ນັກການທູດ ຈີນ ປະຈຳພາກພື້ນທ່ານນຶ່ງ ໄດ້ຕຳໜິ ສະຫະລັດ ສຳລັບການ “ຂາດຄວາມ
ຮູ້” ກ່ຽວກັບ ການປະກອບສ່ວນດ້ານເສດຖະກິດທີ່ສຳຄັນ ແລະ ການຮ່ວມມືທີ່ກຳລັງດຳ
ເນີນຢູ່ ກັບປະເທດ ອັຟການິສຖານ ຂອງປະເທດຂອງທ່ານ.
ການກະກຽມຕ່າງໆແມ່ນໄດ້ແລ້ວສຳເລັດ ເພື່ອຮັກສາການຮ່ວມມືກັບລັດຖະບານ ກາ
ບູລ ແມ່ນກະທັ້ງພາຍໃຕ້ໂຄງການລິເລີ່ມ ນຶ່ງແລວທາງ ນຶ່ງເສັ້ນທາງຂອງລັດຖະບານ
ປັກກິ່ງ, ອີງຕາມການກ່າວຂອງທ່ານ ຢາວ ຈິງ, ເອກອັກຄະລັດຖະທູດ ຈີນ ປະຈຳປະ
ເທດ ປາກິສຖານ.
ທ່ານໄດ້ຍົກຍ້ອງການເລືອກຕັ້ງປະທານາທິບໍດີ ທີ່ໄດ້ປະສົບຄວາມສຳເລັດຂອງ ອັຟ
ການິສຖານ ໃນວັນເສົາທີ່ຜ່ານມາ, ໂດຍກ່າວວ່າ ຈີນ ຫວັງວ່າເຂົາເຈົ້າຈະສາມາດຂະ
ຫຍາຍຄວາມພະຍາຍາມ ສ້າງສາສັນຕິພາບໃນປະເທດທີ່ຖືກທຳລາຍໂດຍຄວາມຂັດ
ແຍ້ງຫຼາຍປີນັ້ນ.
ທູດ ຈີນ ຄົນດັ່ງກ່າວ, ຜູ້ທີ່ໄດ້ປະຕິບັດໜ້າທີ່ໃນນະຄອນຫຼວງ ກາບູລ ກ່ອນໄປປະຈຳ
ການໃນນະຄອນຫຼວງ ອິສລາມາບັດ ໄດ້ເວົ້າວ່າ “ພວກເຮົາຫວັງວ່າ ດ້ວຍການເລືອກ
ຕັ້ງໃນ ອັຟການິສຖານ, ດ້ວຍຄວາມກ້າວໜ້າດ້ານສັນຕິພາບ ໃນ ອັຟການິສຖານ ນັ້ນ,
ປະຊາຊົນ ອັຟການິສຖານ ໃນທີ່ສຸດຈະໄດ້ມີຊ່ວງເວລາທີ່ສັນຕິ, ມີຄວາມໝັ້ນຄົງ.”
ໃນຕົ້ນເດືອນນີ້, ບັນດາເຈົ້າໜ້າທີ່ ສະຫະລັດ ແລະ ສະມາຊິກສະພາ ໃນລະຫວ່າງການ
ຟັງຄຳໃຫ້ການຂອງລັດຖະສະພາ ໃນນະຄອນຫຼວງ ວໍຊິງຕັນ ນັ້ນ, ໄດ້ຕຳໜິວິຈານ ຈີນ
ສຳລັບການຊ່ວຍເຫຼືອດ້ານເສດຖະກິດທີ່ບໍ່ພຽງພໍ ຕໍ່ຄວາມພະຍາຍາມສ້າງສາປະເທດ
ອັຟການິສຖານ ຄືນ.
ທ່ານນາງ ອາລິສ ແວລສ໌ ວ່າການຜູ້ຊ່ວຍເລຂາທິການ ທີ່ຮັບຜິດຊອບສຳລັບເອເຊຍໃຕ້
ແລະ ເອເຊຍກາງ ໄດ້ກ່າວຕໍ່ບັນດາສະມາຊິກສະພາວ່າ “ຂ້າພະເຈົ້າຄິດວ່າມັນຍຸຕິທຳທີ່
ຈະເວົ້າວ່າ ຈີນ ບໍ່ໄດ້ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດຂອງ ອັຟການິສ
ຖານ. ພວກເຮົາບໍ່ໄດ້ເຫັນການຊ່ວຍເຫຼືອທີ່ຫຼວງ ຫຼາຍຈາກ ຈີນ.”
ແນວໃດກໍຕາມ, ທ່ານນາງ ແວລສ໌ ກໍໄດ້ຮັບຮູ້ວ່າ ປັກກິ່ງ ໄດ້ເຮັດວຽກກັບ ວໍຊິງຕັນ ກ່ຽວ
ກັບ ວິທີທີ່ຈະກ້າວໄປສູ່ສັນຕິພາບ ຄືກັບປະເທດອື່ນໆ, ລວມທັງ ຣັດເຊຍ ແລະ ປະເທດ
ທີ່ຢູ່ໃກ້ຄຽງກັບ ອັຟການິສຖານ.
ເອກອັກຄະລັດຖະທູດ ຢາວ ໄດ້ກ່າວ ເມື່ອຖືກຂໍຄວາມເຫັນ ກ່ຽວກັບ ປາໄສຂອງທ່ານ
ນາງ ແວລສ໌ ວ່າ “ລາວຂາດຄວາມຮູ້ໜ້ອຍນຶ່ງ ກ່ຽວກັບ ວ່າການຮ່ວມມືຂອງ ຈີນ ກັບ
ອັຟການິສຖານ ແມ່ນຫຍັງ.”
ທ່ານໄດ້ບັນລະຍາຍວ່າ ທ້າຍປີກາຍນີ້ ປັກກິ່ງ ໄດ້ສ້າງຊ່ອງທາງດ້ານການຄ້າກັບລັດຖະ
ບານ ກາບູລ, ເຊິ່ງບັນດາເຈົ້າໜ້າທີ່ ອັຟການິສຖານ ເວົ້າວ່າ ໄດ້ຊ່ວຍໃຫ້ບັນດາພໍ່ຄ້າໃນ
ທ້ອງຖິ່ນ ສາມາດສົ່ງອອກໝາກຖົ່ວຕົ້ນແປກໄປຕະຫຼາດ ຈີນ ໂດຍກົງໃນແຕ່ລະປີ,
ເປັນການສ້າງລາຍໄດ້ທີ່ຕ້ອງການຈຳນວນຫຼວງຫຼາຍ. ທ່ານ ຢາວ ໄດ້ກ່າວວ່າລົດໄຟບັນ
ທຸກສິນຄ້າ ຍັງໄດ້ເລີ່ມໃຊ້ງານໃນປີ 2016 ທີ່ຜ່ານມາ ຈາກພາກຕາເວັນອອກຂອງ ຈີນ
ຫາເມືອງ ມາຊາ ອີ-ຊາຣິຟ ທີ່ບໍ່ມີທາງອອກສູ່ທະເລ ທາງພາກເໜືອຂອງ ອັຟການິສ
ຖານ.