ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຈີນ ຈະ​ມອບ​ເງິນ​ຊ່ວຍ​ເລືອ ໃຫ້ ປາ​ກິ​ສ​ຖານ


ທຸງ​ຊາດ ຈີນ ແລະ ປາ​ກິ​ສ​ຖານ.
ທຸງ​ຊາດ ຈີນ ແລະ ປາ​ກິ​ສ​ຖານ.

ຈີນ ມີ​ແຜນ​ທີ່​ຈະ​ສະ​ໜອງ​ເງິນ​ຊ່ວຍ​ເຫຼືອ​ທີ່ບໍ່​ໄດ້​ລະ​ບຸ​ຈຳ​ນວນ​ໃຫ້ ປາ​ກິ​ສ​ຖານ, ໃນ​ຂະ​
ນະທີ່ປະເທດ ສະຫະລັດ ອາຣັບ ເອມີເຣັດສ໌ ກໍກຳລັງພິຈາລະນາຄຳ​ຮຽ​ກ​ຮ້ອງ​ຂອງລັດ​
ຖະບານ ອິສລາມາບັດ ຢູ່ ສຳລັບເງິນຊ່ວຍເຫຼືອຈຳນວນ 6 ພັນລ້ານໂດລາ ແກ່ປະເທດ
ດັ່ງກ່າວ ໃນການຮັບມືກັບວິກິດການ ດຸນການຊຳລະເງິນ, ອີງຕາມການກ່າວ ຂອງບັນ
ດາເຈົ້າໜ້າທີ່ ຈີນ ແລະ ປາກິສຖານ.

ຂ່າວ ກ່ຽວ​ກັບ ການ​ຊ່ວຍ​ເຫຼືອ​ດ້ານກ​ານ​ເງິນ ​ທີ່​ກຳ​ລັງ​ລໍ​ຖ້າ​ຢູ່​ນັ້ນ ​ໄດ້​ມີ​ຂຶ້ນ​ພຽງບໍ່​ເທົ່າ​
ໃດວັນ ຫຼັງຈາກນາຍົກລັດຖະມົນຕີ ອິມຣານ ຄານ ໄດ້ຮັບການຊ່ວຍເຫຼືອດ້ານການ
ເງິນກະທັນຫັນ ຫຼາຍກວ່າ 6 ພັນລ້ານໂດລາ ຈາກປະເທດ ຊາອຸດີ ອາຣາເບຍ ທີ່ເປັນ
ພັນທະມິດ ທີ່ໃກ້ຊິດກັບ ປາກິສຖານ, ໃນລະຫວ່າງການເດີນທາງຢ້ຽມຢາມນະຄອນ
ຫຼວງ ຣີຢາດ ຢ່າງເປັນທາງການ.

ປາ​ກິ​ສ​ຖານ ຕ້ອງ​ການ​ເງິນ​ຕາ​ຕ່າງ​ປະ​ເທດ​ຢ່າງ​ຮີບ​ດ່ວນ ເພື່ອ​ຄ້ຳ​ຈູນ​ຄັງ​ເງິນ ​ທີ່​ໃກ້​ຈະ
ໝົດລົງ ຂອງເຂົາເຈົ້າ ທີ່ໜ້ອຍກວ່າ 8 ພັນລ້ານໂດລາ, ເຊິ່ງມັນເກືອບວ່າ ຈະບໍ່ພໍ ສຳ
ລັບການຈ່າຍໜີ້ສິນ ຂອງເຂົາເຈົ້າຄືນ ແລະ ຈ່າຍຄ່ານຳເຂົ້າ ສິນຄ້າ 6 ສັບປະດາຂອງ
ເຂົາເຈົ້າ.

ລັດ​ຖະ​ບານ​ທີ່​ຕັ້ງ​ຂຶ້ນ​ມາ​ໃໝ່​ຂອງ​ທ່ານ ຄານ, ເຊິ່ງ​ເຂົ້າ​ກຳ​ອຳ​ນາດ ​ເມື່ອ​ສອງ​ເດືອນ​ທີ່​
ຜ່ານມາ ແລະ ໄດ້ສືບທອດຮັບຊ່ວງເອົາເສດຖະກິດແຫ່ງຊາດ ທີ່ເຕັມໄປດ້ວຍໜີ້ສິນ
ນັ້ນ, ຄາດວ່າຈະຕ້ອງການເງິນ 12 ພັນລ້ານໂດລາຢ່າງຮີບດ່ວນ ເພື່ອໃຊ້ຄືນ ໜີ້ສິນ
ພາຍໃນ ແລະ ຕ່າງປະເທດ.

ທ່ານ ຄານ ຈະ​ເດີນ​ທາງ​ໄປ​ນະ​ຄອນຫຼວງ ປັກ​ກິ່ງ ໃນ​ວັນ​ທີ 2 ຫາ 5 ທີ່​ຈະ​ມາ​ເຖິງນີ້ ໃນ​
ການຢ້ຽມຢາມປະເທດ ຈີນ ຢ່າງເປັນທາງການຄັ້ງທຳອິດ, ເຊິ່ງທ່ານມີກຳນົດຈະພົບ
ປະກັບປະທານປະເທດ ຈີນ ທ່ານ ສີ ຈິ່ນຜິງ ແລະ ຄູ່ຮ່ວມຕຳແໜ່ງຈາກ ຈີນ ຂອງທ່ານ.

ບັນ​ດາ​ນັກ​ການ​ທູດ ຈີນ ໃນ​ນະ​ຄອນຫຼວງ ອິ​ສ​ລາ​ມາ​ບັດ ໄດ້​ປະ​ກາດ​ກ່ອນ​ການ​ເດີນ​
ທາງຢ້ຽມຢາມຂອງທ່ານ ຄານ ວ່າ ມັນຈະ “ມີຂ່າວທີ່ດີ” ໃນແງ່ຂອງການໄດ້ຮັບເງິນ
ຊ່ວຍເຫຼືອສຳລັບ ປາກິສຖານ.

ຮອງ​ເອກ​ອັກ​ຄະ​ລັດ​ຖະ​ທູດ ຈີນ ທ່ານ ລີ​ຈຽນ ຊາວ (Lijian Zhao) ໄດ້​ກ່າວ​ຫຼັງ​ຈາກ​
ໄດ້ຖືກຖາມວ່າ ປັກກິ່ງຈະສະໜອງການຊ່ວຍເຫຼືອດ້ານການເງິນທີ່ຄ້າຍຄືກັບທີ່ ຊາອຸດີ
ອາຣາເບຍ ໄດ້ມອບໃຫ້ນັ້ນຫຼືບໍ່, ທ່ານໄດ້ກ່າວວ່າ “ໃນລະຫວ່າງການຢ້ຽມຢາມຂອງ
ທ່ານນາຍົກລັດຖະມົນຕີນັ້ນ, ພວກເຮົາຈະສະໜອງ, ຫວັງວ່າ, ຈະເປັນເງິນຊ່ວຍເຫຼືອ
ໃຫ້ລັດຖະບານ ປາກິສຖານ. ກະລຸນາລໍຖ້າຜົນທີ່ຈະອອກມາໃນການຢ້ຽມຢາມຄັ້ງນີ້.
ມັນຈະມີຂ່າວດີອອກມາຕື່ມອີກຕາມພາຍຫຼັງ.” ແຕ່ທ່ານໄດ້ປະຕິເສດທີ່ຄາດເດົາ ເຖິງ
ຈຳນວນຂອງເງິນຊ່ວຍເຫຼືອດັ່ງກ່າວ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG