ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຮົງກົງຄາດ​ຫວັງ​ວ່າ ຈະ​ມີ​ນັກທ່ອງທ່ຽວ ຫລັ່ງ​ໄຫລຈາກຈີນແຜ່ນ​ດິນ​ໃຫຍ່ ​ເຂົ້າ​ໄປທ່ຽວ ​ໃນ​ເມືອງນັ້ນ ​ຢ່າງ​ຫລວງ​ຫລາຍ


ຜູ້​ໂດຍ​ສານ​ລຽນ​ແຖວ​ກັນ​ລໍ​ຖ້າ​ຢູ່​ບ່ອນກວດ​ຄົນ​ເຂົ້າ​ເມືອງໃນ​ສະ​ໜາມ​ບິນ​ສາ​ກົນ​ຂອງ​ຮົງ​ກົງໃນ​ວັນ​ທີ 28 ທັນ​ວາ, 2022
ຜູ້​ໂດຍ​ສານ​ລຽນ​ແຖວ​ກັນ​ລໍ​ຖ້າ​ຢູ່​ບ່ອນກວດ​ຄົນ​ເຂົ້າ​ເມືອງໃນ​ສະ​ໜາມ​ບິນ​ສາ​ກົນ​ຂອງ​ຮົງ​ກົງໃນ​ວັນ​ທີ 28 ທັນ​ວາ, 2022

ຂະນະ​ທີ່​ຈີນ​ແຜ່ນດິນ​ໃຫຍ່​ກຽມ​ຍົກ​ເລີກ​ຂໍ້​ຈຳກັດ​ການ​ເດີນທາງກ່ຽວ​ກັບ​ພະຍາດ​ໂຄ​ວິດ-19 ນັບ​ແຕ່​ວັນ​ທີ 8 ມັງກອນ​ ​ເປັນຕົ້ນ​ໄປຢູ່ນີ້, ຮົງ​ກົງ ຊຶ່ງເປັນ​ນຶ່ງໃນ​ຈຸດ​ໝາຍ​ປາຍ​ທີ່ໄດ້​ຮັບ​ຄວາມ​ນິຍົມ​ຂອງ​ນັກ​ທ່ອງ​ທ່ຽວ​ຈີນ, ກຳ​ລັງລໍຖ້າ​ຢ່າງກະ​ຕື​ລື​ລົ້ນ ​ແລະ ​ຫວັ່ນ​ເກງ​ທີ່​ຈະຕ້ອນ​ຮັບ​ການ​ຫລັ່ງ​ໄຫລ​ຂອງ​ນັກ​ທ່ອງ​ທ່ຽວ​ເຂົ້າມາແບບຫລາຍໆ ພ້ອມ​ກັນ.

​ໃນ​ຈຳນວນ 154 ລ້ານ​ຄົນທີ່​ໄດ້ເດີນທາງ​ອອກ​ຈາກ​ຈີນ​ໃນ​ປີ 2019 ກ່ອນການ​ລະ​ບາດ​ຂອງ​ໂຄ​ວິດ-19 ນັ້ນ ມີຫຼາຍກວ່າ 1/3 ຫລື 36 ເປີ​ເຊັນ ​ແມ່ນ​ໄປທີ່ຮົງ​ກົງ, ອີງ​ຕາມ​ສະຖິຕິ​ຂອງ​ທະນາ ຄານ​ໂລກ ​ແລະຂອງ​ຄະນະ​ທ່ອງ​ທ່ຽວ​ຮົງ​ກົງ. ເຂດປົກຄອງພິເສດແຫ່ງນີ້ ແມ່ນຈຸດ​ໝາຍ​ປາຍ​ທາງ​ຂອງ​ການທ່ອງທ່ຽວທີ່ຄົນຈີນມັກທີ່ສຸດ ຍ້ອນ​ວ່າມັນຢູ່ໃກ້ຄຽງກັນ, ອາຫານກວາງຕຸ້ງຍອດນິຍົມ ແລະບ່ອນໄປຊື້ເຄື່ອງທີ່ມີ​ຢ່າງຫລວງ​ຫລາຍ.

"ຈະມີຄົນ​ມາ​ຈາກແຜ່ນດິນໃຫຍ່ ເຂົ້າມາຮົງກົງຫລາຍຂຶ້ນກວ່າ​ເກົ່າ​ຫລາຍ. ບາງຄົນຈະມາ​ທີ່ນີ້ ເພື່ອກັບ​ມາຫາອບຄົວ; ພວກເຂົາເຈົ້າໄດ້ຖືກບັງຄັບໃຫ້ແຍກກັນຢູ່​ຍ້ອນຂໍ້ຈໍາກັດ ດ້ານການປ້ອງ ກັນການລະບາດຂອງພະ​ຍາດ ​ໃນສາມປີທີ່ຜ່ານມາ. ສ່ວນຄົນອື່ນໆ ຈະມາທີ່ນີ້ເພື່ອທ່ອງທ່ຽວ," ນັ້ນ​ຄື​ຄຳ​ເວົ້າ​ຂອງທ່ານຄ​ລໍ​ຣິ​ສ ຢິບ (Cloris Yip), ບໍ​ລິ​ສັດທ່ອງທ່ຽວທີ່​ຕັ້ງ​ຢູ່ໃນຮົງກົງ. ທ່ານ​ກ່າວ​ຕໍ່​ໄປ​ວ່າ "ມັນຈະເປັນການດີສໍາລັບຮົງກົງ. 3 ປີຜ່ານມາ ແມ່ນເປັນໄລ​ຍະ​ທີ່​ຫຍຸ້ງຍາກຫຼາຍ ສໍາລັບ ອຸດສາຫະກໍາການທ່ອງທ່ຽວຂອງຮົງກົງ."

ເຈົ້າ​ໜ້າ​ທີ່​ຈີນ​ປະກາດ​ໃນ​ວັນ​ຈັນຜ່ານ​ມາ​ນີ້​ວ່າ ປະ​ເທດ​ນີ້ ​ຈະ​ບໍ່​ຮຽກ​ຮ້ອງ​ໃຫ້​ມີການກັກ​ຕົວ ສຳ​ລັບ​ຜູ້​ເດີນທາງ​ເຂົ້າ​ປະ​ເທດອີກ ນັບ​ແຕ່​ວັນ​ທີ 8 ມັງກອນ​ເປັນ​ຕົ້ນ​ໄປ ​ແລະ​ຈະ​ເລີ່​ມຮັບ​ຄຳ​ຮ້ອງ​ເຮັດໜັງ ສືຜ່ານ​ແດນ​ ຂອງ​ພົນລະ​ເມືອງ​ຈີນ ທີ່​ຈະ​ເດີນທາງ​ໄປ​ຕ່າງປະ​ເທດ ​ແລະ​ອະນຸຍາດ​ໃຫ້ເດີນທາງ​ໄປ​ຮົງ​ກົງ ​ແລະ​ມາເ​ກົາ. ໃນວັນອັງຄານຜ່ານ​ມາ, ຫົວໜ້າຜູ້ບໍລິຫານຮົງ​ກົງ, ທ່ານ​ຈອນ ລີ (John Lee) ໄດ້ປະກາດວ່າ ໃນທີ່ສຸດຮົງກົງກໍຈະເປີດປະຕູຢ່າງເຕັມສ່ວນ ນັບແຕ່ວັນພຸດນີ້ເປັນຕົ້ນໄປ ຊຶ່ງ​ເຮັດ​ໃຫ້ເຊົາ​ການ​ໃຊ້ມາດຕະການໂຄວິດ-19 ຈຳ​ນວນ​ນຶ່ງທີ່ເຄັ່ງຄັດທີ່ສຸດໃນໂລກແລ້ວ.

ທ່ານລີ ກ່າວອີກ​ວ່າ ຮົງ​ກົງ​ຈະ​ຍົກ​ເລີກ​ຂໍ້ບັງ​ຄັບ​ໃຫ້​ກວດໂຄວິດ​ແບບ PCR ​ສໍາ​ລັບ​ນັກ​ທ່ອງ​ທ່ຽວ​ທີ່​ໄປ​ເຖິງປະ​ເທດ, ໂຄງ​ການ Vaccine Pass, ຂໍ້​ກໍາ​ນົດໃຫ້​ກັກ​ກັນຕົວ​ສໍາ​ລັບຜູ້​ມີ​ການ​ຕິດ​ຕໍ່ຢ່າງ​ໃກ້​ຊິດກັບ​ຜູ້​ເປັນ​ພະ​ຍາດນີ້, ແລະ​ມາດ​ຕະ​ການຢູ່​ຫ່າງ​ໄກ​ກັນ​ໃນ​ສັງ​ຄົມ.

ທ່ານລີ ກ່າວວ່າ "ນັກທ່ອງທ່ຽວທີ່ມາຈາກຕ່າງປະເທດ, ມາ​ຈາກແຜ່ນດິນໃຫຍ່, ມາເກົາ ແລະ ໄຕ້ຫວັນ ຈະບໍ່ຕ້ອງໄດ້ເຮັດການກວດ​ PCR ທີ່​ເປັນ​ຂໍ້ບັງຄັບອີກ​ແລ້ວ ເມື່ອເຂົາ ເຈົ້າມາຮອດ ຮົງກົງ."

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG