ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ທາດ ຟລໍ​ໄຣດ໌ ມີຜົນກະທົບຕໍ່ກະດູກ


ບຖານຫີນແຫງນງ ໃນແຂວງ Henan ຂອງຈີນ.
ບຖານຫີນແຫງນງ ໃນແຂວງ Henan ຂອງຈີນ.

ທາດ ຟລໍ​ໄຣດ໌ (Fluoride) ​ໃນ​ປະລິມານ​ນ້ອຍ​ໆ ​ແມ່ນສາມາດຊ່ອຍ​ປ້ອງ​ກັນ​ການ​ເປັນແຂ້​ວ​ແມງ​ໄດ້ ​ແຕ່ຖ້າ​ວ່າ​ໃຊ້ຫຼາຍ​ເກີນ​ໄປ​ ມັນກໍສາມາດ ພາໃຫ້ເກີດ​ອາການ ຕ່າງໆ​ນາໆໄດ້ ​ແລະ​ນັ້ນ​ຄື​ສິ່ງ​ທີ່​ພວກນາຍ​ແພດ​ຈີນ​ໄດ້ຄົ້ນ​ພົບ. ອິງຕາມ​ທ່ານ Joseph Gardella ອາຈານ​ສອນ​ເຄມີ​ສາດ​ທີ່​ມະຫາວິທະຍາ​ໄລ ​ລັດ New York ທີ່​ເມືອງ Buffalo ທີ່​ອະທິບາຍ​ວ່າ:

ມັນມີ​ຜົນ​ກະທົບຕໍ່ທຸກໆສິ່ງໃນຮ່າງກາຍ ນັບຕັ້ງແຕ່
ເຮັດໃຫ້ແຂ້ວດໍາ
ກະດູກຜ່ອຍ ກະດູກບິດ​ບ້ຽວ ແລະ​
ນໍາ​ໄປ​ສູ່​ຄວາມ
ພິການທີ່ພາ​ໃຫ້ອ່ອນເພຍຫລາຍ. ອັດຕາໂຄງກະດູກເສື່ອມ
ໃນບາງໝູ່ບ້ານ
ແມ່ນສູງເຖິງ 30 ເປີເຊັນ ເຖິງ​ແມ່ນວ່າ ບໍ່ແມ່ນໝົດ​ທຸກ​ຄົນທີ່ເຈັບ
ປ່ວຍນັ້ນ
ກຳລັງ​ເປັນ​ໂຣກພິການທີ່ຮຸນແຮງທີ່ສຸດ.”

ແຫ​ລ່ງທີ່ມາຂ​ອງພະຍາດ​ທີ່ເກີດ​ຈາກ​ທາດ Fluoride ທີ່​ມີ​ຢູ່​ທົ່ວ​ໄປນັ້ນ ​ແມ່ນ​ນໍ້າ​ທີ່​ເປິະ
ເປື້ອນ ​ມີ​ມົນ​ລະ​ພິດ ​ແຕ່​ວ່າການ​ກວດ​ສອບ​ເບິ່ງນໍ້າ​ໃນ​ໝູ່​ບ້ານ​ເຫລົ່າ​ນັ້ນ​ແລ້ວ ກໍ​ພົບ​ວ່າ
ບໍ່​ມີ​ບັນຫາໃດໆ​ນໍາ​ນໍ້າ. ດັ່ງ​ນັ້ນພວກ​ນັກວິທະຍາສາດ​ຈຶ່ງ​ໄດ້​ພາກັນຊອກ​ຄົ້ນ​ຫາສາ​ເຫດ
ທີ່​ອາດມາຈາກແຫ​ລ່ງສິ່ງ​ແວດ​ລ້ອມ​ຢ່າງ​ອື່ນ. ​ແຫ​ລ່ງນຶ່ງ​ທີ່ເຂົາ​ເຈົ້າ​ສົງ​ໃສ​ ກໍ​ຄືຖ່ານ​ຫີນ
ທີ່ໃຊ້ດັງໄຟ​ເພື່ອ​ຄົວກິນ​ແລະທໍາຄວາມ​ອຸ່ນ​ໃນ​ເຮືອນ​ນັ້ນ ​ແຕ່​ວ່າ​ໂຕຖ່ານຫີນເອງນັ້ນ​ ​
ບໍ່​ພິດ​ໃດໆ. ​ແຕ່​ວ່າການ​ວິ​ໄຈ​ທີ່​ກ້າວໜ້າ​ໂດຍ​ໃຊ້​ຄອມ​ພິວ​ເຕິ້ສ່ອງ​ເບິ່ງ ​ສະ​ແດງ​ໃຫ້​ເຫັນ
ວ່າ ​ໂຕ​ການ​ຫລື​ສາ​ເຫດ​ນັ້ນ​ແມ່ນ​ວັດຖຸ​ອີກ​ຊະນິດ​ນຶ່ງທີ່​ໃຊ້ເຮັດກ້ອນ​ຖ່ານ​ ຊຶ່ງ​ທ່ານ
Gardella ອະທິບາຍ​ເພີ່​ມຕື່ມ​ວ່າ:

ຄືພວກຊາວບ້ານເຫລົ່ານີ້ຈະ​ເກັບເອົາຖ່ານຫີນອັນ​ໃດ​ກໍ​ຕາມ​ທີ່​ເຂົາ​ເຈົ້າ​ຊອກໄດ້
ແລ້ວກໍ​ເອົາມາປະສົມກັບດິນດາກຈາກ​ໜ້າ
ດິນ ແລະປັ້ນເປັນ ກ້ອນ ເພື່ອໃຊ້ເປັນ
ເຊື້ອໄຟ
ແລະສິ່ງທີ່ພວກເຮົາໄດ້ພົບເຫັນນັ້ນກໍແມ່ນວ່າສານພິດ ຟລໍຣີນ ກໍ​ຄື​
ຟລໍ​ໄຣດ໌ນັ້ນ
ກ່ຽວພັນກັບດິນດາກທີ່​ວ່ານີ້.”

ທ່ານ Gardella ກ່າວ​ວ່າ ຍັງ​ບໍ່​ທັນ​ເປັນ​ທີ່​ຈະ​ແຈ້ງ​ເທື່ອ​ວ່າ ພວກ​ຊາວບ້ານເຫລົ່າ​ນັ້ນ​
ໄດ້​ຮັບພິດ​ຈາກ​ທາດ Fluoride ໄດ້​ຢ່າງໃດ. ອາດ​ຈະ​ແມ່ນ​ວ່າ​ຈາກ​ການ​ຫາຍ​ໃຈ​ເອົາ
ທາດ Fluoride ທີ່ເປັນ​ອົງ​ປະກອບ​ຂອງສານເຄມີ Fluorine ນັ້ນ ຫຼື​ບໍ່​ ສານ​ທີ່​ເປັນ​ພິດ
ນັ້ນ ກໍອາດ​ຈະ​ຢູ່​ໃນ​ເມັດຂີ້ຝຸ່ນນ້ອຍໆ​ທີ່​ປິວ​ໄປເກາະຕາມ​ອາຫານ​ທີ່ພວກ​ເຂົາ​ເຈົ້າ​ກິນ​ເຂົ້າ​ໄປ
ກໍ​ເປັນ​ໄປໄດ້. ທ່ານ Gardella ອະທິບາຍ​ຕໍ່​ໄປວ່າ:

ພວກເຮົາສາມາດເອົາຕົວຢ່າງໝາກເຜັດແຫ້ງແລະເຂົ້າສາລີແຫ້ງມາຈາກໝູ່
ບ້ານຕ່າງໆແລະພົບເຫັນວ່າຝຸ່ນເທິງເປືອກໝາກເຜັດ​ແຫ້ງນັ້ນ
ມີສານຟລໍຣີນ
ສູງຫລາຍ.”

ຈະ​ຍ້ອນເຫດຜົນ​ອັນ​ໃດ​ກໍ​ແລ້ວ​ແຕ່ ອາຈານ​ສອນ​ເຄມີ​ສາດ​ທີ່​ມະຫາວິທະຍາ​ໄລ ລັດ New
York ທີ່ Buffalo ທ່ານ Joseph Gardella ​ກ່າວ​ວ່າເວລາ​ນີ້ທາງລັດຖະບານ​ຈີນໄດ້​
ລົງມື​ດໍາ​ເນີນໂຄງການ​ເຈາະປ່ອງ​ຄວັນໄຟ ຢູ່ຕາມ​ເຮືອນໃນ​ໝູ່​ບ້ານນັ້ນ​ເພື່ອຖ່າຍເທ​ແລະ
ລະບາຍ​ຄວັນ​ເສຍທີ່​ເປັນ​ພິດ​ຈາກ​ການ​ເຜົາຖ່ານ​ຫີນທີ່​ມີທາດ Fluoride ນັ້ນອອກ​ຈາກ​
ເຮືອນ​ປະຊາຊົນ.

ຜົນ​ຂອງ​ການ​ຄົ້ນ​ຄ້ວາ​ນີ້ ແມ່ນ​ໄດ້​ນຳ​ສະ​ເໝີ​ໃນກອງ​ປະຊຸມນາໆ​ຊາດຂອງ​ກຸ່ມ​ນັກວິທະຍາ
ສາດທີ່​ຊື່ວ່າ American Vacuum Society ທີ່​ເມືອງ Albuquerque ລັດ New
Mexico ເມື່ອບໍ່​ນານ​ມາ​ນີ້.

XS
SM
MD
LG