ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໐໙ ຕຸລາ ໒໐໒໔

ສປ ຈີນ, ເພື່ອນມິດຍຸດທະສາດ ອັນດັບໜຶ່ງຂອງ ສປປ ລາວ


ປະ​ທານ​ປະ​ເທດ ລາວ ທ່ານ ທອງ​ລຸນ ສີ​ສຸ​ລິດ ຈັບ​ມື​ກັບ​ປະ​ທານ​ປະ​ເທດ ຈີນ ທ່ານ ສີ ຈິ່ນ​ຜິງ ກ່ອນ​ການ​ປະ​ຊຸມ​ຢູ່​ຫໍ​ປະ​ຊຸມ​ໃຫຍ່​ຂອ​ງ​ປະ​ຊາ​ຊົນ​ໃນ​ນະ​ຄອນຫຼວງ ປັກ​ກິ່ງ, ຈີນ, 6 ມັງ​ກອນ, 2020.
ປະ​ທານ​ປະ​ເທດ ລາວ ທ່ານ ທອງ​ລຸນ ສີ​ສຸ​ລິດ ຈັບ​ມື​ກັບ​ປະ​ທານ​ປະ​ເທດ ຈີນ ທ່ານ ສີ ຈິ່ນ​ຜິງ ກ່ອນ​ການ​ປະ​ຊຸມ​ຢູ່​ຫໍ​ປະ​ຊຸມ​ໃຫຍ່​ຂອ​ງ​ປະ​ຊາ​ຊົນ​ໃນ​ນະ​ຄອນຫຼວງ ປັກ​ກິ່ງ, ຈີນ, 6 ມັງ​ກອນ, 2020.

ໃນວັນທີ 25 ເມສາ 2024 ທີ່ຜ່ານມານີ້ ເປັນມື້ທີ່ມີຄວາມໝາຍ ຄວາມສຳຄັນເປັນຢ່າງຍິ່ງ ລະຫວ່າງສອງ, ເພາະມັນແມ່ນວັນຄົບຮອບສ້າງຕັ້ງສາຍພົວພັນການທູດລະຫວ່າງ ລາວ-ຈີນ ຄົບຮອບ 63ປີ (25/04/1961 – 25/04/2024). ຕະຫຼອດໄລຍະແຫ່ງການຮ່ວມມືກັນຜ່ານມາ ທັງ ສປປ ລາວ ແລະ ສປ ຈີນ ຕ່າງປະກອບສ່ວນຊຸກຍູ້, ຊ່ວຍເຫຼືອ, ແລກປ່ຽນມູນເຊື້ອປະຕິວັດ ແລະ ຮ່ວມມືກັນໃນທຸກຂົງເຂດວຽກງານ. ນັ້ນຈຶ່ງເຮັດໃຫ້ທັງສອງປະເທດ ເປັນເພື່ອນບ້ານທີ່ດີ ແລະ ເປັນເພື່ອນມິດສະຫາຍທີ່ດີຕໍ່ກັນສະເໝີມາ.

ແຕ່ໃນຕົ້ນເດືອນກັນຍາ 2009 ການພົວພັນລະຫວ່າງສອງປະເທດ ໄດ້ຍົກລະດັບຂຶ້ນໄປອີກຂັ້ນ, ເມື່ອຜູ້ນຳທັງສອງປະເທດໄດ້ເຫັນພ້ອງຕ້ອງກັນເຖິງອະນາຄົດອັນກວ້າງໄກ ຈຶ່ງຍົກລະດັບການພົວພັນລະຫວ່າງ ສປປ ລາວ ແລະ ສປ ຈີນ ໃຫ້ເປັນການພົວພັນແບບ “ຮ່ວມມືຍຸດທະສາດຮອບດ້ານ”. ເຊິ່ງເຮັດໃຫ້ ສປປ ລາວ ມີບາດກ້າວການຂະຫຍາຍຕົວຢ່າງແຂງແຮງ ແລະ ວ່ອງໄວ ໂດຍສະເພາະດ້ານເສດຖະກິດ, ການຄ້າ ແລະ ການລົງທຶນ. ເຊິ່ງເປັນສ່ວນສຳຄັນໃນການພັດທະນາລະບົບເສດຖະກິດ-ສັງຄົມ ໃນລາວ.

ເມື່ອຄັ້ງວັນທີ 30 ເມສາ 2019, ປະທານປະເທດ ແຫ່ງ ສປ ຈີນ ທ່ານ ສີ ຈິ້ນຜີງ ໄດ້ກ່າວໃນໂອກາດພົບປະກັນກັບ ປະທານປະເທດ ແຫ່ງ ສປປ ລາວ ໃນຂະນະນັ້ນຄືທ່ານ ບຸນຍັງ ວໍລະຈິດ ທີ່ນະຄອນຫຼວງປັກກິ່ງ, ທ່ານໄດ້ກ່າວໄວ້ວ່າ

“ໃນປີນີ້ແມ່ນຄົບຮອບສາຍພົວພັນ 10 ປີ ທີ່ທັງສອງພັກ-ລັດ ໄດ້ຍົກລະດັບການຮ່ວມມື ເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ. ທ່ານ ສີ ຈິ້ນຜີງ ຮຽນຮ້ອງໃຫ້ເພີ່ມຄວາມຮ່ວມມືລະຫວ່າງ ຈີນ ແລະ ລາວ ໂດຍການໃຊ້ປະໂຫຍດຈາກການສົ່ງເສີມໂຄງການ ໜຶ່ງແລວທາງໜຶ່ງເສັ້ນທາງ. ໂດຍກະຕຸ້ນໃຫ້ທັງສອງຝ່າຍຮັກສາການສື່ສານລະດັບສູງເອົາໄວ້, ເພີ່ມທະວີການຮ່ວມມືລະຫວ່າງສອງປະເທດ ແລະ ຊຸກຍູ້ການຮ່ວມມືແບບຮອບດ້ານ.”

ທັງນີ້, ໃນເດືອນກັນຍາ 2024 ທີ່ກຳລັງຈະມາເຖິງນີ້ ແມ່ນມື້ຄົບຮອບ 15 ປີ ຂອງການຍົກລະດັບຄວາມສຳພັນເປັນ “ຄູ່ຮ່ວມມືຍຸດທະສາດຮອບດ້ານ”

ຂໍ້ມູນສະຖິຕິ

ອ້າງອີງຈາກກອງປະຊຸມການຮ່ວມມື ລາວ-ຈີນ ໃນວັນທີ 21-22 ກຸມພາ 2024 ຢູ່ທີ່ນະຄອນຫຼວງວຽງຈັນ ເມື່ອຕົ້ນປີທີ່ຜ່ານມານີ້. ປັດຈຸບັນ ສປ ຈີນ ແມ່ນເປັນປະເທດອັນດັບໜຶ່ງທີ່ເຂົ້າມາລົງທຶນໃນ ສປປ ລາວ ຫຼາຍທີ່ສຸດ, ໂດຍນັບສະເພາະແຕ່ປີ 2023 ບໍລິສັດຈາກຈີນ ເຂົ້າມາລົງທຶນໃນ ລາວ ຫຼາຍກວ່າ 17 ໂຄງການ ແລະ ມີມູນຄ່າກວ່າ 986 ລ້ານໂດລາ, ເຊິ່ງເພີ່ມຂຶ້ນເກືອບສາມເທົ່າໂຕ ຖ້າທຽບໃສ່ປີ 2022 ທີ່ບໍລິສັດຈາກຈີນ ເຂົ້າມາລົງທຶນລວມມູນຄ່າ 339 ລ້ານໂດລາ ຈາກທັງໝົດ 30 ໂຄງການ, ໂດຍແບ່ງອອກເປັນ ການລົງທຶນໃນຂະແໜງບໍ່ແຮ່, 18 ໂຄງການພະລັງງານທຳມະຊາດ, 6 ໂຄງການອຸດສາຫະກຳ ແລະ ຫັດຖະກຳ, 1 ໂຄງການສາທາລະນະສຸກ ແລະ ຂະແໜງອື່ນໆອີກ 5 ໂຄງການ.

ໂດຍໃນໄລຍະທີ່ຜ່ານ ສປ ຈີນ ໄດ້ກາຍເປັນຄູ່ຄ້າທີ່ສຳຄັນຫຼາຍຂອງລາວ, ນັບຕັ້ງແຕ່ປີ 1989 ມີນັກລົງທຶນຈາກຈີນໄດ້ມາລົງທຶນແລ້ວກວ່າ 933 ໂຄງການ ລວມເປັນມູນຄ່າ 13,000 ລ້ານໂດລາ. ຕາມການລາຍງານໂດຍ ກະຊວງແຜນການ ແລະ ການລົງທຶນ ໃນປີ 2023.

ໂຄງການ ແລະ ຂໍ້ດີຂອງການລົງທຶນຈາກຈີນ

ໂດຍໂຄງການທີ່ພົ້ນເດັ່ນ ທີ່ເຮັດໃຫ້ລະບົບເສດຖະກິດ ແລະ ການທ່ອງທ່ຽວຂອງລາວຂະຫຍາຍຕົວດີຂຶ້ນໃນປີ 2022-2023 ພາຍຫຼັງພາວະໂຄວິດ 19 ແມ່ນການເປີດນໍາໃຊ້ເສັ້ນທາງລົດໄຟຄວາມໄວສູງ ລາວ-ຈີນ ໃນເດືອນທັນວາ 2021, ເຊິ່ງຊ່ວຍໃຫ້ລາວຂະຫຍາຍໂອກາດໃນການຂົນສົ່ງ-ກະຈາຍ ສິນຄ້າ, ຮັບນັກທ່ອງທ່ຽວເພື່ອຟື້ນຟູເສດຖະກິດ ແລະ ຍົກລະດັບການຄົມມະນາຄົມໃນລາວໃຫ້ສູງຂຶ້ນ ເພື່ອທຽບເທົ່າປະເທດອ້ອມຂ້າງໃນພາກພື້ນອາຊີຕາເວັນອອກສຽງໃຕ້ ຈາກປະເທດທີ່ບໍ່ມີທາງອອກສູ່ທະເລ ກາຍເປັນດິນແດນຂອງເສັ້ນທາງຂ້າມປະເທດ. ຕໍ່ຂະແໜງກະສິກຳ ສປ ຈີນ ຖືໄດ້ວ່າເປັນປະເທດທີ່ ສປປ ລາວ ສົ່ງອອກສິນຄ້າເປັນອັນດັບຕົ້ນໆເຊັ່ນກັນ ໂດຍສະເພາະແມ່ນ ຢາງພາລາ, ໝາກກ້ວຍ ແລະ ມັນດາງ ເປັນຕົ້ນ, ໂດຍສາມາດສ້າງລາຍຮັບເຂົ້າປະເທດໄດ້ສະເລ່ຍ 300-400 ລ້ານໂດລາ/ປີ ແລະ ຊ່ວຍໃຫ້ຄົນລາວມີວຽກເຮັດງານທຳໄດ້ກວ່າ 35,000 ຄອບຄົວ.

ນອກຈາກນີ້ ບໍ່ແຮ່-ບໍ່ຄຳ ໃນ ສປປ ລາວ ຍັງສາມາດສ້າງລາຍຮັບເຂົ້າປະເທດເປັນຈຳນວນຫຼາຍ ໂດຍຕະຫຼາດສົ່ງອອກທີ່ສຳຄັນທີ່ສຸດນັ້ນຄື ສປ ຈີນ.​ ໂດຍເມື່ອກ່ອນສາມາດຜະລິດໄດ້ປະມານ 3 ໂຕນ/ປີ, ແຕ່ປັດຈຸບັນໄດ້ມີນັກລົງທຶນຈາກຈີນເຂົ້າມາລົງທຶນເຮັດໃຫ້ກຳລັງການຜະລິດເພີ່ມສູງຂຶ້ນເຖິງ 10 ໂຕນ/ປີ ແລະ ຕັ້ງເປົ້າໃນການຜະລິດໃຫ້ໄດ້ 20 ໂຕນ/ປີ ຈາກບໍ່ແຮ່-ບໍ່ຄຳ ທີ່ມີຢູ່ກວ່າ 40 ແຫ່ງ. ໂດຍທີບໍ່ຄຳທີ່ມີຂະໜາດໃຫຍ່ຢ່າງນ້ອຍ 2 ແຫ່ງ, ໄດ້ແກ່ບໍ່ຄຳເຊໂປນ ທີ່ມີບໍລິສັດ Chifeng Jilong Gold Mining ຈາກ ສປ ຈີນ ຖືຫຸ້ນຢູ່ 90% ແລະ ລັດຖະບານລາວອີກ 10%, ບໍ່ຄໍາພູເບ້ຍ ທີ່ບໍລິສັດ Pan Australian Resources Ltd ຖືຫຸ້ນຢູ່ 90% ແລະ ລັດຖະບານລາວອີກ 10%, ໂດຍບໍລິສັດ PanAust ມີຜູ້ຖືຫຸ້ນໃຫຍ່ສຸດຈາກ ສປ ຈີນ ນັ້ນຄືບໍລິສັດ Guangdong Rising Assets Management Co. Ltd, GRAM.

ຕໍ່ກັບໂຄງການເຂື່ອນໄຟຟ້າ ໃນ ສປປ ລາວ, ນັກລົງທຶນຈາກຈີນ ຍັງມີບົດບາດສຳຄັນໃນການພັດທະນາ ທັງໃນຖານະຜູ້ສະໜັບສະໜຸນ, ຜູ້ຮັບເໝົາກໍ່ສ້າງ, ຜູ້ສະໜັບສະໜຸນອຸປະກອນຜະລິດໄຟຟ້າ, ຜູ້ດຳເນີນການສຶກສາ ແລະ ອອກແບບ ແລະ ເປັນຄູ່ຮ່ວມທຸລະກິດ. ໃນປີ 2022 ລາວມີໂຮງງານໄຟຟ້າຢູ່ 94 ແຫ່ງ, ໃນນີ້ລວມເຖິງເຂື່ອນໄຟຟ້າພະລັງງານນ້ຳ 81 ແຫ່ງ, ເຊິ່ງມີກຳລັງການຜະລິດທັງໝົດ 11,600 MW. ໂດຍພາຍໃນປີ 2039 ສປປ ລາວ ຄາດວ່າຈະສາມາດຜະລິດໄຟຟ້າໄດ້ເພີ່ມອີກ 5,559 MW ໂດຍ 77% ແມ່ນມາຈາກກຳລັງການຜະລິດຈາກເຂື່ອນໄຟຟ້າ ແລະ ຍັງມີແຜນທີ່ສ້າງເພີ່ມຕື່ມໃນອະນາຄົດເພື່ອຕັ້ງເປົ້າໃຫ້ເປັນ “ໝໍ້ໄຟອາຊຽນ”

ສິ່ງທີ່ເປັນຂໍ້ເສຍ

ແຕ່ສິ່ງທີ່ຕ້ອງຈັບຕາເບິ່ງແມ່ນການທີ່ ສປປ ລາວ ໄດ້ມີການກູ້ເງິນຈາກ ສປ ຈີນ ມາລົງທຶນໃນໂຄງການພັດທະນາຕ່າງໆ ເພື່ອຊ່ວຍກະຕຸ້ນລະບົບເສດຖະກິດ. ອີງຕາມການລາຍງານຂອງ ກອງທຶນການເງິນລະຫວ່າງປະເທດ ຫຼື IMF ໃນທ້າຍປີ 2023 ໄດ້ປະເມີນໄວ້ວ່າ ໜີ້ສາທາລະນະສ່ວນໃຫຍ່ຂອງລາວເປັນໜີ້ຈີນ ປະມານ 122% ຂອງ GDP ເຊິ່ງຖືວ່າສູງຫຼາຍ, ບວກກັບພາວະເງິນເຟີ້ ເຮັດໃຫ້ນັກວິເຄາະເບິ່ງວ່າ ລາວ ກຳລັງພົບກັບ “ກັບດັກໜີ້ ທີ່ມາພ້ອມການລົງທຶນ” ແລະ ຈຳເປັນຕ້ອງພຶງພາ ຈີນ ຫຼາຍຂຶ້ນ ອາດຈຳເປັນຕ້ອງໄດ້ຍອມຮັບເງື່ອນໄຂທີ່ເສຍປຽບ.

ຍົກຕົວຢ່າງເຊັ່ນ ການແກ້ໄຂກົດໝາຍວ່າດ້ວຍທີ່ດິນຂອງລາວໃນປີ 2020​ ທີ່ເຮັດໃຫ້ນັກລົງທຶນຕ່າງຊາດໃຊ້ສິດຜົນປະໂຫຍດດ້ານນີ້ຫຼາຍຂຶ້ນ, ບໍ່ວ່າຈະເປັນການໃຫ້ສຳປະທານທີ່ດິນໄລຍະຍາວ 90 ປີ ໃຫ້ກັບນັກລົງທຶນທີ່ເຂົ້າຮ່ວມໃນເຂດເສດຖະກິດພິເສດຕ່າງໆ, ລວມເຖິງການປັບແກ້ໄຂໃຫ້ຄົນຕ່າງຊາດສາມາດຊື້ ແລະ ຖືກຳມະສິດ ຄອນໂດມີນຽມໃນລາວໄດ້.

“ພວກເຮົາມີຊັບພະຍາກອນທໍາມະຊາດ ແລະ ດິນທີ່ສາມາດນໍາມາຕໍ່ຍອດໃຫ້ເກີດປະໂຫຍດໄດ້ເປັນຈໍານວນຫຼາຍ, ແຕ່ລັດຖະບານລາວກັບບໍ່ມີແຜນທີ່ດີ ແລະ ບໍ່ຮູ້ວ່າຈະນຳໃຊ້ໄປໃນທິດທາງໃດ, ໃນທາງກັບກັນມີພຽງແຕ່ປ່ອຍໃຫ້ນັກລົງທຶນຈາກຕ່າງຊາດໂດຍສະເພາະຈີນ ເຂົ້າມາສຳປະທານເອົາ ເປັນໄລຍະເວລາດົນ, ປ່ອຍໃຫ້ເຂົາເຂົ້າມາຄວບຄຸມລະບົບພື້ນຖານໂຄງລ່າງ, ກຳນົດລາຄາ ແລະ ແນ່ນອນປະຊາຊົນທົ່ວໄປບໍ່ສາມາດເຮັດຫຍັງໄດ້ ເພາະທຽບໃສ່ແຕ່ເງິນທຶນ ມັນກໍ່ແຕກຕ່ງກັນແລ້ວ. ປະຊາຊົນທົ່ວໄປ ຈາກເມືອງ ຫຼວງພະບາງ, ແຂວງ ຫຼວງພະບາງ,​ ໄດ້ກ່າວໄວ້.”

“ເປັນຫຍັງຈຶ່ງເກີດເລື່ອງແບບນີ້ກັບພວກຂ້ອຍ? ແລະ ເປັນຫຍັງລັດຖະບານຈຶ່ງບໍ່ສາມາດຊ່ວຍເຫຼືອຫຍັງພວກຂ້ອຍໄດ້. ໜຶ່ງໃນຄອບຄົວຈາກແຂວງຫຼວງນ້ຳທາ ທີ່ໄດ້ຮັບຜົນກະທົບຈາກການທີ່ນາຍທຶນຈີນມາສຳປະທານເອົາເນື້ອທີ່ດິນ ເພື່ອຕ້ອງການທີ່ຈະເຮັດສວນກ້ວຍ ໂດຍໃຊ້ອຳນາດ ແລະ ຊ່ອງຫວ່າງຂອງກົດໝາຍ ກົດດັນໃຫ້ປະຊາຊົນຂົງເຂດນັ້ນຈຳຕ້ອງໄດ້ເຊັນຍິນຍອມຍົກຍ້າຍອອກໄປດ້ວຍຄວາມບໍ່ເຕັມໃຈ ແລະ ໄດ້ຮັບເງິນຊົດເຊີຍທີ່ບໍ່ເປັນທຳ.”

ອີກໜຶ່ງສິ່ງທີ່ເພີ່ມຂຶ້ນຄື ອາຊາຍະກຳ, ໂດຍລາວເປັນທັງຕົ້ນທາງ ແລະ ຈຸດກະຈ່າຍສິນຄ້າຂອງເຄືອຂ່າຍອາຊາຍະກຳຂ້າມຊາດ ທັງຄ້າມະນຸດ, ສັດປ່າ, ຢາເສບຕິດ ແລະ ສິນຄ້າປອມ. ໂດຍອົງກອນ Global Organized Crime Index ປະຈຳປີ 2023​ ທີ່ກ່າວໄວ້ວ່າ ລາວ ມີຄະແນນດ້ານ ອາຊາຍະກຳ ເພີ່ມຂຶ້ນຈາກ 5.51 ໃນປີ 2021 ເປັນ 6.12 ໃນປີ 2023 (ຄະແນນເຕັມ 10) ເວົ້າໂດຍສະຫຼຸບຈາກ GOCI ແມ່ນລາວກຳລັງພົບບັນຫາດ້ານອາຊາຍະກຳດ້ານຕ່າງໆເພີ່ມຂຶ້ນ.

ສະຫຼຸບ

ສຸດທ້າຍນີ້, ການລົງທຶນຈາກ ສປ ຈີນ ໃນໂຄງການທັງຂະໜາດນ້ອຍ, ກາງ ແລະ ໃຫຍ່ ແມ່ນມີບົດບາດສຳຄັນຫຼາຍຕໍ່ການເຕີບໂຕຂອງເສດຖະກິດໃນລາວ ແລະ ທາງລັດຖະບານລາວເຊື່ອວ່າການເປັນຄູ່ຮ່ວມມືຍຸດທະສາດຮອບດ້ານນີ້, ລາວຈະສາມາດຫຼຸດພົ້ນອອກຈາກສະຖານະປະເທດດ້ອຍພັດທະນາ ແລະ ກ້າວສູ່ປະເທດທີ່ກຳລັງພັດທະນາ.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG