄາຍ​ຄວາມ​ເປັນ​ຫ່ວງຂອງ​ພວກ​ນັກ​ລົງທຶນ ​ໃນ​ຂະນະ​ທີ່​ປັກ​ກິ່ງ​ກຳລັງ​ດີ້ນຮົນ
ທີ່​ຈະ​ຫັນປ່ຽນ​ໄປ​ຈາກ​ເສດຖະກິດທີ່​ຂັບ​ດັນ​ໂດຍ​ການ​ລົງ​ແລະ​ການ​ສົ່ງ​ອອກ ​ໄປສູ່ເສດຖະກິດ​ທີ່​ຂັບ​ດັນໂດຍ​ຄວາມ​ຮຽກຮ້ອງ​ຕ້ອງການ​ຂອງ​ຜູ້​ບໍລິ​ໂພ​ກ.

ຕະຫຼາດ​ຮຸ້ນ​ທີ່​ນະຄອນ​ຊຽງ​ໄຮ້ ຮົງ​ກົງ ​ແລະ​ອ໊ອສ​ເຕຣ​ເລ​ຍ​ແມ່ນ​ມີ​ລາຄາ​ສູງ​ຂຶ້ນຫຼາຍສົມຄວນ ​ໃນ​ການ​ຊື້ຂາຍ​ໃນ​ຕອນບ່າຍ​ວັນ​ອັງຄານ​ມື້​ນີ້ ຕາມລາ​ຍງານ​ຂ່າວ​ນັ້ນ.

XS
SM
MD
LG