ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຈີນ, ຢູເຄຣນ, ແລະ ກາຊາ ທ້າທາຍຕໍ່ເປົ້າໝາຍນະໂຍບາຍການຕ່່າງປະເທດປີ 2024 ຂອງ ທ່ານໄບເດັນ


ລາຍງານກ່ຽວກັບເປົ້າໝາຍນະໂຍບາຍການຕ່າງປະເທດຂອງ ທ່ານ ໄບເດັນ.

ໃນຂະນະທີ່ປະທານາທິບໍດີ ທ່ານໂຈ ໄບເດັນ ພະຍາຍາມຮັກສາຈຸດ​ເພັ່ງ​ເລັງປະຈໍາປີ 2023 ຂອງທ່ານ ກ່ຽວກັບຍຸດທະສາດການແຂ່ງຂັນ ຂອງ ສະຫະລັດກັບຈີນແລະສົງຄາມຢູ່ໃນຢູເຄຣນ, ການນອງເລືອດໃນຂົງເຂດກາ
ຊາ ຂົ່ມຂູ່ທີ່​ຈະ​ປິດ​ບັງ​ນະ​ໂຍ​ບາຍ​ການ​ຕ່າງ​ປະ​ເທດ ໃນ​ຂອບ​ເຂດ​ທີ່ກວ້າງ​ຂວາງ ​ຢູ່ໃນພາກຕາເວັນອອກກາງ ແລະ​ແຫ່ງ​ອື່ນໆຂອງ​ທ່ານ ພວມ​ໄດ້​ຮັບ
ການກວດ​ສອບຢ່າງລະອຽດຂອງຜູ້ມີສິດເລືອກຕັ້ງຊາວອາເມຣິກັນ ທີ່​ຈະ​ໄປ
ປ່ອນ​ບັດ​ໃນເດືອນພະຈິກປີ 2024 ນີ້. ຫົວໜ້ານັກຂ່າວປະຈໍາທຳນຽບຂາວ ແພັດຊີ ວີດາກຸສວາຣາ ມີລາຍງານທ້າຍປີກ່ຽວກັບເລື້ອງນີ້, ​ເຊິ່ງທິບສຸດາ ມີລາຍລະອຽດ.

ຄວາມ​ຮຸນ​ແຮງ​ຢູ່ໃນ​ຂົງເຂດ​ກາຊາ ​ແລະ​ສົງຄາມ​ຢູ່ໃນ ​ຢູ​ເຄຣນ ​ໄດ້​ເຮັດ​ໃຫ້​ປີນີ້ເປັນປີ​ທີ່​ເກີດ​ຄວາມສັບສົນ​ວຸ້ນວາຍ, ສິ້ນສຸດລົງດ້ວຍການນອງ​ເລືອດ ແລະໄດ້ທົດສອບ ການກ່າວ​ອ້າງ​ກ່ຽວ​ກັບນະໂຍບາຍຕ່າງປະເທດຂອງປະທານາທິບໍດີ ທ່ານໂຈ ໄບເດັນ, ເຊິ່ງທ່ານກ່າວວ່າ:

“ຄວາມ​ເປັນ​ຜູ້​ນຳ​ຂອງ​ອາ​ເມ​ຣິ​ກາ​ແມ່ນ​ສິ່ງ​ທີ່​ເຮັດ​ໃຫ້​ໂລກ​ຍັງ​ຄົງ​ໂຕຢູ່​ຮ່ວມ​ກັນໄດ້. ພັນທະມິດຂອງອາເມຣິກາ ແມ່ນສິ່ງທີ່ເຮັດໃຫ້ອາເມຣິກາຂອງພວກເຮົາປອດໄພ. ຄຸນຄ່າຂອງອາເມຣິກາ ແມ່ນສິ່ງທີ່ເຮັດໃຫ້ພວກເຮົາເປັນຄູ່ຮ່ວມງານທີ່ປະເທດ ອື່ນໆຕ້ອງການ ເຮັດວຽກຮ່ວມກັບພວກເຮົາ."

ມາ​ຮອດ​ປັດຈຸ​ບັນນີ້, ທ່ານໄບເດັນ ຍັງຄົງສະໜັບສະໜຸນ​ຢູ​ເຄຣນ, ໂດຍ​ເປັນ​ຜູ້
ນຳ​ພາ​ແນວ​ໂຮມ ​ເພື່ອ​ໃຫ້​ກີ​ຢິບ​ຍັງ​ຄົງ​ຕົວ​ຢູ່​ໄດ້ ເປັນ​ເວ​ລາ​ເກືອບ 2 ປີ​ໃນ​ການ​ຕໍ່ສູ້ຕ້ານການຮຸກຮານ​ຂອງມົສກູ. ​ແຕ່​ການ​ສະໜອງ​ທຶນ​ຂອງ​ສະຫະລັດ​ຕື່ມ​ອີກ​ ໄດ້​ຖືກ​ຂັດຂວາງ​ໂດຍ​ພັກຣີພັບ​ບລິ​ກັນ​ທີ່​ພະຍາຍາມຫາ​ທາງ​ໃຫ້​ມີ​ການ​ເອົານະ​ໂຍບາຍ​ຊາຍ​ແດນ​ທີ່ເຂັ້ມ​ງວດ​ຂຶ້ນກວ່າ​ຂອງ​ສະຫະລັດ.

ກ່ຽວ​ກັບ​ຈີນ, ທ່ານໄບເດັນ ​ໄດ້ຄວບ​ຄຸມການ​ແຂ່ງ​ຂັນ​ທີ່​ເພີ້ມ​ທະ​ວີ​ຂຶ້ນ ​ໂດຍ​ບໍ່ໄດ້ ນໍາໄປສູ່ຄວາມ​ຂັດ​ແຍ້ງກັນ​, ໂດຍຊຸກຍູ້ໃຫ້​ມີ​ການ​ແຂ່ງ​ຂັນ​ໂດຍ​ສະ​ເພາະ​ໃນ​ດ້ານ​ເຕັກ​ໂນ​ໂລ​ຈີຂັ້ນ​ສູງ ກັບ​ປັກ​ກິ່ງ ​ແລະດ້ານ​ຄວາມ​ໝັ້ນ​ຄົງ​ນັ້ນ​ ໄດ້​ເສີມ​ຂະ​ຍ​ຫາຍ​ການ​ເປັນ​ພັນ​ທະ​ມິດໃນຢູໂຣບ ແລະ ​ເຂດອິນ​ໂດ​ປາ​ຊີ​ຟິກ.

ທ່ານໂຣເບີດ ດາລີ (Robert Daly), ຜູ້ອໍານວຍການສະຖາບັນຄິສຊິງເຈີຂອງສູນກາງວີລສັນ ກ່ຽວກັບ ຈີນ ແລະ ສະຫະລັດ ກ່າວຜ່ານສໄກປ໌ ວ່າ:

“ພວກ​ເຮົາ​ມີ​ຖານ​ທັບ​ອີກ 4 ແຫ່ງ ​ຢູ່ໃນຟີ​ລິບ​ປິນ ທີ່​ພວກ​ເຮົາ​ສາ​ມາດນໍາ​ໃຊ້​ໄດ້. ພວກ​ເຮົາ​ສາ​ມາດ​ເຮັດ​ໃຫ້ ​ຍີ່​ປຸ່ນ ​ແລະ ​ເກົາ​ຫຼີ​ໃຕ້ ເຂົ້າ​ຮ່ວມ​ກັ​ນໄດ້​, ພວກ​ເຮົາ​ຫວັງ​ວ່າ ​ພວກ​ເຮົາຈະ​ສາ​ມາດ​ຮັກ​ສາ​ສິ່ງນັ້ນໄດ້​. ປັດຈຸບັນ ອົງການ NATO ມີພາລະກິດຢູ່ໃນຂົງເຂດອິນໂດປາຊີຟິກ, ພວກເຂົາເຈົ້າກໍາລັງດໍາເດີນງານເປັນຮູບຮ່າງຂຶ້ນມາ, ແຕ່ເຫັນໄດ້ຈະແຈ້ງຢູ່ທີ່ນັ້ນ ໂດຍຜ່ານອົງການ AUKUS, ໂດຍຜ່ານອົງການ Quad, ໂດຍຜ່ານຄໍາສັນຍາຂອງຍີ່ປຸ່ນທີ່ຈະເພີ້ມງົບປະມານດ້ານການທະຫານຂອງຕົນ, ພວກເຮົາເຮັດວຽກອອກມາໄດ້ດີເປັນພິເສດ."

ການ​ນຳ​ຂອງ​ອາ​ເມ​ຣິ​ກາ ​ໄດ້ສະ​ແດງໃຫ້​ເຫັນ​ແລ້ວ ​ຢູ່ໃນຫຼາຍພາກພື້ນ.

ທ່ານຈອນ ເຄີບີ ຈາກສະພາຄວາມໝັ້ນຄົງແຫ່ງຊາດ ກ່າວຕໍ່ VOA ວ່າ:

"ແລະຂ້າພະເຈົ້າຄາດວ່າ ຈະເຫັນສິ່ງນີ້ເປັນຄັ້ງສຸດທ້າຍ ມາຮອດປີສຸດທ້າຍຂອງສະໄໝການດໍາລົງຕໍາແໜ່ງນີ້, ພວກເຮົາກໍາລັງເລັ່ງບາດກ້າວຂອງພວກເຮົາແລະຊຸກຍູ້ການປ່ຽນແປງທັງຫມົດເຫຼົ່ານີ້ແບບສະໝໍ່າສະເໝີ ໄປຂ້າງຫນ້າຢ່າງສະໝໍ່າສະເໝີ."

ແຕ່​ການ​ສະໜັບສະໜຸນ​ຂອງ​ສະຫະລັດ​ຕໍ່​ພັນທະ​ມິດ​ຕາ​ເວັນ​ອອກ​ກາງ​ທີ່​ໃກ້​ຊິດ​ທີ່​ສຸດ​ຂອງ​ຕົນ ​ແມ່ນໄດ້ຮັບ​ການ​ກວດ​ສອບລາຍລະອຽດ​ແລ້ວ, ນັບ​ຕັ້ງ​ແຕ່​ກຸ່ມຮາມາສ​ໄດ້​ບຸກ​ຜ່ານ​ການ​ປິດ​ລ້ອມຂອງອິສຣາ​ແອ​ລແລະ​ໄດ້​ທໍາ​ການ​ໂຈມ​ຕີ​ຢ່າງ​ຮ້າຍ​ແຮງ​ໃນ​ເດືອນ​ຕຸລາທີ່ຜ່ານມາ.

ການໂຈມຕີຕອບໂຕ້ຂອງ ອິສຣາແອລ ຕໍ່ກຸ່ມກໍ່ການຮ້າຍ ທີ່ຖືກກຳນົດໂດຍສະ ຫະລັດ ໄດ້ເຮັດໃຫ້ພົນລະເຮືອນເສຍຊີວິດຫຼວງຫຼາຍຢູ່ໃນເຂດກາຊາ, ເຊິ່ງໄດ້ເຮັດໃຫ້ເກີດຄວາມໂກດແຄ້ນຢູ່ໃນໂລກອາຣັບ ແລະມີການຂົ່ມຂູ່ເຖິງຄວາມໝັ້ນຄົງຂອງພາກພື້ນຢ່າງໄວວາ, ໂດຍສະເພາະ ຖ້າໂຕແທນຂອງອີຣ່ານເຊັ່ນ ກຸ່ມເຮັສໂບລລາ ເຂົ້າຮ່ວມການສູ້ລົບນໍາ.

ຂົງເຂດກາຊາ ​ຍັງ​ໄດ້​ຫຼຸດ​ຜ່ອນ​ການ​ເພັ່ງ​ເລັງຂອງ​ວໍ​ຊິງ​ຕັນຕໍ່ຂົງເຂດພາກຕາ​ເວັນ​ອອກ​ກາງ ​ແລະ​ຫັນ​ໄປ​ສູ່ເຂດເ​ອເຊຍ.

ນອກ​ຈາກ​ໄພ​ຂົ່ມຂູ່​ຈາກນິວ​ເຄລຍຂອງ​ເກົາຫຼີ​ເໜືອ​ ແລະ ​ອີຣ່ານ​ແລ້ວ, ສົງຄາມ​ຢູ່​ຂົງເຂດ​ກາຊາ ​ຍັງ​ເປັນ​ບັນຫາ ດ້ານ​ນະ​ໂຍບາຍ​ການ​ຕ່າງປະ​ເທດ ​ອີກ​ອັນນຶ່ງ​ ໃນ​ຂະນະ​ທີ່​ ທ່ານໄບເດັນ ​ໄດ້​ກະກຽມ​ໃຫ້​ມີ​ການ​ເລືອກຕັ້ງຄັ້ງ​ໃໝ່​ໃນ​ປີ 2024.

ທ່ານນາງເອັມມາ ອາສຝອດ (Emma Ashford), ສະມາຊິກອາວຸໂສຢູ່ສູນກາງ ສຕິມສັນ ກ່າວຜ່ານສໄກປ໌ ວ່າ:

“ປະຊາຊົນຢູ່ໃນສັງຄົມ ພາກັນເມື່ອຍຫຼາຍ​ກັບ​ນະ​ໂຍບາຍ​ການ​ຕ່າງປະ​ເທດ​ຂອງ​ນັກ​ເຄື່ອນ​ໄຫວ. ແລະດັ່ງນັ້ນ ຂ້າພະເຈົ້າຈຶ່ງຄິດວ່າ ສິ່ງທີ່ພວກເຮົາເຫັນໃນຂະນະທີ່ ສະຫະລັດ ກໍາລັງໃຫ້ການສະໜັບໜຸນກ່ຽວກັບສິ່ງທີ່ແຕກຕ່າງກັນທັງຫມົດເຫຼົ່ານີ້ (ວາລະນະໂຍບາຍຕ່າງປະເທດ) ສໍາລັບຊ່ວງເວລານີ້, ມັນມີແຕ່ຈະຍາກ ແລະຍາກຂຶ້ນກວ່າເກົ່າ, ແລະບັນດາຜູ້ກຳ​ນົດນະໂຍບາຍ ຈໍາເປັນຕ້ອງເລີ້ມຕັດສິນໃຈ​ເລືອກ​ ໃນອີກນຶ່ງ​ປີ​ ຫຼື ສອງ​ປີຕໍ່ໜ້າ.”

ໃນຂະນະທີ່ການລົງຄະແນນສຽງບໍ່ໄດ້ຖືກຕັດສິນແບບປົກກະຕິໂດຍອີງໃສ່ນະໂຍ ບາຍການຕ່າງປະເທດ, ການສະຫນັບສະໜຸນຢູເຄຣນ ແລະ ອິສຣາແອລ ພ້ອມດ້ວຍການຂົ່ມຂູ່ກ່ຽວກັບການດຶງເຂົ້າໄປໃນສົງຄາມຢູໂຣບ ຫຼືສົງຄາມໃນພາກ​ຕາ ເວັນອອກກາງ ແມ່ນກໍາລັງເຮັດໃຫ້ຊາວອາເມຣິກັນຈໍານວນຫຼາຍມີຄວາມກັງວົນ.

“ຖືກ​ຕ້ອງ! ຊີວິດຂອງພວກເຮົາກັບ ທ່ານທຣໍາ ຕ້ອງດີຂຶ້ນກວ່າເກົ່າ!”

ໂດຍສະເພາະ ໃນຄະນະທີ່ຄູ່ແຂ່ງອາດເປັນໄປໄດ້ຂອງທ່ານ, ນັ້ນຄືອະດີດປະ ທານາທິບໍດີ ທີ່ລົງສະໝັກມີຄະແນນນໍາໜ້າໝູ່ໃນພັກຣີພັບບຣິກັນ ທ່ານດໍໂນລ ທຣໍາ ກໍາລັງອ້າງວ່າ ນະໂຍບາຍການຕ່າງປະເທດ ທີ່ຢູ່​ຢ່າງໂດດດ່ຽວຂອງທ່ານ "America First" ວ່າ ຈະຮັກສາປະເທດນີ້ ໃຫ້ປອດໄພ ແລະມີຄວາມຈະເລີນຮຸ່ງເຮືອງຂຶ້ນ ໃນຂະນະທີ່ທ່ານຢູ່ໃນຕໍາແຫນ່ງ.

As President Joe Biden tries to keep his 2023 focus on the U.S. strategic rivalry with China and the war in Ukraine, the bloodshed in Gaza threatens to engulf the broader Middle East region and places his foreign policy agenda under the scrutiny of American voters heading into the November 2024 election. White House Bureau Chief Patsy Widakuswara has this report.

The violence in Gaza and the war in Ukraine have brought the year to a tumultuous, bloody end. And have tested President Joe Biden’s foreign policy claims.

President Joe Biden

“American leadership is what holds the world together. American alliances are what keep us, America, safe. American values are what make us a partner that other nations want to work with.”

Biden has so far supported Ukraine, leading a coalition to sustain Kyiv’s almost two-year fight against Moscow’s invasion. But further U.S. funding has been blocked by Republicans seeking a tougher U.S. border policy.

On China, Biden has managed intense rivalry without veering into conflict, pushing Beijing especially in high-tech competition and security, by bolstering alliances in Europe and the Indo-Pacific.

Robert Daly, director of the Wilson Center's Kissinger Institute on China and the United States, via Skype

“We've got four more bases in the Philippines that we can use. We can help bring Japan and South Korea together, we hope that we can maintain that. NATO now has a mission in the Indo Pacific – it's taking shape, but it's clearly there. Through AUKUS, through the Quad, through Japan's commitment to increasing its military budget – we've done extraordinarily well.”

American leadership has been demonstrated across many regions.

National Security Council’s John Kirby told VOA.

John Kirby, National Security Council

“And I would expect to see in this last — coming la- — last year of this term, us putting our foot down on the accelerator and pushing all these changes even — even farther forward.”

But U.S. support for its closest Middle East ally is now under scrutiny, since Hamas broke through Israeli blockade and launched deadly attacks in October.

Israel’s retaliatory strikes against the U.S.-designated terror group have caused massive civilian casualties in the Gaza Strip, triggering outrage in the Arab world and threatening the region’s stability, especially if Iran proxies such as Hezbollah join the fight.

Gaza has further scrambled Washington’s goal to reduce focus on the Middle East and pivot to Asia.

In addition to the North Korean and Iranian nuclear threats, the war in Gaza is another foreign policy burden as Biden gears up for his reelection bid in 2024.

Emma Ashford, senior fellow at the Stimson Center, via Skype

“The public are frankly tired of an activist foreign policy. And so, I think what we're seeing is that while the U.S. is sustaining support for all these different things [foreign policy agenda] for the moment, that's just going to come harder and harder going forward, and policymakers are going to have to start making choices in the next year or two.”

While votes aren’t typically decided based on foreign policy, Biden’s support for Ukraine and Israel and the threat of being dragged into another war in Europe or the Middle East is making many Americans anxious.

UPSOUND: “Yeah! Our life was so much better with Trump!”

Especially as his likely rival, Republican front-runner former President Donald Trump, is claiming that his isolationist “America First” foreign policy kept the country safe and prosperous while he was in office.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG