ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຈີນ​ຈະ​ສົ່ງ​ ຍານ​ອະວະກາດ​ ທີ່​ມີ​ຄົນບັງຄັບ ​ຂຶ້ນສູ່ ​ວົງ​ໂຄຈອນ ໃນກາງປີນີ້


ນັກອະວະກາດຈີນຂະນະປະຕິບັດງານເຊື່ອມຕໍ່ຍານ Shenzhou
ເຂົ້າກັບຍານ Tiangong 1 ເປົນຜົນສໍາເລດເມື່ອປີຜ່ານມາ
ນັກອະວະກາດຈີນຂະນະປະຕິບັດງານເຊື່ອມຕໍ່ຍານ Shenzhou ເຂົ້າກັບຍານ Tiangong 1 ເປົນຜົນສໍາເລດເມື່ອປີຜ່ານມາ
ຈີນ​ເວົ້າ​ວ່າ ຕົນ​ຈະ​ສົ່ງ​ຍານ​ອະວະກາດ ​ທີ່​ມີ​ຄົນ​ບັງຄັບ ​ຂຶ້ນສູ່​ວົງ​ໂຄຈອນໃນ​ທ້າຍ​ປີ​ນີ້ໃນ​ຂະນະ​ ທີ່​ຕົນເຄຶ່ອນ​ໄຫວ​ໄປ​ໜ້າ ພ້ອມ​ກັບ​ແຜນການ​ອັນ​ຫ້າວ ຫັນ​ ທີ່​ຈະ​ສ້າງສະຖານີ​ອະວະກາດ​ຂອງ​ຕົນ​ເອງ​ນັ້ນ.

ອົງການ​ຂ່າວ​ຊິນ​ຫົວ​ທາງ​ການ​ຂອງ​ຈີນ ​ເວົ້າວ່າ ຍານ​ອະວະກາດ Shenzhou-10 ທີ່ຈະ​ມີ​ນັກ​ບິນອະວະກາດ​ສາມ​ຄົນ ຈະ​ຖືກ​ສົ່ງ​ຂຶ້ນສູ່​ວົງ ​ໂຄຈອນ​ ​ໃນ​ລະຫວ່າງ​ເດືອນ​ມິຖຸນາ ​ຫາ ເດືອນ​ສິງຫາ ປີ​ນີ້.

ຍານ​ອະວະກາດ​ດັ່ງກ່າວ​ນີ້ ຈະ​ເຊື່ອມ​ຕໍ່​ເຂົ້າກັບ​ຍານທີ່​ໃຊ້​ເປັນ​ຫ້ອງ​ທົດ​ລອງອະວະກາດ Tiangong 1 ຊຶ່ງ​ເປັນ​ຍານ​ຕົວ​ແບບ​ສໍາລັບ​ສະຖານີ​ອະວະກາດ​ຂະໜາດ​ຈິງ. ການ​ເຂົ້າ ທຽບຈອດຂອງ​ຍານ​ຄັ້ງ​ນີ້ ຖື​ວ່າ​ເປັນ​ບາດກ້າວ​ເບື້ອງ​ຕົ້ນ​ທີ່​ສໍາຄັນ ​ໄປ​ສູ່ການ​ສ້າງ​ສະຖານີ​ອະວະກາດ​ຖາວອນ​ໄດ້.

ນັກບິນ​ອະວະກາດ​ຈີນ​ສາມ​ຄົນ ໄດ້ເຊື່ອມ​ຕໍ່​ກັບ​ຍານ ທີ່​ໃຊ້​ເປັນ​ຫ້ອງ​ທົດ​ລອງ​ອະວະກາດ​ ໄດ້​ຢ່າງ​ເປັນຜົນ​ສໍາ​ເລັດ ​ໃນ​ເດືອ​ນມິຖຸນາ​ຜ່ານ​ມາ ຊຶ່ງ​ຈີນ ​ເປັນ​ພຽງ​ປະ​ເທດ​ທີ່​ສາມ ທີ່​ປະສົບ​ຜົນ​ສໍາ​ເລັດ​ໃນ​ເລຶ່ອງນີ້.
XS
SM
MD
LG