ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ປັກກິ່ງ ປ່ຽນຈາກການກົດດັນ ໄປເຄື່ອນໄຫວ ເປັນຜູ້ສ້າງສັນຕິພາບ


ລັດຖະມົນຕີປ້ອງກັນປະເທດ ຈີນ ທ່ານ ເຫວີຍ ເຟັງກີ ກ່າວຄຳປາໄສເປີດກອງປະຊຸມ ຊຽງຊານ, ນະຄອນຫຼວງ ປັກກິ່ງ, 21 ຕຸລາ, 2019.
ລັດຖະມົນຕີປ້ອງກັນປະເທດ ຈີນ ທ່ານ ເຫວີຍ ເຟັງກີ ກ່າວຄຳປາໄສເປີດກອງປະຊຸມ ຊຽງຊານ, ນະຄອນຫຼວງ ປັກກິ່ງ, 21 ຕຸລາ, 2019.

ກຳປັ່ນຍາມຊາຍຝັ່ງ ຈີນ ລຳນຶ່ງ ໄດ້ແລ່ນຜ່ານເຂດເສດຖະກິດພິເສດຂອງ ອິນໂດເນເຊຍ ໃນຕົ້ນເດືອນນີ້, ຈົນກວ່າຖືກຂັບໄລ່ອອກໄປໂດຍອົງການຮັກ ສາຄວາມປອດໄພທາງທະເລ ໃນນະຄອນ ຫຼວງ ຈາກາຕ້າ, ພຽງຫ້າວັນຫຼັງຈາກລັດຖະມົນຕີປ້ອງກັນປະເທດຂອງ ຈີນ ໄດ້ທຳການເດີນທາງສ້າງສັນຕິພາບ ໄປຍັງປະເທດທີ່ຕັ້ງຢູ່ເອເຊຍຕາເວັນອອກສຽງໃຕ້ແຫ່ງນັ້ນ ເຊິ່ງປົກກ ຕິແລ້ວຈະເປັນມິດກັບລັດຖະບານ ປັກກິ່ງ.

ແຕ່ບັນດາເຈົ້າໜ້າທີ່ອິນໂດເນເຊຍ ແມ່ນລຶ້ງເຄີຍກັບວິທີການທີ່ອ່ອນໂຍນບວກກັບແຂງກະດ້າງນີ້ຂອງ ຈີນ ແລະ ຈະຫຼິ້ນນຳດ້ວຍການຂັບໄລ່ເຮືອຂອງ ຈີນ ອອກໄປຢ່າງລະມັດລະວັງ ເພື່ອຫຼີກລ່ຽງຄວາມຂັດແຍ້ງທີ່ຮ້ອນແຮງຢູ່ຕາມເສັ້ນທາງທີ່ ປັກກິ່ງ ປະກາດອ້າງເອົາກຳມະສິດໃນທະເລທີ່ກວ້າງ ຂວາງ ທີ່ລວມມີພາກສ່ວນນຶ່ງຂອງເຂດແດນຂອງ ອິນໂດເນເຊຍ, ອີງຕາມການກ່າວຂອງບັນດາຜູ້ຊ່ຽວຊານ. ເຂົາເຈົ້າເວົ້າຕື່ມວ່າ ໃນວິທີດຽວກັນແມ່ນເພື່ອປັບສາຍພົວພັນທາງທະເລທີ່ຮ້ອນແຮງອື່ນໆຂອງ ຈີນ ໃນບໍລິເວນພາກພື້ນເອເຊຍຕາເວັນອອກສຽງໃຕ້.

ທ່ານ ອີວານ ລັກຊາມານາ, ນັກຄົ້ນຄວ້າອາວຸໂສສຳລັບສູງກາງເພື່ອແຜນຍຸດທະສາດ ແລະ ກຸ່ມຄົ້ນຄວ້າ ກ່ຽວກັບ ການສຶກສາສາກົນໃນນະຄອນຫຼວງ ຈາກາຕ້າ ກ່າວວ່າ “ມັນບໍ່ມີຄວາມເຂົ້າໃຈຜິດໃດໆທີ່ວ່າ ຈີນ ມີເຈຕະນາທີ່ຈະຢຸດການປະພຶດຂອງເຂົາເຈົ້າ ຫຼືບໍ່ ໃນຂະນະທີ່ເຂົາເຈົ້າພະຍາຍາມ ທີ່ຈະສ້າງສັນຕິພາບກັບພາກພື້ນ. ທ່ານໄດ້ກ່າວວ່າ “ຂ້າພະເຈົ້າຄິດວ່າຄຳເວົ້າ ແລະ ການປະພຶດ ແມ່ນສິ່ງທີ່ພວກເຮົາຊອກຫາ.” ລັດຖະບານ ອິນໂດເນເຊຍ ແມ່ນບໍ່ໄດ້ຢ້ານກຳປັ່ນຍາມຊາຍຝັ່ງທີ່ວ່ານັ້ນ.

ຈີນ ແມ່ນກຳລັງປ່ຽນແປງການສະແດງແສນຍານຸພາບ ດ້ວຍການສົນທະນາມິດຕະພາບຢູ່ອ້ອມພາກພື້ນເອເຊຍຕາເວັນອອກສຽງໃຕ້, ອີງຕາມການກ່າວຂອງ ທ່ານ ເອດູອາໂດ ອາຣາຣາລ, ຮອງສາສະດາຈານຢູ່ໂຮງຮຽນນະໂຍບາຍສາທາລະນະຂອງ ມະຫະວິທະຍາໄລແຫ່ງ ສິງກະໂປ. ທ່ານໄດ້ກ່າວວ່າ ການເຄື່ອນໄຫວດັ່ງກ່າວ ບວກກັບການຂັບໄລ່ເຮືອຂອງ ອິນໂດເນເຊຍ ແມ່ນເປັນໄປຕາມ “ທິດສະດີຂອງເກມ.”

ທ່ານໄດ້ກ່າວຕື່ມວ່າ ຫວຽດນາມ ແລະ ຟີລິບປິນ ແມ່ນໄດ້ປະເຊີນກັບເຫດການທີ່ຄ້າຍຄືກັນຈາກ ຈີນ ກ່ຽວກັບ ການກ່າວອ້າງເອົາກຳມະສິດໃນທະເລທີ່ມີການຂັດແຍ້ງກັນຂອງເຂົາເຈົ້າເອງ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG