ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຈີນ ຊື້ຮຸ້ນ 10 ເປີເຊັນ ຂອງສະໜາມບິນ Heathrow ໃນອັງກິດ


ຍົນຂອງບໍລິສັດ Virgin Atlantic ຈອດຢູ່ສະໜາມບິນ Heathrow ທີ່ກອງທຶນສໍາລັບການລົງທຶນຂອງລັດຖະບານ​ຈີນຊື້ເອົາ 10% ຂອງຮຸ້ນສະໜາມບິນດັ່ງກ່າວ.
ຍົນຂອງບໍລິສັດ Virgin Atlantic ຈອດຢູ່ສະໜາມບິນ Heathrow ທີ່ກອງທຶນສໍາລັບການລົງທຶນຂອງລັດຖະບານ​ຈີນຊື້ເອົາ 10% ຂອງຮຸ້ນສະໜາມບິນດັ່ງກ່າວ.
ກອງທຶນສໍາລັບການລົງທຶນຂອງລັດຖະບານ​ຈີນຊື້ເອົາ 10%
ຂອງຮຸ້ນສະໜາມບິນ Heathrow ​ໃນນະຄອນ London ຊຶ່ງ
ເປັນການ​ເຄື່ອນ​ໄຫວອັນຫລ້າສຸດຂອງຈີນ ໃນການເຂົ້າໄປມີ
ຮຸ້ນສ່ວນຢູ່ໃນໂຄງການກໍ່ສ້າງໂຄງລ່າງສໍາຄັນຢູ່ຕ່າງປະເທດ.

ບໍລິສັດລົງທຶນຂອງຈີນ ຫລື CIC ໄດ້ຈ່າຍ​ເງິນໃຫ້ບໍລິສັດທີ່ບໍລິ
ຫານສະໜາມບິນ Heathrow ຊຶ່ງແມ່ນບໍລິສັດສະຖາປະນິກ Ferrovial ຂອງສະເປນ 414 ລ້ານໂດລາ 6% ຂອງຮຸ້ນໃນບໍລິສັດ FGP ຊຶ່ງເປັນບໍລິສັດແມ່ຂອງ Heathrow ນັ້ນ.

ນອກນັ້ນແລ້ວ ກອງທຶນຂອງລັດຖະບານຈີນ ດັ່ງກ່າວກໍຍັງໄດ້ເພີ້ມຮຸ້ນມາຈາກນັກລົງທຶນ ອື່ນໆ ອີກ ເພື່ອເຮັດໃຫ້ການຖືຮຸ້ນຂອງຕົນ ກວາມເອົາເຖິງ 10%.

CIC ທີ່ມີທຶນຢູ່ 482 ພັນລ້ານໂດລາ ເປັນກອງທຶນນຶ່ງຂອງລັດ ທີ່ໃຫຍ່ທີ່ສຸດຂອງໂລກໄດ້ ສ້າງຕັ້ງຂຶ້ນມາໃນປີ 2007 ເພື່ອລົງທຶນຈາກ​ຄັງສໍາຮອງເງິນຕາຕ່າງປະເທດສ່ວນນຶ່ງຂອງ ຈີນ.

ມັນເປັນການລົງທຶນລາຍໃຫຍ່ອັນດັບທີສອງ ໃນໂຄງລ່າງພື້ນຖານຂອງອັງກິດ. ໃນຕົ້ນປີນີ້ CIC ໄດ້ຊື້ເອົາ 8.7% ຂອງຮຸ້ນບໍລິສັດ Thames Water ຊຶ່ງເປັນບໍລິສັດນໍ້າປະປາແລະ ບໍາບັດນໍ້າທີ່ໃຫຍ່ທີ່ສຸດຂອງອັງກິດ.

ສະມາຊິກຂອງທິມກິລາ Olympic ຈາກຄີວບາ ໄປເຖິງສະໜາມບິນ Heathrow Airport ໃນວັນຈັນ ທີ 16 ກໍລະກົດ, 2012
ສະມາຊິກຂອງທິມກິລາ Olympic ຈາກຄີວບາ ໄປເຖິງສະໜາມບິນ Heathrow Airport ໃນວັນຈັນ ທີ 16 ກໍລະກົດ, 2012
ການລົງທຶນໃນຕ່າງປະເທດຂອງຈີນ ໄດ້ກາຍເປັນ​ເລື່ອງ​ທີ່​ມີ​
ການ​ກວດກາ​ກັນນັບມື້ນັບເພີ້ມ ຂຶ້ນ, ທັງນີ້ ສ່ວນນຶ່ງກໍເປັນຍ້ອນ ລັກສະນະໜຸນຫລັງຂອງລັດຖະບານແກ່ບໍລິສັດ CIC ແຕ່ວ່າ
ພວກເຫັນ ດີນໍາການລົງທຶນແບບນີ້ເວົ້າວ່າ ການໃຫ້ຄວາມເອົາໃຈໃສ່ແບບນັ້ນ ແມ່ນເປັນ ຜົນເນື່ອງມາຈາກການຕໍ່ສູ້ທາງພູມີສາດການເມືອງ ທີ່ກວ້າງຂຶ້ນກວ່າເກົ່າ ໂດຍໄດ້ອ້າງ ເຫດ ຜົນວ່າ ການເຮັດແນວນັ້ນແມ່ນມີຜົນປະໂຫຍດໃຫ້ແກ່ທັງສອງຝ່າຍ.
XS
SM
MD
LG