ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໐໔ ພຶດສະພາ ໒໐໒໔

ຈີນ ເພີ້ມຄວາມກົດດັນຕໍ່ ໄຕ້ຫວັນ ດ້ວຍການເປີດເສັ້ນທາງສາຍການບິນຕື່ມອີກ


ແຟ້ມຮູບ-ໃນພາບທີ່ໄດ້ຮັບການເຜີຍແຜ່ໂດຍອົງການຂ່າວຊິນຫົວ, ເຮືອບິນລົບ J-15 ຂອງຈີນ ບິນອອກຈາກກໍາປັ່ນບັນທຸກເຮືອບິນ ໃນລະຫວ່າງການຊ້ອມລົບທາງທະຫານຢູ່ບໍລິເວນເກາະໄຕ້ຫວັນ ໂດຍກອງບັນຊາການປະຈໍາພາກຕາເວັນອອກ ຂອງກອງທັບປົດປ່ອຍປະຊາຊົນ, ວັນທີ 9 ເມສາ 2023.
ແຟ້ມຮູບ-ໃນພາບທີ່ໄດ້ຮັບການເຜີຍແຜ່ໂດຍອົງການຂ່າວຊິນຫົວ, ເຮືອບິນລົບ J-15 ຂອງຈີນ ບິນອອກຈາກກໍາປັ່ນບັນທຸກເຮືອບິນ ໃນລະຫວ່າງການຊ້ອມລົບທາງທະຫານຢູ່ບໍລິເວນເກາະໄຕ້ຫວັນ ໂດຍກອງບັນຊາການປະຈໍາພາກຕາເວັນອອກ ຂອງກອງທັບປົດປ່ອຍປະຊາຊົນ, ວັນທີ 9 ເມສາ 2023.

ບັນດານັກວິ​ເຄາະ​ກ່າວ​ວ່າ ການ​ເປີດ​ເສັ້ນທາງ​ການບິນຄັ້ງ​ໃໝ່ 2 ເສັ້ນທາງ ​ຂອງ​ຈີນເມື່ອບໍ່ດົນມາ​ນີ້, ​ໂດຍ​ມີ​ເສັ້ນທາງການ​ບິນ​ໃກ້​ກັບ​ເກາະ​ສອງ​ແຫ່ງ​ທີ່​ປົກຄອງໂດຍໄຕ້ຫວັນ, ແມ່ນເປັນພຽງການ​ເຄື່ອນ​ໄຫວ​ຫຼ້າ​ສຸດ​ໃນຂັ້ນຕອນການຂະຫຍາຍໂຕທີ່ປັກກິ່ງໄດ້ດຳເນີນການ ​ກ່ອນ​ການ​ເຂົ້າ​ດຳລົງ​ຕຳ​ແໜ່​ງປະທານາທິບໍດີ​ໄຕ້​ຫວັນຂອງ ທ່ານຫຼາຍ ​ຊິງ-​ເຕ.

ທ່ານ ຫຼາຍ, ເຊິ່ງເປັນສະມາຊິກ​ພັກ​ປະຊາທິປະ​ໄຕກ້າວໜ້າ​ທີ່​ສະໜັບສະໜູນ​ອະທິປະ​ໄຕ​ຂອງ​ໄຕ້​ຫວັນ, ​ໄດ້ຖືກເລືອກ​ໃນ​ເດືອນ​ມັງກອນ ​ແລະ​ຈະ​ສາບານໂຕ​ເ​ຂົ້າ​ຮັບ​ຕຳ​ແໜ່​ງ​ໃນ​ວັນ​ທີ 20 ພຶດສະພາທີ່ຈະມາເຖິງນີ້.

ທ່ານຊູ ຕູ-ຢູນ (Su Tzu-yun) ນັກວິ​ເຄາະທາງ​ດ້ານ​ການ​ທະຫານ​ຂອງ​ສະ​ຖາ​ບັນ​ຄົ້ນຄວ້າ​ການປ້ອງ​ກັນ​ປະ​ເທດ​ ແລະ​ຄວາມ​ໝັ້ນຄົງ​ແຫ່ງ​ຊາດ ​ທີ່​ມີສໍານັກງານ​ຢູ່ນະຄອນຫຼວງ​ໄທ​ເປກ່າວ​ວ່າ ປັກ​ກິ່ງ​ໄດ້​ນຳ​ໃຊ້ການປະສົມປະສານລະຫວ່າງຄວາມຮູ້ຄວາມເຂົ້າໃຈກ່ຽວກັບການດໍາເນີນສົງຄາມ​, ການ​ບີບ​ບັງຄັບ​ທາງດ້ານ​ເສດຖະກິດ, ​ແລະ​ມາດ​ຕະການ​ຂອງການປະຕິບັດ​ງານໃນ​ເຂດ​ສີ​ເທົາ​ເພື່ອຕໍ່ຕ້ານ​ໄຕ້​ຫວັນ. ການປະຕິບັດງານໃນເຂດສີເທົານັ້ນ ລວມມີການນໍາໃຊ້ກົນລະຍຸດທີ່ບໍ່ຖືກຕ້ອງຕາມກົດລະບຽບ ໂດຍປາສະຈາກການຕໍ່ສູ້ໂດຍກົງ.

ທ່ານ ຊູ ກ່າວຕໍ່ VOA ໃນລະຫວ່າງການໃຫ້ສໍາພາດທາງໂທລະສັບວ່າ “ຄວາມ​ພະຍາຍາມ​ຫຼ້າສຸດ​ຂອງ​ຈີນເພື່ອ​ເພີ້ມ​ທະວີ​ຄວາມ​ກົດ​ດັນ​ຕໍ່​ໄຕ້​ຫວັນນັ້ນ ​ແມ່ນ​ສ່ວນ​ນຶ່ງ​ຂອງ​ຂະ​ບວນການປະຕິບັດງານ​ກົດ​ດັນ​ຕໍ່​ໄຕ້​ຫວັນ ​ແລະການ​ຕອບ​ໂຕ້​ຕໍ່​ການ​ສະໜັບສະໜູນ​ຂອງ​ສາກົນ​ທີ່​ມີ​ຕໍ່​ໄຕ້​ຫວັນ ເຊັ່ນ: ​ການກ່າວເນັ້ນຢໍ້າອີກຄັ້ງໂດຍ ສະຫະລັດ, ຍີ່ປຸ່ນ, ແລະກຸ່ມ G7 ເຊິ່ງເປັນກຸ່ມ 7 ປະເທດທີ່ນໍາໜ້າໃນດ້ານອຸດສາຫະກໍາຂອງໂລກ.

​ໃນ​ຖະ​ແຫຼ​ງການ​ສະບັບ​ນຶ່ງທີ່ເຜີຍແຜ່ອອກມາ​ໃນ​ວັນ​ທີ 19 ​ເມສາທີ່ຜ່ານມາ​ນີ້, ສະແດງໃຫ້ເຫັນການປະກາດຂອງອົງການ​ຄຸ້ມ​ຄອງ​ການບິນ​ພົນລະ​ເຮືອນ​ຂອງ​ຈີນ, ໂດຍ​ໄດ້​ເລີ້​ມນໍາ​ໃຊ້​ເສັ້ນທາງການ​ບິນ 2 ​ເສັ້ນ​ທາງ ​ຈາກທາງທິດ​ຕາ​ເວັນ​ຕົກ​ໄປ​ຕາ​ທາງທິດຕາເວັນ​ອອກ ​ຈາກ​ເມືອງ​ຊາຍຝັ່ງ​ທະ​ເລ ​ເຊຍ​ເໝິນ (Xiamen) ​ແລະເມືອງ ​ຝູ​ໂຈ (Fuzhou). ເສັ້ນທາງການບິນເສັ້ນໃໝ່, ເຊິ່ງຮູ້ໃນຊື່ W122 ແລະ W123, ຈະເຊື່ອມຕໍ່ກັບສິ່ງທີ່ຮ້ອງວ່າ ເສັ້ນທາງການບິນ M503, ແລະພວກເຂົາເຈົ້າຈະດໍາເນີນງານຄຽງຄູ່ກັບເສັ້ນທາງການບິນທີ່ມີຢູ່ແລ້ວໄປຍັງເກາະ ຄິນເໝິນ (Kinmen) ແລະ ເກາະ ມັດທ໌ສູ (Matsu) ຂອງໄຕ້ຫວັນ, ເຊິ່ງດໍາເນີນການບິນຕາມປົກກະຕິ ໄປ-ກັບ ລະຫວ່າງເກາະຫຼັກຂອງໄຕ້ຫວັນ.

ອ່ານຂ່າວນີ້ເປັນພາສາອັງກິດ

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG