ອີກສອງຄົນຈູດເຜົາຕົນເອງຕາຍ ໃນວັນເສົາທີ 17 ພະຈິກ ຊຶ່ງເປັນການຕາຍຈຸຫລ້າສຸດ ໃນກະແສຟອງການຈູດເຜົາຕົນເອງ ເພື່ອປະທ້ວງນະໂຍບາຍ ປົກຄອງຂອງຈີນ.
ປະມວນພາບ ການເຜົາຕົນເອງຂອງ ຊາວທິເບດ ເພື່ອປະທ້ວງ ການປົກຄອງ ຂອງຈີນ

໑
ຜູ້ຍິງຊາວທິເບດຜູ້ນຶ່ງ ສວດມົນພາວະນາ ແກ່ດວງວິນຍານຂອງພວກປະທ້ວງ ເມື່ອນາງໄປເຖິງພິທີ ທີ່ຈັດຕັ້ງຂຶ້ນ ໃນນະຄອນ Kathmandu ໃນວັນທີ 17 ພະຈິກ 2012 ເພື່ອສະແດງເຖິງຄວາມເປັນນໍ້ານຶ່ງ ໃຈດຽວກັນກັບພວກໄດ້ຮັບເຄາະຮ້າຍ ຈາກການກໍ່ຄວາມຮຸນແຮງໃນທິເບດ ແລະ ຜູ້ຈູດເຜົາຕົນເອງ ເພື່ອປະທ້ວງນະໂຍບາຍປົກຄອງຂອງຈີນ.

໒
ອົງການປຸກລະດົມສາກົນເພື່ອສະໜັບສະໜຸນທິເບດ ຫລື International Tibet Support Group ຮຽກປະຊຸມພິເສດ ໃນວັນອາທິດມື້ນີ້

໓
ຊາວທິເບດພາກັນໂຮມຊຸມນຸມກັນ ຮຽກຮ້ອງໃຫ້ລັດຖະບານຈີນ ແກ້ໄຂວິກິດການເຜົາຕົນເອງຕາຍ ຢູ່ໃນເຂດທິເບດ

໔
ນາງ Tamding Tso ແມ່ ໄວ 23 ປີ ໄດ້ຈູດເຜົາຕົນເອງໃນເມືອງ
Rebkong ທາງພາກຕາເວັນອອກຂອງທິເບດ ໃນວັນທີ 8 ພະຈິກ 2012. ພວກເຫັນເຫດ
ການກ່າວວ່າ ໃນຂະນະທີ່ນາງຈູດເຜົາຕົນເອງຢູ່ນັ້ນນາງໄດ້ຂໍຮ້ອງ ໃຫ້ອົງດາໄລລາມະກັບຄືນມາທິເບດ.
Rebkong ທາງພາກຕາເວັນອອກຂອງທິເບດ ໃນວັນທີ 8 ພະຈິກ 2012. ພວກເຫັນເຫດ
ການກ່າວວ່າ ໃນຂະນະທີ່ນາງຈູດເຜົາຕົນເອງຢູ່ນັ້ນນາງໄດ້ຂໍຮ້ອງ ໃຫ້ອົງດາໄລລາມະກັບຄືນມາທິເບດ.