ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ຈີນກວາດລ້າງປາບປາມ ການສໍ້ລາດບັງຫລວງ ໃນທຸກລະດັບຊັ້ນ


ກໍາມະກອນຄົນນຶ່ງກໍາລັງເຮັດວຽກ ກ່ຽວກັບການກໍ່ສ້າງລາງລົດໄຟຄວາມໄວສູງ ທີ່ເມືອງ Hefei ແຂວງ Anhui ປະເທດຈີນ, ວັນທີ 4 ເດືອນມັງກອນ 2011. REUTERS/Stringer (CHINA - Tags: BUSINESS TRANSPORT CONSTRUCTION)
ກໍາມະກອນຄົນນຶ່ງກໍາລັງເຮັດວຽກ ກ່ຽວກັບການກໍ່ສ້າງລາງລົດໄຟຄວາມໄວສູງ ທີ່ເມືອງ Hefei ແຂວງ Anhui ປະເທດຈີນ, ວັນທີ 4 ເດືອນມັງກອນ 2011. REUTERS/Stringer (CHINA - Tags: BUSINESS TRANSPORT CONSTRUCTION)

ການກວາດລ້າງການສໍ້ລາດບັງຫລວງຂອງຈີນ ໄດ້ສົ່ງຜົນກະທົບ​ຕໍ່​ພາບພົດຂອງກະຊວງລົດ ໄຟ ທີ່ມີອໍານາດຂອງຈີນ. ລັດຖະມົນຕີກະຊວງລົດໄຟຄົນກ່ອນ ທ່ານ Liu Zhijun ໄດ້ຖືກ ໄລ່ອອກ ແລະຍັງມີຂໍ້ຫາຕ່າງໆອີກວ່າ ເງິນຈໍານວນຫລາຍກວ່າ 100 ພັນລ້ານໂດລາ ຫາຍ ສາບສູນ. ຜູ້ສື່ຂ່າວວີ​ໂອ​ເອ Peter Simpson ລາຍງານຈາກນະຄອນຫລວງປັກກິ່ງວ່າ ການ ສືບສວນກ່ຽວ​ກັບການສໍ້​ລາດ​ບັງ​ຫລວງ ທີ່ຂະຫຍາຍກວ້າງອອກໄປນັບມື້ນັ້ນ ໄດ້ກໍ່ໃຫ້ ເກີດມີການຮຽກຮ້ອງໃຫ້ລັດຖະບານຈົ່ງພິຈາລະນາຄືນ​ໃໝ່ ກ່ຽວ​ກັບການລົງທຶນ ເຂົ້າໃສ່ໃນ ໂຄງການລົດໄຟຄວາມໄວສູງນັ້ນ. ທອງປານມີລາຍລະອຽດມາສະເໜີທ່ານ:

//ສຽງປະກາດຢູ່ສະຖານີລົດໄຟ//

ຈີນ​ແມ່ນອວດອ້າງໄດ້ວ່າ ມີລະບົບລົດໄຟທີ່ໄວທີ່ສຸດຂອງ
ໂລກ ແລະໄດ້ເລີ່ມດໍາເນີນໂຄງການທີ່​ໃຫຍ່​ໂຕໂຄງການນຶ່ງ
ເພື່ອເຊື່ອມໂຍງຫລາຍໆຕົວເມືອງ​ໃສ່​ກັນໂດຍລົດໄຟຄວາມ ໄວສູງ.

ແຜນງົບປະມານ ມູນ​ຄ່າ 274 ພັນລ້ານໂດລາທີ່​ວ່າ​ນີ້
ແມ່ນເປັນພາກສ່ວນນຶ່ງຂອງນະໂຍບາຍກໍ່ສ້າງໂຄງລ່າງພື້ນ
ຖານ ທີ່ມີຄ່າໃຊ້ຈ່າຍຫລາຍຮ້ອຍລ້ານໂດລາ. ລັດຖະບານ
ຈີນມີເປົ້າໝາຍທີ່ຈະສ້າງທາງລົດໄຟໃຫ້ໄດ້ ໃນໄລຍະທາງ
ຢ່າງໜ້ອຍ 30,000 ຫລັກກິໂລ​ເເມັດພາຍໃນສອງສາມປີ
ຕໍ່ໜ້ານີ້ ຊຶ່ງເກືອບວ່າເຄິ່ງນຶ່ງແມ່ນສໍາລັບລົດໄຟຄວາມໄວສູງ

ແຕ່ທ່ານ ເຊງ ກວາງຊູ ລັດຖະມົນຕີກະຊວງລົດໄຟຄົນໃໝ່
ແມ່ນຕ້ອງໄດ້ປ້ອງການແຜນການນີ້ ຈາກການຕໍາໜິຕິຕຽນຢ່າງລົ້ນເຫລືອ

ເລຶ່ອງນີ້ ສ່ວນໃຫຍ່​ແລ້ວ​ແມ່ນເລີ່ມຕົ້ນຂື້ນຈາກການໄລ່ລັດຖະມົນຕີກະຊວງລົດໄຟຄົນ​ກ່ອນ
ທ່ານ ຫລິວ ຊີຈຸນ ອອກ ເມື່ອໝໍ່ໆມານີ້ ຊຶ່ງຜູ້ກ່ຽວ​ໄດ້ເປັນລັດຖະມົນຕີກະຊວງລົດໄຟມາໄດ້
8 ປີ ພ້ອມກັບມີ​ການກ່າວຫາວ່າ ​ໄດ້ມີການຍັກຍອກເງິນ ຈໍານວນ 121 ລ້ານໂດລາ ພາຍ
ໃຕ້ການປົກຄອງຂອງທ່ານນັ້ນ.

ຫົວລົດໄຟຄວາມໄວສູງຂອງຈີນ (REUTERS/Aly Song)
ຫົວລົດໄຟຄວາມໄວສູງຂອງຈີນ (REUTERS/Aly Song)

ພວກເຈົ້າໜ້າທີ່ອື່ນໆ​ໃນກະຊວງ
ລົດໄຟອີກ​ຫລາຍ​ຄົນ ກໍໄດ້ຖືກ
ໄລ່ອອກ ແລະຖືກກັກຂັງໃນຂໍ້ ຫາສໍ້ລາດບັງຫລວງ.

ເວລານີ້ ຄາດ​ກັນ​ວ່າ​ຈະມີການ​
ນໍາ​ສະ​ເໜີ ຢ່າງໜ້ອຍຂໍ້ສະເໜີ
ນຶ່ງເພື່ອໃຫ້ຕັດໂຄງການລະບົບ
ລົດໄຟຄວາມໄວສູງນີ້ ໂດຍກຸ່ມ
ທີ່ປຶກສາສູງສຸດກຸ່ມນຶ່ງ ໃນລະ
ຫວ່າງກອງປະຊຸມຫລວງຂອງ
ສະພາປະຊາຊົນແຫ່ງຊາດຈີນ ໃນອາທິດນີ້.

ແຕ່ລັດຖະມົນຕີກະຊວງລົດໄຟຄົນໃໝ່ກ່າວວ່າ ການໄລ່ທ່ານຫລິວອອກນັ້ນ ຈະບໍ່ສົ່ງຜົນກະ
ທົບໃດໆຕໍ່ແຜນການດັ່ງກ່າວ.

ທ່ານ Bernard Bullock ຜູ້ຊ່ຽວຊານລະບົບທາງລົດໄຟຂອງທະນາຄານໂລກ ທີ່ເຮັດວຽກ
ກັບລັດຖະບານຈີນກ່ຽວກັບໂຄງການພັດທະນາຕ່າງໆກ່າວວ່າ ການໄລ່ທ່ານຫລິວອອກນັ້ນ ບໍ່ມີທ່າທາງທີ່ຈະຍຸຕິໂຄງການພັດທະນາປະເທດໃຫ້ທັນສະໃໝນັ້ນແຕ່ຢ່າງໃດ ແຕ່ທ່ານກ່າວ
ຕື່ມວ່າ ຜູ້ມາສືບຕໍາແໜ່ງແທນທ່ານຫລິວນັ້ນ ກໍໄດ້ທໍາການປ່ຽນແປງທີ່ສໍາຄັນໆຫລາຍຢ່າງ. ທ່ານ Bullock ​ເວົ້າ​ວ່າ

“ລັດຖະມົນຕີກະຊວງລົດໄຟຄົນໃໝ່ໄດ້ເນັ້ນໜັກ ໃສ່ສອງດ້ານດ້ວຍ​ກັນ ຄືດ້ານ​
ກົນ​ໄກຄວາມປອດໄພ ແລະການຈັດຫາ ຊຶ່ງສິ່ງເຫລົ່ານີ້ແມ່ນຮ່ອງຮອຍຂອງການ
ປ່ຽນແປງໃນວິທີການບໍລິຫານງານ.

ຖ້າຫາກແຜນການເສີມຂະຫລາຍສໍາເລັດລົງແລ້ວ ຈີນກໍຈະເປັນປະເທດທີ່ມີລະບົບ​ໂຄງ​ລ່າງ
ພື້ນຖານທາງລົດໄຟທີ່ໃຫຍ່ອັນດັບສອງຂອງໂລກ ລອງລົງມາຈາກສະຫະລັດ. ແຕ່ເລຶ້ອງ
ຂ່າວນອງນັນກ່ຽວກັບທາງລົດໄຟນັ້ນ ​ແມ່ນຕິດຕາມມາ​ ຫລັງຈາກ​ມີ​ການສະ​ແດງຂໍ້ຂ້ອງໃຈ
ຕ່າງໆອອກ​ມາ ກ່ຽວກັບ​ເລື້ອງເສດຖະກິດຫລື​ຄ່າ​ໃຊ້​ຈ່າຍຂອງໂຄງການລົດໄຟຄວາມໄວສູງ
ທີ່ສ່ວນໃຫຍ່​ແລ້ວ ແມ່ນໃຊ້ງົບປະມານຈາກເງິນກູ້ຢືມນັ້ນ.

ພວກນັກວິຈານບາງຄົນກ່າວວ່າ ຕາ​ນ່າງ​ລົດ​ໄຟ​ດັ່ງກ່າວເບິ່ງຄືວ່າໃຫຍ່ໂຕມະ​ໂຫລານ​ເກີນ​ໄປ
ເມື່ອ​ພິຈາລະນາ​ເບິ່ງຄວາມ​ກ້ວາງ​ໃຫຍ່​ໄພສານ​ຂອງ​ປະ​ເທດຈີນ ແລະລາຍໄດ້ສະເລ່ຍຕໍ່​ຫົວ​
ຄົນ​ຕໍ່​ປີທີ່ຕໍ່າ. ພວກນັກວິຈານກ່າວອີກວ່າ ​ເພື່ອຈະໃຫ້ໄດ້ເງິນມາ​ໃຊ້​ໜີ້​ຄ່າ​ກໍ່ສ້າງຄືນນັ້ນ ກໍ​ຈະ​
ຕ້ອງ​ໄດ້​ຂາຍ​ປີ້​ໃນລາຄາສູງຫລາຍ ຈົນວ່າພວກຄົນຈີນສ່ວນ​ໃຫຍ່ ຈະ​ບໍ່​ສາມາດ​ຊື້ໄດ້.

ຄົນຈີນທີ່ທຸກຍາກຄົນນຶ່ງ
ຄົນຈີນທີ່ທຸກຍາກຄົນນຶ່ງ

ແມ່ນແຕ່ ສະຖາບັນການຄົ້ນຄວ້າ
ແຫ່ງຊາດ ກໍ​ຄືສະຖາບັນວິທະຍາ
ສາດນັ້ນ ກໍ​ໄດ້ລາຍງານເມື່ອປີ
ຜ່ານມານີ້ວ່າຖ້າ​ພິຈາລະນາ​ຕາມ
ການລົງທຶນໃນປັດຈຸບັນນີ້ ແລະ
ຈໍານວນຜູ້ໂດຍສານທີ່​ກະປະມານ
ເອົາແລ້ວ ພວກລົດໄຟ​ເຫລົ່າ​ນີ້
ແມ່ນຈະບໍ່ສາມາດເກັບ​ເງິນຈາກ
ຄ່າໂດຍສານໄດ້ຢ່າງພຽງພໍ ເພື່ອ
ຈະໃຊ້ຄ່າກູ້ຢືມມາກໍ່ສ້າງນັ້ນຄືນ ໄດ້.

ເງິນຈໍານວນມະຫາສານທີ່ກ່ຽວ
ພັນກັບໂຄງການລົດໄຟທີ່​ວ່າ​ນີ້
ແລະການຊື້ຂາຍ​ທີ່​ດິນທີ່ພົວພັນ
ກັບໂຄງການ ໄດ້ເອື້ອອໍານວຍ
ໂອກາດໃຫ້ມີ​ການ​ສໍ້ລາດ​ບັງ​ຫລວງ​ ຢ່າງ​ຫລວງຫລາຍ ​ແລະນັ້ນໄດ້ກໍ່ໃຫ້ເກີດຄວາມຢ້ານກົວ
ກ່ຽວ​ກັບຄວາມປອດໄພ​ໄລຍະ​ຍາວ​ຂອງທາງລົດໄຟແລະພາກສ່ວນອື່ນໆຂອງຕາ​ໜ່າງລົດໄຟ.

ການສໍ້ລາດບັງຫລວງເປັນບັນຫາໃຫຍ່ຢູ່ໃນຈີນ ແລະລັດຖະບານພັກຄອມມີວນີສຈີນ ກໍໄດ້
ພະຍາຍາມທີ່ຈະກວາດລ້າງຢູ່ຕະຫລອດມາ. ການໄລ່ທ່ານຫລິວອອກນັ້ນ ເຫັນວ່າເປັນ​ເລື້ອງ
ສໍາຄັນຫລາຍ ​ເນື່ອງ​ຈາກ​ວ່າເຈົ້າໜ້າທີ່ລະດັບສູງຂອງພັກຄອມມີວນີສຈີນ ບໍ່ຄ່ອຍຈະຖືກໄລ່
ອອກ ຍ້ອນການສໍ້ລາດບັງຫລວງນັ້ນ.

ທ່ານ ຫວັງ ຢູ່ໄກ ຊ່ຽວຊານຝ່າຍຕໍ່ຕ້ານການສໍ້ບາດບັງຫລວງ ປະຈໍາສະຖາບັນການປົກ
ຄອງຂອງຈີນ ກ່າວວ່າ ການໄລ່ທ່ານຫລິວອອກ ສະແດງໃຫ້ເຫັນວ່າ ລັດຖະບານຈີນບໍ່ໄດ້
ເມີນເສີຍ ຕໍ່ການສໍ້ລາດບັງຫລວງ ໃນລະດັບສູງ ຕໍ່​ໄປອີກ​ແລ້ວ.

//ສຽງພາສາຈີນ//

ທ່ານຫວັງກ່າວວ່າ ມັນເປັນການສໍາຄັນທີ່ຈະ​ເອື້ອ​ອໍານວຍໃຫ້ສື່ມວນຊົນ ວົງການອິນເທີເເນັດ
ແລະມະຫາຊົນ ມີ​ອໍານາດ​ໃນ​ການຕີຄວາມໝາຍແລະເຂົ້າໃຈໃນສິ່ງທີ່ກໍາລັງດໍາເນີນໄປ ຢູ່ໃນ
ກະຊວງກົມກອງຕ່າງໆຂອງລັດຖະບານ ເຊັ່ນ ກະຊວງລົດໄຟເປັນຕົ້ນນັ້ນ.

ທ່ານຫວັງ ກ່າວວ່າ ນັ້ນແມ່ນວິທີທາງທີ່ສໍາຄັນ ເພື່ອແກ້ໄຂບັນຫາການສໍ້ລາດບັງຫລວງ
ຊຶ່ງທ່ານຫວັງກ່າວວ່າ ມັນເລິກຫລາຍທີ່ສຸດຢູ່ໃນຈີນ ໃນ​ເວລານີ້.

ການປຸກລະດົມ​ໃນຫລາຍໆຄັ້ງທີ່ຜ່ານມາ ເພື່ອກໍາຈັດຖອນຮາກພວກເຈົ້າໜ້າທີ່ທີ່ສໍ້ລາດບັງ
ຫລວງທັງຫລາຍນັ້ນ ສ່ວນໃຫຍ່ແລ້ວ ບໍ່​ໄດ້ປະສົບຜົນສໍາເລັດ.

ນາຍົກລັດຖະມົນຕີ Wen Jiabao ກ່າວຄໍາປາໃສ ຕໍ່ກອງປະຊຸມຫລວງ ປະຈໍາປີ ຂອງສະພາປະຊາຊົນຈີນ ເມື່ອວັນທີ 5 ມີນາ 2011.
ນາຍົກລັດຖະມົນຕີ Wen Jiabao ກ່າວຄໍາປາໃສ ຕໍ່ກອງປະຊຸມຫລວງ ປະຈໍາປີ ຂອງສະພາປະຊາຊົນຈີນ ເມື່ອວັນທີ 5 ມີນາ 2011.

ນາຍົກລັດຖະມົນຕີຈີນ ທ່ານເຫວິນ ເຈ້ຍ
ບາວ ກ່າວຕອນນຶ່ງໃນຄໍາປາໃສ ໄຂກອງ
ປະຊຸມຫລວງຂອງສະພາປະຊາຊົນແຫ່ງ
ຊາດຈີນ ເມື່ອວັນເສົາຜ່ານມານີ້ວ່າ ການ
ຊໍາລະສະ​ສາງໃຫ້ປະເທດພົ້ນຈາກການສໍ້
ລາດບັງຫລວງນັ້ນ ຖືເປັນບູລິມະສິດອັນດັບ
ສູງສຸດອັນ​ນຶ່ງ ເນຶ່ອງຈາກວ່າການສໍ້​ລາດ​ບັງ​
ຫລວງ​ຊ່ວຍ​ກໍ່​ໃຫ້​ເກີດຄວາມບໍ່ພໍໃຈ​ໃນ​ໝູ່ ​ປະຊາຊົນ.

ແຕ່ການໄລ່ທ່ານຫລິວອອກ ອາດກາຍເປັນ
ດາບສອງຄົມ​ໄດ້ ຄືຊີ້ໃຫ້ເຫັນ​ໃນດ້ານນຶ່ງວ່າ
ພວກຜູ້ນໍາບໍ່​ມີ​ການລໍາອຽງ​ຫລື​ເຂົ້າ​ຂ້າງ​ອອກ​
ຂາ​ໃນ​ການ​ປຸກລະດົມ​ກວາດ​ລ້າງ​ການ​ສໍ້​ລາດ
ບັງ​ຫລວງຄັ້ງລ່າສຸດນີ້ ແລະ​ໃນອີກດ້ານນຶ່ງ
ມັນກໍອາດ​ເປັນ​ການ​ເນ້ນ​ຢໍ້າຄວາມ​ເຫັນ​ຂອງມະຫາຊົນ ທີ່ວ່າການສໍ້ລາດບັງຫລວງແມ່ນມີ
ຢູ່ໃນທົ່ວທຸກ​ຂັ້ນທຸກລະດັບຊັ້ນຂອງພກເຈົ້າ ໜ້າທີ່.

//ສຽງພາສາຈີນ//

ນາຍ Meng Qingyi ຜູ້ໂດຍສານລົດໄຟ ອາຍຸ 26 ປີ ທໍາງານຢູ່ບໍລິສັດເຫລັກແຫ່ງນຶ່ງ
ກ່າວວ່າ ມັນເປັນສິ່ງທີ່ດີຫລາຍ ທີ່ລັດຖະບານໄດ້ໄລ່​ເຈົ້າ​ໜ້າ​ທີ່ບາງຄົນ ທີ່ຢູ່​ໃນລະດັບສູງ
ຄືທ່ານຫລິວ ນັ້ນອອກ ແຕ່ນາຍ Meng ກໍຫວັງວ່າ ເລື່ອງນອງນັນກ່ຽວ​ກັບການສໍ້ລາດ
ບັງຫລວງນັ້ນ ຈະບໍ່ຢຸດແຜນການສ້າງລົດໄຟຄວາມໄວສູງແຕ່ຢ່າງໃດ ເພາະວ່າລົດໄຟທີ່
ແລ່ນໄວໆນັ້ນ ແມ່ນສໍາຄັນຫລາຍຕໍ່ຄົນຈີນ ຄືລາວ.

XS
SM
MD
LG