ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຈີນຈະສືບສວນເບິ່ງ ອຸບັດຕິເຫດ ລົດໄຟຕຳກັນ

A man cleans a huge pan to prepare a non-alcoholic drink during celebrations of Hola Mohalla festival at Anandpur Sahib in the northern Indian state of Punjab. "Hola Mohalla", or the festival of Nihangs, is celebrated during the Hindu religious festival of Holi, marking the congregation of Sikh devotees from all over the country.

ນາຍົກລັດຖະມົນຕີຈີນ ທ່ານ Wen Jiabao ໃຫ້ຄຳໝັ້ນສັນຍາໃນວັນພະຫັດມື້ນີ້ວ່າ ຈະທຳ
ການສືບສວນຢ່າງຄົບຖ້ວນແລະເປີດກວ້າງ ກ່ຽວກັບອຸບັດຕິເຫດທາງລົດໄຟ ທີ່ຮ້າຍແຮງສຸດ
ນັບແຕ່ປີ 2008 ເປັນຕົ້ນມາ ໂດຍເວົ້າວ່າ ຜູ້ໃດກໍຕາມທີ່ຖືກພົບເຫັນວ່າມີຄວາມຜິດຈະຕ້ອງ
ຖືກລົງໂທດຢ່າງໜັກ.

ທ່ານ Wen ຍັງ​ໄດ້​ກ່າວ​ອີກວ່າເລື່ອງທີ່ຮີບດ່ວນສຸດສຳລັບລັດຖະບານກໍຄືປົກປ້ອງຊີວິດຂອງ
ປະຊາຊົນໃນລະຫວ່າງການເດີນທາງໃນວັນພະຫັດມື້ນີ້ໄປເບິ່ງບ່ອນທີ່ລົດໄຟເກີດອຸບັດຕິເຫດ
ໃນມື້ວັນເສົາແລ້ວທີ່ເຮັດໃຫ້ມີຜູ້ເສຍຊີວິດຢ່າງນ້ອຍ 39 ຄົນ ແລະບາດເຈັບອີກເກືອບ 200
ຄົນນັ້ນ.

ກ່ອນ​ໜ້າ​ນັ້ນໃນເຊົ້າວັນພະຫັດມື້ນີ້ເຈົ້າໜ້າທີ່ລົດໄຟຂອງຈີນກ່າວວ່າ ອຸບັດຕິເຫດທີ່ວ່ານີ້ແມ່ນ
ເກີດຈາກການອອກແບບທີ່ບົກຜ່ອງກ່ຽວກັບ​ອຸບປະກອນ​ສົ່ງ​ສັນຍານ ທີ່ບໍ່​ເຮັດໃຫ້ໄຟຂຽວປ່ຽນ
ເປັນໄຟແດງຫຼັງຈາກໄດ້ເກີດຟ້າຜ່າທີ່ເຮັດໃຫ້ຂະບວນລົດໄຟຄວາມໄວສູງຢຸດເຊົາແລ່ນໃນເສັ້ນ
ທາງທີ່ຢູ່ທາງທິດໃຕ້ຂອງນະຄອນຊຽງໄຮ້ ຊຶ່ງເປັນເຫດໃຫ້ລົດໄຟຂະບວນທີ 2 ແລ່ນເຂົ້າຕຳ
ທາງຫຼັງຂອງລົດໄຟຂະບວນທຳອິດສົ່ງ​ຜົນໃຫ້ລົດໄຟຫຼາຍຕູ້ຕົກລົງຈາກຂົວ.

ນອກນັ້ນເຈົ້າໜ້າທີ່ຍັງເວົ້າວ່າ ເຈົ້າໜ້າທີ່ຄວບຄຸມຢູ່ສະຖານີເມືອງ Wenzhou ຄວນຈະເຂົ້າ
ແຊກແຊງດ້ວຍການບັງຄັບດ້ວຍມືຫຼັງຈາກອຸບປະກອນໃຫ້ສັນຍານທີ່ຈີນຜະລິດນັ້ນບໍ່​ທໍ​າງານ.

XS
SM
MD
LG