ອີກສອງຄົນຈູດເຜົາຕົນເອງຕາຍ ໃນວັນເສົາທີ 17 ພະຈິກ ຊຶ່ງເປັນການຕາຍຈຸຫລ້າສຸດ ໃນກະແສຟອງການຈູດເຜົາຕົນເອງ ເພື່ອປະທ້ວງນະໂຍບາຍ ປົກຄອງຂອງຈີນ.
ປະມວນພາບ ການເຜົາຕົນເອງຂອງ ຊາວທິເບດ ເພື່ອປະທ້ວງ ການປົກຄອງ ຂອງຈີນ

໙
ຮູບຖ່າຍໂດຍນັກຖ່າຍສະໝັກຫລິ້ນ ສະແດງໃຫ້ເຫັນຊາວທິເບດສອງຄົນ ກໍາລັງຖືທຸງເອກະລາດຂອງທິເບດ ໃນຂະນະທີ່ເອົາໄຟຈູດເຜົາຕົນເອງ ເພື່ອປະທ້ວງການປົກຄອງຂອງຈີນ ຢູ່ຖະໜົນແຫ່ງນຶ່ງ ໃນເທດສະບານ Yushu ໃນແຂວງ Qinghai ຂອງຈີນ ໃນວັນພຸດ ທີ 20 ມິຖຸນາ 2012. (AP Photo/The Tibetan Youth Congress)

໑໐
ທ່ານນາງ Navi Pillay ຂ້າຫຼວງໃຫຍ່ດ້ານສິດທິມະນຸດ ຂອງອົງການສະຫະປະຊາຊາດ ກ່າວຢູ່ໃນຖະແຫຼງການສະບັບນຶ່ງ ທີ່ນຳອອກເຜີຍແຜ່ໃນວັນສຸກ ທີ 2 ພະຈິກ 2012 ໄດ້ ຮຽກຮ້ອງໃຫ້ຈີນ ແກ້ໄຂບັນຫາຄວາມບໍ່ພໍໃຈຫຼາຍໆຢ່າງ ໃນເຂດທີ່ຊາວທິເບດອາໄສຢູ່ ທີ່ນຳໄປສູ່ການປະທ້ວງຢ່າງຮຸນ
ແຮງຫຼາຍຂຶ້ນນັບມື້ນັ້ນ. (AP Photo/KEYSTONE/Laurent Gillieron)
ແຮງຫຼາຍຂຶ້ນນັບມື້ນັ້ນ. (AP Photo/KEYSTONE/Laurent Gillieron)

໑໑
ອົງ Dalai Lama ກ່າວຄໍາປາໄສ ຕໍ່ພວກນັກຂ່າວ ໃນຂະນະທີ່ພະອົງ ໄປຢ້ຽມຢາມ ເມືອງ Okinawa ຂອງຍີ່ປຸ່ນ ໃນວັນທີ 12 ພະຈິກ 2012. Photo/Office of Tibet Japan

໑໒
ຢູ່ໃນຮູບຖ່າຍໃນວັນທີ 26 ມີນາ 2012 ທ້າວ Jamphel Yeshi ຊາວທິເບດພັດຖິ່ນ ໃນນະຄອນນີວແດນລີ ຂອງອິນເດຍ ໄດ້ຮ້ອງຂຶ້ນໃນຂະນະທີ່ແລ່ນໄປ ຫລັງເອົາໄຟຈູດເຜົາຕົນເອງລຸກ ເປັນແປວ ເພື່ອປະທ້ວງຈີນ ແລະຜູ້ກ່ຽວໄດ້ເສຍຊີວິດໄປ ໃນວັນທີ 28 ມີນາ 2012.