ຈີນ ໄດ້ສົ່ງກຳປັ່ນລົບໄປຍັງທ່າເຮືອເມືອງຮາມບານໂຕຕາຂອງສຣີລັງກາ ທ່າມກາງສະຖານະການດ້ານການເມືອງທີ່ມີການປ່ຽງແປງຢ່າງວ່ອງໄວ ຢູ່ໃນປະເທດເກາະດັ່ງກ່າວນັ້ນ. ການເຄື່ອນໄຫວນີ້ ໄດ້ເຮັດໃຫ້ມີຄຳຖາມ ຕ່າງໆກ່ຽວກັບວ່າ ຈີນ ກຳລັງພະຍາຍາມຈັດຕັ້ງກອງກຳລັງທະຫານທີ່ແຂງແກ່ນ ຢູ່ໃນເຂດແຄມຝັ່ງມະຫາສະໝຸດອິນເດຍຂອງສຣີລັງກາ ຫຼືບໍ່.
ກອງທັບປົດປ່ອຍປະຊາຊົນຈີນອະທິບາຍເຖິງກຳປັ່ນ ຢວນຫວັງ 5 ວ່າ ເປັນກຳປັ່ນສຳຫຼວດ ເພື່ອດຳເນີນການຄົ້ນຄວ້າໃນມະຫາສະໝຸດອິນເດຍ. ແຕ່ບັນດານັກວິເຄາະ ກໍຖາມວ່າ ກຳປັ່ນນີ້ ມີກຳນົດທີ່ຈະໄປຮອດເມືອງຮາມ ບານໂຕຕາ ໃນວັນທີ 11 ສິງຫາ ແລະບັນຈຸດ້ວຍເຄື່ອງອີເລັກໂທຣນິກທີ່ທັນ ສະໄໝຕ່າງໆສຳລັບອະວະກາດແລະການຕິດຕາມດາວທຽມ ເພື່ອຮັບໃຊ້ຈຸດປະ ສົງດ້ານຍຸດທະສາດ ຫຼືບໍ່.
ທ່ານດາຢານ ເຈຢາທີລເລີກາ (Dayan Jayatilleka) ອະດີດນັກການທູດສຣີ ລັງກາ ກ່າວຕໍ່ວີໂອເອ ວ່າ “ເປົ້າໝາຍຂອງຈີນ ທີ່ຈະນຳໃຊ້ທ່າເຮືອຮາມບານ ໂຕຕາ ໃນສອງຮູບແບບຄື ດ້ານພານິດ ແລະດ້ານການທະຫານ. ຈີນພະ ຍາຍາມທີ່ຈະສ້າງຄວາມອາດສາມາດໃນການກຳກັບກຳປັ່ນຕ່າງໆຢູ່ທ່າເຮືອ ເພື່ອຈຸດປະສົງທາງການທະຫານ.”

ຈີນມີຄຳເວົ້າບາງຢ່າງໄດ້ກ່ຽວກັບການນຳໃຊ້ທ່າເຮືອນັ້ນ ຍ້ອນວ່າລັດຖະບານ ຂອງສຣີລັງກາ ໄດ້ມອບມັນໃຫ້ແກ່ພວກບໍລິສັດຂອງຈີນ ໂດຍໃຫ້ສຳປະທານ ໄລຍະ 99 ປີ ເມື່ອປີ 2017. ໂຄລອມໂບ ໄດ້ຖືກບັງຄັບໃຫ້ມອບການຄວບຄຸມ ຂອງທ່າເຮືອ ຫຼັງຈາກທີ່ຕົນບໍ່ສາມາດຊຳລະໜີ້ກູ້ຢືມໃຫ້ຈີນ ທີ່ນຳໃຊ້ໃນ ການກໍ່ສ້າງທ່າເຮືອນັ້ນ.
ເມື່ອບໍ່ດົນມານີ້ ປະທານາທິບໍດີຂອງສຣີລັງກາ ໂກຕາບາຢາ ຣາຈາປັກສາ ຜູ້ທີ່ໄດ້ຖືກໂຄ່ນລົ້ມ ແມ່ນເຊື່ອກັນວ່າ ຍິນຍອມໃຫ້ກຳປັ່ນເຂົ້າມາທຽບທ່າໄດ້ ຢູ່ທ່າເຮືອຂອງສຣີລັງກາ. ສ່ວນລັດຖະບານຊຸດໃໝ່ ທີ່ໄດ້ເຂົ້າມາແທນ ທ່ານຣາຈາປັກສາ ຫຼັງຈາກທີ່ໄດ້ມີການເຄື່ອນໄຫວປະທ້ວງຂະໜາດໃຫຍ່ນັ້ນ ແມ່ນຄົງຈະບໍ່ຍົກເລີກການຕັດສິນໃຈດັ່ງກ່າວ ແລະຈະບໍ່ຢຸດກຳປັ່ນໃນການນຳໃຊ້ທ່າເຮືອນັ້ນ.
ທ່ານເຈຮານ ເປີແຣຣາ (Jehan Perera) ຜູ້ບໍລິຫານໃຫຍ່ຂອງສະພາ ສັນຕິພາບແຫ່ງຊາດຂອງສຣີລັງກາ ກ່າວຕໍ່ວີໂອເອ ວ່າ “ສຣີລັງກາ ຕ້ອງການ ການຊ່ອຍເຫຼືອດ້ານການເງິນ ແລະຕົນບໍ່ຢາກຈະເຮັດໃຫ້ຈີນ ບໍ່ພໍໃຈ ໂດຍການຖອນການອະນຸມັດສຳປະທານ.”