ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຈີນເປີດເຜີຍ ລູກໝີດ່າງ ແພນ​ດ້າ ທີ່ເກີດພ້ອມກັນ ສາມໂຕ (ວີດີໂອ)


ລູກໝີດ່າງແພນ​ດ້າສາມໂຕ ເກີດພ້ອມກັນ ປັດຈຸບັນນີ້ ຍັງຖືກຮັກສາໄວ້ ໃນຕູ້ອົບ ທີ່ Chimelong Safari Park ໃນເມືອງ Guangzhou, ແຂວງ Guangdong.
ລູກໝີດ່າງແພນ​ດ້າສາມໂຕ ເກີດພ້ອມກັນ ປັດຈຸບັນນີ້ ຍັງຖືກຮັກສາໄວ້ ໃນຕູ້ອົບ ທີ່ Chimelong Safari Park ໃນເມືອງ Guangzhou, ແຂວງ Guangdong.

ສວນສັດ​ແຫ່ງ​ນຶ່ງທີ່​ພາກ​ໃຕ້​ຂອງ​ປະ​ເທດ​ຈີນ ກ່າວ​ວ່າ ລູກ​ໝີ
​ດ່າງແພນດ້າສາ​ມ​ໂຕ ທີ່​ເກີດພ້ອມ​ກັນ ​ຫວ່າງ​ມໍ່ໆມາ​ນີ້ ອາດ​
ຈະ​ເປັນ​ຊຸດ​ດຽວເທົ່າ​ນັ້ນ ​ບໍ່​ມີມາ​ກ່ອນ ທີ່​ຍັງ​ລອດ​ຊີວິດ​ຢູ່.

ບັນດາ​ເຈົ້າ​ໜ້າ​ທີ່​ສວນສັດ Guangzhou ກ່າວ​ວ່າ ລູ​ກນ້ອຍ
ຂອງ​ໝີ​ດ່າງ​ແພນ ດ້າສາມ​ໂຕ​ນີ້ ​ແລະ​ແມ່​ຂອງ​ມັນ Juxiao
ມີສຸຂະພາບ​ດີ ຫລັງ​ຈາກ​ການ​ອອກ ລູກ​ໃນ​ວັນ​ທີ 29 ​ເດືອນ
​ກໍລະ​ກົດ.

ລູກໝີ​ດ່າງ Pandas ມີ​ອັດຕາ​ການ​ເສຍຊີວິດ​ສູງ ​ແຕ່​ທົ່ວ​ໄປ​ແລ້ວ​ລອດ​ຊີວິດ ມາໄດ້ຖ້າ​ຫາກ​ວ່າ​ຍັງ​ມີສຸຂະ​ພາບ​ດີ ຫລັງ​ຈາກ 15 ມື້ ​ທີ່​ໄດ້​ເກີດ​ມາ.

ສວນ​ສັດກ່າວ​ວ່າ ຕົນ​ບໍ່​ຄາດ​ວ່າ​ ຈະ​ນຳໝີ​ດ່າງ Pandas ສາມ​ໂຕນີ້ ​ມາສະ​ແດງ​ໃຫ້​ສາທາ
ລະນະ​ຊົນຊົມໄດ້​ ຢ່າງໜ້ອຍອີກສີ່​ຫາ​ຫ້າ​ເດືອນ​ຂ້າ​ງໜ້າ.

ຮູບ​ພາບທີ່​ເຜີຍ​ແຜ່​ໃນ​ຕົ້ນ​ເດືອ​ນີ້ ສະ​ແດງ​ໃຫ້​ເຫັນ​ວ່າ ລູກ​ໝີ​ດ່າງ​ແພນດ້າທີ່​ມີ​ໜັງ​ສີ​ບົວ ຕາ​ຍັງ​ບໍ່​ທັນ​ມືນ​ເທຶ່ອ ຍັງ​ຖືກຮັກສາ​ໄວ້​ຢູ່​ໃນ​ຕູ້​ອົບ.

​ເພດ​ຂອງ​ລູກໝີ Pandas ຈະ​ບອກໃຫ້​ຮູ້ໄດ້​ໃນ​ອີກປະມານ​ນຶ່ງ​ເດືອນ ​ແລະຈະ​ຕັ້ງ​ຊື່ໃຫ້ ​ຕາມ​ພາຍຫລັງ.

ໝີ​ດ່າງ​ແພນດ້າຈຳນວນ 1,600 ​ໂຕ ປັ​ດຈຸ​ບັນ​ນີ້ ​ພາກັນຢູ່​ໃນ​ປ່າ ​ໃນ​ພາກ​ໃຕ້​ຂອງປະ​ເ​ທດ
ຈີນ ​ແລະ​ອີກ​ຫລາຍ​ກວ່າ 300 ​ໂຕ​ແມ່ນຖືກລ້ຽງດູຢູ່ຕາມ​ບ່ອນກັກ​ຂັງຕ່າງໆ.

CHINA PANDA TRIPLETS VO
please wait

No media source currently available

0:00 0:00:55 0:00

XS
SM
MD
LG