ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ພວກນັກວິທະຍາສາດ ພາກັນຕິດຕາມ ການບິນໂຄຈອນ ຊົ່ວໂມງສຸດທ້າຍຂອງ ສະຖານີອະວະກາດ ຈີນ


Adrift Chinese Space Station Re-Entry Expected Sunday
please wait

No media source currently available

0:00 0:01:56 0:00

ເຊີນຊົມວິດີໂອທີ່ກ່ຽວຂ້ອງກັບຂ່າວນີ້ ລາຍງານໂດຍນັກຂ່າວ ວີໂອເອ ຈອຈ ພູຕິຈ.

ພວກນັກວິທຍາສາດພາກັນຕິດຕາມເບິ່ງສະຖານີອະວະກາດທີ່ລົ້ມແຫຼວຂອງຈີນ ຊຶ່ງ
ຄາດວ່າຈະຕົກລົງມາສູ່ໂລກຂອງເຮົາ ໃນທ້າຍສັບປະດານີ້. ສະຖານີດັ່ງກ່າວ ເປັນສິ່ງ
ທີ່ມະນຸດສ້າງຂຶ້ນ ອັນທີ່ໃຫຽ່ທີ່ສຸດ ທີ່ຈະກັບຄືນມາສູ່ບັນຍາກາດຂອງໂລກມະນຸດໃນ
ຮອບນຶ່ງທົດສະວັດຜ່ານມາ.

ທ່ານ ໂຮລເກີ ຄຣາກ "Holger Krag" ຫົວໜ້າຫ້ອງການວັດຖຸເສດເຫຼືອ ຂອງສະຖາ
ນີອະວະກາດ ຢູໂຣບ ກ່າວວ່າ ມີທ່າທາງວ່າ ສະຖານີອະວະກາດ ທຽນກົງ-ນຶ່ງ
(Tiangong-1) ຈະຕົກລົງມາສູ່ໂລກ ໃນວັນອາທິດມື້ນີ້.

ທ່ານ ຄຣາກ ກ່າວວ່າ ຍັງບໍ່ເປັນທີ່ຮູ້ເທື່ຶອວ່າ ສະຖານີອະວະກາດດັ່ງກ່າວ ຈະໄປຕົກຢູ່
ໃສ ແຕ່ທ່ານກ່າວວ່າ ມີທາງເປັນໄປໄດ້ຫຼາຍທີ່ສຸດທີ່ວ່າ ຈະບໍ່ມີຜູ້ໃດໄດ້ຮັບບາດເຈັບ
ຍ້ອນ.

ທ່ານກ່າວວ່າ “ອີງຕາມປະສົບການຂອງພວກເຮົາແລ້ວແມ່ນວ່າ ຕາມທິດສະດີແລ້ວກໍຄື
ສຳລັບວັດຖຸທີ່ໃຫຍ່ໃນລະຫວ່າງ 20 ຫາ 40 % ຂອງຊິ້ນສ່ວນຕົ້ນຕໍ ຂອງນໍ້າໜັກ 8.5
ໂຕນນັ້ນ ຈະຕົກກັບຄືນມາຍັງໂລກ ແລ້ວຈະຖືກພົບເຫັນຢູ່ເທິງໜ້າດິນແຫ່ງໃດແຫ່ງນຶ່ງ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG