ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຈີນ ຈັບຊາວທິເບດ ຫຼາຍຮ້ອຍຄົນ ທີ່ໄປພົບ ອົງດາໄລ ລາມະ


ປະຊາຊົນຊາວທິເບດ ໃນຈີນ
ປະຊາຊົນຊາວທິເບດ ໃນຈີນ

ກຸ່ມ​ປົກ​ປ້ອງສິດທິ​ມະນຸດ​ກຸ່ມ​ນຶ່ງທີ່​ມີ​ສຳນັກງານ​ຢູ່​ສະຫະລັດກ່າວ​ວ່າ ​ເຈົ້າໜ້າ​ທີ່ຈີນ​ໄດ້​ຈັບ​ກຸມ​
ຊາວ​ທິ​ເບ​ດຈຳນວນ​ຫຼາຍຮ້ອຍ​ຄົນທີ່​ໄດ້​ເດີນທາງ​ໄປ​ຍັງ​ອິນ​ເດຍ​ເ​ພື່ອຮັບ​ຄຳ​ແນະນຳ​ທາງ​ດ້ານ
ສາສະໜາ​ຈາກ​ອົງ​ດາ​ໄລລາ​ມະ.

ກຸ່ມ​ປົກ​ປ້ອງ​ສິດທິ​ມະນຸດ Human Rights Watch ກ່າວ​ໃນ​ຖະ​ແຫຼງຂ່າວສະ ບັບນຶ່ງ​ວ່າ
ນີ້​ແມ່ນໂຕ​ຢ່າງ​ອັນ​ທຳ​ອິດທີ່ຮູ້ຈັກນັບ​ແຕ່​ທ້າຍ​ຊຸມ​ປີ 1970 ​ເປັນຕົ້ນມາທີ່​ເຈົ້າໜ້າ​ທີ່ຈີນ​ໄດ້​ຈັບ​
ກຸມຄົນ​ທຳ​ມະ​ດາ​ສາມັນ​ຊາວ​ທິ​ເບ​ດ​ເປັນ​ຈຳນວນ​ຫຼວງຫຼາຍ ​ເພື່ອ​ບັງຄັບ​ໃຫ້​ພວກ​ກ່ຽວ​ໄປ​ຮັບ
ການ​ສຳ​ມະ​ນາ.

ຖະ​ແຫຼງຂ່າວຂອງ​ກຸ່ມ​ປົກ​ປ້ອງ​ສິດທິ​ມະນຸດ​ກຸ່ມ​ນີ້​ ແຈ້ງ​ໃຫ້​ຊາບ​ຕື່ມ​ວ່າ ​ເຖິງ​ແມ່ນຈີນ​ໄດ້​ຈັບ
ກຸມເປັນ​ປະຈຳ​ຢູ່​ແລ້ວຊາວ​ທິ​ເບ​ດ​ທີ່​ເດີນທາງ​ກັບ​ຄືນ​ຈາກ​ເນ​ປາລ​ແລະ​ອິນ​ເດຍ ທີ່​ບໍ່​ມີ​ໜັງສື
ເດີນທາງ​ຢ່າງ​ຖືກຕ້ອງ​ກໍ​ຕາມ ​ແຕ່​ໃນ​ການ​ປາບ​ປາມ ​ເທື່ອ​ລ່າສຸດ​ນີ້ ມີ​ຊາວ​ທິ​ເບ​ດຈຳນວນ​
ຫຼາຍຮ້ອຍ​ຄົນ​ທີ່​ມີ​ວີ​ຊ່າ​ແລະ​ໜັງສື​ເດີນທາງ​ຢ່າງ​ຖືກຕ້ອງ​ໄດ້​ຖືກ​ຈັບ​ກຸມ.

ກຸ່ມ​ປົກ​ປ້ອງ​ສິດທິ​ມະນຸດ Human Rights Watch ໄດ້​ທວງ​ໃຫ້​ຈີນ​ປ່ອຍ​ຊາວ​ທິ​ເບ​ດທີ່​
ຖືກຈັບ​ແລະ​ພວມ​ຖືກ​ບັງຄັບ​ໃຫ້​ໄປ​ຮັບ​ການ​ສຳ​ມະ​ນາເຫຼົ່ານີ້​ໃນ​ທັນທີ.

XS
SM
MD
LG