ການຄ້າເກີນດຸນຂອງ ຈີນ ກັບ ສະຫະລັດ ໄດ້ເພີ່ມຂຶ້ນຢ່າງວ່ອງໄວໃນປີ 2018, ເຖິງ
ແມ່ນຈະມີການຕອບໂຕ້ກັນໄປມາ ໃນສົງຄາມພາສີກັບ ສະຫະລັດ ທີ່ໄດ້ລົບກວນຕະ
ຫຼາດໂລກທັງຫຼາຍກໍຕາມ.
ການຄ້າເກີນດຸນໄດ້ເພີ່ມຂຶ້ນສູງເປັນສະຖິຕິ ສາມແສນສອງໝື່ນສາມສິບສາມພັນລ້ານ
ໂດລາ, ທຽບໃສ່ ສອງແສນເຈັດໝື່ນຫ້າສິບແປດພັນລ້ານໂດລາ ທີ່ຖືກບັນຖືກໄວ້ໃນປີ
ກ່ອນໜ້ານີ້.
ຂໍ້ມູນທີ່ຖືກເປີດເຜີຍໃນວັນຈັນມື້ນີ້ ໂດຍຫ້ອງການພາສີຂອງ ຈີນ ໄດ້ສະແດງໃຫ້ເປັນ
ວ່າ ການສົ່ງອອກຂອງປະເທດມຍັງ ສະຫະລັດ ໄດ້ເພີ່ມຂຶ້ນຫຼາຍກວ່າ 11 ເປີເຊັນໃນປີ
2018. ການນຳເຂົ້າໄປຈາກ ສະຫະລັດ ໄດ້ເພີ່ມຂຶ້ນໜ້ອຍດຽວພຽງ 0.7 ເປີເຊັນ.
ແຕ່ຂໍ້ມູນດັ່ງກ່າວຍັງໄດ້ເປີດເຜີຍວ່າ ການສົ່ງອອກໄດ້ຊ້າລົງເຖິງ 3.5 ເປີເຊັນໃນເດືອນ
ທີ່ຜ່ານມາ, ໃນຂະນະທີ່ລັດຖະບານຂອງປະທານາທິບໍດີ ດໍໂນລ ທຣຳ ໄດ້ວາງການເກັບ
ພາສີທີ່ເຂັ້ມງວດຫຼາຍຄັ້ງ ຕໍ່ສິນຄ້າມູນຄ່າຫຼາຍພັນລ້ານໂດລາຂອງ ຈີນ ເພື່ອບັງຄັບໃຫ້
ປັກກິ່ງ ຊື້ສິນຄ້າ ອາເມຣິກັນ ຕື່ມ ເພື່ອແກ້ໄຂບັນຫາຕ່າງໆທີ່ປະກອບມີ ເທັກໂນໂລຈີ,
ຊັບສິນທາງປັນຍາ ແລະ ບັນຫາການລັກຂໍ້ມູນທາງໄຊເບີ.
ຂໍ້ມູນທີ່ວ່ານັ້ນ ຍັງໄດ້ເປີດເຜີຍຂ່າວຫຼາຍຢ່າງກ່ຽວກັບ ຄວາມເຂັ້ມແຂງຂອງປະເທດ ທີ່
ມີເສດຖະກິດໃຫຍ່ເປັນອັນດັບສອງນັ້ນ ໃນຂະນະທີ່ການຄ້າເກີນດູນຂອງ ຈີນ ແມ່ນ
ສາມແສນຫ້າໝື່ນຊາວພັນລ້ານໂດລາ ສຳລັບປີ 2018, ການສົ່ງອອກໄປທົ່ວໂລກຂອງ
ເຂົາເຈົ້າໄດ້ຫລຸດລົງ 4.4 ເປີເຊັນໃນເດືອນທັນວາທີ່ຜ່ານມາ ທຽບໃສ່ນຶ່ງປີກ່ອນໜ້ານັ້ນ,
ໃນຂະນະທີ່ການນຳເຂົ້າໄດ້ຫຼຸດລົງ 7.6 ເປີເຊັນ, ໂດຍສະເໜີວ່າມີການຮຽກຮ້ອງທີ່
ໜ້ອຍລົງ ຈາກທັງໃນປະເທດ ແລະ ຕ່າງປະເທດ.
ຕົວເລກຕ່າງໆທີ່ຖືກເປີດເຜີຍ ໂດຍສະມາຄົມຜະລິດລົດ ຈີນ ໄດ້ສະແດງໃຫ້ເຫັນວ່າ
ຍອດຂາຍລົດທັງຫຼາຍ ໄດ້ຕົກລົງໃນປີ 2018, ເປັນການຫຼຸດລົງຄັ້ງທຳອິດໃນຮອບ 20
ປີ.