ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຈີນບໍ່ພໍໃຈກັບການມີໜ້າ ຂອງກຳປັ່ນລົບສະຫະລັດ


ເຈົ້າໜ້າທີ່ອະວຸໂສ ທາງທະຫານຂອງຈີນຄົນນຶ່ງ ກ່າວວ່າ ແຜນການຊ້ອມລົບຮ່ວມທາງທະເລ ລະຫວ່າງສະຫະລັດ ແລະເກົາຫຼີໃຕ້ ແມ່ນເປັນການທ້າທາຍ ຍົວະໃຫ້ເກີດ ຄວາມໂກດແຄ້ນຄັ້ງໃໝ່ ຕໍ່ປັກກິ່ງ ແລະພູມີພາກ.

ພົນເຮືອຕີ Yang Yi ໄດ້ເຕືອນ ໃນບົດບັນນາທິການ ທີ່ ພິມເຜີຍແຜ່ ໂດຍໜັງສືພິມ China Daily ສະບັບທີ່ ອອກໃນວັນສຸກມື້ນີ້. ນາຍພົນ Yang ເວົ້າວ່າ ວໍຊິງຕັນ ຈະສວຍໃຊ້ ການຊ້ອມລົບທາງທະເລໃນຄັ້ງນີ້ ເພື່ອສົ່ງຄຳ ເຕືອນ ແບບບໍ່ມີຄວາມຄຸມເຄືອ ຕໍ່ຂົງເຂດວ່າ ສະຫະລັດ ຍັງສືບຕໍ່ເປັນມະຫາ ອຳນາດທາງທະຫານ ທີ່ເຂັ້ມແຂງທີ່ສຸດໃນໂລກ.

ນາຍພົນ Yang ກ່າວຫາສະຫະລັດວ່າ ຍັງຢຶດໝັ້ນຢູ່ກັບສະພາບຄວາມຄິດ ໃນສະໄໝ ສົງຄາມເຢັນ ທີ່ຈະພາໃຫ້ເກີດ ການຖອຍຫຼັງ ທີ່ໃຫຍ່ກວ່າເກົ່າ ທາງດ້ານຍຸດທະສາດ.

ກະຊວງປ້ອງກັນປະເທດ ຂອງສະຫະລັດ ໄດ້ປະກາດ ໃນສັບປະດາຜ່ານມານີ້ວ່າ ການຊ້ອມຮ່ວມ ທາງທະເລ ຈະມີຂຶ້ນ ໃນບໍລິເວນ ທະເລເຫຼືອງ ຊຶ່ງຕັ້ງຢູ່ລະຫວ່າງຈີນ ແລະແຫຼມເກົາຫຼີ. ກຳປັ່ນບັນທຸກເຮືອບິນ George Washington ພະລັງນິວເຄລຍ ຂອງສະຫະລັດ ກໍຈະເຂົ້າຮ່ວມ ໃນການຊ້ອມລົບຄັ້ງນີ້.

XS
SM
MD
LG