ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ຈີນ ​ແລະ​ຫວຽດນາມ​ ຕົກລົງ​​ ຈັດຕັ້ງ​ ສາຍ​ດ່ວນ ​ຕິດຕໍ່ກັນ


​ປະທານ​ປະ​ເທດ​ຫວຽດນາມ ທ່ານ Truong Tan Sang (ຊ້າຍ) ພົບປະກັບປະທານ​ປະ​ເທດ​ຈີນ ທ່ານ Xi Jinping
​ປະທານ​ປະ​ເທດ​ຫວຽດນາມ ທ່ານ Truong Tan Sang (ຊ້າຍ) ພົບປະກັບປະທານ​ປະ​ເທດ​ຈີນ ທ່ານ Xi Jinping
ຈີນ​ແລະ​ຫວຽດນາມ​ໄດ້​ຕົກລົງ​ກັນ ທີ່​ຈະ​ຈັດຕັ້ງ​ສາຍ​ໂທລະສັບ
ສຸກ​ເສີນ “Hotline” ​ລະຫວ່າງ​ກັນ​ ເພື່ອ​ຊ່ອຍ​ແກ້​ໄຂ​ບັນຫາ​ຜິດ
​ຖຽງ​ກັນ​ເລື້ອງ​ເຂດ​ນໍ້າ​ແດນ​ດິນ ທີ່​ໄດ້​ພາ​ໃຫ້ ຄວາມ​ສໍາພັນ
ລະຫວ່າງສອງ​ປະເທດເພື່ອນ​ບ້ານ​ນີ້ ​ເຄ່ງ​ຕຶງເປັນ​ບາງ​ຄັ້ງ​
ບາງຄາວນັ້ນ.

ໜັງສືພິມ​ລາຍ​ວັນຂອງ​ທາງ​ການຈີນ China Daily ກ່າວ​ວ່າ ​
ເຈົ້າ​ໜ້າ​ທີ່​ການກະ​ເສດ​ຂອງປັກ​ກິ່ງ ​ແລະ​ຮາໂນ່ຍ ທີ່​ຮັບຜິດ
ຊອບ​ເລື້​ອງ​ອຸດສາຫະກໍາ​ການ​ປະມົງນັ້ນ ​ໄດ້​ລົງ​ນາມ ໃນສັນ
ຍາດັ່ງກ່າວ ອັນ​ເປັນ​ສ່ວນ​ນຶ່ງ​ຂອງ​ຄວາມ​ພະຍາຍາມ​ເພື່ອ
ປ້ອງ​ກັນບໍ່​ໃຫ້ການ​ຜິດ​ຖຽງກັນ​ໃນ​ອານາ​ຄົດ ສົ່ງ​ຜົນ​ກະທົບ
ຕໍ່ຄວາມ​ສໍາ​ພັນ​ສອງ​ຝ່າຍ.

​ເຈົ້າ​ໜ້າທີ່ທ່ານ​ນຶ່ງ​ຈາກກະຊວງກະສິກໍາ​ຂອງ​ຈີນ ​ໄດ້​ບອກ​ກັບໜັງສືພິມດັ່ງກ່າວ​ວ່າ ທັງ​ສອງ​
ຝ່າຍ​ໄດ້ຕົກລົງ​ທີ່​ຈະ​ນໍາໃຊ້ສາຍ “Hotline” ນັ້ນ ​ເພື່ອແຈ້ງ​ໃຫ້​ອີກ​ຝ່າຍ​ນຶ່ງ​ຮູ້ ​ພາຍໃນເວລາ
48 ຊົ່ວ​ໂມງ ​ໃນກໍລະນີທີ່​ເກີດເຫດການ​ກ່ຽວຂ້ອງ​ກັບ​ການ​ກັກຊາວ​ປະ​ມົງ​ແລະ​ເຮືອ​ປະມົງ
ຂອງ​ກັນ​ແລະ​ກັນ.

ເຮືອ​ປະມົງປລະ​ເຮືອ​ເດີນ​ທະ​ເລ​ອື່ນໆ ຂອງຈີນ​ແລະ​ຫວຽດນາມ​ ໄດ້​ປະທະກັນ​ເປັນ​ຄັ້ງ​ຄາວ
ຢູ່​ໃນ​ເຂດທະ​ເລ​ຈີນ​ໃຕ້ ທີ່​ຖື​ວ່າ​ເປັນ​ເຂດທີ່​ອຸດົທສົມບູນ​ໄປ​ດ້ວຍຊັບພະ​ຍາກ​ອນທໍາ​ມະ​ຊາດ ​
ແລະມີ​ຄວາມ​ສໍາຄັນ​ທາງ​ດ້ານ​ຍຸດ​ທະ​ສາດ ບ່ອນທີ່​ທັງ​ສອງ​ປະ​ເທດຕ່າງ​ກໍ​ອ້າງ​ເອົາກໍາມະສິດ
​ໃນ​ດິນ​ດອນ​ທີ່ກວມ​ກັນນັ້ນ.

ການ​ຕົກ​ລົງ​ກັນດັ່ງກ່າວ​ນີ້​ໄດ້​ມີ​ຂຶ້ນ ​ຫຼັງ​ຈາກກອງ​ປະຊຸມ​ໃນ​ວັນ​ພຸດ​ວານ​ນີ້​ ໃນ​ກຸງ​ປັກ​ກິ່ງ
ລະຫວ່າງ​ປະທານ​ປະ​ເທດ​ຈີນ ທ່ານ Xi Jinping ​ແລະ​ປະທານ​ປະ​ເທດ​ຫວຽດນາມທ່ານ
Trong Tan Sang. ໜັງສືພິມ​ China Daily ກ່າວ​ວ່າກຸງ​ປັກ​ກິ່ງ ​“ໄດ້ໃຫ້ ຄວາມ​ສໍາ​ຄັນ​ສູງ​”
ແກ່​ການພົບ​ປະກັນ​ຄັ້ງ​ນີ້ ນຊຶ່ງເປັນ​ຄັ້ງ​ທໍາ​ອິດ​ນັບ​ຕັ້ງ​ແຕ່​ທ່ານ Xi ​ໄດ້​ເຂົ້າ​ກໍາ​ຕໍາແໜ່ງສູງ​ສຸດ
​ຂອງ​ປະ​ເທດ.
XS
SM
MD
LG