ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທາງການ ຈີນ ເພີ່ມມາດຕະການເຂັ້ມງວດ ເຂົ້າໃນການກວດສຸຂະພາບ ງົວ-ຄວາຍ ກ່ອນທີ່ຈະນຳເຂົ້າຈາກ ລາວ


ງົວ​ຢູ່​ຟາມ​ແຫ່ງ​ນຶ່ງ​ໃນ​ປະ​ເທດ ລາວ.
ງົວ​ຢູ່​ຟາມ​ແຫ່ງ​ນຶ່ງ​ໃນ​ປະ​ເທດ ລາວ.

ທາງການ ຈີນ ເພີ່ມມາດຕະການເຂັ້ມງວດເຂົ້າໃນການກວດສຸຂະພາບງົວ-ຄວາຍກ່ອນທີ່ຈະນຳເຂົ້າຈາກ ລາວ ເນື່ອງຈາກໄດ້ເກີດການລະບາດຂອງພະຍາດຜິວໜັງອັກເສບຕິດຕໍ່ງົວ-ຄວາຍຢ່າງກວ້າງຂວາງໃນ ລາວ.

ທ່ານ ພິມແກ້ວ ທຳລາສິນ ຫົວໜ້າພະແນກກະສິກຳ-ປ່າໄມ້ ແຂວງຫຼວງນໍ້າທາໃຫ້ການຢືນຢັນວ່າ ທາງການ ຈີນ ໄດ້ເພີ່ມມາດຕະການເຂັ້ມງວດເຂົ້າໃນການກວດກາສຸຂະພາບງົວ-ຄວາຍ ກ່ອນທີ່ຈະນຳເຂົ້າຈາກ ລາວ ນັບແຕ່ເດືອນມິຖຸນາ 2021 ເປັນຕົ້ນມາ ເນື່ອງຈາກວ່າໄດ້ເກິີດການລະບາດຂອງພະຍາດຜິວໜັງອັກເສບຕິດຕໍ່ງົວ-ຄວາຍຢ່າງກວ້າງຂວາງໃນ ລາວ ເພາະສະນັ້ນເພື່ອສະກັດກັ້ນ ແລະ ປ້ອງກັນບໍ່ໃຫ້ພະຍາດດັ່ງກ່າວເຂົ້າໄປລະບາດຢູ່ໃນ ຈີນ ຈຶ່ງຕ້ອງເພີ່ມມາດຕະການເຂັ້ມງວດເຂົ້າໃນການກວດກາຫຼາຍຂຶ້ນເປັນພິເສດ ແລະ ທາງການ ລາວ ກໍຈະຕ້ອງເພີ່ມມາດຕະການເຂັ້ມງວດດັ່ງກ່າວດ້ວຍເຊັ່ນກັນ ຫາກບໍ່ສະນັ້ນທາງການ ຈີນ ກໍຈະບໍ່ອະນຸຍາດໃຫ້ນຳເຂົ້າງົວ-ຄວາຍຈາກ ລາວ ຢ່າງເດັດຂາດ ດັ່ງທີ່ທ່ານ ພິມແກ້ວ ຢືນຢັນວ່າ

“ອັນທີນຶ່ງກະແມ່ນເຮັດໜ້າທີ່ກ່ຽວກັບການບໍລິການທາງດ້ານເທັກນິກໂດຍສະເພາະແມ່ນການສັກຢາ ແລະ ຕິດຕາມສຸຂະພາບສັດຢູ່ສູນກັກກັນຫັ້ນ ແລ້ວອັນທີສອງກະມີທີ່ໂຄສະນາເຜີຍແຜ່ ແລະ ຕິດຕາມການນຳເຂົ້າ-ສົ່ງອອກງົວທີ່ບໍ່ຖືກຕ້ອງຕາມລະບຽບການ ເນື່ອງມາຈາກວ່າທາງການ ຈີນ ນີ້ເຂົາເຈົ້າເຂັ້ມງວດຕໍ່ກັບການເຂົ້າ-ອອກຂອງງົວຫັ້ນ ເນື່ອງມາຈາກວ່າເລື່ອງການລະບາດພະຍາດ ຖ້າຫາກວ່າເຮົາມາບ່ອນອື່ນບໍ່ຈະບໍ່ແຈ້ງ ບໍ່ໄດ້ຜ່ານການກວດກາທາງດ້ານເທັກນິກຂອງວິຊາການແມ່ນບໍ່ໄດ້.”

ສ່ວນທ່ານນາງ ວິໄລພອນ ວໍລະພິມ ຫົວໜ້າກົມລ້ຽງສັດ ແລະ ການປະມົງຖະແຫຼງວ່າພະຍາດຜິວ ໜັງອັກເສບຕໍ່ງົວ-ຄວາຍໄດ້ລະບາດຢູ່ໃນເຂດ 126 ບ້ານຂອງ 30 ເມືອງໃນ 7 ແຂວງພາກກາງໂດຍມີງົວ-ຄວາຍຫຼາຍກວ່າ 11,000 ຕົວທີ່ຕິດພະຍາດດັ່ງກ່າວ ໃນນີ້ຄິດເປັນ 1 ເປີເຊັນທີ່ຕາຍໄປ ສ່ວນເກີນກວ່າ 80 ເປີເຊັນໄດ້ຮັບການຮັກສາຈົນຫາຍດີແລ້ວ ແລະ ທີ່ເຫຼືອຍັງຢູ່ໃນການຮັກສາ ແຕ່ວ່າວຽກງານສຳຄັນໃນໄລຍະນີ້ຄືການສະກັດກັ້ນບໍ່ໃຫ້ພະຍາດລະບາດໄປໃນເຂດ 11​ ແຂວງ ໂດຍສະເພາະແມ່ນເຂດເມືອງສິງ ແຂວງຫຼວງນໍ້າທາ ທີ່ເປັນຈຸດສົ່ງງົວ-ຄວາຍຈາກ ລາວ ໄປ ຈີນ ນັ້ນ ດັ່ງທີ່ທ່ານນາງ ວິໄລພອນ ຢືນຢັນວ່າ

“ສິບເອັດແຂວງນີ້ແມ່ນພວກເຮົາຕ້ອງມີຄວາມເຂັ້ມງວດຕໍ່ການເຝົ້າລະວັງ ແລະ ສະກັດກັ້ນບໍ່ໃຫ້ພະຍາດນັ້ນເຂົ້າໄປຫາແຂວງດັ່ງກ່າວນັ້ນເດັດຂາດ ຊຶ່ງນຶ່ງຢູ່ໃນຫັ້ນກະຖືວ່າມີແຂວງຫຼວງນໍ້າທາ ທີ່ຍັງບໍ່ທັນໄດ້ເກີດການລະບາດ ເມືອງສິງນີ້ ແຮງເປັນເປົ້າໝາຍສຳລັບການຄ້າຂາຍສັດ ດັ່ງນັ້ນພວກເຮົາຕ້ອງສະກັດກັ້ນບໍ່ໃຫ້ມັນເກີດ.”

ກະຊວງການຄ້າຂອງ ຈີນ ໄດ້ສະແດງຄວາມຕ້ອງການທີ່ຈະຮັບຊື້ງົວຈາກ ລາວ 5 ແສນຕົວຕໍ່ປີ ເມື່ອປີ 2019 ທີ່ຜ່ານມາ ແຕ່ການລ້ຽງງົວໃນ ລາວ ຈະຕ້ອງໄດ້ມາດຕະຖານຕາມຄວາມຕ້ອງການຂອງຕະຫຼາດໃນ ຈີນ ໂດຍທາງການ ຈີນ ໄດ້ຕັ້ງດ່ານກວດ ແລະ ຈັດສົ່ງຄະນະຜູ້ຊ່ຽວຊານມາກວດຟາມລ້ຽງງົວໃນ ລາວ ທີ່ຈະສົ່ງງົວໄປ ຈີນ ເພາະການສົ່ງງົວຈາກ ລາວ ໄປ ຈີນ ໃນໄລຍະຜ່ານມານັ້ນເປັນການລັກລອບຢ່າງຜິດກົດໝາຍ ຊຶ່ງທາງການ ຈີນ ຢ້ານວ່າຈະເຮັດໃຫ້ເກີດພະຍາດໃນສັດ ຈຶ່ງຕ້ອງຕັ້ງດ່ານກວດສັດດັ່ງກ່າວ.

ນອກຈາກນັ້ນງົວທີ່ຈະສາມາດສົ່ງໄປ ຈີນ ໄດ້ກໍຍັງຈະຕ້ອງມີນໍ້າໜັກຕັ້ງແຕ່ 350 ກິໂລກຣາມຂຶ້ນໄປ ແລະ ມີອາຍຸບໍ່ເກີນ 4​ ປີ ໂດຍໃນປີ 2019 ລາວໄດ້ສົ່ງງົວ ແລະ ຄວາຍໄປ ຈີນ 80,000 ຕົວ ແລະ 20,000​ ຕົວຕາມລຳດັບ ແລະ ຫຼຸດລົງໃນປີ 2020 ຍ້ອນການລະບາດຂອງພະຍາດໄວຣັສ ໂຄວິດ -19 ແລະ ໃນລາວຍັງມີຟາມລ້ຽງງົວ-ຄວາຍທີ່ໄດ້ມາດຕະຖານພຽງ 290 ແຫ່ງມີງົວ 45,000 ຕົວກັບຄວາຍ 7,000 ຕົວເທົ່ານັ້ນ.

ຫຼ້າສຸດ ກົມຜະລິດກະສິກຳ ກອງທັບປະຊາຊົນ ລາວ ກັບບໍລິສັດ ສາງຈຽງ ການລົງທຶນຈາກ ຈີນ ໄດ້ຮ່ວມກັນສ້າງຕັ້ງບໍລິສັດຮ່ວມທຶນກະສິກຳຄົບວົງຈອນຈຳກັດ ທີ່ມີມູນຄ່າລົງທຶນຮວມ 300 ລ້ານໂດລາ ແລະ ມີໄລຍະເວລາດຳເນີນກິດຈະການ 30 ປີ, ສາມາດຕໍ່ສັນຍາໄດ້ 2 ຄັ້ງໆລະ 30 ປີ ພາຍ ໃຕ້ເປົ້າໝາຍເພື່ອພັດທະນາການລ້ຽງສັດໃນ ລາວ ໃຫ້ໄດ້ມາດຕະຖານສາກົນ ໂດຍແນໃສ່ການຜະລິດ ແລະ ສົ່ງງົວໄປ ຈີນ ໃຫ້ໄດ້ເຖິງ 400,000 ຕົວຕໍ່ປີ ຊຶ່ງຄິດເປັນ 80 ເປີເຊັນຂອງໂຄຕ້າທັງ ໝົດທີ່ລັດຖະບານ ຈີນ ຈະຮັບຊື້ງົວ-ຄວາຍຈາກ ລາວ 5 ແສນຕົວຕໍ່ປີ ໂດຍຄາດວ່າ ລາວ ຈະສາ ມາດຕອບສະໜອງໄດ້ຈິງໃນ 8-10 ປີຕໍ່ໜ້າ.

XS
SM
MD
LG