ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຈີນ ຮັດແໜ້ນການຄວບຄຸມທາງອິນເຕີເນັດ ໃນລະຫວ່າງກອງປະຊຸມດ້ານການເມືອງທີ່ສຳຄັນ


ແຟ້ມພາບ - ແມ່ຍິງສອງຄົນເບິ່ງໂທລະສັບ ຢູ່ຕໍ່ໜ້າປ້າຍໂຄ້ສະນາ ຢູ່ປ້າຍລົດເມ ໃນນະຄອນຫຼວງປັກກິ່ງ, ປະເທດຈີນ,​ ວັນທີ 11 ພະຈິກ 2023.
ແຟ້ມພາບ - ແມ່ຍິງສອງຄົນເບິ່ງໂທລະສັບ ຢູ່ຕໍ່ໜ້າປ້າຍໂຄ້ສະນາ ຢູ່ປ້າຍລົດເມ ໃນນະຄອນຫຼວງປັກກິ່ງ, ປະເທດຈີນ,​ ວັນທີ 11 ພະຈິກ 2023.

ຈີນ​ໄດ້​ເພີ່ມ​ຄວາມ​ພະ​ຍາ​ຍາມ​ຢ່າງ​ເຂັ້ມ​ງວດ​ໃນການ​ສະກັດ​ຊອບ​ແວ​ທີ່ຊ່ວຍ​ໃຫ້​ຜູ້​ໃຊ້​ອິນ​ເຕີ​ເນັດສາມາດ​ເຂົ້າ​ເຖິງ​ເວັບ​ໄຊ​ທີ່​ຖືກ​ຫ້າມ​ ໃນ​ລະ​ຫວ່າງ​ກອງ​ປະ​ຊຸມ​ທາງ​ການ​ເມືອງ​ລະດັບ​ສູງ​ ໃນ​ອາ​ທິດ​ນີ້, ຜູ້​ໃຫ້​ບໍ​ລິ​ການແຖວໜ້າດ້ານ​ຊອບ​ແວທີ່ຫຼີກລ້ຽງການກວດສອບຂໍ້ມູນເຂົ້າ-ອອກ ລະບົບເຄືອຄ່າຍ ກ່າວ​ຕໍ່ ອົງການຂ່າວ AFP.

ປັກກິ່ງ ດຳເນີນການກວດສອບຫຼືເຊັນເຊີທາງອິນເຕີເນັດ ທີ່ກວ້າງຂວາງທີ່ສຸດໃນໂລກ, ໂດຍຜູ້ໃຊ້ເວັບໃນຈີນແຜ່ນດິນໃຫຍ່ ບໍ່ສາມາດເຂົ້າເຖິງທຸກສິ່ງທຸກຢ່າງຈາກ Google ໄປຈົນເຖິງເວັບໄຊທ໌ຂ່າວ ໂດຍບໍ່ຕ້ອງໃຊ້ເຄືອຂ່າຍສ່ວນຕົວທາງໄກ ຫຼື VPN.

ແລະໃນຂະນະທີ່ຜູ້ແທນຫລາຍພັນຄົນ ມາເຕົ້າໂຮມກັນຢູ່ນະຄອນຫຼວງປັກກິ່ງ ໃນອາທິດນີ້ ເພື່ອເຂົ້າຮ່ວມກອງປະຊຸມ "ສອງຮອບ" ປະຈໍາປີ, ຊອບແວ VPN ໄດ້ພະຍາຍາມດິ້ນຮົນຫຼາຍຂື້ນເພື່ອຫລີກລ້ຽງການເຊັນເຊີ ໃນຂະນະທີ່ຖືກປິດໃຊ້ອິນເຕີເນັດຢູ່ເລື້ອຍໆ, ແມ່ນແຕ່ວ່າເມື່ອປຽບທຽບກັບເຫດການທາງດ້ານການເມືອງທີ່ລະອຽດອ່ອນ ຫຼາຍເທື່ອກ່ອນຫນ້ານີ້ ກໍຕາມ.

"ໃນປະຈຸບັນ, ມີການເຊັນເຊີເພີ່ມຂຶ້ນເນື່ອງຈາກກອງປະຊຸມທາງດ້ານການເມືອງໃນປະເທດຈີນ," ຜູ້ຕາງຫນ້າຂອງຜູ້ບໍລິການ Astrill ທີ່ຕັ້ງຢູ່ປະເທດແລັກເຊັນສໄຕນ໌ (Liechtenstein) ຊຶ່ງເປັນນຶ່ງໃນຜູ້ໃຫ້ບໍລິການ VPN ທີ່ໄດ້ຮັບຄວາມນິຍົມຫຼາຍທີ່ສຸດ ສໍາລັບຄົນຕ່າງປະເທດໃນປະເທດຈີນ ທີ່ຢືນຢັນຕໍ່ ອົງການຂ່າວ AFP.

ພວກເຂົາກ່າວ່າ "ຫນ້າເສຍດາຍ ທີ່ລະບຽບການ ຫຼື ໂປຣໂຕໂຄລ ຂອງ VPN ບາງອັນບໍ່ເຮັດວຽກໃນຂະນະນີ້," "ພວກເຮົາກໍາລັງເຮັດວຽກຢ່າງໜັກເພື່ອເຮັດໃຫ້ການບໍລິການທັງຫມົດກັບຄືນສູ່ສະພາວະປົກກະຕິ, ແຕ່ປະຈຸບັນນີ້ ຍັງບໍ່ມີສະຖາປັດຕິຍະກຳທາງເທັກໂນໂລໂຈລະດັບອົງການ ຫຼື ETA."

ການນໍາໃຊ້ VPN ໂດຍບໍ່ໄດ້ຮັບອະນຸຍາດຂອງລັດຖະບານ ແມ່ນຜິດກົດຫມາຍໃນປະເທດຈີນ, ເຊັ່ນດຽວກັນກັບການນໍາໃຊ້ຊອບແວເພື່ອເຂົ້າເຖິງເວັບໄຊທ໌ທີ່ຖືກບລັອກ.

ແນວໃດກໍຕາມ, ເຈົ້າໜ້າທີ່ສື່ມວນຊົນ ແລະນັກການທູດຂອງລັດ, ໄດ້ຖືກອະນຸຍາດໃຫ້ເຂົ້າເຖິງເວັບໄຊທ໌ທີ່ຕ້ອງຫ້າມເຊັ່ນ ສື່ສັງຄົມ X, ເຊິ່ງໃນເມື່ອກ່ອນແມ່ນ Twitter, ໄດ້.

ອ່ານຂ່າວນີ້ເປັນພາສາອັງກິດ

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG