ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ຜູ້ນຳຈີນ ແລະ ໄຕ້ຫວັນ ຈະພົບປະກັນ ໃນຂະນະທີ່ ການເລືອກຕັ້ງ ໃກ້ຈະມາເຖິງ


ພວກປະທ້ວງຝ່າຍຄ້ານ ພາກັນຖືປ້າຍ ຮ້ອງໂຮຄຳຂວັນ ຄັດຄ້ານ ແຜນການ ພົບປະກັນ ຂອງ ປະທານາທິບໍດີ Ma Ying-jeou ກັບຄູ່ຕຳ່ແໜ່ງ ປະທານປະເທດຈີນ ທ່ານ Xi Jinping ທີ່ Taipei, Taiwan, ວັນພຸດທີ 4 ພະຈິກ 2015.
ພວກປະທ້ວງຝ່າຍຄ້ານ ພາກັນຖືປ້າຍ ຮ້ອງໂຮຄຳຂວັນ ຄັດຄ້ານ ແຜນການ ພົບປະກັນ ຂອງ ປະທານາທິບໍດີ Ma Ying-jeou ກັບຄູ່ຕຳ່ແໜ່ງ ປະທານປະເທດຈີນ ທ່ານ Xi Jinping ທີ່ Taipei, Taiwan, ວັນພຸດທີ 4 ພະຈິກ 2015.

ບໍ່ພໍ​ເທົ່າ​ໃດ​ອາທິດ ​ກ່ອນ​ໜ້າການ​ເລືອກ​ຕັ້ງທົ່ວ​ໄປ ​ແລະ ການ
​ເລືອກ​ຕັ້ງ​ເອົາ​ປະທາ ນາທິບໍດີ ໃຕ້​ຫວັນນັ້ນ ທ່ານ Ma Ying-jeou
​ໄດ້​ປະກາດ​ວ່າ ທ່ານ​ຈະ​ຈັດການເຈລະຈາຊ້ອງໜ້າ ກັບ​ຜູ້ນຳ​ຈີນ
ທ່ານ Xi Jinping ທີ່ ສິງກະ​ໂປ.

ການ​ປະຊຸມ​ໃນ​ວັນ​ເສົາ​ຈະ​ມາ​ເຖິງ​ນີ້ ຈະ​ເປັນ​ເ​ທື່ອທຳ​ອິດ​ລະຫວ່າງ
ໃຕ້​ຫວັນ ​ແລະ ບັນດາ​ຜູ້ນຳ​ຈີນ ນັບ​ຕັ້ງ​ແຕ່​ປີ 1949 ເປັນຕົ້ນມາ ​
ແລະ​ບັນດາ​ເຈົ້າ​ໜ້າ​ທີ່ ຢູ່່ໃນ​ຈີນ ກຳລັງ​ທຳນາຍ​ວ່າຈະເປັນ “ປະ
ຫວັດສາດ​ອັນ​ຍາວ​ນານ​ທີ່ສຳຄັນ”
​ໃນ​ການ​ພັດທະນາ​ ສຳພັນ​ທະ
​ໄມ​ຕີໂດຍ​ກົງ.

ເຖິງ​ຢ່າງ​ໃດ​ກໍ​ດີ ຢູ່​ໃຕ້​ຫວັນ ​ ບັນດາ​ຜູ້ນຳ​ຝ່າຍ​ຄ້ານ ກໍແມ່ນພວມຕຽມ​ພ້ອມທີ່ຈະ ອ​ອກ
ປາກ​ອອກສຽງ​ໃນ​ຄວາມ​ເປັນ​ຫ່ວງ​ຂອງ​ເຂົາ​ເຈົ້າ ກ່ຽວ​ກັບ​ການ​ສົນທະນາ ​ແລະ ​ຫລາຍ​
ສິບ​ຄົນ​ໄດ້​ເລີ້​ມ ​ເດີ​ນຂະ​ບວນຢູ່​ໃນ​ນະຄອນຫລວງ​ໄທເປ.

​ໂຄສົກ​ຄົນໜຶ່ງ​ຂອງ ປະທານາທິບໍດີ Ma ກ່າວ​ວ່າ ບໍ່​ມີ​ການ​ຕົກລົງ​ເຊັນ​ສັນ​ຍາ​ໃດໆ ​ແລະ
​ໄດ້​ເນັ້ນ​ໜັກ​ວ່າ ການ​ສົນທະນາ​ຈະແນ​ໃສ່​ ຄວາມ​ເປັນ​ກ້ອນ​ເປັນ​ໜ່ວຍ​ດ້ານຄວາມ​ສຳພັນ
ລະຫວ່າງສອງ​ຝ່າຍ ​ແລະ “ຮັກສາ​ຖາ​ນະ​ຢູ່​ທົ່ວ​ໃຕ້​ຫວັນ” ເອົາໄວ້.

ປະທານາທິບໍດີ ໄຕ້ຫວັນ ທ່ານ Ma Ying-jeou (ຊ້າຍ) ແລະ ປະທານປະເທດຈີນ ທ່ານ Xi Jinping.
ປະທານາທິບໍດີ ໄຕ້ຫວັນ ທ່ານ Ma Ying-jeou (ຊ້າຍ) ແລະ ປະທານປະເທດຈີນ ທ່ານ Xi Jinping.

ສື່ມວນ​ຊົນ​ລັດຖະບານ​ຈີນ ກ່າວ​ວ່າ ທັງ​ສອງ​ຈະ​ບໍ່ເອີ່ຍຄຳວ່າປະທານາທິບໍດີ ອອກມາ
ໃນລະຫວ່າງ​ການ​ປະຊຸມ ​ແຕ່ຈະໃຊ້ຄຳວ່າ​ ທ່ານ ​ແທນ. ທັງສອງລັດຖະບານ ບໍ່​ໄດ້​ຮັບ​ຮູ້​
ກັນ ​ຢ່າງ​ເປັນ​ທາງ​ການ. ຫລັງ​ຈາກ​ມີ​ການ​ສົນທະນາກັນພຽງສັ້ນໆ​ ໃນ​ຕອນ​ສວຍ ທັງສອງ
​ໄດ້​ຈັດ ​ກອງ​ປະຊຸມຖະແຫລງຂ່າວ ແຍກ​ຈາກ​ກັນ ​ແຕ່ຮັບ​ປະ​ທານອາຫານ​ແລງ​ຮ່ວມກັນ.

ສຳພັນ​ທະ​ໄມຕີ​ລະຫວ່າງ ຈີນ ​ແລະ​ໃຕ້​ຫວັນ ​ໄດ້​ເບີກບານ​ອອກ ລະຫວ່າງ​ການ​ປົກຄອງ​ ຂອງປະທານາທິບໍດີ Ma Ying-jeou ທີ່ດຳລົງ​ຕຳແໜ່​ງຢູ່ ​ແຕ່​ວ່າ ສາທາລະນະ​ຊົນ ມີ
​ຄວາ​ມ​ເປັນ​ຫ່ວງ ​ໂດຍ​ສະ​ເພາະ​ລະຫວ່າງ​ຜູ້​ປ່ອນ​ບັດ​ທີ່​ເປັນ​ຊາວ​ໜຸ່ມ ກ່ຽວ​ກັບ​ການ​ເພິ່ງພາ
ຈີນ ຂອງ​ເກາະດັ່ງກ່າວ.

ພວກ​ປະ​ທ້ວງ​ໄດ້​ເລີ້ມ​ເຕົ້າ​ໂຮມ​ກັນ​ຢູ່​ນອກລັດຖະສະພາ Yuan ຂອງ​ໃຕ້​ຫວັນ ​ແລະ​ຢູ່​ໃກ້​
ກັບ​ທຳນຽບປະທານາທິບໍດີ​ ບໍ່​ເທົ່າ​ໃດ​ຊົ່ວໂມງ​ຫລັງ​ຈາກ​ການ​ປະຊຸມ​ໄດ້ປະກາດ​ອອກ​ມາ.
ຈຳນວນ​ໜຶ່ງ​ໄດ້​ຮຽກຮ້ອງ​ໃຫ້​ທ່ານ Ma ລົບ​ລ້າງ​ການ​ປະຊຸມ ​ໃນ​ຂະນະ​ທີ່​ສຽງ​ອຶ່ນໆ ເປັນ
​ຫ່ວງວ່າ ການ​ສົນທະນາ ບໍ່​ໄດ້ຮວມເອົາສາຍຕາ ​ຂອງ​ສາ​ທາ​ລະນະຊົນເຂົ້ານຳ​ຢ່າງເໝາະ​ສົມ.

ທ່ານ Cheng Yun-peng ​ໂຄສົກ​ແກ່​ຝ່າຍ​ຄ້ານ ພັກ​ປະຊາທິປະ​ໄຕ​ກ້າວໜ້າ ຫລື DPP
ກ່າວ​ວ່າ ການ​ປະຊຸມ​ອາດ​ນຳ​ໃຊ້​ອັນ​ທີ່​ທ່ານ​ຮ້ອງ​ວ່າ ວາງ​ແຜນການ​ເລືອກ​ຕັ້ງ. ທ່ານ​ຍັງ​ໄດ້​
ເປັນ​ປາກ​ສຽງ​ຄວາມ​ເປັນ​ຫ່ວງ​ວ່າ ທ່ານ Ma ອາດ​ຈະ​ເຮັດ​ການ​ຕົກລົງ​ທີ່​ບໍ່​ໄດ້​ຮັບ​ອະນຸຍາດ
ລະຫວ່າງ​ການ​ປະຊຸມ​ປິດ​ລັບ ທ່ານ Xi “ບັນຫາ​ທົ່ວ​ໄປ​ໂດຍ​ກົງ ​ເຮັດ​ໃຫ້ຜົນ​ປະ​ໂຫຍ​ດ
ຂອງ​ປະ​ເທດ ຢູ່ໃນອັນຕະລາຍ ​ແລະ​ ສົມຄວນພິຈະ​ລະນາ​ໄປ​ເໜືອກ​ວ່າການ​ເມືອງ.”

XS
SM
MD
LG