ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ຈີນຈະເກັບພາສີໄກ່ນໍາເຂົ້າ ຈາກສະຫະລັດ ຫລາຍກວ່າ 105%


ຈີນຈະເກັບພາສີໄກ່ນໍາເຂົ້າ ຈາກສະຫະລັດ ຫລາຍກວ່າ 105%
ຈີນຈະເກັບພາສີໄກ່ນໍາເຂົ້າ ຈາກສະຫະລັດ ຫລາຍກວ່າ 105%

ຈີນກ່າວວ່າ ຕົນຈະເກັບພາສີຜະລິດພັນໄກ່ທີ່ນໍາເຂົ້າຈາກ ສະຫະລັດ ຫລາຍກວ່າ 105 ເປີເຊັນ ​ເພື່ອ​ເປັນການຕໍ່ ຕ້ານການ​ຖອກ​ເທ​ສິນຄ້າ​ໃສ່​ຕະຫລາດ​ຂອງ​ຕົນ.

ກະຊວງພານິດຂອງຈີນກ່າວໃນຖະແຫລງການສະບັບນຶ່ງ ທາງເວບໄຊ້ທ໌ຂອງຕົນ​ໃນວັນອາທິດມື້ນີ້ວ່າ ການສົ່ງຜະ ລິດຕະພັນ​ໄກ່ຂອງສະຫະລັດ ມາ​ທຸ່ມເທ​ໃສ່​ຕະຫລາດ​ຂອງ​ຕົນຢ່າງ​ຫລວງຫລາຍ​ແລະໃນ​ລາຄາ​ຖືກໆ ​ແມ່ນໄດ້ສ້າງ ຄວາມເສຍຫາຍຢ່າງໃຫຍ່ຫລວງຕໍ່ວົງການອຸດສາຫະ ກໍາພາຍໃນປະເທດ. ກະຊວງພານິດຈີນກ່າວອີກວ່າ ການ ເກັບພາສີ​ເພີ່ມຈະມີຜົນບັງຄັບໃຊ້ ເລີ່ມວັນຈັນມື້ອື່ນນີ້ໄປ.

ຖະແຫລງການຍັງເວົ້າວ່າ ພວກບໍລິສັດຂອງສະຫະລັດທີ່ ໄດ້ໃຫ້ຄວາມຮ່ວມມືໃນການສືບສວນສອບສວນຂອງ​ຕົນ ກ່ຽວ​ກັບໄກ່ນໍາເຂົ້າຈາກ​ສະຫະລັດນັ້ນ ແມ່ນຈະຖືກເກັບພາສີ ປະມານ 50 ເປີເຊັນ. ສ່ວນພວກບໍລິສັດອື່ນໆ​ຂອງ​ສະຫະ ລັດ​ ທີ່​ສົ່ງ​ອອກ​ໄກ່ ປະ​ເພດ​ໄກ່​ເປັນ​ໂຕ​ສຳລັບ​ອົບ ມາ​ຍັງ​ຈີນ​ນັ້ນ ​ແມ່ນ​ຈະ​ຖືກ​ເກັບພາສີ ເກີນ 105 ເປີເຊັນ.

ມາດຕະການນີ້​ແມ່ນຕິດຕາມມາ ຫລັງ​ຈາກ​ມີ​ການວາງອັດຕາພາສີຂັ້ນ​ຕົ້ນ ໃສ່ຜະລິດຕະພັນ ແບບດຽວກັນ ໂດຍກະຊວງພານິດຂອງ​ຈີນ ​ເມື່ອເດືອນກຸມພາຕົ້ນ​ປີ ​ແລະຈະມີການນໍາໃຊ້ ເປັນເວລາຫ້າປີ.

XS
SM
MD
LG